ນັກຂ່າວ: ຂໍທ່ານຮອງລັດຖະມົນຕີ ໃຫ້ຮູ້ຜົນງານອັນພົ້ນເດັ່ນຂອງການໄປປະຕິບັດງານຂອງປະທານສະພາແຫ່ງຊາດໃນການເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ AIPA-46 ແລະໄປຢ້ຽມຢາມມາເລເຊຍ ຢ່າງເປັນທາງການ?

ທ່ານ ເລແອງຕວນ ຮອງລັດຖະມົນຕີ: ການໄປປະຕິບັດງານຂອງທ່ານ ເຈິ່ນແທງເໝິນ ປະທານສະພາແຫ່ງຊາດ ປະສົບຜົນສຳເລັດຢ່າງຈົບງາມທີ່ສຸດ, ຜ່ານນັ້ນໄດ້ຢືນຢັນຢ່າງແຂງແຮງ ບົດບາດ, ຄໍາໝັ້ນສັນຍາ, ຄວາມຮັບຜິດຊອບ ແລະຄວາມເປັນເຈົ້າການຂອງຫວຽດນາມ ຕໍ່ການຮ່ວມມື AIPA ເວົ້າສະເພາະ ແລະ ອາຊຽນ ເວົ້າລວມ. ຜ່ານການຢ້ຽມຢາມ, ພວກເຮົາໄດ້ເຮັດໃຫ້ການພົວພັນດ້ານການເມືອງເລິກເຊິ່ງຂຶ້ນກວ່າເກົ່າ, ເຮັດໃຫ້ການຮ່ວມມືທຸກດ້ານລະຫວ່າງສອງປະເທດຮອບດ້ານກ່ວາ, ເປັນຕົ້ນແມ່ນໃນສະພາບທີ່ ມາເລເຊຍ ດຳລົງຕຳແໜ່ງປະທານອາຊຽນ 2025. ຫວຽດນາມ ປາດຖະໜາຢາກພ້ອມກັບມາເລເຊຍ ແລະບັນດາປະເທດອາຊຽນ ກໍ່ສ້າງປະຊາຄົມອາຊຽນ “ແບບຍືນຍົງ ແລະກວມລວມ”, ສາມັກຄີ, ເຂັ້ມແຂງ, ປັບປຸງບົດບາດໃຈກາງຂອງອາຊຽນ ໃນໂຄງປະກອບຂອງພາກພື້ນ.

ທ່ານ ເຈິ່ນແທງເໝິນ ໄດ້ມີການພົບປະເຈລະຈາສຳຄັນກັບທ່ານປະທານສະພາສູງ ແລະທ່ານປະທານສະພາຕໍ່າມາເລເຊຍ, ພົບປະກັບທ່ານນາຍົກລັດຖະມົນຕີມາເລເຊຍ ແລະພົບປະກັບປະຊາຄົມຊາວຫວຽດນາມ ຢູ່ ມາເລເຊຍ. ການນຳສອງປະເທດບັນລຸໄດ້ບັນດາຂໍ້ຕົກລົງທີ່ມີລັກສະນະການກໍານົດທິດ, ພິເສດແມ່ນດ້ານເສດຖະກິດ, ການຄ້າ ແລະການລົງທຶນ, ສູ້ຊົນເຮັດໃຫ້ວົງເງິນການຄ້າສອງຝ່າຍບັນລຸກວ່າ 18 ຕື້ໂດລາສະຫະລັດ; ສ້າງເງື່ອນໄຂສະດວກໃຫ້ແກ່ການຮ່ວມມືດ້ານເສດຖະກິດ ແລະລົບລ້າງບາງສິ່ງກີດຂວາງດ້ານກົດໝາຍ ເພື່ອສ້າງເງື່ອນໄຂໃຫ້ແກ່ການຍູ້ແຮງການລົງທຶນຂອງບັນດາວິສາຫະກິດ ມາເລເຊຍ ໄປຍັງຫວຽດນາມ...

leftcenterrightdel
ທ່ານ ເລແອງຕວນ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ. ພາບ: ກະຊວງການຕ່າງປະເທດຫວຽດນາມ

