ການເຂົ້າຮ່ວມຂອງທ່ານ ຫງວຽນຊວນຟຸກ ແນໃສ່ຢັ້ງຢືນຄໍາໝັ້ນສັນຍາຂອງຫວຽດນາມ ແມ່ນສືບຕໍ່ຮ່ວມເດີນທາງພ້ອມກັບ APEC ໃນໄລຍະພັດທະນາໃກ້ຈະມາເຖິງ, ຮ່ວມແຮງຮ່ວມໃຈສ້າງວິໄສທັດຍຸດທະສາດກ່ຽວກັບປະຊາຄົມອາຊີ-ປາຊີຟິກ ແຫ່ງສັນຕິພາບ, ສະຖຽນລະພາບ, ຂະຫຍັນຂັນເຄື່ອນ, ສະໜິດຕິດພັນ ແລະວັດທະນາຖາວອນ.

leftcenterrightdel
ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ ພ້ອມດ້ວຍບັນດາຜູ້ແທນຖ່າຍຮູບຮ່ວມທີ່ກອງປະຊຸມສຸດຍອດ APEC 26. ພາບ: ສໍານັກຂ່າວສານຫວຽດນາມ.

ກອງປະຊຸມສຸດຍອດ APEC 27 ດໍາເນີນໃນສະພາບໂລກ ແລະພາກພື້ນພວມຜ່ານຜ່າໄລຍະຫຍຸ້ງຍາກເມື່ອຊີວິດການເປັນຢູ່ຂອງປະຊາຊົນພວມຖືກນາບຍ້ອນພະຍາດໂຄວິດ-19, ຊີວິດດ້ານເສດຖະກິດ-ສັງຄົມຖືກຜົນກະທົບຢ່າງຮ້າຍແຮງ. ບັນດາຄວາມກ້າວໜ້າສັງຄົມ ແລະຜົນງານດ້ານເສດຖະກິດທີ່ບັນລຸໄດ້ພາຍຫຼັງຫຼາຍທົດສະວັດມີຄວາມສ່ຽງຖືກຊຸໄປ ແລະບັນດາປະເທດຕ້ອງເສຍເວລາຫຼາຍປີອີກເພື່ອແກ້ໄຂ, ຜ່ານຜ່າຄວາມເສຍຫາຍນີ້. ຄວນໃສ່ໃຈວ່າ, ກອງປະຊຸມສຸດຍອດ APEC ຄັ້ງທີ 2 ຢູ່ Bogor (ອິນໂດເນເຊຍ) ປີ 1994 ໄດ້ເຫັນດີຜ່ານບັນດາເປົ້າໝາຍ Bogor, ກໍານົດ APEC ຈະກາຍເປັນພາກພື້ນເສລີ, ເປີດປະຕູກ່ຽວກັບການຄ້າ ແລະການລົງທຶນໃນອະນາຄົດ; ກຳນົດເວລາສໍາເລັດສໍາລັບບັນດາພື້ນຖານເສດຖະກິດສະມາຊິກພັດທະນາແມ່ນປີ 2010 ແລະສໍາລັບບັນດາພື້ນຖານເສດຖະກິດສະມາຊິກພວມພັດທະນາແມ່ນປີ 2020. ຍ້ອນແນວນັ້ນ, ປີ 2020 ເປັນຂີດໝາຍສໍາຄັນຂອງການຮ່ວມມື APEC ເມື່ອນີ້ແມ່ນການກຳນົດເວລາສໍາເລັດການຜັນຂະຫຍາຍບັນດາເປົ້າໝາຍ Bogor ກ່ຽວກັບການຫັນການຄ້າ ແລະການລົງທຶນເປັນເສລີ. ນອກຈາກນັ້ນ, ປີ 2020 ຍັງແມ່ນຈຸດເວລາຮັບຮອງເອົາວິໄສທັດ APEC ຫຼັງປີ 2020 ດ້ວຍບັນດາກໍານົດທິດຮ່ວມມືຍຸດທະສາດ ແລະຍາວນານໃນສອງທົດສະວັດຈະມາເຖິງ. ໃນສະພາບການນັ້ນ, ດ້ວຍຫົວຂໍ້ “ໝູນໃຊ້ຄວາມສາມາດບົ່ມຊ້ອນຂອງມະນຸດເພື່ອອະນາຄົດສ້າງຄວາມເຂັ້ມແຂງດ້ວຍຕົນເອງ ແລະວັດທະນາຖາວອນລວມ”, ຢູ່ກອງປະຊຸມສຸດຍອດ APEC 27, ບັນດາການນໍາເສດຖະກິດ APEC ຈະສຸມໃສ່ປຶກສາຫາລື 3 ບຸລິມະສິດ: ປັບປຸງດ້ານການຄ້າ ແລະການລົງທຶນ; ເສດຖະກິດກວມລວມຜ່ານເຕັກນິກ ແລະເສດຖະກິດດີຈີຕອນ; ຊຸກຍູ້ການປະດິດສ້າງແບບຍືນຍົງ.

