ສ.ເຊັກ ເປັນປະເທດທີ່ມີພື້ນຖານເສດຖະກິດພັດທະນາແຮງ ແລະໝັ້ນຄົງຢູ່ເອີລົບຕາເວັນອອກ. ບັນດາຂະແໜງອຸດສາຫະກໍາຫຼັກແມ່ນ: ຜະລິດລົດໂອໂຕ, ຫຼອມໂລຫະ, ຊຸດຄົ້ນບໍ່ແຮ່, ຜະລິດເຄື່ອງຈັກ, ອຸປະກອນເອເລັກໂຕນິກ, ອຸປະກອນການແພດ, ປຸງແຕ່ງສະບຽງອາຫານ, ເບຍ...

ໃນນະໂຍບາຍການຕ່າງປະເທດ, ເຊັກ ສຸມໃສ່ເຂົ້າໃນການເພີ່ມທະວີການເຊື່ອມໂຍງເຂົ້າກັບອີຢູ, ເອົາໃຈໃສ່ພັດທະນາການພົວພັນກັບບັນດາປະເທດໃກ້ຄຽງ, ບັນດາປະເທດໃນກຸ່ມ Visegrad V4 (ແມ່ນສໍາພັນທະມິດ 4 ປະເທດເອີລົບກາງ, ລວມມີ: ສ.ເຊັກ, ຮຸງກາຣີ, ໂປໂລຍ ແລະສະໂລວາເກຍ), ບັນດາປະເທດໃຫຍ່ໃນອີຢູ ແລະອາເມລິກາ. ຢູ່ອາຊີ, ເຊັກ ບູລິມະສິດການພົວພັນກັບບັນດາປະເທດໃຫຍ່, ຄື:  ຈີນ, ອິນເດຍ, ຍີ່ປຸ່ນ ແລະບາງປະເທດທີ່ເປັນມູນເຊື້ອ, ໃນນັ້ນມີຫວຽດນາມ. ປັດຈຸບັນ, ເຊັກ ແມ່ນສະມາຊິກຂອງຫຼາຍອົງການຈັດຕັ້ງສາກົນ, ຄື: ສະຫະປະຊາຊາດ, ອີຢູ, NATO...

ຫວຽດນາມ ແລະເຊັກ ສ້າງຕັ້ງການພົວພັນທາງການທູດໃນວັນທີ 2 ກຸມພາ 1950. ສໍາລັບຫວຽດນາມ, ນັບແຕ່ເມື່ອສ້າງຕັ້ງການພົວພັນທາງການທູດມາຮອດປັດຈຸບັນ, ເຊັກ ຍາມໃດກໍປະຕິບັດນະໂຍບາຍພັດທະນາການພົວພັນຮ່ວມມືກັບຫວຽດນາມ ໃນທຸກຂົງເຂດ.

leftcenterrightdel
ກອງປະຊຸມສໍາມະນາເສດຖະກິດ ຫວຽດນາມ - ສ.ເຊັກ ປີ 2018. ພາບ: ສໍານັກຂ່າວສານຫວຽດນາມ

ດ້ານການຄ້າ, ປີ 2012, ເຊັກ ປະກາດຍຸດທະສາດສົ່ງອອກແຫ່ງຊາດ 2012-2020, ໃນນັ້ນຈັດຫວຽດນາມ ເຂົ້າບັນຊີລາຍຊື່ 12 ຕະຫຼາດບູລິມະສິດ (ປະເທດໜຶ່ງດຽວໃນອາຊຽນ). ການຄ້າລະຫວ່າງສອງປະເທດໃນຊຸມປີມໍ່ໆມານີ້ມີການເຕີບໂຕແຕ່ຍັງຈໍາກັດຢູ່ເມື່ອທຽບໃສ່ກັບຄວາມສາມາດບົ່ມຊ້ອນ. ວົງເງິນການຄ້າສອງຝ່າຍລະຫວ່າງສອງປະເທດປີ 2018 ບັນລຸໄດ້ 307 ລ້ານໂດລາສະຫະລັດ, ໃນນັ້ນ ຫວຽດນາມ ສົ່ງອອກສູ່ ເຊັກ  165 ລ້ານໂດລາສະຫະລັດ, ສ່ວນຫຼາຍແມ່ນບັນດາປະເພດສິນຄ້າ ຄື: ກາເຟ, ພິກໄທ, ໝາກໄມ້ສົດ-ແຫ້ງ, ຖົ່ວດິນ, ຊາ, ເຂົ້າ, ຢາງພາລາ, ສິນໃນນໍ້າ, ເຄື່ອງສິລະປະຫັດຖະກໍາ... ຫວຽດນາມ ນໍາເຂົ້າຈາກ ເຊັກ ບັນດາປະເພດສິນຄ້າ  ຄື: ເຄື່ອງເອເລັກໂຕນິກ, ທາດເຄມີ, ເຄື່ອງຕັດຫຍິບ, ເກີບໜັງ, ນົມ ແລະບັນດາຜະລິດຕະພັນຈາກນົມ, ການຢາ...

