ເພື່ອຍາດໄດ້ໄຊຊະນະປະຫວັດສາດຢູ່ດ້ຽນບຽນຝູ, ທະຫານ ແລະປະຊາຊົນຫວຽດນາມ ພາຍໃຕ້ການນຳພາຂອງພັກ ແລະປະທານໂຮ່ຈີມິນ ຕ້ອງຜ່ານຜ່າຄວາມຫຍຸ້ງຍາກລຳບາກນາໆປະການ, ການເສຍສະຫຼະຊີວິດບໍ່ຈັກວ່າເທົ່າໃດ. ປະຕິບັດນະໂຍບາຍແບ່ງແຍກພວກສັດຕູ, ສົມທົບກຳລັງຮ່ວມສະໜາມຮົບດ້ຽນບຽນຝູ, ທະຫານ ແລະປະຊາຊົນເຂດທົ່ງພຽງພາກເໜືອ, ພາກກາງ, ພາກໃຕ້ ໄດ້ສົມທົບກັນຢ່າງເປັນລະບົບ, ດຳເນີນບັ້ນຮົບບຸກໂຈມຕີໃຫຍ່ນ້ອຍນັບຫຼາຍພັນຄັ້ງ, ບັງຄັບກຸ່ມກຳລັງຫຼັກແຫຼ່ງຂອງທະຫານຝະລັ່ງ ຕ້ອງແບ່ງອອກເປັນກຸ່ມນ້ອຍເພື່ອຮັບມື. ພໍ່ແມ່ປະຊາຊົນເຂດຕາເວັນຕົກສ່ຽງເໜືອ, ຫວຽດບັ໊ກ, ທາງທິດເໜືອພາກກາງ... ໄດ້ມານະພະຍາຍາມສະໜອງສະບຽງອາຫານໃຫ້ແກ່ທະຫານຢູ່ສະໜາມຮົບ. ພິເສດ, ພວກເຮົາມີການບັນຊາຢ່າງສະຫຼາດສ່ອງໃສ, ເກັ່ງກ້າສາມາດ ແລະຄ່ອງແຄ້ວຂອງກອງບັນຊາການບັ້ນຮົບ, ມີຜູ້ນຳໜ້າແມ່ນທ່ານພົນເອກ ຫວໍງວຽນຢ໊າບ; ມີການສະໜັບສະໜູນ, ການຊ່ວຍເຫຼືອຢ່າງຕັ້ງໜ້າຈາກເພື່ອນມິດສາກົນ... ທັງໝົດປັດໄຈດັ່ງກ່າວໄດ້ສ້າງເປັນກຳລັງແຮງສັງລວມ, ນຳມາເຊິ່ງໄຊຊະນະປະຫວັດສາດ.

leftcenterrightdel
ພາຍຫຼັງ 56 ວັນ ແລະຄືນຕໍ່ສູ້ຢ່າງຕໍ່ເນື່ອງ, ຕອນບ່າຍວັນທີ 7 ພຶດສະພາ 1954, ຄັນທຸງ “ເດັດດ່ຽວສູ້ຮົບເດັດຂາດມີໄຊ”  ຂອງກອງທັບປະຊາຊົນຫວຽດນາມ ປິວສະບັດຢູ່ຫົວຂຸມຄອງນາຍພົນ De Castries. ບັ້ນຮົບດ້ຽນບຽນຝູ ຍາດໄດ້ໄຊຊະນະຢ່າງສົມບູນ. 

