ຊົມເຊີຍແຂກຜູ້ມີກຽດເຂົ້າຮ່ວມພິທີປິດກອງປະຊຸມສຸດຍອດອາຊຽນ ຄັ້ງທີ 37 ແລະບັນດາກອງປະຊຸມຂັ້ນສູງທີ່ກ່ຽວຂ້ອງ.

"ສະໜິດຕິດພັນ ແລະເປັນເຈົ້າການຮັບມື", ໂດຍຜ່ານຜ່າສິ່ງກີດຂວາງກ່ຽວກັບກາລະເທສະ, ທັງຮູບການຈັດຕັ້ງ, ພວກເຮົາມີການເຮັດວຽກຢ່າງມີປະສິດຕິຜົນ. ການນຳບັນດາປະເທດອາຊຽນ ໄດ້ແລກປ່ຽນ, ເຫັນດີ ແລະເປັນເອກະພາບຫຼາຍມາດຕະການທີ່ຂ້ຽວຂາດ, ແທດຈິງ ເພື່ອຊຸກຍູ້ການຮ່ວມມືຮັບມື ແລະຜ່ານຜ່າສິ່ງທ້າທາຍຕ່າງໆເຊິ່ງອາຊຽນ ຕ້ອງປະເຊີນໜ້າ, ໃນນັ້ນມີພະຍາດໂຄວິດ - 19, ຮັກສາທ່າຮ່ວມມື ແລະວາງອອກບັນດາກໍານົດທິດໃຫຍ່ເພື່ອໃຫ້ປະຊາຄົມອາຊຽນ ພັດທະນາໃຫ້ນັບມື້ນັບໝັ້ນຄົງເຂັ້ມແຂງ, ກາຍເປັນແກນສານຂອງພາກພື້ນ.

ກໍ່ໃນບັນດາກອງປະຊຸມຄັ້ງນີ້, ພວກເຮົາໄດ້ເຫັນດີເປັນເອກະພາບຫຼາຍບັນຫາທີ່ສຳຄັນເພື່ອສ້າງກຳລັງໜູນໃໝ່ໃຫ້ແກ່ການພົວພັນອາຊຽນກັບບັນດາຄູ່ຮ່ວມມື, ຢືນຢັນຄໍາໝັ້ນສັນຍາຢ່າງແຮງຕໍ່ການຮ່ວມມືຫຼາຍຝ່າຍກໍ່ຄືຮ່ວມສຳພັນ ແລະຫັນເສດຖະກິດເປັນເສລີ. ແບ່ງປັນທັດສະນະກ່ຽວກັບບັນດາບັນຫາຢູ່ພາກພື້ນ ແລະສາກົນທີ່ຫາກໍ່ພົ້ນເດັ່ນຂຶ້ນ, ພວກເຮົາເຫັນດີເປັນເອກະພາບນຳກັນວ່າບົດບາດໃຈກາງຂອງອາຊຽນ ຄວນໄດ້ຮັບການຮັກສາ ແລະສືບຕໍ່ເສີມຂະຫຍາຍ, ຊຸກຍູ້ການໂອ້ລົມສົນທະນາ, ການຮ່ວມມື, ສະກັດກັ້ນການປະທະກັນ, ສ້າງຄວາມໄວ້ເນື້ອເຊື່ອໃຈ, ສ້າງໂຄງປະກອບພາກພື້ນທີ່ເປີດກວ້າງ, ໂປ່ງໃສ, ກວມລວມ ແລະອີງຕາມກົດໝາຍ.

leftcenterrightdel
ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ ມອບຄ້ອນຕີອາຊຽນໃຫ້ແກ່ເອກອັກຄະລັດຖະທູດບຣູໄນ ປະຈໍາ ຫວຽດນາມ - ປະເທດເປັນປະທານອາຊຽນ 2021. ພາບ:  qdnd.vn.