ການຮ່ວມມືລະຫວ່າງສະພາແຫ່ງຊາດສອງປະເທດ ກໍ່ແມ່ນຫົວຂໍ້ສຳຄັນທີ່ສອງຝ່າຍໄດ້ສຸມໃສ່ແລກປ່ຽນໃນຂອບເຂດໜ້າທີ່ວຽກງານ. ສອງຝ່າຍໄດ້ເຫັນດີເພີ່ມທະວີການແລກປ່ຽນຄະນະຜູ້ແທນຂັ້ນສູງ, ຂັ້ນຄະນະກໍາມະການ, ພົບປະແລກປ່ຽນບັນດາສະມາຊິກລັດຖະສະພາຍິງ ແລະສະມາຊິກລັດຖະສະພາໜຸ່ມ; ແບ່ງປັນຂໍ້ມູນຂ່າວສານ ແລະປະສົບການໃນການສ້າງ ແລະປັບປຸງກອບນິຕິກໍາໃຫ້ເໝາະສົມ, ສ້າງເງື່ອນໄຂສະດວກໃຫ້ແກ່ການຜັນຂະຫຍາຍບັນດາເນື້ອໃນ/ຂົງເຂດຮ່ວມມືໃໝ່ໃນຂອບເຂດການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານທີ່ຫາກໍ່ສ້າງຕັ້ງຂຶ້ນໃໝ່; ຍູ້ແຮງການຮ່ວມມືໃນການຕິດຕາມກວດກາການປະຕິບັດສົນທິສັນຍາສາກົນ, ຂໍ້ຕົກລົງຮ່ວມມືທີ່ໄດ້ລົງນາມລະຫວ່າງລັດຖະບານສອງປະເທດຢ່າງມີປະສິດທິຜົນ.

ນັກຂ່າວ: ຂໍຮຽນທ່ານຮອງລັດຖະມົນຕີ, ການໄປປະຕິບັດງາຂອງທ່ານ ເຈິ່ນແທງເໝິນ ພ້ອມດ້ວຍຄະນະຜູ້ແທນຫວຽດນາມ ມີຄວາມໝາຍ ແລະມີການປະກອບສ່ວນຫຍັງແດ່ໃຫ້ແກ່ AIPA?

ທ່ານ ເລແອງຕວນ ຮອງລັດຖະມົນຕີ: ພ້ອມກັບຫົວໜ້າຄະນະຜູ້ແທນບັນດາລັດຖະສະພາສະມາຊິກ AIPA, ທ່ານ ເຈິ່ນແທງເໝິນ ພ້ອມດ້ວຍຄະນະຜູ້ແທນສະພາແຫ່ງຊາດຫວຽດນາມ ໄດ້ເຂົ້າຮ່ວມບັນດາການເຄື່ອນໄຫວປຶກສາຫາລືຢູ່ບັນດາກອງປະຊຸມດ້ວຍຫົວຂໍ້ລວມວ່າ “ສະພາແຫ່ງຊາດຢູ່ດ່ານໜ້າເພື່ອອາຊຽນ ເຕີບໂຕແບບກວມລວມ ແລະຍືນຍົງ” ຢ່າງຕັ້ງໜ້າ, ຢືນຢັນວ່າ ສະພາແຫ່ງຊາດບັນດາປະເທດສະມາຊິກຈະຮ່ວມເດີນທາງ ແລະເຂົ້າຮ່ວມຢ່າງຕັ້ງໜ້າພ້ອມກັບລັດຖະບານບັນດາປະເທດ, ຫັນບັນດາຄໍາໝັ້ນສັນຍາຂັ້ນສູງໃຫ້ປະກົດຜົນເປັນຈິງ ແລະຫັນມະຕິຂອງ AIPA ໃຫ້ເປັນບັນດາການກະທຳທີ່ລະອຽດ ແລະບັນລຸໝາກຜົນທີ່ແທດຈິງ.