ດ້ານການລົງທຶນ, ມາຮອດປັດຈຸບັນ, ເຊັກ ມີ 38 ໂຄງການລົງທຶນເຂົ້າຫວຽດນາມ, ຢືນອັນດັບທີ 42/101 ປະເທດ ແລະເຂດແຄວ້ນລົງທຶນຢູ່ຫວຽດນາມ, ດ້ວຍຈໍານວນທຶນຈົດທະບຽນທັງໝົດແມ່ນ 90 ລ້ານໂດລາສະຫະລັດ, ສຸມໃສ່ເຂົ້າໃນຂົງເຂດອະສັງຫາລິມະຊັບ, ເບຍ, ອຸປະກອນໄຟຟ້າ, ວັດສະດຸກໍ່ສ້າງ...

ໃນການຮ່ວມມືພັດທະນາ, ເຊັກ ແມ່ນປະເທດເອີລົບຕາເວັນອອກທໍາອິດສະໜອງ ODA ໃຫ້ແກ່ຫວຽດນາມ ຢ່າງລຽນຕິດ. ແຕ່ປີ 2013, ເຊັກ ບໍ່ຈັດ ຫວຽດນາມ ເຂົ້າໃນບັນຊີລາຍຊື່ບັນດາປະເທດທີ່ໄດ້ຮັບການຊ່ວຍເຫຼືອພັດທະນາ ODA ອີກ ຍ້ອນເສດຖະກິດຂອງຫວຽດນາມມີການພັດທະນາຢ່າງກ້າວໜ້າໃນຊຸມປີມໍ່ໆມານີ້.

ດ້ານການສຶກສາ-ກໍ່ສ້າງ, ນັບແຕ່ປີ 1999 ເຖິງປີ 2014, ລັດຖະບານ ເຊັກ ໄດ້ສະໜອງທຶນການສຶກສາຫຼາຍທຶນໃຫ້ແກ່ນັກສຶກສາຫວຽດນາມ ໄປສຶກສາຮໍ່າຮຽນຢູ່ ເຊັກ (4-5 ທຶນ/ປີ). ສອງຝ່າຍກໍາລັງເຈລະຈາເພື່ອລົງນາມໃນຂໍ້ຕົກລົງຮ່ວມມືກ່ຽວກັບການສຶກສາໃຫ້ແກ່ໄລຍະໃໝ່. ປັດຈຸບັນຊາວຫວຽດນາມອາໄສຢູ່ ເຊັກ ມີຈໍານວນ 65.000 ກວ່າຄົນ. ອໍານາດການປົກຄອງ ເຊັກ ສ້າງຄວາມສະດວກໂດຍພື້ນຖານໃຫ້ປະຊາຄົມຊາວຫວຽດນາມ ຢູ່ອາໄສ, ດໍາເນີນທຸລະກິດຕາມກົດໝາຍ.

ດ້ວຍພ້ືນຖານການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະການຮ່ວມມືຫຼາຍດ້ານກັບ ເຊັກ, ການຢ້ຽມຢາມ ສ.ເຊັກ ຢ່າງເປັນທາງການຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ປະກອບສ່ວນຊຸກຍູ້ການພົວພັນດ້ານການເມືອງ, ການທູດ, ເປີດກວ້າງການພົວພັນດ້ານເສດຖະກິດ, ການຄ້າ, ການລົງທຶນ; ພ້ອມທັງຍູ້ແຮງການຮ່ວມມືດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ການສຶກສາ-ກໍ່ສ້າງກວ່າອີກ... ເນື່ອງໃນໂອກາດນີ້, ສອງຝ່າຍກໍຈະແລກປ່ຽນບັນດາບັນຫາສາກົນ ແລະພາກພື້ນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ.

ພວກເຮົາເຊື່ອໝັ້ນວ່າ, ການຢ້ຽມຢາມ ສ.ເຊັກ ຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຈະປະສົບຜົນສໍາເລັດຢ່າງຈົບງາມ, ປະກອບສ່ວນເພີ່ມທະວີຄວາມເຂົ້າໃຈ ແລະຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນແລະກັນລະຫວ່າງການນໍາ ແລະປະຊາຊົນຫວຽດນາມ ກັບ ສ. ເຊັກ, ພ້ອມທັງເຮັດໃຫ້ການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະການຮ່ວມມືຫຼາຍດ້ານລະຫວ່າງສອງປະເທດ ເລິກເຊິ່ງຂຶ້ນຕື່ມ.

ໂດຍ: ໄຊຊະນະ