ທີ່ກອງປະຊຸມຄັ້ງນີ້, ສູນກາງໄດ້ປຶກສາຫາລື ແລະຕັດສິນບັນດາບັນຫາໂດຍພື້ນຖານ ແລະສໍາຄັນທີ່ສຸດ, ໄດ້ດຶງດູດຄວາມສົນໃຈຕິດຕາມຂອງພະນັກງານ, ສະມາຊິກພັກ ແລະປະຊາຊົນເປັນຈຳນວນຫຼວງຫຼາຍ. ດ້ວຍຄວາມມານະພະຍາຍາມສູງຕໍ່ພັກ, ຕໍ່ປະຊາຊົນ, ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມໄດ້ສຸມໃສ່ປຶກສາຫາລືຢ່າງຟົດຟື້ນ, ເລິກເຊິ່ງ, ມີຫຼາຍຄໍາເຫັນປະກອບໃສ່ບົດລາຍງານສະພາບການເສດຖະກິດ-ສັງຄົມ ປີ 2020, ແຜນການພັດທະນາເສດຖະກິດ-ສັງຄົມ ປີ 2021; ສືບຕໍ່ເຮັດສໍາເລັດບັນດາຮ່າງເອກະສານເພື່ອຍື່ນສະເໜີຕໍ່ກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກ; ກະກຽມບຸກຄະລາກອນຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຊຸດທີ XIII ແລະບາງບັນຫາສໍາຄັນອື່ນ.

ດ້ວຍຈິດໃຈສະຕິປັນຍາ, ມີຄວາມເປັນເອກະພາບສູງ, ຄະນະບໍລິຫານງານສູນກາງໄດ້ມອບໃຫ້ກົມການເມືອງ ຊີ້ນໍາບັນດາອະນຸກໍາມະການ ແລະບັນດາອົງການທີ່ກ່ຽວຂ້ອງຊ່ວຍວຽກກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກ ຮີບດ່ວນ, ສັງລວມຢ່າງເຂັ້ມງວດ, ຮັບເອົາຄໍາເຫັນປະກອບຈາກບັນດາອົງຄະນະພັກ, ບັນດາອົງການຈັດຕັ້ງ ແລະປະຊາຊົນ, ເຮັດສໍາເລັດບັນດາຮ່າງເອກະສານ, ສືບຕໍ່ພິຈາລະນາ, ກວດກາຄືນຢ່າງລະອຽດ, ເພີ່ມເຕີມ, ດັດປັບແຜນງານບຸກຄະລາກອນໃຫ້ຖືກຕ້ອງຕາມຂັ້ນຕອນທີ່ໄດ້ວາງອອກ... ກອງປະຊຸມສູນກາງ ຄັ້ງທີ 13 ໄດ້ສະແດງໃຫ້ເຫັນຢ່າງຈະແຈ້ງກ່ຽວກັບຈິດໃຈປະຊາທິປະໄຕ, ສາມັກຄີ, ສະຕິປັນຍາ, ຄວາມຮັບຜິດຊອບສູງ, ເປັນແບບຢ່າງຂອງບັນດາຜູ້ແທນໃນການສ້າງມະຕິກອງປະຊຸມ.

leftcenterrightdel
ບັນຍາກາດທີ່ວາລະອັດກອງປະຊຸມ. ພາບ: ສໍານັກຂ່າວສານຫວຽດນາມ.

ຜົນສໍາເລັດຂອງກອງປະຊຸມສູນກາງ ຄັ້ງທີ 13 ໄດ້ຢັ້ງຢືນວ່າ, ຈາກຂັ້ນສູນກາງຕະຫຼອດຮອດຂັ້ນຮາກຖານໄດ້ມີວຽກງານກະກຽມຢ່າງຮອບຄອບຖີ່ຖ້ວນ, ເຂັ້ມງວດ. ພິເສດແມ່ນກົມການເມືອງ, ຄະນະເລຂາ, ບັນດາອະນຸກໍາມະການຊ່ວຍວຽກກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກ, ຄະນະພັກບັນດາອົງຄະນະພັກຂຶ້ນກັບສູນກາງໄດ້ສະແດງໃຫ້ເຫັນຢ່າງຈະແຈ້ງກ່ຽວກັບວິໄສທັດ, ຈິນຕະນາການຍຸດທະສາດ, ສະໜິດຕິດພັນຢ່າງແໜ້ນແຟ້ນລະຫວ່າງທິດສະດີ ແລະພຶດຕິກຳຕົວຈິງໃນການກໍານົດບັນດາທັດສະນະ, ແຜນນະໂຍບາຍ, ເປົ້າໝາຍ, ໜ້າທີ່, ມາດຕະການດໍາເນີນບັນດາບາດກ້າວໃນວຽກງານກະກຽມກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກ. ບັນດາຜູ້ແທນໄດ້ໃກ້ຊິດຕິດແທດທິດທາງ ແລະຂັ້ນຕອນວຽກງານບຸກຄະລາກອນ, ປຶກສາຫາລື, ໄຕ່ຕອງຢ່າງຄັກແນ່, ຄັດເລືອກຢ່າງລະອຽດແນະນໍາບຸກຄະລາກອນຄະນະບໍລິຫານງານສູນກາງ ແລະຄະນະກໍາມະການກວດກາສູນກາງ ຊຸດທີ XIII.