ນັບແຕ່ເມື່ອເຂົ້າເປັນສະມາຊິກ APEC ປີ 1998, ຫວຽດນາມ ຍາມໃດກໍ່ເປັນເຈົ້າການເຂົ້າຮ່ວມ, ປະກອບສ່ວນຢ່າງຕັ້ງໜ້າໃຫ້ບັນດາການເຄື່ອນໄຫວຮ່ວມມືຂອງ APEC ດ້ວຍຈິດໃຈຮັບຜິດຊອບສູງ. ໃນປີ 2020, ຫວຽດນາມ ເຂົ້າຮ່ວມ, ປະກອບສ່ວນເຂົ້າໃນບັນດາການເຄື່ອນໄຫວຫຼາຍຝ່າຍເວົ້າລວມ ແລະ APEC ເວົ້າສະເພາະ ດ້ວຍຖານະໄດ້ຮັບການຍົກສູງໃນບົດບາດເປັນປະທານອາຊຽນ ແລະກໍາມະການບໍ່ປະຈໍາການສະພາຄວາມໝັ້ນຄົງສະຫະປະຊາຊາດ. ຫວຽດນາມ ຕັ້ງໜ້າສະໜັບສະໜູນ, ເປັນເຈົ້າການສົມທົບກັນຢ່າງແໜ້ນແຟ້ນກັບປະເທດເຈົ້າພາບມາເລເຊຍ ແລະບັນດາສະມາຊິກຮັບປະກັນຮັກສາທ່າຮ່ວມມື APEC ໃນສະພາບການຮ່ວມມື APEC ຖືກຜົນສະທ້ອນ ແລະຖືກໂຈະໄວ້ຍ້ອນການແຜ່ລະບາດຂອງພະຍາດໂຄວິດ-19. ຕາມນັ້ນແລ້ວ, ຫວຽດນາມ ໄດ້ຕັ້ງໜ້າເຂົ້າຮ່ວມ, ປະກອບສ່ວນທີ່ການປະຊຸມເກືອບ 100 ຄັ້ງ, ກອງປະຊຸມຂອງ APEC ທີ່ຈັດຕັ້ງຜ່ານລະບົບທາງໄກໃນປີ 2020. 

ຜ່ານກວ່າ 30 ປີແຫ່ງການສ້າງຕັ້ງ ແລະພັດທະນາ, APEC ຢັ້ງຢືນໄດ້ຖານະແມ່ນກົນໄກເຊື່ອມຕໍ່ເສດຖະກິດພາກພື້ນແຖວໜ້າ, ລິເລີ່ມ ແລະນໍາໜ້າໃນການຊຸກຍູ້ທ່າອ່ຽງຫັນເສດຖະກິດ, ການຄ້າ ແລະການລົງທຶນເປັນເສລີໃນພາກພື້ນ ກໍ່ຄືໃນໂລກ, ປະກອບສ່ວນສໍາຄັນໃນການເຕີບໂຕເສດຖະກິດ, ຮັກສາສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະພັດທະນາຢູ່ອາຊີ-ປາຊີຟິກ. ບັນດາຕົວເລກທີ່ມີຊີວິດຊີວາຢັ້ງຢືນຜົນສໍາເລັດ ແລະບົດບາດສໍາຄັນຂອງ APEC ໃນກວ່າ 3 ທົດສະວັດຜ່ານມາສາມາດສະແດງໃຫ້ເຫັນຢ່າງຈະແຈ້ງໃນໄລຍະຜັນຂະຫຍາຍບັນດາເປົ້າໝາຍ Bogor (1994-2019) ເມື່ອຍອດວົງເງິນການຄ້າສິນຄ້າ ແລະບໍລິການຂອງ APEC ເກືອບຄືວ່າເພີ່ມຂຶ້ນ 4 ເທື່ອດ້ວຍລະດັບເຕີບໂຕສະເລ່ຍ 6,9% ຕໍ່ປີ, ຈໍານວນເງິນລົງທຶນໂດຍກົງຈາກຕ່າງປະເທດ (FDI) ເຂົ້າ ແລະອອກຂອງບັນດາພື້ນຖານເສດຖະກິດສະມາຊິກ APEC ເພີ່ມສະເລ່ຍກວ່າ 10% ຕໍ່ປີ ຫຼື ການເຕີບໂຕ GDP ໃນ APEC ບັນລຸລະດັບສະເລ່ຍ  3,9% ຕໍ່ປີ. ຍ້ອນແນວນັ້ນ, ພວກເຮົາມີພື້ນຖານໝັ້ນແກ່ນເພື່ອເຊື່ອໝັ້ນວ່າ ກອງປະຊຸມສຸດຍອດ APEC 27 ຈະປະສົບຜົນສໍາເລັດຢ່າງຈົບງາມ, ປະກອບສ່ວນສືບຕໍ່ຮັກສາທ່າຮ່ວມມືໃນ APEC, ຢັ້ງຢືນຄືນໃໝ່ບົດບາດຂອງເວທີປາໄສແມ່ນການລິເລີ່ມແນວຄວາມຄິດ, ຊັກຈູງບັນດາທ່າອ່ຽງເຕີບໂຕ, ເຊື່ອມຕໍ່ເສດຖະກິດຢູ່ພາກພື້ນ ແລະໃນໂລກ.

ໂດຍ: ເຈິ່ນຮວ່ຽນ