ບັນດາປະສົບການ, ບົດຮຽນຈາກໄຊຊະນະດ້ຽນບຽນຝູ ຖືກບັນດານັກຄົ້ນຄວ້າ, ນັກວິທະຍາສາດຂອງຫວຽດນາມ ແລະຝະລັ່ງ ສະຫຼຸບຖອດຖອນ. ມີຈຸດໜຶ່ງທີ່ຄືກັນທີ່ສຸດ ເຊິ່ງທັງສອງຝ່າຍລ້ວນແຕ່ຍອມຮັບນັ້ນແມ່ນ: ປະຊາຊົນຫວຽດນາມ ຍາດໄດ້ໄຊຊະນະດ້ວຍເຈດຈຳນົງເອກະລາດ, ເສລີພາບ, ດ້ວຍກຸ້ມຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ. ອີງໃສ່ກຳລັງແຮງຂອງຕົນເປັນຕົ້ນຕໍ. ນັ້ນແມ່ນກຳລັງແຮງຂອງທົ່ວປວງຊົນທັງຊາດໄດ້ປຸກລະດົມ, ໃຫ້ກຳລັງໃຈເສີມຂະຫຍາຍຖືກເວລາ, ສຸມໃສ່ເຂົ້າເປົ້າໝາຍຍາດເອົາໄຊຊະນະໃນການຕໍ່ຕ້ານດ້ວຍບັ້ນຮົບເດັດດ່ຽວສູ້ຮົບຢ່າງມີຍຸດທະສາດ. ມາຮອດປະຈຸບັນ, ບົດຮຽນດັ່ງກ່າວນັ້ນຍັງຄົງຄຸນຄ່າເດີມ ແລະຈຳເປັນຕ້ອງໄດ້ເສີມຂະຫຍາຍເຂົ້າໃນພາລະກິດຫັນເປັນປະເທດອຸດສາຫະກຳ ແລະທັນສະໄໝ, ນຳປະເທດຫວຽດນາມ ພັດທະນາໂດຍໄວ, ໝັ້ນຄົງເຂັ້ມແຂງໃນເສັ້ນທາງປ່ຽນແປງໃໝ່... ສະນັ້ນ, ທົ່ວພັກ, ທົ່ວປວງຊົນ, ທົ່ວກອງທັບຄວນສຸມໃສ່ສະຕິປັນຍາ ແລະກຳລັງເຫື່ອແຮງ, ຕັດສິນໃຈປະຕິບັດບັນດາເປົ້າໝາຍ ເຊິ່ງໄດ້ກຳນົດໃນມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ຢ່າງມີໄຊ.

ລາຍລະອຽດແມ່ນຕ້ອງກໍ່ສ້າງ, ປະກາດໃຊ້ແຜນນະໂຍບາຍ, ກົນໄກ, ນະໂຍບາຍໃຫ້ເໝາະສົມກັບພຶດຕິກຳຕົວຈິງໃນປະເທດ ແລະທ່າອ່ຽງພັດທະນາຂອງໂລກ, ເພື່ອທັງເປັນການເສີມຂະຫຍາຍໄດ້ກຳລັງພາຍໃນ, ທັງກຳແໜ້ນໄດ້ກາລະໂອກາດຂອງກຳລັງພາຍນອກຮັບໃຊ້ໃຫ້ການພັດທະນາ. ໃນສະເພາະໜ້າ, ຄວນສຸມໃສ່ລະດົມທຸກແຫຼ່ງກຳລັງເພື່ອພັດທະນາການຜະລິດ, ຊຸກຍູ້ການເຕີບໂຕຕາມທິດຍືນຍົງ; ພ້ອມທັງຕ້ອງຕັ້ງໜ້າກໍ່ສ້າງ, ປັບປຸງພັກ, ເຮັດໃຫ້ພັກຍາມໃດກໍ່ມີຄວາມໝັ້ນຄົງເຂັ້ມແຂງດ້ານການເມືອງ, ແນວຄິດ ແລະຄຸນສົມບັດ, ສົມເປັນແກ່ນສານມະຫາສາມັກຄີທົ່ວປວງຊົນທັງຊາດ. ເພື່ອເຮັດໄດ້ວຽກດັ່ງກ່າວນັ້ນ, ພັກກອມມູນິດຫວຽດນາມ ຕ້ອງຖືເລື່ອງກໍ່ສ້າງຄຸນທາດການເມືອງ, ຄຸນສົມບັດ, ແບບແຜນການດຳລົງຊີວິດໃຫ້ແກ່ສະມາຊິກພັກເປັນຫຼັກແຫຼ່ງ, ຈາກນັ້ນກໍ່ຮັບປະກັນໄດ້ວ່າຍາມໃດກໍ່ມີຖັນແຖວພະນັກງານ, ສະມາຊິກພັກ “ທັງມີຄຸນສົມບັດ, ທັງມີຄຸນວຸດທິ”. ບັນດາອົງການຈັດຕັ້ງພັກ ແລະສະມາຊິກພັກແຕ່ລະຄົນຕ້ອງແມ່ນຂົວເຊື່ອມຕໍ່ລະຫວ່າງຂັ້ນເທິງກັບຂັ້ນລຸ່ມ, ລະຫວ່າງພັກກັບປະຊາຊົນ, ເຮັດໃຫ້ທຸກແຜນນະໂຍບາຍ, ນະໂຍບາຍຂອງພັກກາຍເປັນການກະທຳ, ມີໝາກຜົນຕົວຈິງ. ພວກເຮົາກໍ່ຕ້ອງຍູ້ແຮງວຽກງານພົວພັນຕ່າງປະເທດຖືກຕາມແນວທາງ, ທັດສະນະຂອງພັກ, ໃນນັ້ນຄວນເອົາໃຈໃສ່ເຖິງວຽກງານພົວພັນຕ່າງປະເທດດ້ານປ້ອງກັນຊາດ, ປະຕິບັດຍຸດທະສາດປົກປັກຮັກສາປະເທດຊາດແຕ່ທາງໄກ.

