ບັນດາກອງປະຊຸມສຸດຍອດພິເສດຄັ້ງນີ້ ໄດ້ດຳເນີນໃນສະພາບການໂລກພວມຕ້ອງປະເຊີນໜ້າກັບບັນດາສິ່ງທ້າທາຍທີ່ຮ້າຍແຮງຍ້ອນການແຜ່ລະບາດຂອງພະຍາດໂຄວິດ-19 ກໍ່ຂຶ້ນ. ຢູ່ອາຊີຕາເວັນອອກສ່ຽງໃຕ້, ໂລກພະຍາດພວມແຜ່ລະບາດເຖິງທຸກປະເທດສະມາຊິກຂອງອາຊຽນ ດ້ວຍຜູ້ຕິດພະຍາດຫຼາຍພັນຄົນ ແລະຜູ້ເສຍຊີວິດຫຼາຍຮ້ອຍຄົນ. ໂລກພະຍາດກໍ່ສົ່ງຜົນກະທົບເຖິງພື້ນຖານເສດຖະກິດຂອງບັນດາປະເທດອາຊຽນ, ໂດຍສະເພາະແມ່ນບັນດາຂະແໜງດຳເນີນທຸລະກິດ ແລະການບໍລິການ, ກວມເອົາເຖິງ 30% ລວມຍອດຜະລິດຕະພັນພາຍໃນ (ຈີດີພີ) ຂອງອາຊຽນ, ປະຊາຊົນຫຼາຍຄົນຢືນຢູ່ຕໍ່ໜ້າຄວາມສ່ຽງວ່າງງານ, ນັບແຕ່ຕົ້ນປີ 2020 ຫຼາຍກິດຈະກຳຂອງອາຊຽນ ໄດ້ຢຸດຕິຊົ່ວຄາວ ຫຼື ເລື່ອນເວລາຈັດຕັ້ງ, ໃນນ້ັນຕ້ອງເຕື້ອງເຖິງກອງປະຊຸມສຸດຍອດພິເສດອາຊຽນ - ອາເມລິກາ ແລະກອງປະຊຸມສຸດຍອດອາຊຽນ ຄັ້ງທີ 36.

leftcenterrightdel
ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ ເປັນປະທານກອງປະຊຸມສຸດຍອດພິເສດອາຊຽນ. ພາບ: baochinhphu.vn.

ຕໍ່ໜ້າກັບການຜັນແປຢ່າງສັບສົນຂອງໂລກພະຍາດໂຄວິດ-19, ໂດຍເສີມຂະຫຍາຍບົດບາດປະທານອາຊຽນ 2020, ຫວຽດນາມ ໄດ້ເປັນເຈົ້າການ, ຕັ້ງໜ້າຊຸກຍູ້ຄວາມສາມັກຄີ, ຄວາມເຫັນດີເປັນເອກະພາບ ແລະການປະສານງານຄວາມມານະພະຍາຍາມລວມຂອງປະຊາຄົມອາຊຽນ ໃນການຮັບມືກັບໂລກພະຍາດ. ພາຍຫຼັງທາບທາມຄຳເຫັນກັບບັນດາການນຳອາຊຽນ, ວັນທີ 14 ກຸມພາ ຜ່ານມາ, ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ ໄດ້ອອກຖະແຫຼງການປະທານອາຊຽນ, ຢັ້ງຢືນຄວາມຕັດສິນໃຈ ແລະຄຳໝັ້ນສັນຍາດ້ານການເມືອງຢູ່ລະດັບສູງຂອງອາຊຽນ ເພື່ອຄວບຄຸມ ແລະສະກັດກັ້ນໂລກພະຍາດ. ສະພາປະສານງານອາຊຽນ (ACC), ລວມມີບັນດາລັດຖະມົນຕີການຕ່າງປະເທດອາຊຽນ, ພາຍໃຕ້ການເປັນປະທານຂອງທ່ານ ຟ້າມບິ່ງມິງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ໄດ້ຈັດຕັ້ງສອງວາລະປະຊຸມທາງໄກ ໃນວັນທີ 20 ມີນາ ແລະວັນທີ 9 ເມສາ ຜ່ານມາເພື່ອແລກປ່ຽນກ່ຽວກັບບັນດາມາດຕະການສົມທົບກັນ ແລະການຮ່ວມມືໃນອາຊຽນ ກໍ່ຄືກັບບັນດາຄູ່ຮ່ວມມືໃນການຮັບມືກັບໂລກພະຍາດ. ໃນຂະນະນັ້ນ, ບັນດາລັດຖະມົນຕີກະຊວງປ້ອງກັນປະເທດ, ລັດຖະມົນຕີເສດຖະກິດຂອງອາຊຽນ ລ້ວນແຕ່ອອກຖະແຫຼງການເຫັນດີເປັນເອກະພາບຕໍ່ບັນດາມາດຕະການກະທຳຮ່ວມເພື່ອຄວບຄຸມ ແລະສະກັດກັ້ນໂລກພະຍາດໂຄວິດ-19. ພ້ອມກັນນັ້ນ, ບັນດາກົນໄກຮີບດ່ວນເພື່ອຮັບມືກັບໂລກພະຍາດຂອງອາຊຽນ ແລະບັນດາຄູ່ຮ່ວມມື, ຄື: ຈີນ, ຍີ່ປຸ່ນ, ສ. ເກົາຫຼີ ໄດ້ເລີ່ມຕົ້ນນັບແຕ່ເມື່ອໂລກພະຍາດໂຄວິດ-19 ຫາກໍ່ແຜ່ລະບາດ. ຫວຽດນາມ ກໍ່ໄດ້ຮັບຜິດຊອບສ້າງຕັ້ງ ແລະຮຽກໂຮມກອງປະຊຸມກຸ່ມປະຕິບັດງານລະຫວ່າງຂະແໜງການຂຶ້ນກັບ ACC ກ່ຽວກັບການຮັບມືກັບບັນດາສະພາວະທາງການແພດສາທາລະນະສຸກເສີນ, ພ້ອມທັງປະກອບສ່ວນຢ່າງຕັ້ງໜ້າຊຸກຍູ້ການຮ່ວມມືລະຫວ່າງ ອາຊຽນ ກັບ ຈີນ, ອາເມລິກາ ແລະສະຫະພາບເອີລົບ (ອີຢູ) ໃນການຮັບມືກັບໂລກພະຍາດ ໂຄວິດ-19.