ປີ 2020 ແມ່ນປີທີ່ເຕັມໄປດ້ວຍສິ່ງທ້າທາຍດ້ວຍຫຼາຍວຽກງານທີ່ສຸດໃນສະພາບພະຍາດໂຄວິດ - 19 ມີການຜັນແປສັບສົນຢ່າງຢ່າງ. ພາຍຫຼັງກວ່າ 5 ທົດສະວັດແຫ່ງການສ້າງຕັ້ງ ແລະພັດທະນາ, ອາຊຽນ ສືບຕໍ່ຢັ້ງຢືນກຳລັງແຮງແຫ່ງຄວາມສາມັກຄີ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ແລະຄວາມສາມາດໃນການຮັບມືຢ່າງມີໄຫວພິບກັບບັນດາສິ່ງທ້າທາຍ.

ມີຫຼາຍລັດຖະນະໂຍບາຍທີ່ສໍາຄັນໄດ້ຮັບຄວາມເຫັນດີເປັນເອກະພາບທີ່ກອງປະຊຸມ:

- ການນຳບັນດາປະເທດອາຊຽນ ຮັບຮອງເອົາ: ບົດລາຍງານຕີລາຄາກາງໄລຍະບັນດາແຜນສັງລວມໃນການປະຕິບັດວິໄສທັດປະຊາຄົມອາຊຽນ 2025; ເຫັນດີເປັນເອກະພາບຕໍ່ຄວາມຈຳເປັນດຳເນີນ, ກວດຄືນການຜັນຂະຫຍາຍກົດບັດອາຊຽນ, ຢັ້ງຢືນຄວາມມານະພະຍາຍາມເສີມຂະຫຍາຍບົດບາດຂອງອາຊຽນ ໃນການຊຸກຍູ້ການຮ່ວມມືອະນຸພາກພື້ນທີ່ຕິດພັນກັບວິວັດການພັດທະນາຂອງອາຊຽນ ເພື່ອໃຫ້ປະຊາຊົນທຸກຄົນ, ທຸກແຖບຖິ່ນມີໂອກາດປະກອບສ່ວນໃຫ້ປະຊາຄົມ. ກອງປະຊຸມກໍ່ໄດ້ຮັບຮອງເອົາຖະແຫຼງການຮ່າໂນ້ຍ ກ່ຽວກັບວິໄສທັດປະຊາຄົມອາຊຽນ ຫຼັງປີ 2025 ດ້ວຍຄວາມຄາດຫວັງກໍ່ສ້າງພື້ນຖານທີ່ໝັ້ນຄົງເຂັ້ມແຂງໃຫ້ເສັ້ນທາງພັດທະນາໃນຕໍ່ໜ້າຂອງປະຊາຄົມອາຊຽນ.

- ມຸ່ງໄປເຖິງປະຊາຄົມອາຊຽນທີ່ເຕັມໄປດ້ວຍສີສັນສະເພາະ, ການນຳອາຊຽນ ສົ່ງເສີມການຊັກທຸງອາຊຽນ ແລະໃຊ້ບົດເພງອາຊຽນ, ເພື່ອໃຫ້ພາບພົດອາຊຽນຫຍັບມໍ່ໆໃກ້ກັບປະຊາຊົນ ແລະປະຊາຄົມ...

- ມີຫຼາຍຂໍ້ລິເລີ່ມຂອງອາຊຽນກ່ຽວກັບການຮ່ວມມືຮັບມືກັບພະຍາດໂຄວິດ - 19 ແລະບັນດາຄວາມສ່ຽງໂລກພະຍາດຕ່າງໆທີ່ໄດ້ຮັບການປະກາດຜັນຂະຫຍາຍ, ຄື: ກອງທຶນອາຊຽນ ຮັບມືກັບພະຍາດໂຄວິດ - 19, ຄັງແຮໄວ້ຢາປົວພະຍາດ ແລະອຸປະກອນການແພດສຸກເສີນໃນພາກພື້ນ... ອາຊຽນ ກໍ່ໄດ້ຮັບຮອງເອົາຮ່າງຟື້ນຟູສັງລວມອາຊຽນ ແລະແຜນການຜັນຂະຫຍາຍຢ່າງຄົບຊຸດໃນ 3 ເສົາຄໍ້າປະຊາຄົມເພື່ອແນໃສ່ໜູນຊ່ວຍປະຊາຊົນ ແລະວິສາຫະກິດສາມາດແກ້ໄຂຜົນຮ້າຍຢ້ອນຫຼັງຈາກພະຍາດ, ເຮັດໃຫ້ຊີວິດທາງດ້ານເສດຖະກິດ - ສັງຄົມຢູ່ບັນດາປະເທດເປັນປົກກະຕິ.

