ພັກກອມມູນິດຫວຽດນາມ ໄດ້ຮັບການກຳເນີດແມ່ນບາດລ້ຽວທີ່ຍິ່ງໃຫຍ່, ແມ່ນຈຸດເປີດສາກຕັດສິນໃຫ້ໄຊຊະນະຂອງການປະຕິວັດຫວຽດນາມ ແລະການພັດທະນາຂອງຊາດ; ຢຸດຕິວິກິດການກ່ຽວກັບແນວທາງກູ້ຊາດ ແລະອົງການຈັດຕັ້ງນຳພາຂອງຂະບວນການຮັກຊາດຫວຽດນາມ ໃນຕົ້ນສະຕະວັດ 20. ພັກໄດ້ຮັບການກຳເນີດແມ່ນໝາກຜົນຂອງການສົມທົບລະຫວ່າງລັດທິມາກ-ເລນິນກັບຂະບວນການກຳມະກອນ ແລະຂະບວນການຮັກຊາດຫວຽດນາມ.

ສະເຫຼີມສະຫຼອງ 90 ປີແຫ່ງວັນສ້າງຕັ້ງພັກກອມມູນິດຫວຽດນາມ ຍິ່ງມີຄວາມໝາຍດ້ານການເມືອງອັນໃຫຍ່ຫຼວງ, ປີ 2020 ກໍ່ແມ່ນປີສະເຫຼີິມສະຫຼອງ 100   ປີແຫ່ງວັນຜູ້ນຳ ຫງວຽນອ໊າຍກ໊ວກ ຈາກລັດທິຮັກຊາດໄປເຖິງລັດທິເລນິນ ແລະເຂົ້າຮ່ວມການສ້າງຕັ້ງພັກກອມມູນິດຝະລັ່ງ, ກາຍເປັນຄົນກອມມູນິດຜູ້ທຳອິດຂອງຫວຽດນາມ. 100 ປີກ່ອນ, ນັບແຕ່ໂຄງການການເມືອງຂອງເລນິນ, ຫງວຽນອ໊າຍກ໊ວກ ໄດ້ຊອກເຫັນເສັ້ນທາງປົດປ່ອຍຊາດຕາມທິດສະດີປະຕິວັດ. ພັກກອມມູນິດຫວຽດນາມ ກຳເນີດຂຶ້ນບໍ່ພຽງແຕ່ນຳພາປະຊາຊົນປະຕິບັດການປະຕິວັດປົດປ່ອຍຊາດເທົ່ານັ້ນ, ຫາກຍັງປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນພາລະກິດຕໍ່ສູ້ເພື່ອສັນຕິພາບ, ເອກະລາດແຫ່ງຊາດ ແລະຄວາມກ້າວໜ້າຂອງມວນມະນຸດອີກດ້ວຍ.

leftcenterrightdel
ພາບປະກອບຈາກ baophutho.com.vn.

ພວກເຮົາສະແດງຄວາມເຄົາລົບນັບຖື, ຮູ້ບຸນຄຸນ, ຢັ້ງຢືນບົດບາດ, ບຸນຄຸນອັນໃຫຍ່ຫຼວງ, ເປັນແບບຢ່າງທາງດ້ານຄຸນສົມບັດປະຕິວັດອັນໃສແຈ້ງຂອງປະທານໂຮ່ຈີ໊ມິນ, ການນຳອາວຸໂສຮຸ່ນຕ່າງໆຂອງພັກ ແລະການປະຕິວັດຫວຽດນາມ; ຕອບບຸນແທນຄຸນບັນດານັກວິລະຊົນທີ່ເສຍສະຫຼະຊີວິດເພື່ອຊາດ, ພໍ່ແມ່ປະຊາຊົນ, ສະຫາຍທີ່ໄດ້ສູ້ຮົບ, ເສຍສະຫຼະຊີວິດພາຍໃຕ້ຄັນທຸງທີ່ສະຫງ່າລາສີຂອງພັກ, ເພື່ອພາລະກິດຕໍ່ສູ້, ຍາດເອົາເອກະລາດ, ເສລີພາບມາໃຫ້ປະເທດຊາດ; ພ້ອມທັງຍົກໃຫ້ເຫັນບັນດາຜົນງານທີ່ຍິ່ງໃຫຍ່, ມູນເຊື້ອອັນລ້ຳຄ່າ, ບົດຮຽນຂອງພັກໃນການນຳພາກິດຈະການປົດປ່ອຍຊາດ, ຕໍ່ຕ້ານພວກສັດຕູຜູ້ຮຸກຮານ, ສ້າງສາ ແລະປົກປັກຮັກສາປະເທດຊາດໃນຕະຫຼອດ 90 ປີ ຜ່ານມາ.

