ໂດຍໄດ້ຮັບຄຳເຊີນຂອງທ່ານນາຍົກລັດຖະມົນຕີໄທ Prayut Chan-o-cha  ແລະນາຍົກລັດຖະມົນຕີກຳປູເຈຍ Samdech Techo Hun Sen,  ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ຈະນຳໜ້າຄະນະຜູ້ແທນຫວຽດນາມ ເຂົ້າຮ່ວມກອງປະຊຸມສຸດຍອດຍຸດທະສາດການຮ່ວມມືດ້ານເສດຖະກິດ Ayeyawady-Chao Phraya-Mekong (ACMECS) ຄັ້ງທີ 8 ແລະກອງປະຊຸມສຸດຍອດການຮ່ວມມືກຳປູເຈຍ-ລາວ-ມຽນມາ-ຫວຽດນາມ (CLMV) ຄັ້ງທີ 9  ຊຶ່ງຈັດຕັ້ງທີ່ ບາງກອກ, ໄທ ແຕ່ວັນທີ 15-16 ມິຖຸນາ 2018.

ກອງປະຊຸມສຸດຍອດຍຸດທະສາດການຮ່ວມມືດ້ານເສດຖະກິດ Ayeyawady-Chao Phraya-Mekong ຄັ້ງທີ 8, ກອງປະຊຸມສຸດຍອດການຮ່ວມມືກຳປູເຈຍ-ລາວ-ມຽນມາ-ຫວຽດນາມ (CLMV) ຄັ້ງທີ 9  ໄດ້ດຳເນີນໃນສະພາວະທີ່ການຮ່ວມມືອະນຸພາກພື້ນແມ່ນ້ຳຂອງສືບຕໍ່ມີບັນດາບາດກ້າວສຳຄັນປະກອບສ່ວນປັບປຸງສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບ, ຊຸກຍູ້ການເຊື່ອມໂຍງ ແລະພັດທະນາອ່າງແມ່ນ້ຳຂອງ, ການພົວພັນລະຫວ່າງຫວຽດນາມ ກັບບັນດາປະເທດແມ່ນ້ຳຂອງ ນັບມື້ນັບໄດ້ຮັບການເປີດກວ້າງ ແລະເຂົ້າສູ່ລວງເລິກ.

ເພີ່ມທະວີການຮ່ວມມື, ຮັດແຄບຊ່ອງຫວ່າງທາງດ້ານການພັດທະນາ

ຍຸດທະສາດການຮ່ວມມືດ້ານເສດຖະກິດ Ayeyawady - Chao Phraya – Mekong (ACMECS) ຍັງໄດ້ເອີ້ນວ່າອົງການຈັດຕັ້ງຍຸດທະສາດການຮ່ວມມືດ້ານເສດຖະກິດ (ECS), ແມ່ນຂອບເຂດການຮ່ວມມືດ້ານເສດຖະກິດ ເຊິ່ງລວມມີ 5 ປະເທດ ກຳປູເຈຍ, ລາວ, ມຽນມາ, ໄທ ແລະຫວຽດນາມ, ແນໃສ່ເພີ່ມທະວີການຮ່ວມມືດ້ານເສດຖະກິດລວມ ແລະການຮ່ວມມືສອງຝ່າຍເພື່ອຂຸດຄົ້ນ, ເສີມຂະຫຍາຍທ່າແຮງລະຫວ່າງບັນດາເຂດ, ບັນດາປະເທດສະມາຊິກ, ຍົກສູງກຳລັງແກ່ງແຍ້ງ, ຮັດແຄບຊ່ອງຫວ່າງ.

ຫວຽດນາມ ໄດ້ສ້າງຕັ້ງກຸ່ມປະຕິບັດງານລະຫວ່າງຂະແໜງໂດຍການນຳກະຊວງການຕ່າງປະເທດເປັນຫົວໜ້າ, ສະມາຊິກລວມມີຜູ້ຕາງໜ້າບັນດາກະຊວງ, ຂະແໜງການກ່ຽວຂ້ອງ. ກອງປະຊຸມສຸດຍອດຍຸດທະສາດການຮ່ວມມືດ້ານເສດຖະກິດ Ayeyawady - Chao Phraya – Mekong ຖືກຜັດປ່ຽນກັນຈັດຕັ້ງ 2 ປີ ເທື່ອໜຶ່ງ; ມາຮອດປະຈຸບັນແມ່ນຈັດຕັ້ງໄດ້ 7 ຄັ້ງແລ້ວ.

