ການຢ້ຽມຢາມຫວຽດນາມ ຂອງທ່ານ Giuseppe Conte ເພື່ອແນໃສ່ເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ-ອີຕາລີ ເລິກເຊິ່ງກວ່າອີກ.

ຫວຽດນາມ ແລະອີຕາລີ ສ້າງຕັ້ງການພົວພັນທາງການທູດຢ່າງເປັນທາງການໃນວັນທີ 23 ມີນາ 1973. ອີຕາລີ ແມ່ນປະເທດເອີລົບຕາເວັນຕົກ ທໍາອິດທີ່ໄດ້ຕັ້ງໜ້າສະໜັບສະໜູນການເພີ່ມທະວີການຮ່ວມມືລະຫວ່າງຫວຽດນາມ ແລະອີຢູ ໃນບັນດາເວທີປາໄສສາກົນທີ່ໃຫຍ່, ກໍ່ຄືເລື່ອງຫັນການພົວພັນລະຫວ່າງຫວຽດນາມ ກັບບັນດາອົງການການເງິນ, ການຄ້າ, ເງິນຕາສາກົນເປັນປົກກະຕິໃນຕົ້ນຊຸມປີ 90 ຂອງສະຕະວັດກ່ອນ.

ໃນວັນທີ 21 ມັງກອນ 2013, ຫວຽດນາມ ແລະອີຕາລີ ເຊັນຖະແຫຼງການຮ່ວມວ່າດ້ວຍການສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດເນື່ອງໃນໂອກາດການຢ້ຽມຢາມທາງລັດຖະກິດ ອີຕາລີ ຂອງທ່ານ ຫງວຽນຝູຈ້ອງ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ. ສອງຝ່າຍຮັກສາບັນດາການຢ້ຽມຢາມຂັ້ນສູງໃນຊຸມປີຜ່ານມາຢ່າງເປັນປະຈໍາ. ທີ່ບັນດາການພົບປະ, ການນໍາຂັ້ນສູງອີຕາລີ ຢັ້ງຢືນຕັດສິນໃຈຊຸກຍູ້ການພົວພັນຮ່ວມມືຫຼາຍດ້ານກັບ ຫວຽດນາມ, ຖື ຫວຽດນາມ ເປັນປະເທດທີ່ໄດ້ຮັບການບຸລິມະສິດໃນການພັດທະນາການພົວພັນຢູ່ພາກພື້ນອາຊີຕາເວັນອອກສຽງໃຕ້. ສອງຝ່າຍສົມທົບກັນທີ່ບັນດາເວທີປາໄສສາກົນ ແລະຫຼາຍຝ່າຍຢ່າງແໜ້ນແຟ້ນ, ຄື: ສະຫະປະຊາຊາດ, ASEM, ອາຊຽນ-ອີຢູ, IPU...

leftcenterrightdel
ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ ພົບປະກັບທ່ານ Giuseppe Conte ນາຍົກລັດຖະມົນຕີອີຕາລີ ທີ່ກອງປະຊຸມສຸດຍອດ G7 ເປີດກວ້າງ, ການາດາ ໃນເດືອນ ມິຖຸນາ ປີ 2018. ພາບ: ສໍານັກຂ່າວສານຫວຽດນາມ.

ສອງຝ່າຍໄດ້ສ້າງບັນດາກົນໄກສົມທົບກັນ, ຄື: ການເຈລະຈາຍຸດທະສາດຂັ້ນຮອງລັດຖະມົນຕີການຕ່າງປະເທດ, ການເຈລະຈານະໂຍບາຍດ້ານປ້ອງກັນຊາດຂັ້ນຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຄະນະກຳມະການປະສົມກ່ຽວກັບການຮ່ວມມືດ້ານເສດຖະກິດ. ຜ່ານກົນໄກຄູ່ເຈລະຈານະໂຍບາຍດ້ານປ້ອງກັນຊາດຂັ້ນຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ການນໍາອີຕາລີ ສະແດງຄວາມປາດຖະໜາຢາກຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດກັບ ຫວຽດນາມ, ຢັ້ງຢືນກຽມພ້ອມຮ່ວມມືຄົ້ນຄວ້າປະດິດ, ຖ່າຍທອດເຕັກໂນໂລຢີຜະລິດກໍາປັ່ນທະຫານ ແລະພົນລະເຮືອນ, ຮ່ວມມືກໍ່ສ້າງ ແລະແບ່ງປັນບົດຮຽນໃນການເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບຂອງສະຫະປະຊາຊາດ…

