ພາຍຫຼັງໄດ້ຮັບການສ້າງຕັ້ງ. ກອງທະຫານໂຄສະນາປົດປ່ອຍຫວຽດນາມ ຍາດໄດ້ ໄຊຊະນະໃນການບຸກໂຈມຕີ ສອງຄັ້ງໃສ່ຄ້າຍຄາຍຟັດ ແລະນາເງິນ, ເປີດສາກມູນເຊື້ອ “ສູ້ຮົບຮ້ອຍຄັ້ງ ຊະນະຮ້ອຍຄັ້ງ” ຂອງກອງທັບປະຊາຊົນຫວຽດນາມ. ຜ່ານພຶດຕິກໍາຕົວຈິງແຫ່ງການຕໍ່ສູ້ປົດປ່ອຍຊາດ ແລະປົກປັກຮັກສາປະເທດຊາດ, ກອງທະຫານທີ່ໜູ່ມນ້ອຍໃນຄາວນັ້ນ ໄດ້ເຕີບໃຫຍ່ເຂັ້ມແຂງຢ່າງບໍ່ຢຸດຢັ້ງ, ກ້າວຂຶ້ນເປັນກຳລັງຫຼວງ ແລະທັນສະໄໝເທື່ອລະກ້າວ.

ໃນການຕໍ່ສູ້ຕ້ານພວກລ່າເມືອງຂຶ້ນຝຣັ່ງ, ບັນດາກອງພົນຫຼວງໄດ້ກໍາເນີດເກີດຂຶ້ນຕາມລໍາດັບ, ດ້ວຍວິທີການສູ້ຮົບຈາກ “ກອງຮ້ອຍເອກະລາດ, ກອງພັນເຕົ້າໂຮມ” ກ້າວຂຶ້ນປະສານສົມທົບເຫຼົ່າຮົບ. ທະຫານລາດ, ກອງຫຼອນ ພັດທະນາ, ທ່າຮົບສົງຄາມປະຊາຊົນໄດ້ຮັບການຂະຫຍາຍຢ່າງກວ້າງຂວາງ, ສະນັ້ນ, ກອງທັບປະຊາຊົນຫວຽດນາມ ໄດ້ພ້ອມກັບທົ່ວພັກ, ທົ່ວປວງຊົນ ຕີເອົາຊະນະໃນບັ້ນຮົບໃຫຍ່ຄັ້ງຕ່າງໆ, ກ້າວໄປເຖິງຍາດເອົາໄຊຊະນະຢ່າງສົມບູນ ດ້ວຍໄຊຊະນະດ້ຽນບຽນຝູ ປະຫວັດສາດ.

ການຕໍ່ສູ້ຕ້ານຈັກກະພັດອາເມລິກາ, ກູ້ຊາດ ໄດ້ດໍາເນີນໃນເງື່ອນໄຂອາວຸດຍຸດໂທປະກອບຂອງເຮົາຍັງຂາດເຂີນ, ລະດັບສູ້ຮົບຍັງບໍ່ທັນເປັນທັນສະໄໝເທື່ອ. ແຕ່ດ້ວຍຈິດໃຈ “ຂ້າມຜ່ານສາຍພູຫຼວງໄປກູ້ຊາດ”, “ທຸກສິ່ງທຸກຢ່າງເພື່ອພາກໃຕ້ທີ່ຮັກແພງ”, ພາຍໃຕ້ການນໍາພາອັນສະຫຼາດສ່ອງໃສຂອງພັກ, ບັນດາແມ່ທັບນ້ອຍ, ບັນດາເຫຼົ່າຮົບ, ເຫຼົ່າທັບໄດ້ຮັບການກໍາເນີດຂຶ້ນ, ສ້າງກໍາລັງຄວາມສາມາດໃໝ່ໃນການປະສານສົມທົບກັນສູ້ຮົບລະຫວ່າງເຫຼົ່າທັບ-ເຫຼົ່າຮົບ. ທົ່ວພັກ, ທົ່ວປວງຊົນທັງຊາດ, ທົ່ວກອງທັບ ຍາມໃດກໍ່ສາມັກຄີ, ສະໜິດຕິດພັນກັນ, ສ້າງເປັນກໍາລັງແຮງສັງລວມ, ຕີເອົາຊະນະບັນດາຍຸດທະສາດສົງຄາມຂອງຈັກກະພັດອາເມລິກາ, ຍາດເອົາໄຊຊະນະຢ່າງສົມບູນໃນການບຸກໂຈມຕີ ແລະລຸກຮືຂຶ້ນຂະໜາດໃຫຍ່ໃນລະດູບານໃໝ່ປີ 1975 ເຊິ່ງຈຸດສູງແມ່ນບັ້ນຮົບໂຮ່ຈີມິນ ປະຫວັດສາດ, ປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດເປັນເອກະພາບ.

