ອັດຕາເງິນເຟີ້ ຢູ່ອັງກິດ ເພີ່ມຂຶ້ນຢູ່ລະດັບສູງທີ່ສຸດໃນໄລຍະເກືອບໜຶ່ງທົດສະວັດທີ່ຜ່ານມາ
ຕາມອົງການສະຖິຕິແຫ່ງຊາດ ອັງກິດ (ONS), ໃນເດືອນ ຕຸລາ, ອັດຕາເງິນເຟີ້ຂອງປະເທດນີ້ໄດ້ເພີ່ມຂຶ້ນ 4,2% ໂດຍແມ່ນລະດັບສູງທີ່ສຸດນັບແຕ່ເດືອນ ພະຈິກ 2011 ເປັນຕົ້ນມາ. ສາຍເຫດແມ່ນຍ້ອນລາຄາພະລັງງານ ແລະ ຄວາມຕ້ອງການນຳໃຊ້ເພີ່ມຂຶ້ນໃນໄລຍະຫຼັງການຈຳກັດບໍລິເວນຍ້ອນໂລກລະບາດໂຄວິດ-19.
ກ່ອນໜ້ານັ້ນ, ໄພເງິນເຟີ້ຂອງອັງກິດ ໃນເດືອນ ກັນຍາ ແມ່ນ 3,1% ສູງກວ່າເມື່ອທຽບໃສ່ກັບເປົ້າໝາຍທີ່ລັດຖະບານວາງອອກແມ່ນ 2%, ຈາກນັ້ນເຮັດໃຫ້ມີຂ່າວຫຼືກ່ຽວກັບຄວາມສາມາດທີ່ວ່າທະນາຄານສູນກາງອັງກິດ (BoE) ຈະເພີ່ມອັດຕາດອກເບ້ຍຂຶ້ນ. ທ່ານ Grant Fitzner ຫົວໜ້ານັກເສດຖະກິດຂອງ ONS ໄດ້ໃຫ້ຂໍ້ສັງເກດວ່າ ສາຍເຫດທີ່ເຮັດໃຫ້ອັດຕາເງິນເຟີ້ໃນເດືອນ ຕຸລາ ເພີ່ມຂຶ້ນຢູ່ລະດັບສູງທີ່ສຸດໃນໄລຍະເກືອບ 1 ທົດສະວັດແມ່ນ ຍ້ອນຄ່າໃຊ້ຈ່າຍພະລັງງານ, ເຊື້ອເພີງ, ລາຄາຂອງລົດໂອໂຕເກົ່າ, ຄ່າການບໍລິການຢູ່ບັນດາຮ້ານອາຫານ ແລະ ໂຮງແຮມໄດ້ເພີ່ມຂຶ້ນ. ເລື່ອງຂາດເຂີນຊີບເຄິ່ງຊັກນຳໄຟຟ້າໃນທົ່ວໂລກໄດ້ກໍ່ຄວາມຫຍຸ້ງຍາກໃຫ້ແກ່ຂະແໜງຜະລິດລົດໂອໂຕ, ຈາກນັ້ນຍູ້ລາຄາລົດທີ່ໄດ້ນຳໃຊ້ແລ້ວເພີ່ມຂຶ້ນ. ໄປຄຽງຄູ່ກັນນັ້ນ, ສະພາບການຂາດວັກຂາດຕອນແຫຼ່ງສະໜອງໃນທົ່ວໂລກ ແລະ ລາຄາວັດຖຸດິບເພີ່ມຂຶ້ນສູງກໍ່ໄດ້ເຮັດໃຫ້ອັດຕາເງິນເຟີ້ເພີ່ມຂຶ້ນສູງ.
ແຫຼ່ງຄັດຈາກ: vovworld.vn