90 ປີຜ່ານມາ, ດ້ວຍແນວທາງການເມືອງອັນຖືກຕ້ອງ, ສະຫຼາດສ່ອງໃສ; ຢຶດໝັ້ນ, ຍາມໃດກໍ່ຖືລັດທິມາກ-ເລນິນ, ແນວຄິດ ໂຮ່ຈີ໊ມິນ ເປັນພື້ນຖານດ້ານແນວຄິດ, ເປັນເຂັມທິດໃຫ້ແກ່ການກະທຳ; ປັບປຸງຄວາມສາມັກຄີ, ເອກະພາບ, ຕິດແທດກັບປະຊາຊົນຢ່າງບໍ່ຢຸດຢັ້ງ. ສະພາບຕົວຈິງໃນ 90 ປີຜ່ານມາໄດ້ຢັ້ງຢືນວ່າ, ການນຳພາຂອງພັກແມ່ນປັດໄຈສຳຄັນແຖວໜ້າໃນການຕັດສິນທຸກໄຊຊະນະຂອງການປະຕິວັດຫວຽດນາມ; ແມ່ນພະຍານຫຼັກຖານທີ່ມີຊີວິດຊີວາສະແດງໃຫ້ເຫັນວ່າ, ດ້ວຍທາດແທ້ຂອງການປະຕິວັດ, ແນວທາງທີ່ຖືກຕ້ອງ, ກຳລັງຄວາມສາມາດໃນການນຳພາ; ຮູ້ວິທີິເຕົ້າໂຮມ ແລະເສີມຂະຫຍາຍກຳລັງແຮງຂອງປະຊາຊົນ, ຂອງກຸ່ມກ້ອນມະຫາສາມັກຄີທ່ົວປວງຊົນທັງຊາດ, ພັກໄດ້ນຳພາທົ່ວປວງຊົນຜ່ານຜ່າທຸກຄວາມຫຍຸ້ງຍາກລຳບາກ, ສິ່ງທ້າທາຍ, ຈາກໄຊຊະນະນີ້ໄປສູ່ຊະນະອື່ນ, ໂດຍສະເພາະແມ່ນໃນບັນດາຈຸດເວລາທີ່ມີລັກສະນະບາດລ້ຽວ, ຕັດສິນຊາຕາກຳຂອງປະເທດຊາດ.

ປີ 2020, ດ້ວຍບັນດາເຫດການການເມືຶອງສຳຄັນຂອງປະເທດ; ແມ່ນປີມ້ວນທ້າຍຂອງແຜນພັດທະນາເສດຖະກິດ-ສັງຄົມ 5 ປີ (2015-2020), ປີດໍາເນີນກອງປະຊຸມໃຫຍ່ຂອງພັກຂັ້ນຕ່າງໆ, ກ້າວໄປເຖິງກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກ; ຫວຽດນາມ ດໍາລົງຕໍາແໜ່ງປະທານອາຊຽນ ແລະກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງສະຫະປະຊາຊາດ ອາຍຸການ 2020-2021… ໃນສະພາບການຢູ່ພາກພື້ນ ແລະໃນໂລກພວມມີການຜັນແປໄປຢ່າງສັບສົນ, ຍາກທ່ີຄາດເດົາລ່ວງໜ້າໄດ້. ສິ່ງເຫຼົ່ານ້ັນ, ໄດ້ຮຽກຮ້ອງໃຫ້ພັກເຮົາຕ້ອງເພີ່ມທະວີຄວາມສາມັກຄີພາຍໃນພັກ, ສາມັກຄີທົ່ວປວງຊົນທັງຊາດ, ສາມັກຄີກັບສາກົນ; ຍາດໃດກໍ່ຢຶດໝັ້ນຕໍ່ເປົ້າໝາຍ, ອຸດົມຄະຕິ, ປົກປັກຮັກສາພື້ນຖານດ້ານແນວຄິດຂອງພັກໃຫ້ມີຄວາມໝັ້ນຄົງເຂັ້ມແຂງ. ພັກຕ້ອງປ່ຽນແປງໃໝ່, ປັບປຸງຕົນເອງ; ຍົກສູງຄວາມສາມາດໃນການນຳພາ, ຍົກສູງກຳລັງສູ້ຮົບຢ່າງບໍ່ຢຸດຢັ້ງ; ເບິ່ງແຍງດູແລຝຶກຝົນຫຼໍ່ຫຼອມຄຸນທາດ, ຄຸນສົມບັດປະຕິວັດ, ເສີມຂະຫຍາຍບົດບາດນຳໜ້າ, ເປັນແບບຢ່າງຂອງຖັນແຖວພະນັກງານ, ສະມາຊິກພັກ; ຍູ້ແຮງການສະກັດກັ້ນ ແລະຕ້ານການສໍ້ຫຼາດບັງຫຼວງ, ຟຸມເຟືອຍ.

