ນັກຂ່າວ: ສະເໜີສະຫາຍໃຫ້ຮູ້ຄວາມໝາຍຂອງການຢ້ຽມຢາມທາງລັດຖະກິດ ສປປ ລາວ ຂອງທ່ານ ເລືອງເກື່ອງ ປະທານປະເທດຫວຽດນາມ?

ທ່ານ ບຸ່ຍແທັງເຊີນ: ການຢ້ຽມຢາມທາງລັດຖະກິດ ສປປ ລາວ ຂອງທ່ານ ເລືອງເກື່ອງ ມີຄວາມໝາຍສຳຄັນທີ່ສຸດສຳລັບສາຍພົວພັນພິເສດ ຫວຽດນາມ-ລາວ. ນີ້ແມ່ນການຢ້ຽມຢາມທາງລັດຖະກິດ ສປປ ລາວ ຄັ້ງທຳອິດຂອງທ່ານ ເລືອງເກື່ອງ ແລະດຳເນີນໃນເວລາພິເສດ. ປະຊາຊົນລາວ ຕ້ອນຮັບບຸນປີໃໝ່  2025 (ແຕ່ວັນທີ 13-16 ເມສາ 2025) ດ້ວຍຄວາມມຸ່ງຫວັງ ແລະຄວາມຄາດຫວັງໃໝ່. ທ່ານ ເລືອງເກື່ອງ ແລະຄະນະຜູ້ແທນຂັ້ນສູງຫວຽດນາມ ໄດ້ນຳມາເຊິ່ງຄວາມອົບອຸ່ນ, ດ້ວຍຄວາມຈິງໃຈ, ສະໜິດຕິດພັນຂອງບັນດາສະຫາຍ, ເພື່ອນຮ່ວມກົມກອງ, ອ້າຍນ້ອງທີ່ສະໜິດສະໜົມ. ພ້ອມກັນນັ້ນ, ຫວຽດນາມ ກໍ່ພວມກະກຽມພິທີສະເຫຼີມສະຫຼອງ 50 ປີແຫ່ງວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດເປັນເອກະພາບ. ມະຫາໄຊລະດູບານໃໝ່ປີ 1975 ຂອງຫວຽດນາມ ໄດ້ສ້າງເງື່ອນໄຂສະດວກໃຫ້ທະຫານ ແລະປະຊາຊົນລາວ ກ້າວຂຶ້ນຍາດໄດ້ໄຊຊະນະຢ່າງສົມບູນໃນປີ 1975.

leftcenterrightdel
ທ່ານ ບຸ່ຍແທັງເຊີນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ. ພາບ: ກວາງຮ໊ຽວ

ການຢ້ຽມຢາມແມ່ນໂອກາດ ເພື່ອໃຫ້ການນໍາ ແລະປະຊາຊົນສອງປະເທດໄດ້ທົບທວນຄືນປະຫວັດສາດການຮ່ວມສຳພັນສູ້ຮົບ, ຄວາມສາມັກຄີແບບພິເສດຫວຽດນາມ-ລາວ, ໂດຍປະທານໂຮ່ຈີມິນ, ປະທານ ໄກສອນ ພົມວິຫານ ແລະປະທານ ສຸພານຸວົງ ວາງພື້ນຖານ,  ໄດ້ຮັບການເພີ່ມພູນຄູນສ້າງຈາກການນໍາສອງພັກ, ສອງລັດ ແລະປະຊາຊົນສອງປະເທດ. ພ້ອມກັນຕີລາຄາສູງຄຸນຄ່າປະຫວັດສາດຂອງການພົວພັນສອງປະເທດ, ຍິ່ງມີຄວາມເອກອ້າງທະນົງໃຈຕື່ມຕໍ່ຜົນງານທີ່ສອງປະເທດບັນລຸໄດ້ໃນກິດຈະການສ້າງສາ ແລະພັດທະນາປະເທດຊາດ. ໄລຍະທາງທີ່ທັງສອງຝ່າຍຍາມໃດກໍ່ຄຽງບ່າຄຽງໄຫຼ່, ພ້ອມແລ້ວທີ່ຈະເສຍສະຫຼະເພື່ອໃຫ້ກັນ, ໄດ້ຝັງເລິກໃນແນວຄິດ ແລະການກະທຳ, ເຊິ່ງໃນໄລຍະທາງຂອງລາວ ລ້ວນແຕ່ມີເງົາຂອງຫວຽດນາມ ແລະໃນໄລຍະທາງຂອງຫວຽດນາມ ກໍ່ມີເງົາຂອງປະເທດລາວ ສະເໝີ.

