ລັດຖະບານ, ບັນດາພັກການເມືອງ ແລະປະຊາຊົນສີລັງກາ ຍາມໃດກໍ່ຈົດຈຳຄຸນນະທາດ ແລະການນຳພາອັນປີຊາສາມາດຂອງພັກກອມມູນິດຫວຽດນາມ ໃນພາລະກິດປົດປ່ອຍຊາດ ແລະສ້າງສາປະເທດຊາດ ໃນໄລຍະ 8 ທົດສະວັດຜ່ານມາ. ປັດຈຸບັນ, ສີລັງກາ ກໍ່ພວມຄົ້ນຄ້ວາ ແລະປຶກສາຫາລືຢ່າງລະອຽດຮູບແບບພັດທະນາຂອງຫວຽດນາມ ເພື່ອໝູນໃຊ້ເຂົ້າໃນເງື່ອນໄຂຢູ່ສີລັງກາ. ນີ້ແມ່ນການເນັ້ນໜັກຂອງທ່ານ Geeganage Weerasinghe ເລຂາທິການໃຫຍ່ພັກກອມມູນິດສີລັງກາ  ໃນການຕອບສຳພາດຂອງນັກຂ່າວວິທະຍຸກະຈາຍສຽງຫວຽດນາມ ກ່ອນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ.

leftcenterrightdel
ພາບປະກອບ: baochinhphu.vn

ທ່ານເລຂາທິການໃຫຍ່ Geeganage Weerasinghe ໃຫ້ຮູ້ວ່າ ສີລັງກາ ຕິດຕາມຢ່າງໃກ້ຊິດບັນດາການຜັນແປຂອງຫວຽດນາມ ແລະ ຮັບຮູ້ໄດ້ບັນດາເປົ້າໝາຍໃນຈຸດເວລາສະເຫຼີມສະຫຼອງ 100 ປີຂອງປະເທດຊາດ. ພາຍໃຕ້ການນຳພາອັນສະຫຼາດສ່ອງໃສຂອງພັກກອມມູນິດຫວຽດນາມ, ປະເທດຊາດ ພວມມຸ່ງໄປເຖິງເປົ້າໝາຍກາຍເປັນປະເທດທັນສະໄໝ, ພັດທະນາ ແລະຫັນເປັນອຸດສາຫະກຳໃນປີ 2045. ທ່ານເລຂາທິການໃຫຍ່ Geeganage Weerasinghe ຢັ້ງຢືນວ່າ ພັກກອມມູນິດສີລັງກາ ໃຫ້ຄຳໝັ້ນສັນຍາເພີ່ມທະວີການພົວພັນມິດຕະພາບ ກັບພັກກອມມູນິດຫວຽດນາມ ແລະ ເຊື່ອໝັ້ນວ່າການພົວພັນນີ້ຈະສືບຕໍ່ໄດ້ຮັບການປັບປຸງໃນອະນາຄົດ.

ຂ່າວ: ວິທະຍຸກະຈາຍສຽງຫວຽດນາມ