ປະກອບສ່ວນເພື່ອໃຫ້ກອງປະຊຸມສູນກາງ ຄັ້ງທີ 13 ສໍາເລັດເນື້ອໃນ, ລາຍການທີ່ໄດ້ວາງອອກທັງໝົດ, ຜູ້ແທນກອງທັບເຂົ້າຮ່ວມກອງປະຊຸມໄດ້ຊາບຊຶມທັດສະນະຊີ້ນໍານໍາພາຂອງກົມການເມືອງ, ຄະນະເລຂາ, ຄະນະພັກການທະຫານສູນກາງ ເປັນຕົ້ນແມ່ນຄໍາເຫັນຊີ້ນໍາຂອງທ່ານ ຫງວຽນຝູຈ້ອງ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ທີ່ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກກອງທັບ ຄັ້ງທີ XI, ອາຍຸການ 2020-2025, ມີເຈດຈຳນົງ, ມີຄວາມຮັບຜິດຊອບ, ມີຄວາມເຊື່ອໝັ້ນຂອງທົ່ວກອງທັບປະກອບຫຼາຍຄໍາເຫັນຢ່າງສຸດໃຈ, ມີຄຸນນະພາບ, ປະກອບສ່ວນເຂົ້າໃນຜົນສໍາເລັດຂອງກອງປະຊຸມ.

ພາຍໃຕ້ການນໍາພາຢ່າງເດັດດ່ຽວ, ໂດຍກົງກ່ຽວກັບທຸກດ້ານຂອງພັກ, ກວ່າ 75 ປີແຫ່ງການກໍ່ສ້າງ ແລະເຕີບໃຫຍ່ຂະຫຍາຍຕົວ, ກອງທັບຫວຽດນາມ ຍາມໃດກໍ່ຍົກສູງຈິດໃຈຄວາມສາມັກຄີ, ຜ່ານຜ່າຄວາມຫຍຸ້ງຍາກ, ສິ່ງທ້າທາຍ, ພ້ອມກັບທົ່ວປວງຊົນສ້າງວິລະກຳຫຼາຍຢ່າງ; ກອງທັບຍາມໃດກໍ່ກຽມພ້ອມຮັບ ແລະປະຕິບັດໃຫ້ສຳເລັດໜ້າທີ່ເຊິ່ງພັກ, ລັດ, ປະຊາຊົນໄດ້ມອບໝາຍໃຫ້ຢ່າງມີໄຊ. ໂອກາດນີ້, ພ້ອມກັບການຊາບຊຶມ, ຜັນຂະຫຍາຍໂຄງການດໍາເນີນງານປະຕິບັດມະຕິກອງປະຊຸມໃຫຍ່ອົງຄະນະພັກກອງທັບ ຄັ້ງທີ XI, ຄະນະພັກ, ຜູ້ບັນຊາການບັນດາອົງການ, ກົມກອງໃນທົ່ວກອງທັບຄວນຊາບຊຶມເນື້ອໃນຈິດໃຈ, ໝາກຜົນກອງປະຊຸມສູນກາງ ຄັ້ງທີ 13 ໃຫ້ແກ່ພະນັກງານ, ນັກຮົບຢ່າງເຂັ້ມງວດ, ມີແຜນການ ແລະຜັນຂະຫຍາຍປະຕິບັດດ້ວຍວຽກງານລະອຽດ, ປະກອບສ່ວນນຳເອົາມະຕິກອງປະຊຸມສູນກາງ ຄັ້ງທີ 13 ໃຫ້ເຂົ້າສູ່ການດຳລົງຊີວິດຕົວຈິງ, ຖືກຕ້ອງຕາມການຊີ້ນໍາຂອງທ່ານ ຫງວຽນຝູຈ້ອງ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ໃນບົດກ່າວປາໄສອັດກອງປະຊຸມສູນກາງ ຄັ້ງທີ 13: “ຈັດຕັ້ງປະຕິບັດມະຕິຂອງກອງປະຊຸມສູນກາງຄັ້ງນີ້ໃຫ້ເປັນຢ່າງດີຈະປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນຜົນສໍາເລັດໜ້າທີ່ພັດທະນາເສດຖະກິດ-ສັງຄົມ ປີ 2020 ໄດ້ຢ່າງມີໄຊ ຕິດພັນກັບການປ້ອງກັນ, ຕ້ານພະຍາດໂຄວິດ-19, ສ້າງ ແລະປະຕິບັດແຜນການພັດທະນາເສດຖະກິດ-ສັງຄົມ ປີ 2021; ສືບຕໍ່ເຮັດສໍາເລັດບັນດາຮ່າງເອກະສານເພື່ອຍື່ນສະເໜີຕໍ່ກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກ; ເຮັດວຽກງານບຸກຄະລາກອນຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຊຸດທີ XIII ໃຫ້ເປັນຢ່າງດີ, ປະກອບສ່ວນຮັບປະກັນຜົນສໍາເລັດກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກ.

ໂດຍ: ເຈິ່ນຮວ່ຽນ