ກອງປະຊຸມສະມັດຊາໃຫຍ່ AIPA ຄັ້ງທີ 46 ໄດ້ຮັບຮອງເອົາມະຕິທີ່ຫວຽດນາມ ສະເໜີ ແລະສະໜັບສະໜູນເພື່ອແນໃສ່ຊຸກຍູ້ການຮ່ວມມືໃນບັນດາຂົງເຂດບຸລິມະສິດ ຄື: ເສດຖະກິດດີຈີຕອນ ແລະການຫັນເປັນດີຈີຕອນ, ຄວາມໝັ້ນຄົງທາງເຄືອຂ່າຍອິນເຕີເນັດ, ເພີ່ມທະວີການຄ້າພາຍໃນກຸ່ມ, ຍົກສູງປະສິດທິຜົນການຮ່ວມມືກັບບັນດາຄູ່ຮ່ວມມື, ເສີມຂະຫຍາຍບົດບາດຂອງການທູດລັດຖະສະພາໃນການຮັກສາສັນຕິພາບ, ສະຖຽນລະພາບຢູ່ພາກພື້ນ. ສິ່ງນີ້ແມ່ນສອດຄ່ອງກັບຄວາມຮຽກຮ້ອງຕ້ອງການພັດທະນາລວມຂອງອາຊຽນ ແລະຕິດພັນກັບບັນດາບຸລິມະສິດຂອງຫວຽດນາມ ໃນປະຈຸບັນ.

ໃນຂອບເຂດກອງປະຊຸມສະມັດຊາໃຫຍ່ AIPA ຄັ້ງທີ 46, ທ່ານ ເຈິ່ນແທງເໝິນ ໄດ້ມີການພົບປະກັບບັນດາຫົວໜ້າຄະນະຜູ້ແທນສະພາແຫ່ງຊາດລາວ, ກຳປູເຈຍ, ອິນໂດເນເຊຍ ແລະ ຕີມໍ ແລັດສະເຕ, ຜ່ານນັ້ນໄດ້ເຫັນດີເປັນເອກະພາບກ່ຽວກັບບັນດາທິດທາງການຮ່ວມມືໃໝ່ໃນຂົງເຂດການເມືອງ - ການທູດ, ເສດຖະກິດ - ການຄ້າ - ການລົງທຶນ, ວິທະຍາສາດ - ເຕັກໂນໂລຢີ, ພະລັງງານສະອາດ, ໂທລະຄົມມະນາຄົມ, ການພົບປະແລກປ່ຽນປະຊາຊົນ, ປະກອບສ່ວນຊຸກຍູ້ການພັດທະນາຂອງຫວຽດນາມ ກັບບັນດາຄູ່ຮ່ວມມືພັດທະນາຢ່າງແທດຈິງ, ມີປະສິດທິຜົນ ແລະເຂົ້າສູ່ລວງເລິກ.

ນັກຂ່າວ: ສະເໜີທ່ານຮອງລັດຖະມົນຕີ ໃຫ້ຮູ້ບັນດາທິດທາງໃນການຜັນຂະຫຍາຍບັນດາໝາກຜົນທີ່ບັນລຸໄດ້ໃນການພົບປະກັບການນໍາມາເລເຊຍ ແລະກອງປະຊຸມສະມັດຊາໃຫຍ່ AIPA ຄັ້ງທີ 46?

ທ່ານ ເລແອງຕວນ ຮອງລັດຖະມົນຕີ: ບັນດາໝາກຜົນອັນຕັ້ງໜ້າຂອງການຢ້ຽມຢາມໄດ້ເປີດກາລະໂອກາດຊຸກຍູ້ ແລະເຮັດໃຫ້ການຮ່ວມມືລະຫວ່າງ ຫວຽດນາມ ແລະ ມາເລເຊຍ ໃນຫຼາຍຂົງເຂດເລິກເຊິ່ງກວ່າອີກ, ສົມກັບການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານທີ່ຫາກໍ່ໄດ້ສ້າງຕັ້ງຂຶ້ນໃໝ່. ຂ້າພະເຈົ້າ ຖືວ່າໃນໄລຍະຈະມາເຖິງ, ບັນດາກະຊວງ, ຂະແໜງການ ແລະທ້ອງຖິ່ນທີ່ກ່ຽວຂ້ອງຂອງສອງຝ່າຍຈະສຳເລັດ ແລະຜັນຂະຫຍາຍໂຄງການດຳເນີນງານ ໄລຍະ 2025-2030, ເຊິ່ງແມ່ນໜຶ່ງໃນບັນດາຂອບເຂດສຳຄັນເພື່ອຫັນບັນດາຄຳໝັ້ນສັນຍາໃຫ້ປະກົດຜົນເປັນຈິງ, ເຮັດໃຫ້ການຮ່ວມມືຫຼາຍດ້ານລະຫວ່າງສອງປະເທດເລິກເຊິ່ງຂຶ້ນກວ່າອີກ.