- ເປີດກວ້າງຢ່າງບໍ່ຢຸດຢັ້ງ ແລະເຮັດໃຫ້ການພົວພັນກັບບັນດາຄູ່ຮ່ວມເລິກເຊິ່ງກວ່າອີກ, ອາຊຽນ ເຫັນດີເປັນເອກະສັນເປີດກວ້າງສົນທິສັນຍາໄມຕີຈິດ ແລະການຮ່ວມມືຢູ່ອາຊີຕາເວັນອອກສ່ຽງໃຕ້ (TAC) ເພື່ອໃຫ້ກູບາ, ໂກລົມບີ ແລະອາຟະລິກາໃຕ້ ເຂົ້າຮ່ວມ, ຍົກຈຳນວນປະເທດສະມາຊິກທັງໝົດຂຶ້ນເປັນ 43 ປະເທດ. ກອງປະຊຸມສຸດຍອດອາຊີຕາເວັນອອກ (EAS) ຄັ້ງທີ 15  ກໍ່ໄດ້ຮັບຮອງເອົາຖະແຫຼງການທີ່ສຳຄັນ, ໃນນັ້ນມີຖະແຫຼງການ15 ປີກ່ຽວກັບ EAS ແລະຖະແຫຼງການ EAS ກ່ຽວກັບການຮ່ວມມືທາງທະເລແບບຍືນຍົງ. ຖະແຫຼງການຂອງບັນດາການນຳອາຊຽນ+3 ກ່ຽວກັບການເພີ່ມທະວີກໍາລັງຄວາມສາມາດໃນການສ້າງຄວາມເຂັ້ມແຂງດ້ານເສດຖະກິດ - ການເງິນດ້ວຍຕົນເອງຕໍ່ໜ້າບັນດາສິ່ງທ້າທາຍ, ໄດ້ຢັ້ງຢືນອີກເທື່ອໜຶ່ງບົດບາດ ແລະທ່າແຮງຂອງຂອບເຂດອາຊຽນ+3 ໃນການສະກັດກັ້ນ ແລະຮັບມືກັບຄວາມສ່ຽງໄພວິກິດການເສດຖະກິດ - ການເງິນຢູ່ພາກພື້ນ. ເລື່ອງອາຊຽນ ແລະບັນດາຄູ່ຮ່ວມມືສິ້ນສຸດການເຈລະຈາ ແລະການລົງນາມໃນສັນຍາ RCEP ຢ່າງເປັນທາງການໄດ້ສະແດງໃຫ້ເຫັນຄໍາໝັ້ນສັນຍາ ແລະຄວາມຕັດສິນໃຈຢ່າງແຮງຂອງບັນດາປະເທດຢູ່ພາກພື້ນໃນການຊຸກຍູ້ການຫັນເສດຖະກິດເປັນເສລີ ແລະຮ່ວມສໍາພັນ, ທີ່ໜ້າສົ່ງເສີມ. ມີເອກະສານກວ່າ 80 ສະບັບໄດ້ຮັບຮອງເອົາ.

- ດ້ວຍບັນດາສຳພາລະທີ່ອຸດົມສົມບູນໃນປີ 2020 ແລະຂອງຊຸມປີກ່ອນໜ້ານີ້, ອາຊຽນ ສາມາດໝັ້ນໃຈກ້າວເຂົ້າສູ່ທົດສະວັດທີ 6 - ໄລຍະທາງທີ່ຍາວນານ, ມີສິ່ງທ້າທາຍບໍ່ແມ່ນໜ້ອຍແຕ່ກໍ່ເຕັມໄປດ້ວຍຄວາມຫວັງ. ເນື່ອງໃນໂອກາດນີ້, ຂ້າພະເຈົ້າຂໍສະແດງຄວາມຂອບໃຈມາຍັງບັນດາປະເທດສະມາຊິກອາຊຽນ, ບັນດາຄູ່ຮ່ວມມື, ອົງການຈັດຕັ້ງສາກົນ ແລະເພື່ອນມິດຂອງອາຊຽນທີ່ໄດ້ໃຫ້ການສະໜັບສະໜູນ ແລະຮ່ວມມືຢ່າງແໜ້ນແຟ້ນພ້ອມກັບຫວຽດນາມ ໃນອາຍຸການເປັນປະທານອາຊຽນ ປີ 2020.