ຄຸນຄ່າອັນລໍ້າຄ່າຂອງນໍ້າໃຈສາມັກຄີ, ຄວາມສະໜິດຕິດພັນ, ສັດຊື່ບໍລິສຸດ, ຜຸດຜ່ອງ, ສຸດອົກສຸດໃຈນັ້້ນໄດ້ສົ່ງຕໍ່ໃຫ້ຄົນລຸ້ນໜຸ່ມ, ຜູ້ທີ່ປະຕິບັດພາລະກຳສືບທອດມູນເຊື້ອອັນດີງາມທີ່ບັນພະບຸລຸດໄດ້ທຸ້ມເທເຫື່ອແຮງເພີ່ມພູນຄູນສ້າງ, ເພື່ອໃຫ້ກາຍເປັນຜູ້ສືບທອດສົມກັບນໍ້າໃຈສາມັກຄີອັນຍິ່ງໃຫຍ່ລະຫວ່າງ ຫວຽດນາມ-ລາວ, ຕາມຄໍາປະທານ ໄກສອນ ພົມວິຫານ ໄດ້ເວົ້າວ່າ: “ພູເຂົາອາດຈະເຊາະເຈື່ອນ, ແມ່ນໍ້າອາດຈະເຫືອດແຫ້ງແຕ່ນໍ້າໃຈມິດຕະພາບ ລາວ-ຫວຽດນາມ ຈະຍືນຍົງຄົງຕົວໄປກວ່າພູເຂົາ ແລະແມ່ນ້າ” ແລະລຸງໂຮ່ທີ່ຮັກແພງຂອງພວກເຮົາໄດ້ສະຫຼຸບອອກມາວ່າ “ຫວຽດນາມ-ລາວ ສອງປະເທດພວກເຮົາໄດ້ຝັງຮັກຢູ່ໃນໃຈ / ແມ່ນໍ້າແດງ-ແມ່ນ້ຳຂອງບໍ່ເລິກປຸນປານໄດ້”.

ນັກຂ່າວ: ສະເໜີສະຫາຍໃຫ້ຮູ້ໝາກຜົນທີ່ພົ້ນເດັ່ນ ແລະມາດຕະການແນໃສ່ຜັນຂະຫຍາຍໝາກຜົນບັນລຸໄດ້ຂອງການຢ້ຽມຢາມ?

ທ່ານ ບຸ່ຍແທັງເຊີນ: ການຢ້ຽມຢາມໄດ້ດຳເນີນໄປເປັນເວລາ 2 ວັນ, ໃນລະຫວ່າງວັນທີ 24-25 ເມສາ, ດ້ວຍການເຄື່ອນໄຫວ 15 ລາຍການ ແລະນຳມາເຊິ່ງບັນດາໝາກຜົນທີ່ພົ້ນເດັ່ນຫຼາຍຢ່າງ.

ທີໜຶ່ງ, ສອງຝ່າຍໄດ້ເຫັນດີເປັນເອກະພາບສືບຕໍ່ນໍາການພົວພັນດ້ານການເມືອງໃຫ້ເຂົ້າສູ່ລວງເລິກ, ການຮ່ວມມືຢ່າງແໜ້ນແຟ້ນໃນຂົງເຂດການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະບັນຫາທີ່ກ່ຽວຂ້ອງເຖິງການພັດທະນາຂອງແຕ່ລະປະເທດ, ພ້ອມທັງຕັ້ງໜ້າຜັນຂະຫຍາຍຄຳໝັ້ນສັນຍາ, ຂໍ້ຕົກລົງຂອງການນຳຂັ້ນສູງສອງປະເທດ, ດ້ວຍຈິດໃຈໃໝ່: ໄດ້ໃຫ້ຄຳໝັ້ນສັນຍາແລ້ວຕ້ອງຜັນຂະຫຍາຍຢ່າງມີປະສິດທິຜົນ.