ໃນນັ້ນ, ສອງຝ່າຍຈະສືບຕໍ່ຍູ້ແຮງການເຄື່ອນໄຫວແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະໃນທຸກຊ່ອງທາງຂອງພັກ, ລັດຖະບານ, ລັດ, ສະພາແຫ່ງຊາດ ແລະການພົບປະແລກປ່ຽນປະຊາຊົນ ເພື່ອເພີ່ມທະວີຄວາມເຂົ້າໃຈ ແລະຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະກັນ; ເສີມຂະຫຍາຍ ແລະຍົກສູງປະສິດທິຜົນບັນດາກົນໄກຮ່ວມມືທີ່ມີຢູ່ແລ້ວ.

ຄຽງຂ້າງນັ້ນ, ການຮ່ວມມືດ້ານເສດຖະກິດ ສືບຕໍ່ຖືວ່າແມ່ນຈຸດພົ້ນເດັ່ນໃນການພົວພັນສອງຝ່າຍ. ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ, ວິສາຫະກິດຂອງຫວຽດນາມ ຈະເປັນເຈົ້າການສົມທົບກັບບັນດາຄູ່ຮ່ວມມືຂອງມາເລເຊຍ ສຸມໃສ່ຊຸກຍູ້ ແລະໜູນຊ່ວຍການເຂົ້າຮ່ວມຂອງວິສາຫະກິດ ເພື່ອແນໃສ່ເປີດກວ້າງການພົວພັນດ້ານການຄ້າ, ການລົງທຶນໂດຍກົງ, ບັນລຸວົງເງິນການຄ້າ 18 ຕື້ ໂດລາສະຫະລັດ ໂດຍໄວ ແລະມຸ່ງໄປເຖິງບັນດາເປົ້າໝາຍທີ່ສູງກວ່າ...

ກ່ຽວກັບ AIPA-46, ໃນໄລຍະຈະມາເຖິງ, ສະພາແຫ່ງຊາດ, ບັນດາກະຊວງ, ຂະແໜງການ ຕ້ອງສົມທົບກັນຜັນຂະຫຍາຍບັນດາມະຕິທີ່ກອງປະຊຸມສະມັດຊາໃຫຍ່ AIPA-46 ຮັບຮອງເອົາຢ່າງມີປະສິດທິຜົນ ແລະມີຄວາມຮັບຜິດຊອບ, ສືບຕໍ່ຫັນບັນດາມະຕິເປັນນະໂຍບາຍນຳເອົາຜົນປະໂຫຍດມາໃຫ້ປະຊາຊົນ ແລະວິສາຫະກິດ, ປະກອບສ່ວນເຂົ້າໃນການປະຕິບັດວິໄສທັດປະຊາຄົມອາຊຽນ 2045 ແລະບັນດາແຜນການຍຸດທະສາດເພື່ອແນໃສ່ສ້າງປະຊາຄົມອາຊຽນ ໃຫ້ຂະຫຍັນຂັນເຄື່ອນ, ມີຫົວຄິດປະດິດສ້າງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ກວມລວມ ແລະຍືນຍົງ.

ນັກຂ່າວ: ຂໍຂອບໃຈທ່ານຮອງລັດຖະມົນຕີ!

ໂດຍ: ຈາງຫງວຽນ