ນັບແຕ່ຫວຽດນາມ ແລະອັງກິດ ສ້າງຕັ້ງການພົວພັນທາງການທູດໃນວັນທີ 11 ກັນຍາ 1973, ຄວາມໄວ້ເນື້ອເຊື່ອໃຈ ແລະຄວາມເຂົ້າອົກເຂົ້າໃຈກັນລະຫວ່າງສອງປະເທດໄດ້ຮັບການເພີ່ມທະວີຜ່ານການຮັກສາການແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະບັນດາກົນໄກຮ່ວມມື. ພິເສດ, ພາຍຫຼັງຮັບຮອງເອົາຖະແຫຼງການຮ່ວມກ່ຽວກັບການສ້າງຕັ້ງຄູ່ຮ່ວມມືຍຸດທະສາດຫວຽດນາມ-ອັງກິດ ເດືອນກັນຍາ 2010, ການພົວພັນລະຫວ່າງສອງປະເທດໄດ້ຮັບການພັດທະນາຢ່າງຮອບດ້ານ ແລະເລິກເຊິ່ງໃນທຸກຂົງເຂດ. ຄຽງຂ້າງບັນດາການຢ້ຽມຢາມຂອງການນຳຂັ້ນສູງ, ສອງປະເທດຮັກສາບັນດາກົນໄກຮ່ວມມືສອງຝ່າຍ. ຢູ່ເວທີປາໄສສາກົນ ແລະພາກພື້ນ, ສອງຝ່າຍໄດ້ມີການຮ່ວມມືກັນຢ່າງແໜ້ນແຟ້ນ ແລະມີປະສິດທິຜົນ.

leftcenterrightdel
ຕອນເຊົ້າວັນທີ 28 ເມສາ, ທ່ານ ຫວໍວັນເຖືອງ ປະທານປະເທດຫວຽດນາມ ຕ້ອນຮັບທ່ານ Iain Frew ເອກອັກຄະລັດຖະທູດລາຊະອານາຈັກອັງກິດ ແລະໄອແລນເໜືອ ປະຈຳ ຫວຽດນາມ. ພາບ: ສຳນັກຂ່າວສານຫວຽດນາມ.

ໃນຂະນະທີ່ການຮ່ວມມືຜ່ານຊ່ອງທາງພັກ, ລັດ, ລັດຖະບານ ແລະສະພາແຫ່ງຊາດ ກໍ່ຄືການຮ່ວມມືໃນບັນດາຂົງເຂດວິຊາສະເພາະອື່ນກໍ່ໄດ້ຮັບການຊຸກຍູ້ຢ່າງບໍ່ຢຸດຢັ້ງ, ການຮ່ວມມືເສດຖະກິດແມ່ນຈຸດພົ້ນເດັ່ນຂອງການພົວພັນຫວຽດນາມ-ອັງກິດ. ເລື່ອງສອງຝ່າຍເຊັນສັນຍາການຄ້າເສລີ (FTA) ຢູ່ລອນດອນ (29-12-2020) ຢ່າງເປັນທາງການ ບົນພື້ນຖານການສືບທອດສັນຍາ FTA ລະຫວ່າງຫວຽດນາມ ແລະສະຫະພາບເອີລົບ (ອີຢູ) ດ້ວຍການດັດປັບທີ່ຈຳເປັນນັ້ນໄດ້ສ້າງພື້ນຖານນິຕິກຳໃຫ້ການພົວພັນຮ່ວມມືເສດຖະກິດສອງຝ່າຍ. ປີ 2022, ວົງເງິນການຄ້າຫວຽດນາມ-ອັງກິດ ບັນລຸປະມານ 6,836 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 3% ເມື່ອທຽບໃສ່ກັບປີ 2021. ສຳລັບຫວຽດນາມ, ອັງກິດ ແມ່ນຄູ່ຮ່ວມມືການຄ້າໃຫຍ່ອັນດັບທີ 3 ຢູ່ຕະຫຼາດເອີລົບ. ບັນດາຜະລິດຕະພັນສົ່ງອອກຕົ້ນຕໍຂອງຫວຽດນາມ ໄປຍັງ ອັງກິດແມ່ນໂທລະສັບ-ເຄື່ອງອາໄຫຼ່, ເຄື່ອງຕ່ຳແຜ່ນຕັດຫຍິບ, ເກີບໜັງ, ເຫຼັກປະເພດຕ່າງໆ, ຄອມພິວເຕີ, ໝາກມ່ວງຫິມະພານ, ກາເຟ, ໝາກພິກໄທ ແລະນຳເຂົ້າຈາກອັງກິດ ລວມມີ: ເຄື່ອງຈັກ, ວັດຖຸອຸປະກອນ, ຢາ, ຜະລິດຕະພັນເຄມີ, ທາດເຄມີ, ລົດໂອໂຕທີ່ປະກອບສຳເລັດ.