ເອກອ້າງທະນົງໃຈກ່ຽວກັບພັກທີ່ມີກຽດສະຫງ່າ, ປະທານ ໂຮຈີ໊ມິນ ຜູ້ນໍາທີ່ຍິ່ງໃຫຍ່, ທົ່ວພັກ, ທົ່ວປວງຊົນ, ໂດຍສະເພາະແມ່ນຖັນແຖວພະນັກງານ, ສະມາຊິກພັກຍິ່ງຕ້ອງເຊື່ອມຊຶມຢ່າງເລິກເຊິ່ງ, ປະຕິບັດບັນດາຄຳສັ່ງສອນຂອງເພິ່ນກ່ຽວກັບການກໍ່ສ້າງ, ປັບປຸງພັກໃຫ້ເປັນຢ່າງດີ, ກໍ່ສ້າງພັກເຮົາໃຫ້ມີຄວາມປອດໃສ, ໝັ້ນຄົງເຂັ້ມແຂງທາງດ້ານການເມືອງ, ແນວຄິດ ແລະຄຸນສົມບັດ, “ພັກເຮົາແມ່ນຄຸນສົມບັດ, ແມ່ນຄວາມສິວິໄລ”, “ສົມເປັນຜູ້ນຳພາ, ຜູ້ຮັບໃຊ້ທີ່ມີຄວາມຈົ່ງຮັກພັກດີຂອງປະຊາຊົນ”.

ກອງທັບປະຊາຊົນຫວຽດນາມ ໂດຍພັກກອມມູນິດຫວຽດນາມ ແລະປະທານ ໂຮ່ຈີ໊ມິນ ຈັດຕັ້ງ, ນຳພາ, ສຶກສາອົບຮົມ ແລະຝຶກຝົນຫຼໍ່ຫຼອມ, ຍາມໃດກໍ່ມີຄວາມຈົ່ງຮັກພັກດີຕໍ່ພັກ, ລັດ ແລະປະຊາຊົນຢ່າງເດັດຂາດເພື່ອເປ້ົາໝາຍເອກະລາດແຫ່ງຊາດ ແລະສັງຄົມນິຍົມ. ການນຳພາຢ່າງເດັດຂາດ, ໂດຍກົງກ່ຽວກັບທຸກດ້ານຂອງພັກແມ່ນປັດໄຈຕັດສິນວິວັດການກໍ່ສ້າງ, ສູ້ຮົບ, ເຕີບໃຫຍ່ຂະຫຍາຍຕົວ, ໄຊຊະນະຂອງກອງທັບປະຊາຊົນຫວຽດນາມ. ໃນໄລຍະໃໝ່, ໜ້າທີ່ກໍ່ສ້າງກອງທັບ, ປັບປຸງດ້ານປ້ອງກັນຊາດ, ປົກປັກຮັກສາປະເທດຊາດໃຫ້ມີການພັດທະນາໃໝ່, ວາງອອກຄວາມຮຽກຮ້ອງຕ້ອງການໃໝ່ນັບມື້ນັບສູງ, ຮຽກຮ້ອງຕ້ອງສືບຕໍ່ຍົກສູງຄຸນນະພາບສັງລວມ, ກຳລັງແຮງສູ້ຮົບຂອງກອງທັບ, ພິເສດແມ່ນຍົກສູງຄຸນນະພາບໃນການກໍ່ສ້າງກອງທັບທາງດ້ານການເມືອງ, ເພີ່ມທະວີິການນຳພາຢ່າງເດັດຂາດ, ໂດຍກົງໃນທຸກດ້ານຂອງພັກຕໍ່ກັບກອງທັບ, ຮັບປະກັນໃຫ້ກອງທັບຍາມໃດກໍ່ປະຕິບັດສຳເລັດທຸກໜ້າທີ່ເປັນຢ່າງດີ, ສົມກັບຄວາມເຊື່ອໝັ້ນ ແລະຮັກແພງຈາກພັກ, ລັດ ແລະປະຊາຊົນ.

ໂດຍ: ສົມເພັດ