ຊຸກຍູ້ການເຊື່ອມໂຍງອະນຸພາກພື້ນແມ່ນ້ຳຂອງ ແລະອາຊຽນ

ທີ່ກອງປະຊຸມສຸດຍອດ ອາຊຽນ-ຍີ່ປຸ່ນ ເຊິ່ງຈັດຕັ້ງໃນເດືອນ ທັນວາ 2003, ຢູ່ ໂຕກຽວ, ຍີ່ປຸ່ນ, ການນຳຂັ້ນສູງບັນດາປະເທດ ກຳປູເຈຍ, ລາວ, ມຽນມາ ແລະຫວຽດນາມ (CLMV) ໄດ້ເຫັນດີເປັນເອກະພາບກັນຈັດຕັ້ງກອງປະຊຸມສຸດຍອດກຳປູເຈຍ-ລາວ-ມຽນມາ ແລະຫວຽດນາມ ຄັ້ງທີ 1 ໃນໂອກາດກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 10 (ທີ່ນະຄອນຫຼວງ ວຽງຈັນ, ລາວ, ເດືອນ ພະຈິກ 2004).

ການສ້າງຕ້ັງກົນໄກຮ່ວມມື ກຳປູເຈຍ-ລາວ-ມຽນມາ ແລະຫວຽດນາມ ແມ່ນໜຶ່ງໃນບັນດາຄວາມມານະພະຍາຍາມເພື່ອແນໃສ່ຕອບສະໜອງຄວາມຮຽກຮ້ອງພາວະວິໄສຂອງການເຊື່ອມໂຍງອະນຸພາກພື້ນແມ່ນ້ຳຂອງ ແລະອາຊຽນ. ການຮ່ວມມືລະຫວ່າງກຳປູເຈຍ-ລາວ-ມຽນມາ ແລະຫວຽດນາມ ເລີ່ມມີມາຈາກແນວຄວາມຄິດຮັດແຄບຊ່ອງຫວ່າງທາງດ້ານການພັດທະນາແນໃສ່ຊຸກຍູ້ການເຊື່ອມໂຍງຂອງບັນດາປະເທດດັ່ງກ່າວເຂົ້າໃນວິວັດທະນາການພັດທະນາລວມຂອງພາກພື້ນ, ເສີມຂະຫຍາຍທ່າໄດ້ປຽບ, ຄວາມສາມາດບົ່ມຊ້ອນຮ່ວມມືຂອງແຕ່ລະປະເທດ. ດ້ານອື່ນ, ນີ້ແມ່ນຊ່ອງຮຽກຮ້ອງການໜູນຊ່ວຍຂອງບັນດາປະເທດອາຊຽນອື່ນ ແລະບັນດາຄູ່ຮ່ວມມືພັດທະນາສະຫງວນໃຫ້ບັນດາປະເທດ ກຳປູເຈຍ-ລາວ-ມຽນມາ ແລະຫວຽດນາມ. ຍິ່ງກວ່ານັ້ນ, ການຮ່ວມມືລະຫວ່າງ ກຳປູເຈຍ-ລາວ-ມຽນມາ ແລະຫວຽດນາມ ກໍ່ແມ່ນເວທີປາໄສເພື່ອໃຫ້ບັນດາປະເທດດັ່ງກ່າວສົມທົບຫຼັກໝັ້ນ, ປະກອບສ່ວນປົກປັກຮັກສາຜົນປະໂຫຍດຂອງບັນດາປະເທດນີ້ໃນວິວັດທະນາການເຊື່ອມຈອດເສດຖະກິດອາຊຽນ ກໍ່ຄືລະຫວ່າງອາຊຽນ ກັບບັນດາຄູ່ຮ່ວມມືອື່ນຄື: ຈີນ, ຍີ່ປຸ່ນ, ສ.ເກົາຫຼີ...

leftcenterrightdel
ບັນດາຫົວໜ້າຄະນະຖ່າຍຮູບເປັນທີ່ລະນຶກທີ່ກອງປະຊຸມ ACMECS 7. ພາບ: ສຳນັກຂ່າວສານຫວຽດນາມ.

ບັນດາຂົງເຂດຮ່ວມມືຂອງກຳປູເຈຍ-ລາວ-ມຽນມາ ແລະຫວຽດນາມ ລວມມີ: ການຄ້າ, ການລົງທຶນ; ກະສິກຳ, ອຸດສາຫະກຳ, ພະລັງງານ; ການຄົມມະນາຄົມ; ການທ່ອງທ່ຽວ, ການພັດທະນາແຫຼ່ງຊັບພະຍາກອນມະນຸດ. ບັນດາປະເທດເຫັນດີເປັນເອກະພາບກັນສ້າງຕັ້ງ 6 ກຸ່ມປະຕິບັດງານ, ດ້ວຍ 6 ຂົງເຂດຮ່ວມມື, ໃນນັ້ນຫວຽດນາມ ປະສານງານ 3 ກຸ່ມປະຕິບັດງານ (ການຄ້າ - ການລົງທຶນ, ເຕັກໂນໂລຢີຂໍ້ມູນຂ່າວສານ ແລະພັດທະນາແຫຼ່ງຊັບພະຍາກອນມະນຸດ).