ສຳລັບການລົງທຶນ, ອັງກິດ ຢືນໃນທອັບ 20 ປະເທດທີ່ມີເງິນທຶນ FDI ຢູ່ຫວຽດນາມ, ສຸມໃສ່ເຂົ້າບັນດາຂົງເຂດອຸດສາຫະກຳປຸງແຕ່ງ, ປະດິດສ້າງ, ດຳເນີນທຸລະກິດອະສັງຫະລິມະຊັບ, ຂຸດຄົ້ນບໍ່ແຮ່... ກົງກັນຂ້າມ, ຫວຽດນາມ ມີ 13 ໂຄງການລົງທຶນຢູ່ອັງກິດ ແລະ 3 ໂຄງການໄດ້ເພີ່ມເງິນລົງທຶນດ້ວຍຍອດເງິນລົງທຶນທັງໝົດ 13,9 ລ້ານໂດລາສະຫະລັດ.

ສຳລັບການຮ່ວມມືພັດທະນາ, ອັງກິດ ແມ່ນໜຶ່ງໃນບັນດານັກອຸປະຖຳແຖວໜ້າຂອງຫວຽດນາມ. ເຖິງວ່າໄດ້ຢຸດການອຸປະຖຳພັດທະນາ ODA ມາແຕ່ປີ 2016 ກໍ່ຕາມ ແຕ່ວ່າອັງກິດ ຍັງຮັກສາການໜູນຊ່ວຍຫວຽດນາມ ຜ່ານກອງທຶນພັດທະນາຕ່າງໆຄື ກອງທຶນວັດທະນາຖາວອນ, ກອງທຶນ Newton; ສືບຕໍ່ໜູນຊ່ວຍຫວຽດນາມ ພັດທະນາເຕັກໂນໂລຢີ, ຄົ້ນຄວ້າ ແລະປ່ຽນແປງໃໝ່ປະດິດສ້າງ, ເພີ່ມທະວີການບໍລິຫານສາທາລະນະ, ປັບປຸງສະພາບແວດລ້ອມແຫ່ງການດຳເນີນທຸລະກິດ, ເຕີບໂຕສີຂຽວ, ພະລັງງານທົດແທນ...

