ກົມການເມືອງ, ຄະນະເລຂາທິການ ໄດ້ແບ່ງເບົາຕໍ່ກັບຄວາມເສຍຫາຍຂອງອົງຄະນະພັກ, ອຳນາດການປົກຄອງ ແລະປະຊາຊົນບັນດາທ້ອງຖິ່ນທີ່ຖືກຜົນເສຍຫາຍຍ້ອນຝົນຕົກ, ນ້ຳຖ້ວມ, ພິເສດແມ່ນບັນດາຄອບຄົວມີຍາດຕິພີ່ນ້ອງເສຍຊີວິດ ຫຼື ຫາຍສາຍສູນ. ພ້ອມກັນນັ້ນ, ກົມການເມືອງ, ຄະນະເລຂາທິການ ໄດ້ຮັບຮູ້, ຍ້ອງຍໍຊົມເຊີຍບັນດາຄວາມມານະພະຍາຍາມຂອງທຸກກຳລັງໃນການປ້ອງກັນ, ຕ້ານ ແລະ ແກ້ໄຂຜົນຮ້າຍຢ້ອນຫຼັງ ໂດຍໄພທຳມະຊາດກໍ່ຂຶ້ນ.

ຕາມຕົວເລກສະຖິຕິໃນເບື້ອງຕົ້ນ, ນ້ຳຖ້ວມ ແລະ ເຂດດິນເຊາະເຈື່ອນໄດ້ເຮັດໃຫ້ມີຜູ້ເສຍຊີວິດ ແລະຫາຍສາບສູນ 50 ຄົນ, 21 ຄົນຖືກບາດເຈັບ; ເຮືອນ 167 ຫຼັງຖືກເປ່ເພ; ເຮືອນກວ່າ 52.000 ຫຼັງ ຖືກຖ້ວມ ແລະຊັບສິນ, ຜືດພັກ, ກິດຈະກຳຄົມມະນາຄົມຖືກເປ່ເພ.

ແຫຼ່ງຄັດຈາກ: vovworld.vn