ຂ້າພະເຈົ້າຕີລາຄາສູງຄວາມມານະພະຍາຍາມ ແລະການປະກອບສ່ວນທີ່ບໍ່ຮູ້ອຶດຮູ້ເມື່ອຍຂອງບັນດາອົງການວິຊາສະເພາະອາຊຽນ ໃນ 3 ເສົາຄ້ຳ ແລະຢູ່ທຸກຂັ້ນກໍ່ຄືຄະນະເລຂາອາຊຽນທີ່ໄດ້ຮ່ວມແຮງຮ່ວມໃຈກັນສ້າງເປັນຜົນງານຢ່າງຕັ້ງໜ້າຂອງອາຊຽນໃນປີທີ່ເຕັມໄປດ້ວຍຄວາມຫຍຸ້ງຍາກ 2020... ຂໍຂອບໃຈປະຊາຊົນບັນດາປະເທດສະມາຊິກອາຊຽນທີ່ໄດ້ແບ່ງປັນ, ເຫັນອົກເຫັນໃຈ ແລະຮ່ວມແຮງຮ່ວມໃຈປະກອບກໍາລັງແຮງ, ສະໜັບສະໜູນລັດຖະບານຜ່ານຜ່າຄວາມຫຍຸ້ງຍາກ ແລະສິ່ງທ້າທາຍນາໆປະການ ເພື່ອໃຫ້ປະຊາຄົມອາຊຽນ ສະໜິດຕິດພັນ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ແລະໝັ້ນໃຈກ້າວໜ້າ

ສຸດທ້າຍ, ຂ້າພະເຈົ້າຂໍສະແດງຄວາມຂອບອົກຂອບໃຈຕໍ່ເພື່ອນຮ່ວມງານຫວຽດນາມ ໃນຖັນແຖວຮັບໃຊ້ປີປະທານອາຊຽນ 2020 ຈາກບັນດາກະຊວງ ແລະອົງການທີ່ກ່ຽວຂ້ອງຂອງຫວຽດນາມ. ພວກເພື່ອນທີ່ໄດ້ຄຽງບ່າຄຽງໄຫຼ່, ເປັນຈິດໜຶ່ງໃຈດຽວ ເພື່ອໃຫ້ຫວຽດນາມ ດຳລົງບົດບາດເປັນປະທານອາຊຽນ 2020 ສໍາເລັດຜົນ.

ຫວຽດນາມ ເຊື່ອໝັ້ນຢ່າງແນ່ວແນ່ວ່າ ບຣູໄນ ໃນຖານະບົດບາດເປັນປະທານອາຊຽນປີ 2021, ຈະນໍາອາຊຽນ ກ້າວຂຶ້ນມຸ່ງໄປເຖິງປະຊາຄົມອາຊຽນ ດ້ວຍວິໄສທັດຮ່ວມສໍາພັນຢ່າງເລິກເຊິ່ງກວ້າງຂວາງ, ເປັນເຈົ້າການຮັບມື, ຟື້ນຟູຢ່າງຮອບດ້ານ ແລະການພັດທະນາແບບຍືນຍົງ.

   ຂໍສົ່ງພອນໄຊອັນປະເສີດເຖິງປະທານອາຊຽນ ປີ 2021, ປະເທດບຣູໄນ .

  ຂ້າພະເຈົ້າຂໍປະກາດປິດກອງປະຊຸມສຸດຍອດອາຊຽນ ຄັ້ງທີ 37 ແລະບັນດາກອງປະຊຸມຂັ້ນສູງທີ່ກ່ຽວຂ້ອງກັບບັນຄູ່ຮ່ວມມື.

(*) ຫົວຂໍ້ຂອງໜັງສືພິມກອງທັບປະຊາຊົນ.

ໂດຍ: ທະນາພອນ