ກອງປະຊຸມສຸດຍອດການຮ່ວມມື ກຳປູເຈຍ-ລາວ-ມຽນມາ ແລະຫວຽດນາມ ຄັ້ງທີ 1 ຮັບຮອງເອົາຖະແຫຼງການວຽງຈັນ ກ່ຽວກັບການເພີ່ມທະວີການຮ່ວມມືດ້ານເສດຖະກິດ ແລະການເຊື່ອມໂຍງໃນບັນດາຂອບເຂດການຮ່ວມມືອະນຸພາກພື້ນແມ່ນ້ຳຂອງ, ອາຊຽນ ແລະພາກພື້ນ; ຮຽກຮ້ອງໃຫ້ບັນດາປະເທດ ແລະບັນດາອົງການຈັດຕັ້ງສາກົນເພີ່ມທະວີການໜູນຊ່ວຍ 4 ປະເທດ ແນໃສ່ຮັດແຄບຊ່ອງຫວ່າງທາງດ້ານການພັດທະນາ.

ກອງປະຊຸມສຸດຍອດການຮ່ວມມື ກຳປູເຈຍ-ລາວ-ມຽນມາ ແລະຫວຽດນາມ ຄັ້ງທີ 2 ຮັບຮອງເອົາໂຄງການດຳເນີນງານເຫັນດີເປັນເອກະພາບ 4 ປະເທດສົມທົບກັນກັບໄທ ຄົ້ນຄວ້າຄວາມສາມາດສົມທົບການຮ່ວມມືລະຫວ່າງ ກຳປູເຈຍ-ລາວ-ມຽນມາ ແລະຫວຽດນາມ ແລະຍຸດທະສາດການຮ່ວມມືດ້ານເສດຖະກິດ Ayeyawady - Chao Phraya – Mekong ເພື່ອແນໃສ່ຫຼີກເວັ້ນບໍ່ໃຫ້ກ້າວກ່າຍກັນ ແລະຍົກສູງປະສິດທິພາບການຮ່ວມມື.

ກອງປະຊຸມສຸດຍອດການຮ່ວມມື ກຳປູເຈຍ-ລາວ-ມຽນມາ ແລະຫວຽດນາມ ຄັ້ງທີ 3, ຮັບຮູ້ບັນດາຂໍ້ຕົກລົງກ່ຽວກັບການສົມທົບໂຄງການດຳເນີນງານກຳປູເຈຍ-ລາວ-ມຽນມາ ແລະຫວຽດນາມ, ໂຄງການດຳເນີນງານຍຸດທະສາດການຮ່ວມມືເສດຖະກິດ Ayeyawady - Chao Phraya- Mekong…

ກອງປະຊຸມສຸດຍອດການຮ່ວມມື ກຳປູເຈຍ-ລາວ-ມຽນມາ ແລະຫວຽດນາມ ຄັ້ງທີ 4, ເຫັນດີເປັນເອກະພາບກັນກຳນົດທິດຊຸກຍູ້ບັນດາຂົງເຂດຮ່ວມມືລະຫວ່າງ ກຳປູເຈຍ-ລາວ-ມຽນມາ ແລະຫວຽດນາມ, ລວມມີການຄ້າ, ການລົງທຶນ, ການຄົມມະນາຄົມ, ກະສິກຳ, ອຸດສາຫະກຳ, ພະລັງງານ, ການທ່ອງທ່ຽວ, ການພັດທະນາແຫຼ່ງຊັບພະຍາກອນມະນຸດ; ສົ່ງເສີມການເຂົ້າຮ່ວມຂອງພາກເອກະຊົນ, ວິສາຫະກິດບັນດາປະເທດເຂົ້າໃນວິວັດທະນາການຮ່ວມມື. ກອງປະຊຸມເຫັນດີເປັນເອກະພາບກັນສ້າງເງື່ອນໄຂສະດວກ, ຊຸກຍູ້ວິສາຫະກິດບັນດາປະເທດສະມາຊິກຮ່ວມມືລົງທຶນ, ດຳເນີນທຸລະກິດໃນບັນດາຂົງເຂດອຸດສາຫະກຳປຸງແຕ່ງ, ບໍແຮ່, ໄຟຟ້ານ້ຳຕົກ, ພັດທະນາພື້ນຖານໂຄງລ່າງ, ການບໍລິການ ແລະການຂົນສົ່ງ... ຫວຽດນາມໄດ້ກໍ່ສ້າງກອງທຶນສຶກສາ CLMV, ຕາມນັ້ນແຕ່ລະປີ ຫວຽດນາມຈະສະໜອງທຶນການສຶກສາໃຫ້ບັນດາປະເທດ ກຳປູເຈຍ, ລາວ, ມຽນມາ ຈໍານວນຫຼາຍສິບທຶນ.