ກອງປະຊຸມສຸດຍອດພິເສດອາຊຽນ ແລະກອງປະຊຸມສຸດຍອດພິເສດອາຊຽນ+3 ກ່ຽວກັບການຮັບມືກັບໂລກພະຍາດໂຄວິດ-19 ໄດ້ຈັດຕັ້ງທາງໄກພາຍໃຕ້ການເປັນປະທານຂອງທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ ແມ່ນບັນດາການເຄື່ອນໄຫວເພື່ອແນໃສ່ເສີມຂະຫຍາຍບົດບາດຕັ້ງໜ້າ ແລະເປັນເຈົ້າການຂອງຫວຽດນາມ ໃນຖານະຕຳແໜ່ງເປັນປະທານອາຊຽນ 2020, ຍົກສູງຈິດໃຈ “ສະໜິດຕິດພັນ ແລະເປັນເຈົ້າການໃນການຮັບມື” ປະກອບສ່ວນປັບປຸງຄວາມສາມັກຄີ, ຄວາມເປັນເອກະພາບໃນອາຊຽນ; ຍູ້ແຮງວິທີການສຳຜັດສັງລວມ, ຄົບຊຸດ, ລະຫວ່າງຂະແໜງການ, ລະຫວ່າງເສົາຄ້ຳຂອງທົ່ວປະຊາຄົມອາຊຽນ ກໍ່ຄືການຮ່ວມມືກັບບັນດາຄູ່ຮ່ວມມືໃນການຄວບຄຸມ, ສະກັດກັ້ນ ແລະຫຼຸດຜ່ອນບັນດາຜົນກະທົບເຖິງເສດຖະກິດ-ສັງຄົມ ຂອງພະຍາດໂຄວິດ-19; ສືບຕໍ່ຮັກສາທ່າຮ່ວມມື ແລະເຊື່ອມຕໍ່ອາຊຽນ, ນໍາອາຊຽນ ຜ່ານຜ່າໄລຍະທີ່ມີຄວາມຫຍຸ້ງຍາກ ແລະສິ່ງທ້າທາຍຂອງໂລກພະຍາດປະຈຸບັນ. ນີ້ກໍ່ແມ່ນກາລະໂອກາດເພື່ອໃຫ້ພວກເຮົາໂຄສະນາກ່ຽວກັບຄວາມານະພະຍາຍາມ ແລະບັນດາໝາກຜົນບັນລຸໄດ້ຂອງຫວຽດນາມ ໃນພາລະກິດປ້ອງກັນ, ຕ້ານໂລກພະຍາດໂຄວິດ-19; ແບ່ງປັນ, ຮັບເອົາບົດຮຽນຈາກບັນດາປະເທດ, ຍາດແຍ່ງການໜູນຊ່ວຍຈາກບັນດາຄູ່ຮ່ວມມືທີ່ມີຄວາມສາມາດ ແລະແຫຼ່ງກຳລັງໜູນຊ່ວຍອາຊຽນ, ໃນນັ້ນມີຫວຽດນາມ, ເພື່ອຮັບມືກັບໂລກພະຍາດ.

ໂລກພະຍາດໂຄວິດ-19 ພວມກໍ່ໃຫ້ເກີດວິກິດການທົ່ວໂລກ ເຊິ່ງໄດ້ຮັບຖືວ່າແມ່ນຮ້າຍແຮງທີ່ສຸດນັບແຕ່ສົງຄາມໂລກ ຄັ້ງທີ 2. ເຖິງວ່າແຕ່ລະປະເທດອາດຈະມີບັນດາວິທີສະເພາະເພື່ອຮັບມື, ແຕ່ວ່າບໍ່ມີປະເທດໃດສາມາດມີການກະທຳພຽງແຕ່ຜູ້ດຽວ ເພື່ອຜ່ານຜ່າວິກິດການດ້ວຍຂອບຂະໜາດ ແລະລະດັບສັບສົນໃນທົ່ວໂລກໄດ້ນີ້. ດ້ວຍສະພາບການຄືຶແນວນັ້ນ, ກອງປະຊຸມສຸດຍອດພິເສດອາຊຽນ ແລະກອງປະຊຸມສຸດຍອດພິເສດອາຊຽນ+3 ກ່ຽວກັບການຮັບມືໂລກພະຍາດໂຄວິດ-19 ຈະແມ່ນກາລະໂອກາດ ເພື່ອໃຫ້ອາຊຽນ ກໍ່ຄືບັນດາປະເທດອາຊຽນ+3 ສະແດງໃຫ້ເຫັນຄຳໝັ້ນສັນຍາ, ຄວາມຕັດສິນໃຈຢ່າງແຮງກວ່າອີກໃນການຄວບຄຸມພະຍາດ, ເຮັດໃຫ້ສະພາບການເສດຖະກິດ-ສັງຄົມມີຄວາມໝັ້ນຄົງ, ຮັບປະກັນຊີວິດການເປັນຢູ່ຂອງປະຊາຊົນຢູ່ບັນດາປະເທດສະມາຊິກ.

ໂດຍ: ແສງເດືອນ