ດ້ານເສດຖະກິດ, ອີຕາລີ ກໍາລັງແມ່ນຄູ່ຮ່ວມມືດ້ານການຄ້າໃຫຍ່ທີ 4 ຂອງ ຫວຽດນາມ ໃນ ອີຢູ ແລະຫວຽດນາມ ແມ່ນຄູ່ຮ່ວມມືດ້ານການຄ້າໃຫຍ່ທີ່ສຸດຂອງອີຕາລີ ໃນອາຊຽນ. ວົງເງິນການຄ້າສອງຝ່າຍລະຫວ່າງສອງປະເທດເພີ່ມຂຶ້ນໃນຊຸມປີຜ່ານມາ. ອີຕາລີ ລົງທຶນໂດຍກົງເຂົ້າສູ່ ຫວຽດນາມ  388 ລ້ານໂດລາສະຫະລັດດ້ວຍຫຼາຍກຸ່ມບໍລິສັດທີ່ເຄື່ອນໄຫວຢ່າງມີປະສິດທິຜົນ, ຄື: Piaggio, Bonfiglioli, Ariston, ENI…

ໃນຊຸມປີ 1980, ອີຕາລີ ເລີ່ມຕົ້ນສະໜອງ ODA ໃຫ້ຫວຽດນາມ ໃນບັນດາຂົງເຂດຮ່ວມມືບຸລິມະສິດ, ລວມມີ: ປົກປັກຮັກສາສິ່ງແວດລ້ອມ, ພັດທະນາແຫຼ່ງຊັບພະຍາກອນມະນຸດ, ສາທາລະນະສຸກ… ປະຈຸບັນ, ລັດຖະບານອີຕາລີ ໜູນຊ່ວຍໃຫ້ຫວຽດນາມ 11 ໂຄງການທີ່ກໍາລັງຜັນຂະຫຍາຍ ແລະ 6 ໂຄງການອື່ນກໍາລັງຢູ່ໃນໄລຍະກະກຽມດ້ວຍຍອດຈຳນວນທຶນໃຫ້ຄໍາໝັ້ນສັນຍາແມ່ນ 100 ລ້ານ euro. ຄຽງຂ້າງນັ້ນ, ສອງຝ່າຍກໍ່ຊຸກຍູ້ການຮ່ວມມືທ້ອງຖິ່ນ, ຮ່ວມມືໃນບັນດາຂົງເຂດວັດທະນະທໍາ, ການສຶກສາ ແລະວິທະຍາສາດ-ເຕັກໂນໂລຢີ. ໃນສະຖານະການສາຍພົວພັນດ້ານການເມືອງທີ່ດີງາມພ້ອມກັບນະໂຍບາຍດຶງດູດການທ່ອງທ່ຽວຂອງ ຫວຽດນາມ ໃນຊຸມປີຜ່ານມາ, ຫວຽດນາມ ກໍາລັງແມ່ນໜຶ່ງໃນບັນດາສະຖານທີ່ທ່ອງທ່ຽວຕົ້ນຕໍຢູ່ອາຊີ, ທີ່ດຶງດູດນັກທ່ອງທ່ຽວອີຕາລີ ແລະອີຕາລີ ຍາມໃດກໍ່ແມ່ນໜຶ່ງໃນບັນດາສະຖານທີ່ແຖວໜ້າຂອງນັກທ່ອງທ່ຽວຫວຽດນາມ ເມື່ອໄປຢ້ຽມຢາມເອີລົບ.

ພວກເຮົາເຊື່ອໝັ້ນວ່າ, ການຢ້ຽມຢາມຫວຽດນາມ ຢ່າງເປັນທາງການຂອງທ່ານ Giuseppe Conte ນາຍົກລັດຖະມົນຕີອີຕາລີ ຄັ້ງນີ້ຈະປະກອບສ່ວນເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ-ອີຕາລີ ໃນບັນດາຂົງເຂດ, ຄື: ການເມືອງ, ການພົວພັນຕ່າງປະເທດ, ການປ້ອງກັນຊາດ, ການປ້ອງກັນຄວາມສະຫງົບ, ເສດຖະກິດ, ການຄ້າ, ການລົງທຶນ, ກະສິກໍາ, ພະລັງງານ, ວັດທະນະທໍາ, ການສຶກສາ, ວິທະຍາສາດເຕັກໂນໂລຢີ ແລະການທ່ອງທ່ຽວເລິກເຊິ່ງກວ່າອີກ…

ໂດຍ: ຈາງຫງວຽນ