ໂດຍແມ່ນສອງປະເທດບ້ານໃກ້ເຮືອນຄຽງທີ່ມີແມ່ນ້ຳລຳເຊ ແລະສາຍພູຫຼວງຕິດຈອດກັນ, ປະຊາຊົນສອງປະເທດຫວຽດນາມ - ລາວ ມີສາຍພົວພັນທີ່ເປັນມູນເຊື້ອ, ສັດຊື່ບໍລິສຸດ, ສະໜິດຕິດພັນກັນມາແຕ່ດົນນານ. ນັບແຕ່ຊຸມປີ 30 ຂອງສະຕະວັດກ່ອນ, ຂະບວນການປະຕິວັດຂອງສອງປະເທດໄດ້ສະໜິດຕິດພັນກັນຢ່າງແໜ້ນແຟ້ນພາຍໃຕ້ການນຳພາຂອງພັກກອມມູນິດອິນດູຈີນ.

ໂດຍໄດ້ຮັບການເສີມສ້າງບົນພື້ນຖານລັດທິມາກ-ເລນິນ ແລະລັດທິສາກົນກຳມະຊີບ, ສາຍພົວພັນພິເສດນັ້ນໄດ້ສ້າງເປັນກຳລັງແຮງດ້ານຈິດໃຈ ແລະວັດຖຸ. ປະຊາຊົນສອງປະເທດຍາມໃດກໍ່ສາມັກຄີ, ຮ່ວມທຸກຮ່ວມສຸກ, ຮ່ວມເປັນຮ່ວມຕາຍນຳກັນ. ພະນັກງານ, ນັກຮົບຫວຽດນາມ ລຸ້ນຕ່າງໆໄດ້ຜ່ານຜ່າຄວາມທຸກຍາກລຳບາກນາໆປະການ, ຄຽງບ່າຄຽງໄຫຼ່ພ້ອມກັບກອງທັບ ແລະປະຊາຊົນລາວອ້າຍນ້ອງຍາດໄດ້ໄຊຊະນະອັນໃຫຍ່ຫຼວງໃນການຕໍ່ສູ້ຕ້ານພວກລ່າເມືອງຂຶ້ນຝະລັ່ງ ແລະຈັກກະພັດອາເມລິກາ.

ສືບທອດ ແລະເສີມຂະຫຍາຍຜົນງານຂອງສາຍພົວພັນແບບພິເສດ, ປະຈຸບັນ, ໃນພາລະກິດສ້າງສາ ແລະພັດທະນາປະເທດຊາດ, ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານຫວຽດນາມ - ລາວ ໂດຍປະທານໂຮ່ຈິມິນ, ປະທານ ໄກສອນ ພົມວິຫານ, ປະທານ ສຸພານຸວົງ ກໍ່ຕ້ັງ ແລະການນຳ, ປະຊາຊົນຮຸ່ນຕ່າງໆຂອງສອງປະເທດໄດ້ເພີ່ມພູນຄູນສ້າງນັ້ນ, ຍັງຄົງສືບຕໍ່ແຕກດອກອອກຜົນໃນທຸກດ້ານ.

leftcenterrightdel
ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ ແລະທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີລາວ ທີ່ກອງປະຊຸມຄັ້ງທີ 40 ຄະນະກໍາມະການລະຫວ່າງລັດຖະບານຫວຽດນາມ - ລາວ. ພາບ: anninhthudo.vn.

ກອງປະຊຸມຄັ້ງທີ 41 ຄະນະກໍາມະການລະຫວ່າງລັດຖະບານຫວຽດນາມ - ລາວ ດໍາເນີນໃນສະພາບທີ່ການພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງສອງປະເທດນັບມື້ນັບເຂົ້າສູ່ລວງເລິກໃນທຸກຂົງເຂດ.

