ເນື່ອງໃນໂອກາດນີ້, ນັກຂ່າວໜັງສືພິມກອງທັບປະຊາຊົນຫວຽດນາມ ໄດ້ສໍາພາດທ່ານນາງເອກອັກຄະລັດຖະທູດ ຫງວຽນເຟືອງງາ, ປະທານສະຫະພັນບັນດາອົງການມິດຕະພາບຫວຽດນາມ  (VUFO).

ນັກຂ່າວ: ຂໍຮຽນທ່ານນາງເອກອັກຄະລັດຖະທູດ, ໃນຊຸມປີມໍ່ໆມານີ້, ຫວຽດນາມ ໄດ້ຮັບຄວາມໄວ້ວາງໃຈຈາກເພື່ອນມິດສາກົນ ເລືອກຕັ້ງເປັນສະມາຊິກຂອງບັນດາອົງການສໍາຄັນຂອງ ສປຊ ຄື: ສະພາເສດຖະກິດ-ສັງຄົມ (ECOSOC) ອາຍຸການ 2016-2018, ຄະນະກໍາມະການກົດໝາຍວ່າດ້ວຍການຄ້າສາກົນ  (UNCITRAL) ອາຍຸການ 2019-2025. ແລະໃນໄລຍະຈະມາເຖິງ, ຖ້າຫາກວ່າໄດ້ຮັບໄຊຊະນະໃນການເລືອກຕັ້ງນັ້ນ, ຫວຽດນາມ ຈະແມ່ນສະມາຊິກຂອງສະພາຄວາມໝັ້ນຄົງ ສປຊ, ທ່ານນາງ ຕີລາຄາຄືແນວໃດກ່ຽວກັບບັນດາກາລະໂອກາດຂອງຫວຽດນາມ ເມື່ອຖືກປ່ອນບັດເລືອກຕັ້ງເປັນສະມາຊິກຂອງບັນດາອົງການນີ້, ໂດຍສະເພາະແມ່ນເປັນສະມາຊິກຂອງສະພາຄວາມໝັ້ນຄົງ ສປຊ?

ທ່ານນາງເອກອັກຄະລັດຖະທູດ ຫງວຽນເຟືອງງາ: ບັນດາກົນໄກຫຼາຍຝ່າຍ, ເປັນຕົ້ນແມ່ນ ສປຊ ແລະບັນດາອົງການຂອງ ສປຊ ແມ່ນບັນດາເວທີປາໄສສໍາຄັນທີ່ສຸດ. ນີ້ແມ່ນບັນດາບ່ອນທີ່ປຶກສາຫາລື, ວາງອອກບັນດາກົດລະບຽບໃໝ່, ກໍານົດກົນໄກຮ່ວມມືໃໝ່ໃຫ້ເປັນຮູບເປັນຮ່າງ. ເມື່ອໄດ້ເລືອກຕັ້ງເປັນສະມາຊິກ, ພວກເຮົາ ຈະມີກາລະໂອກາດເຂົ້າຮ່ວມການສ້າງນະໂຍບາຍ, ມີກາລະໂອກາດຊຸກຍູ້ທັດສະນະ, ຜົນປະໂຫຍດຂອງຫວຽດນາມ. ຍ້ອນວ່າບັນດາເວທີປາໄສນີ້ມີທ່າແຮງແມ່ນດຶງດູດຄວາມສົນໃຈຢ່າງແຮງ, ສະນັ້ນເມື່ອໄດ້ເປັນສະມາຊິກ, ຫວຽດນາມ ສາມາດຍາດແຍ່ງເອົາຄວາມເຫັນດີເຫັນພ້ອມ, ການສະໜັບສະໜູນຢ່າງກວ້າງຂວາງຈາກຫາງສຽງສາກົນ, ພ້ອມກັນນັ້ນກໍ່ຊຸກຍູ້ທັດສະນະສະໜັບສະໜູນລັດທິຫຼາຍຝ່າຍ, ບັນດາຄວາມມານະພະຍາຍາມຮັກສາສັນຕິພາບ, ຄວາມໝັ້ນຄົງ, ເພີ່ມທະວີການຮ່ວມມື, ແກ້ໄຂການຂັດແຍ້ງກັນບົນພື້ນຖານກົດໝາຍສາກົນ. ພວກເຮົາ ກໍ່ສາມາດໝູນໃຊ້ບັນດາເວທີປາໄສຫຼາຍຝ່າຍນີ້ ເພື່ອໂຄສະນາເຜີຍແຜ່ຮູບພາບປະເທດຊາດ ແລະຊາວຫວຽດນາມ. ເມື່ອເຂົ້າຮ່ວມບັນດາເວທີປາໄສນີ້, ອິດທິພົນຊື່ສຽງ ແລະຖານະຕໍາແໜ່ງຂອງຫວຽດນາມ ກໍ່ໄດ້ຮັບການຍົກສູງຂຶ້ນສູ່ລະດັບສູງໃໝ່.