leftcenterrightdel
ພາບປະກອບຈາກ: qdnd.vn

ພາຍຫຼັງໄດ້ຮັບສັນຕິພາບບໍ່ພໍເທົ່າໃດ,  ທົ່ວພັກ, ທົ່ວປວງຊົນທັງຊາດ, ທົ່ວກອງທັບ ຕ້ອງດໍາເນີນການຕໍ່ສູ້ປົກປັກຮັກສາຊາຍແດນພາກຕາເວັນຕົກສ່ຽງໃຕ້ ແລະເຂດຊາຍແດນພາກເໜືອ. ດ້ວຍຈິດໃຈເພິ່ງຕົນເອງ, ກຸ້ມຕົນເອງ ແລະສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ອີງໃສ່ພື້ນຖານຄວາມເປັນທໍາ, ພວກເຮົາໄດ້ຍາດເອົາໄຊຊະນະໃນການສູ້ຮົບ, ຮັກສາເອກະລາດອະທິປະໄຕຂອງຊາດ.

ກອງທັບເຮົາ ກໍ່ປະຕິບັດສໍາເລັດໜ້າທີ່ສາກົນອັນສູງສົ່ງ, ຊ່ວຍປະຊາຊົນເພື່ອນມິດລາວ ແລະກໍາປູເຈຍ ປົດປ່ອຍຊາດ ແລະສ້າງສາປະເທດຊາດ.

ໃນຕະຫຼອດ 76 ປີຜ່ານມາ, ກອງທັບປະຊາຊົນຫວຽດນາມ ຍາມໃດກໍ່ແມ່ນກໍາລັງຈົ່ງຮັກພັກດີຕໍ່ພັກ, ຕໍ່ປະເທດຊາດ ແລະປະຊາຊົນ, ປະຕິບັດສໍາເລັດພາລະບົດບາດຂອງ “ກອງທະຫານສູ້ຮົບ, ກອງທະຫານປະຕິບັດງານ ແລະກອງທະຫານອອກແຮງງານທໍາການຜະລິດ”. ບໍ່ວ່າໃນສະພາບການໃດ, ກອງທັບປະຊາຊົນຫວຽດນາມ ກໍ່ຄຽງບ່າຄຽງໄຫຼ່ພ້ອມກັບທົ່ວພັກ, ທົ່ວປວງຊົນ, ຜ່ານຜ່າຄວາມທຸກຍາກລໍາບາກ, ການເສຍສະຫຼະທຸກຢ່າງ,  ປະຕິບັດສໍາເລັດທຸກໜ້າທີ່ໄດ້ຮັບມອບໝາຍ, ປະຕິບັດຄໍາສັ່ງສອນຂອງປະທານໂຮ່ຈີມິນ ທີ່ວ່າ: “ກອງທັບເຮົາຕ້ອງຈົ່ງຮັກພັກດີຕໍ່ພັກ, ກະຕັນຍູຕໍ່ປະຊາຊົນ, ພ້ອມແລ້ວທີ່ຈະສູ້ຮົບເສຍສະຫຼະເພື່ອເອກະລາດ, ອິດສະຫຼະພາບຂອງປະເທດຊາດ, ເພື່ອລັດທິສັງຄົມນິຍົມ. ໜ້າທີ່ໃດກໍ່ປະຕິບັດສໍາເລັດ, ຄວາມຫຍຸ້ງຍາກໃດກໍ່ຜ່ານຜ່າ, ສັດຕູໂຕໃດກໍ່ຕີເອົາຊະນະ” ເປັນຢ່າງດີ.

