ເພື່ອແນໃສ່ໃຫ້ຄຳປຶກສາ ແລະຕອບບັນດາບັນຫາທີ່ວິສາຫະກິດມີຄວາມສົນໃຈ ເຊິ່ງກ່ຽວຂ້ອງເຖິງການນໍາເຂົ້າ, ສົ່ງອອກຜະລິດຕະພັນປຸງແຕ່ງຈາກຜະລິດຕະພັນກະເສດ, ສະບຽງອາຫານໄປຍັງຕະຫຼາດກໍາປູເຈຍ, ວັນທີ 22 ມິຖຸນາ, ກົມສ່ົງເສີມການຄ້າ (ກະຊວງອຸດສາຫະກໍາ-ການຄ້າຫວຽດນາມ) ໄດ້ສົມທົບກັບຫ້ອງການການຄ້າຫວຽດນາມ ປະຈໍາ ກຳປູເຈຍ ຈັດຕັ້ງວາລະໃຫ້ຄຳປຶກສາສົ່ງອອກໄປຍັງຕະຫຼາດກໍາປູເຈຍ. ວາລະໃຫ້ຄຳປຶກສາໄດ້ຈັດຂຶ້ນແບບເຊິ່ງໜ້າຢູ່ແຂວງໄຕນິງ ແລະຜ່ານລະບົບທາງໄກ Zoom  ແລະຢູ່ fanpage Facebook ຂອງ ກົມສົ່ງເສີມການຄ້າ.

leftcenterrightdel
ການຂົນສົ່ງສິນຄ້າລະຫວ່າງຫວຽດນາມ ແລະກໍາປູເຈຍ ຜ່ານດ່ານຊາຍແດນມົ້ກບາຍ. ພາບ: ສໍານັກຂ່າວສານຫວຽດນາມ. 

ກະຊວງອຸດສາຫະກໍາ ແລະການຄ້າຫວຽດນາມ ໃຫ້ຮູ້ວ່າ ໃນຊຸມປີຜ່ານມາ, ຫວຽດນາມ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືການຄ້າແຖວໜ້າຂອງກໍາປູເຈຍ ດ້ວຍວົງເງິນການຄ້າສອງປະເທດ ຍາມໃດກໍ່ຮັກສາລະດັບເຕີບໂຕຢ່າງຕັ້ງໜ້າ ແລະໝັ້ນຄົງ. ໄລຍະແຕ່ປີ 2016-2020, ການຄ້າສອງຝ່າຍລະຫວ່າງຫວຽດນາມ ແລະກໍາປູເຈຍ ບັນລຸລະດັບເຕີບໂຕສະເສ່ຍ 17%/ປີ, ແຕ່ 2,92 ຕື້ໂດລາສະຫະລັດໃນປີ 2015 ຂຶ້ນເປັນ 5,32 ຕື້ໂດລາສະຫະລັດໃນປີ 2020.

ໃນໄລຍະມໍ່ໆມານີ້, ເຖິງວ່າພະຍາດໂຄວິດ-19 ເຮັດໃຫ້ການເຄື່ອນໄຫວດ້ານການຄ້າຊາຍແດນປະສົບອຸປະສັກນາໆປະການກໍ່ຕາມ, ແຕ່ວົງເງິນສົ່ງອອກລະຫວ່າງຫວຽດນາມ ແລະກໍາປູເຈຍ ຍັງບັນລຸໝາກຜົນດີພໍສົມຄວນ. ລະອຽດ, ປີ 2021, ວົງເງິນສົ່ງອອກສິນຄ້າຂອງຫວຽດນາມ ໄປຍັງກໍາປູເຈຍ ບັນລຸ 4,8 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 15,7% ເມື່ອທຽບໃສ່ປີ 2020. ວາລະໃຫ້ຄຳປຶກສາໄດ້ຮັບຄວາມຫວັງວ່າຈະຊ່ວຍວິສາຫະກິດຂຸດຄົ້ນບັນດາທ່າແຮງໃຫ້ມີປະສິດທິຜົນ ແລະມີເງື່ອນໄຂສະດວກກວ່າເພື່ອຍູ້ແຮງການສົ່ງອອກໄປຍັງກໍາປູເຈຍ.

ໂດຍ: ໄຊນີດາ