ເລື່ອງເຂົ້າຮ່ວມສະພາຄວາມໝັ້ນຄົງ ສປຊ  ໄດ້ເປີດກາລະໂອກາດຫຼາຍຢ່າງໃຫ້ແກ່ຫວຽດນາມ ເພື່ອເພີ່ມທະວີການເຈລະຈາ, ການຮ່ວມມືກັບບັນດາຝ່າຍທີ່ກ່ຽວຂ້ອງ, ໂດຍສະເພາະແມ່ນບັນດາປະເທດໃຫຍ່, ບັນດາສະມາຊິກໃນສະພາຄວາມໝັ້ນ ສປຊ, ຜ່ານນັ້ນມີການປະກອບສ່ວນຫຼາຍຢ່າງກວ່າອີກເຂົ້າໃນການເພີ່ມທະວີຮັບປະກັນສັນຕິພາບ, ສະຖຽນລະພາບ, ການຮ່ວມມືຢູ່ພາກພື້ນ. ຖ້າຫາກວ່າໄດ້ຮັບໄຊຊະນະໃນການເລືອກຕັ້ງ, ພ້ອມກັບເລື່ອງດໍາລົງສອງຕໍາແໜ່ງເປັນປະທານອາຊຽນ ແລະເປັນສະມາຊິກສະພາຄວາມໝັ້ນຄົງ ສປຊ ໃນປີ 2020 ນັ້ນຈະຊ່ວຍໃຫ້ຫວຽດນາມ ມີເງື່ອນໄຂຊຸກຍູ້ຄວາມເອົາໃຈໃສ່ລວມຂອງພາກພື້ນໃນໂຄງການດໍາເນີນງານຂອງ ສປຊ ຕື່ມອີກ.

ນັກຂ່າວ: ຂໍຮຽນທ່ານນາງເອກອັກຄະລັດຖະທູດໃຫ້ຮູ້ຄວາມໝາຍຈາກເລື່ອງຫວຽດນາມ ເລືອກເຟັ້ນຫົວຂໍ້ “ຄູ່ຮ່ວມມືເພື່ອພື້ນຖານສັນຕິພາບແບບຍືນຍົງ” ເມື່ອເຂົ້າຮ່ວມອອກສະໝັກເລືອກຕັ້ງເປັນກໍາມະການບໍ່ປະຈໍາການ ຂອງສະພາຄວາມໝັ້ນຄົງ ສປຊ ອາຍຸການ 2020-2021?

ທ່ານນາງເອກອັກຄະລັດຖະທູດ ຫງວຽນເຟືອງງາ: ເລື່ອງຫວຽດນາມ ເລືອກເຟັ້ນຫົວຂໍ້ “ຄູ່ຮ່ວມມືເພື່ອພື້ນຖານສັນຕິພາບແບບຍືນຍົງ” ສະແດງໃຫ້ເຫັນຄວາມຕັດສິນໃຈຢາກຮ່ວມມືກັບປະເທດຕ່າງໆ ເພື່ອຮັກສາສັນຕິພາບ ແລະຄວາມໝັ້ນຄົງສາກົນໃນທຸກໄລຍະໃນວິວັດທະນາການສັນຕິພາບ, ລວມມີ: ສ້າງສັນ, ກໍ່ສ້າງ ແລະຮັກສາໄວ້ໃຫ້ໝັ້ນຄົງ. ເຊິ່ງເປັນສະມາຊິກຕັ້ງໜ້າ, ເປັນຄູ່ຮ່ວມມືໄວ້ເນື້ອເຊື່ອໃຈ ແລະມີຄວາມຮັບຜິດຊອບຂອງປະຊາຄົມສາກົນ, ຫວຽດນາມ ພ້ອມແລ້ວທີ່ຈະຮ່ວມມືກັບບັນດາສະມາຊິກປະຈໍາການ ແລະບໍ່ປະຈໍາການຂອງສະພາຄວາມໝັ້ນຄົງ ສປຊ ກໍ່ຄືບັນດາປະເທດສະມາຊິກນອກສະພາຄວາມໝັ້ນຄົງ ສປຊ ເພື່ອຊອກຫາວິທີການແກ້ໄຂບັນຫາທີ່ມີລັກສະນະສ້າງສັນ, ຕັ້ງໜ້າທີ່ສຸດ, ຕອບສະໜອງຜົນປະໂຫຍດຂອງທຸກໆປະເທດ, ເປັນຕົ້ນແມ່ນບົນພື້ນຖານເຄົາລົບເອກະລາດ, ອະທິປະໄຕ ແລະຜືນແຜ່ນດິນອັນຄົບຖ້ວນ, ຜ່ານນັ້ນມີການປະກອບສ່ວນຢ່າງມີປະສິດທິຜົນກວ່າອີກເຂົ້າໃນວຽກງານລວມຂອງປະຊາຄົມສາກົນ ເພື່ອໂລກສັນຕິພາບ, ການຮ່ວມມື ແລະພັດທະນາ; ເພື່ອຄວາມເປັນລະບຽບຮຽບຮ້ອຍຂອງສາກົນຢ່າງຍຸຕິທໍາ, ປະຊາທິປະໄຕ ແລະອີງໃສ່ລະບຽບກົດໝາຍ.