ກອງທັບເຮົາແມ່ນກອງທັບວິລະຊົນຂອງຊົນຊາດວິລະຊົນ

ໃນປັດຈຸບັນ, ຕໍ່ໜ້າການປ່ຽນແປງຂອງໂລກ ແລະພາກພື້ນ, ຕໍ່ໜ້າບັນດາເງື່ອນໄຂ, ຄວາມຮຽກຮ້ອງຕ້ອງການໃໝ່ຂອງໜ້າທີ່ປົກປັກຮັກສາປະເທດຊາດ, ສະນັ້ນ ເລື່ອງສືບຕໍ່ກໍ່ສ້າງກອງທັບປະຕິວັດ, ໃຫ້ເປັນກຳລັງຫຼວງ, ຍອດຢ້ຽມ, ທັນສະໄໝເທື່ອລະກ້າວ, ກ້າວໄປເຖິງປີ 2030 ກໍ່ສ້າງກອງທັບເປັນກໍາລັງຫຼວງ, ທັນສະໄໝແມ່ນໄລຍະທາງ, ແມ່ນຄວາມຮຽກຮ້ອງຕ້ອງການທີ່ມີລັກສະນະພາວະວິໄສ ແລະຈໍາເປັນ. ມະຕິກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກກອງທັບ ຄັ້ງທີ XI ໄດ້ກໍານົດແຈ້ງບັນຫານີ້, ນັ້ນກໍ່ແມ່ນຄໍາສັ່ງເພື່ອໃຫ້ທົ່ວກອງທັບ ມຸ່ງໄປເຖິງ, ຕັດສິນໃຈຜ່ານຜ່າທຸກສິ່ງກີດຂວາງ, ຄວາມຫຍຸ້ງຍາກນາໆປະການ, ປະຕິບັດສໍາເລັດໜ້າທີ່ກໍ່ສ້າງກອງທັບ ໃນໄລຍະໃໝ່.

ເພາະສະນັ້ນ, ບັນດາກົມກອງໃນທົ່ວກອງທັບຕ້ອງສືບຕໍ່ເພີ່ມທະວີການໂຄສະນາເຜີຍແຜ່, ສຶກສາອົບຮົມເພື່ອໃຫ້ພະນັກງານ, ນັກຮົບທຸກຄົນ ລ້ວນແຕ່ເຂົ້າໃຈກ່ຽວກັບຄວາມຮັບຮູ້ທາງດ້ານແນວຄິດ, ຢຶດໝັ້ນຄຸນນະທາດການເມືອງ, ຄຸນສົມບັດທະຫານລຸງໂຮ່ ຕໍ່ໜ້າຄວາມຮຽກຮ້ອງຕ້ອງການໃໝ່, ໜ້າທີ່ໃໝ່. ບັນດາກົມກອງໃນທົ່ວກອງທັບ ຕ້ອງສະແດງໃຫ້ເຫັນຈິດໃຈທຸກຄົນເປັນຈິດໜຶ່ງໃຈດຽວ, ສາມັກຄີເປັນເອກະພາບ, ມີຫົວຄິດປະດິດສ້າງໃນການປະຕິບັດໜ້າທີ່, ປະຕິບັດສໍາເລັດແຕ່ລະຂັ້ນຕອນ, ກ້າວໄປເຖິງປະຕິບັດສໍາເລັດທຸກໜ້າທີ່ກໍ່ສ້າງກອງທັບໃຫ້ເປັນກໍາລັງຫຼວງ ແລະທັນສະໄໝ.