ຈາກໄຊຊະນະດ້ຽນບຽນຝູ, ພວກເຮົາກໍ່ມີບົດຮຽນກ່ຽວກັບການກໍ່ສ້າງກອງທັບປະຊາຊົນ ແລະກຳລັງປະກອບອາວຸດປະຊາຊົນຕື່ມອີກ. ໃນບັ້ນຮົບດ້ຽນບຽນຝູ, ກອງທັບປະຊາຊົນໄດ້ປະກອບສ່ວນອັນໃຫຍ່ຫຼວງສ້າງເປັນໄຊຊະນະປະຫວັດສາດ. ປະຈຸບັນ, ກອງທັບປະຊາຊົນມີບົດບາດແກ່ນສານໃນການສູ້ຮົບປົກປັກຮັກສາປະເທດຊາດ, ພ້ອມກັນນັ້ນກໍ່ແມ່ນກຳລັງປະຈັນບານ, ກຳລັງຫຼວງໃນການປະຕິບັດໜ້າທີ່ການທະຫານ, ການປ້ອງກັນຊາດ; ໃນການປ້ອງກັນ, ຕ້ານໄພທຳມະຊາດ, ຊອກຫາ, ກູ້ໄພ, ກູ້ຊີບ... ຍ້ອນເຫດນັ້ນ, ໄປຄຽງຄູ່ກັບການຍົກສູງຄຸນນະພາບການຝຶກແອບ, ລະດັບຄວາມຮູ້ໃນການກຽມພ້ອມສູ້ຮົບ, ຕ້ອງຕັ້ງໜ້າສຶກສາໃຫ້ແກ່ພະນັກງານ, ນັກຮົບທຸກຄົນເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບໜ້າທີ່, ວຽກງານຂົນຂວາຍປະຊາຊົນ, ກໍ່ສ້າງຮູບພາບທະຫານລຸງໂຮ່... ກອງທັບປະຊາຊົນ ກໍ່ຕ້ອງສົມທົບກັບຕຳຫຼວດປະຊາຊົນຢ່າງແໜ້ນແຟ້ນ ເພື່ອປະຕິບັດກົດລະບຽບສົມທົບກັນຕາມເນື້ອໃນຈິດໃຈດຳລັດສະບັບເລກທີ 77/2010/NĐ-CP ເປັນຢ່າງດີ, ຕິດພັນກັບການກໍ່ສ້າງພື້ນຖານທົ່ວປວງຊົນປ້ອງກັນຊາດ, ທ່າສະໜາມຮົບທົ່ວປວງຊົນປ້ອງກັນຊາດ.

65 ປີ ໄດ້ຜ່ານພົ້ນໄປແຕ່ວ່າບັນຍາກາດຂອງໄຊຊະນະດ້ຽນບຽນຝູ “ດ້ຽນບຽນດັງກ້ອງກັງວານ, ສັ່ນສະເທືອນໄປທົ່ວໂລກ” ຍັງຄົງດັງກ້ອງ. ໄຊຊະນະປະຫວັດສາດນີ້ຈະແມ່ນຄວາມເອກອ້າງທະນົງໃຈຂອງປະຊາຊົນຫວຽດນາມແຕ່ລະຄົນ ແລະມວນມະນຸດກ້າວໜ້າໃນໂລກ. ຈິດໃຈໄຊຊະນະດ້ຽນບຽນຝູ ຄວນສືບຕໍ່ໄດ້ຮັບການຮັກສາ, ແຜ່ຂະຫຍາຍໄປຮອດຄົນຮຸ່ນຫຼັງ, ຫັນເປັນກຳລັງໜູນ, ສ້າງກຳລັງແຮງໃຫ້ທົ່ວປວງຊົນທັງຊາດໃນພາລະກິດສ້າງສາ ແລະພັດທະນາປະເທດຊາດ.

ໂດຍ: ສົມເພັດ