ນັກຂ່າວ: ຂໍຮຽນທ່ານນາງເອກອັກຄະລັດຖະທູດໃຫ້ຮູ້ຖ້າຫາກວ່າໄດ້ຮັບໄຊຊະນະໃນການເລືອກຕັ້ງ, ຫວຽດນາມ ຈະມີຄວາມຮັບຜິດຊອບຄືແນວໃດຢູ່ສະພາຄວາມໝັ້ນຄົງ ສປຊ?

ທ່ານນາງເອກອັກຄະລັດຖະທູດ ຫງວຽນເຟືອງງາ: ເມື່ອເຂົ້າຮ່ວມສະພາຄວາມໝັ້ນຄົງ ສປຊ ໝາຍຄວາມວ່າພວກເຮົາແບກຫາບຄວາມຮັບຜິດຊອບອັນໃຫຍ່ຫຼວງທີ່ສຸດ. ນັ້ນແມ່ນຕ້ອງເຮັດຈັ່ງໃດເພື່ອພ້ອມກັບປະເທດຕ່າງໆໃນປະຊາຄົມສາກົນ ແລະບັນດາປະເທດສະມາຊິກໃນສະພາຄວາມໝັ້ນຄົງ ສປຊ ຮັກສາສັນຕິພາບ ແລະຄວາມໝັ້ນຄົງສາກົນ, ສະກັດກັ້ນການປະທະກັນ ແລະປະກອບສ່ວນແກ້ໄຂບັນດາການປະທະກັນນັ້ນ. ຄະນະກໍາມະການບໍ່ປະຈໍາການຂອງສະພາຄວາມໝັ້ນຄົງ ສປຊ  ບໍ່ມີສິດປ່ອນບັດຢັບຢັ້ງແຕ່ມີສິດປະກອບຄໍາຄິດເຫັນ. ຖ້າຫາກວ່າໄດ້ຮັບໄຊຊະນະໃນການເລືອກຕັ້ງ, ນອກຈາກເລື່ອງຍົກອອກທັດສະນະຂອງຕົນແລ້ວ, ຫວຽດນາມ ກໍ່ຈະຄຳນວນເຖິງທັດສະນະຂອງບັນດາປະເທດອື່ນອີກເພື່ອຜົນປະໂຫຍດລວມຂອງປະຊາຄົມສາກົນ.

ຫວຽດນາມ ຈະສືບຕໍ່ໃກ້ຊິດຕິດແທດກັບຈິດໃຈເອກະລາດ, ເປັນເຈົ້າຕົນເອງຂອງແນວທາງການພົວພັນຕ່າງປະເທດເພື່ອແກ້ໄຂຄວາມບໍ່ລົງລອຍກັນຢ່າງມີໄຫວພິບ ກໍ່ຄືໝູນໃຊ້ກາລະໂອກາດເພື່ອຊຸກຍູ້ການພົວພັນສອງຝ່າຍກັບບັນດາປະເທດ, ໂດຍສະເພາະແມ່ນບັນດາປະເທດໃຫຍ່.

ໂດຍ: ທູຈາງ