ໃນການພັດທະນາລວມຂອງການພົວພັນຫວຽດນາມ-ອັງກິດ, ການຮ່ວມມືດ້ານປ້ອງກັນຊາດສອງຝ່າຍໄດ້ຮັບການປັບປຸງ ແລະພັດທະນາຢ່າງບໍ່ຢຸດຢັ້ງ. ກະຊວງປ້ອງກັນປະເທດສອງປະເທດໄດ້ຍົກລະດັບການເຈລະຈານະໂຍບາຍປ້ອງກັນຊາດປະຈຳປີຂຶ້ນເປັນຂັ້ນຮອງລັດຖະມົນຕີ, ສ້າງຕັ້ງກຸ່ມປະຕິບັດງານກ່ຽວກັບການຮ່ວມມືດ້ານປ້ອງກັນຊາດ, ຊຸກຍູ້ການ ຮ່ວມມືໃນບັນດາຂົງເຂດບຸລິມະສິດ, ຄື: ການຮັກສາສັນຕິພາບສະຫະປະຊາຊາດ, ບຳລຸງສ້າງພາສາອັງກິດ... ໃນຊຸມປີມໍ່ໆມານີ້, ອັງກິດ ໄດ້ຈັດສົ່ງກຳປັ່ນມາຢ້ຽມຢາມຫວຽດນາມ ເປັນປົກກະຕິ. ຄຽງຂ້າງກັນນັ້ນ, ສອງຝ່າຍກໍ່ຊຸກຍູ້ການຮ່ວມມື, ສົມທົບກັນປ້ອງກັນ, ຕ້ານອາດຊະຍາກຳຂ້າມຊາດທີ່ມີການຈັດຕັ້ງ, ຕ້ານການກໍ່ການຮ້າຍ, ປ້ອງກັນ ແລະຕ້ານການຍົກຍ້າຍຖິ່ນຖານຕັ້ງພູມລຳເນົາຜິດກົດໝາຍ, ການຄ້າມະນຸດ...

ກະສັດ Charles III ແມ່ນຜູ້ທີ່ມີໄມຕີຈິດມິດຕະພາບກັບຫວຽດນາມ. ນັບແຕ່ຕອນເປັນລາຊະທາຍາດ ອັງກິດ ກ່ອນໜ້ານີ້, ທ່ານເຄີຍຕ້ອນຮັບທ່ານ ຫງວຽນຝູຈ້ອງ ເລຂາທິການໃຫຍ່ ຢ້ຽມຢາມ ອັງກິດ ໃນປີ 2013 ຢ່າງເປັນທາງການ. ໃນການພົບປະກັບທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ຢູ່ກອງປະຊູມ COP26 ເດືອນພະຈິກ 2021, ລາຊະທາຍາດ Charles ສະໜັບສະໜູນການຊຸກຍູ້ການພົວພັນຫວຽດນາມ-ອັງກິດ, ພິເສດແມ່ນໃນການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ຫັນປ່ຽນພະລັງງານ, ພັດທະນາເສດຖະກິດສີຂຽວ, ຍືນຍົງ. ເພາະສະນັ້ນ, ເລື່ອງທ່ານ ຫວໍວັນເຖືອງ ເຂົ້າຮ່ວມພິທີຂຶ້ນຄອງລາດຂອງກະສັດ Charles III   ຈຶ່ງເປັນການສະແດງໃຫ້ເຫັນການຖືເປັນສໍາຄັນຂອງຫວຽດນາມ ຕໍ່ກັບການພົວພັນຄູ່ຮ່ວມມືຍຸດທະສາດຫວຽດນາມ-ອັງກິດ ແລະປາດຖະໜາຢາກກໍ່ສ້າງການພົວພັນອັນດີງາມກັບກະສັດ Charles III.

ຫວນຄືນບັນດາຜົນງານທີ່ບັນລຸໄດ້ໃນໄລຍະທາງ 50 ປີຜ່ານມາ, ພວກເຮົາເຊື່ອໝັ້ນວ່າ ການໄປປະຕິບັດງານຂອງທ່ານ ຫວໍວັນເຖືອງ ປະທານປະເທດຫວຽດນາມ ຈະປະສົບຜົນສຳເລັດຢ່າງຈົບງາມ, ປະກອບສ່ວນນຳການພົວພັນຄູ່ຮ່ວມມືຍຸດທະສາດຫວຽດນາມ-ອັງກິດ ກ້າວເຂົ້າສູ່ລວງເລິກ, ແທດຈິງ ແລະມີປະສິດທິຜົນ.

ໂດຍ: ແສງເດືອນ