ກອງປະຊຸມສຸດຍອດການຮ່ວມມື ກຳປູເຈຍ-ລາວ-ມຽນມາ ແລະຫວຽດນາມ ຄັ້ງທີ 5, ຮັບຮອງເອົາຖະແຫຼງການຮ່ວມກ່ຽວກັບການເພີ່ມທະວີການຮ່ວມມືລະຫວ່າງ 4 ປະເທດ ເພື່ອແນໃສ່ຮັດແຄບຊ່ອງຫວ່າງທາງດ້ານການພັດທະນາກັບບັນດາປະເທດອາຊຽນ.

ກອງປະຊຸມສຸດຍອດການຮ່ວມມື ກຳປູເຈຍ-ລາວ-ມຽນມາ ແລະຫວຽດນາມ ຄັ້ງທີ 6 ເຫັນດີເປັນເອກະພາບກັນກ່ຽວກັບການກຳນົດທິດລວມມີ: ຍົກສູງປະສິດທິຜົນໃນການປະສານງານຮ່ວມມື; ຍູ້ແຮງການຮ່ວມມືອຳນວຍຄວາມສະດວກດ້ານການຄ້າ, ການລົງທຶນ, ການທ່ອງທ່ຽວ; ເພີ່ມທະວີການເຊື່ອມຈອດຜ່ານການຍູ້ແຮງການຮ່ວມມືພັດທະນາບັນດາແລວທາງເສດຖະກິດ; ຍູ້ແຮງການຮ່ວມມືພັດທະນາແຫຼ່ງຊັບພະຍາກອນມະນຸດ...

ກອງປະຊຸມສຸດຍອດການຮ່ວມມື ກຳປູເຈຍ-ລາວ-ມຽນມາ ແລະຫວຽດນາມ ຄັ້ງທີ 7 ເຫັນດີເປັນເອກະພາບກັນເພີ່ມທະວີການຮ່ວມມືດ້ານການຄ້າ ແລະການລົງທຶນລະຫວ່າງ 4 ປະເທດ: ສົມທົບກັນກໍ່ສ້າງບັນດານະໂຍບາຍໃໝ່ກ່ຽວກັບການອຳນວຍຄວາມສະດວກດ້ານການຄ້າ, ບັນດາຂໍ້ຕົກລົງສອງຝ່າຍ ແລະຫຼາຍຝ່າຍ.

ກອງປະຊຸມສຸດຍອດການຮ່ວມມື ກຳປູເຈຍ-ລາວ-ມຽນມາ ແລະຫວຽດນາມ ຄັ້ງທີ 8 ໄດ້ດຳເນີນທີ່ ຮ່າໂນ້ຍ, ບັນດາການນຳເຫັນດີເປັນເອກະພາບສົມທົບກັນຜັນຂະຫຍາຍບັນດາເນື້ອໃນຮ່ວມມືລະອຽດໃນບັນດາຂົງເຂດການຄົມມະນາຄົມ, ອຳນວຍຄວາມສະດວກດ້ານການຄ້າ ແລະການລົງທຶນ, ອຸດສາຫະກຳ, ການທ່ອງທ່ຽວ ແລະການພັດທະນາແຫຼ່ງຊັບພະຍາກອນມະນຸດ.

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ນຳໜ້າຄະນະຜູ້ແທນຫວຽດນາມ ເຂົ້າຮ່ວມບັນດາກອງປະຊຸມແນໃສ່ສະແດງໃຫ້ເຫັນວ່າຫວຽດນາມຖືເປັນສຳຄັນການຮ່ວມມືດ້ານເສດຖະກິດ Ayeyawady-Chao Phraya-Mekong  ແລະການຮ່ວມມືລະຫວ່າງ ກຳປູເຈຍ-ລາວ-ມຽນມາ ແລະຫວຽດນາມ; ຍົກສູງຖານະ  ແລະບົດບາດຂອງຫວຽດນາມ, ຍູ້ແຮງການຮ່ວມມືໃນບັນດາຂົງເຂດ ຄື: ການເຊື່ອມຕໍ່ພາກພື້ນ, ການຮ່ວມມືດ້ານແຫຼ່ງຊັບພະຍາກອນນ້ຳ, ການຄ້າ ແລະການລົງທຶນ, ເພີ່ມທະວີການເຊື່ອມຈອດລະຫວ່າງບັນດາປະເທດໃນພາກພື້ນ; ຊຸກຍູ້ການພົວພັນລະຫວ່າງບັນດາປະເທດບ້ານໃກ້ເຮືອນຄຽງ, ມິດຕະພາບ, ການຮ່ວມມືຮອບດ້ານລະຫວ່າງຫວຽດນາມ - ກຳູເຈຍ.

 

ແປໂດຍ: ຮຸຍດົງ