ໃນຂະນະນັ້ນ, ການຮ່ວມມືດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບຫວຽດນາມ - ລາວ ນັບມື້ນັບແໜ້ນແຟ້ນ, ບັນລຸປະສິດທິຜົນຢ່າງຕັ້ງໜ້າ, ປະກອບສ່ວນຮັບປະກັນສະຖຽນລະພາບດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພໃນສັງຄົມຂອງແຕ່ລະປະເທດ. ສອງຝ່າຍສືບຕໍ່ສົມທົບກັນຊອກຫາຂຸດເອົາ ແລະທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ, ທະຫານອາສາສະໝັກ ແລະນັກຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດເພື່ອຊາດ ໃນສະໄໝສົງຄາມຢູ່ລາວ ກັບເມືອປະເທດ. ການຮ່ວມມືດ້ານເສດຖະກິດ, ການຄ້າ ແລະການລົງທຶນສືບຕໍ່ໄດ້ຮັບຄວາມເອົາໃຈໃສ່ຊຸກຍູ້ຈາກສອງປະເທດ.

ສອງຝ່າຍກໍ່ເອົາໃຈໃສ່ເປັນພິເສດເຖິງການຍົກສູງຄຸນນະພາບ, ປະສິດທິຜົນການຮ່ວມມືໃນຂົງເຂດການສຶກສາ - ບໍາລຸງສ້າງ, ພັດທະນາແຫຼ່ງຊັບພະຍາກອນມະນຸດ, ຄົມມະນາຄົມຂົນສົ່ງ,  ວິທະຍາສາດເຕັກໂນໂລຢີ, ກະສິກຳ, ວັດທະນະທໍາ, ການທ່ອງທ່ຽວ... ນອກຈາກນັ້ນ, ການພົວພັນຮ່ວມມືລະຫວ່າງບັນດາກະຊວງ, ຄະນະ, ຂະແໜງການ, ຄະນະກໍາມາທິການຂອງສະພາແຫ່ງຊາດ, ອົງການຈັດຕັ້ງມະຫາຊົນ, ບັນດາທ້ອງຖິ່ນໄດ້ຮັບການຍູ້ແຮງມີປະສິດທິຜົນ ແລະແທດຈິງຢ່າງບໍ່ຢຸດຢັ້ງ. ສອງຝ່າຍສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ, ສະໜັບສະໜູນເຊິ່ງກັນ ແລະກັນ ຢູ່ບັນດາເວທີປາໄສຮ່ວມມືພາກພື້ນ ແລະສາກົນ, ເພີ່ມທະວີການຮ່ວມມື, ສົມທົບກັບບັນດາປະເທດສະມາຊິກອາຊຽນອື່ນໆໃນການສ້າງປະຊາຄົມອາຊຽນ ແລະຮັກສາຄວາມສາມັກຄີ, ເຫັນດີເຫັນພ້ອມຂອງອາຊຽນໃນບັນດາບັນຫາຍຸດທະສາດຂອງພາກພື້ນ.

ເລື່ອງຈັດຕັ້ງກອງປະຊຸມຄັ້ງທີ 41 ຄະນະກໍາມະການລະຫວ່າງລັດຖະບານຫວຽດນາມ - ລາວ ແນໃສ່ສືບຕໍ່ຢືນຢັນບຸລິມະສິດເຖິງການພົວພັນຕ່າງປະເທດຂອງທັງສອງປະເທດແມ່ນພັດທະນາສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານຫວຽດນາມ - ລາວ ຢ່າງບໍ່ຢຸດຢັ້ງ; ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງລະຫວ່າງສອງປະເທດ; ສ້າງຄວາມເຫັນດີເປັນເອກະພາບໃນການຊີ້ນໍາຊຸກຍູ້ການຜັນຂະຫຍາຍບັນດາຂໍ້ຕົກລົງຂັ້ນສູງ, ເພີ່ມທະວີສາຍພົວພັນຮ່ວມມືລະຫວ່າງສອງປະເທດໃນໄລຍະຈະມາເຖິງ. ພວກເຮົາເຊື່ອໝັ້ນວ່າ ກອງປະຊຸມຈະປະສົບຜົນສຳເລັດຢ່າງຈົບງາມ, ຜ່ານນັ້ນ, ສ້າງກຳລັງໜູນນໍາການພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານຫວຽດນາມ - ລາວ ນັບມື້ນັບເຂົ້າສູ່ລວງເລິກ, ມີປະສິດທິຜົນ ແລະແທດຈິງ.

ໂດຍ: ເຈິ່ນຮວ່ຽນ