ສຸມໃສ່ປະຕິບັດວຽກງານສຶກສາອົບຮົມ, ກໍ່ສ້າງບໍາລຸງ, ກໍ່ສ້າງຖັນແຖວພະນັກງານທີ່ມີກໍາລັງຄວາມສາມາດຢ່າງພຽງພໍ, ຄຸນສົມບັດສິນທໍາ, ຈິນຕະນາການວິທະຍາສາດທັນສະໄໝ, ປະຕິບັດສໍາເລັດບັນດາຕໍາແໜ່ງທີ່ໄດ້ຮັບການແຕ່ງຕັ້ງ. ສຸມໃສ່ປະຕິບັດໜ້າທີ່ຝຶກແອບອົບຮົມ, ເປັນເຈົ້າຂອງ, ຂຸດຄົ້ນອາວຸດຍຸດໂທປະກອບທີ່ທັນສະໄໝຢ່າງມີປະສິດທິຜົນ. ພ້ອມທັງຕ້ອງຍູ້ແຮງວຽກງານຄົ້ນຄວ້າ, ປ່ຽນແປງໃໝ່ວິທີສູ້ຮົບ, ຮັບປະກັນໃຫ້ສອດຄ່ອງກັບການພັດທະນາຂອງວິທະຍາສາດເຕັກໂນໂລຢີ, ສອດຄ່ອງກັບຄວາມຕ້ອງການສູ້ຮົບຂອງທະຫານຫຼວງໃນທ່າຮົບທົ່ວປວງຊົນປ້ອງກັນຊາດ, ທ່າຮົບສົງຄາມປະຊາຊົນປົກປັກຮັກສາປະເທດຊາດ, ພ້ອມແລ້ວທີ່ຈະຕີເອົາຊະນະສັດຕູໃນທຸກກໍ ລະນີ.

ປະຕິບັດບົດບາດຫຼັກແຫຼ່ງແກ່ສານໃນການກໍ່ສ້າງພື້ນຖານທົ່ວປວງຊົນປ້ອງກັນຊາດ, ທ່າຮົບສົງຄາມປະຊາຊົນຕິດພັນກັບທ່າຮົບທົ່ວປວງຊົນປ້ອງກັນຄວາມສະຫງົບ ຢ່າງໝັ້ນແກ່ນ. ສະນັ້ນ, ຮຽກຮ້ອງຕ້ອງເອົາໃຈໃສ່ກໍ່ສ້າງ, ຝຶກຝົນຫຼໍ່ຫຼອມກໍາລັງທະຫານລາດ, ກໍາລັງສໍາຮອງໃຫ້ໝັ້ນຄົງເຂັ້ມແຂງ, ສ້າງເປັນລວງເລິກໃນການກໍ່ສ້າງກໍາລັງປະກອບອາວຸດ, ພ້ອມທັງສ້າງພື້ນຖານເພື່ອກໍ່ສ້າງກອງທັບປະຊາຊົນ ໃນເງື່ອນໄຂໃໝ່.

ໃນ 76 ປີຜ່ານມາ, ກອງທັບປະຊາຊົນຫວຽດນາມ ໄດ້ປະຕິບັດສໍາເລັດທຸກໜ້າທີ່ ເຊິ່ງ ພັກ ແລະປະຊາຊົນ ເຊື່ອໝັ້ນມອບໝາຍໃຫ້ຢ່າງດີເດັ່ນ. ດ້ວຍຄຸນສົມບັດຂອງກອງທະຫານປະຕິວັດ, ດ້ວຍມູນເຊື້ອພິລະອາດຫານ, ສູ້ຮົບເກັ່ງ, ຈົ່ງຮັກພັກດີຕໍ່ພັກ, ຕໍ່ປະເທດຊາດ ແລະປະຊາຊົນ, ກອງທັບປະຊາຊົນຫວຽດນາມ ຈະຜ່ານຜ່າຄວາມຫຍຸ້ງຍາກ, ສິ່ງທ້າທາຍທຸກປະການໄດ້ຢ່າງແນ່ນອນ, ປະຕິບັດສໍາເລັດໜ້າທີ່ກໍ່ສ້າງກອງທັບເປັນກຳລັງຫຼວງ, ທັນສະໄໝ, ຕອບສະໜອງຄວາມຮຽກຮ້ອງຕ້ອງການປົກປັກຮັກສາປະເທດຊາດ ໃນສະພາບການໃໝ່. 

ໂດຍ: ໄຊຊະນະ