ທີສອງ, ຍົກລະດັບການຮ່ວມມືດ້ານເສດຖະກິດໃຫ້ສົມກັບຂະໜາດຂອງສາຍພົວພັນແບບພິເສດ; ແກ້ໄຂຄວາມຫຍຸ້ງຍາກ, ຂໍ້ຕິດຂັດໃນການຮ່ວມມືດ້ານເສດຖະກິດຢ່າງສຸດຂີດ; ປັບປຸງກອບນິຕິກຳໃຫ້ສົມບູນແບບ, ສ້າງກົນໄກຮ່ວມມືຢ່າງຄົບຊຸດ. ພິເສດແມ່ນ, ສອງຝ່າຍມານະພະຍາຍາມເຮັດສຳເລັດໂຄງການທ່າກໍາປັ່ນຫວູງອ໊າງ, ປະກອບສ່ວນຫັນຍຸດທະສາດນຳລາວ ອອກສູ່ທະເລ, ເຊື່ອມຕໍ່ລາວ ກັບພາກພື້ນ ແລະໂລກ, ການພັດທະນາຂອງລາວ ກໍ່ຄືຂອງສອງປະເທດຈະໄດ້ຮັບການເປີດກວ້າງ ແລະຫັນເປັນຫຼາຍຮູບຫຼາຍແບບ.

ທີສາມ, ຍູ້ແຮງການຮ່ວມມືດ້ານການສຶກສາ-ກໍ່ສ້າງ ແລະພັດທະນາຊັບພະຍາກອນມະນຸດ ໂດຍສຸມໃສ່ຄຸນນະພາບ, ປະສິດທິຜົນເພື່ອຕອບສະໜອງຄວາມຕ້ອງການພັດທະນາຂອງແຕ່ລະປະເທດ. ເນື່ອງໃນໂອກາດນີ້, ທ່ານ ເລືອງເກື່ອງ ໄດ້ປະກາດມອບຂອງຂວັນຂອງພັກ, ລັດ ແລະປະຊາຊົນຫວຽດນາມ ໃຫ້ພັກ, ລັດ ແລະປະຊາຊົນລາວ ຈຳນວນ 3 ລ້ານໂດລາສະຫະລັດ ເພື່ອກໍ່ສ້າງໂຮງໝໍເມືອງຢູ່ແຂວງວຽງຈັນ, ດ້ວຍຄວາມປາດຖະໜາຢາກປະກອບສ່ວນເຂົ້າໃນການພັດທະນາການຮັບປະກັນຊີວິດສັງຄົມໃຫ້ປະຊາຊົນລາວ ອ້າຍນ້ອງ.

ທີສີ່, ສອງຝ່າຍໃຫ້ຄຳໝັ້ນສັນຍາສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນຢູ່ເວທີປາໄສພາກພື້ນ ແລະສາກົນ, ພິເສດແມ່ນໃນຂອບເຂດອາຊຽນ, ສະຫະປະຊາຊາດ, ການຮ່ວມມືແມ່ນ້ຳຂອງ; ຜັນຂະຫຍາຍໝາກຜົນການພົບປະລະຫວ່າງການນໍາ 3 ພັກ ຫວຽດນາມ-ລາວ-ກໍາປູເຈຍ ແລະຊຸກຍູ້ການເຊື່ອມຕໍ່ລະຫວ່າງ 3 ພື້ນຖານເສດຖະກິດຢ່າງຂ້ຽວຂາດ.

ທີຫ້າ, ທ່ານ ເລືອງເກື່ອງ ໄດ້ມີການພົບປະກັບປະຊາຄົມ ແລະວິສາຫະກິດຫວຽດນາມ ຢູ່ລາວ, ຕີລາຄາສູງບັນດາການເຄື່ອນໄຫວຂອງບັນດາສະມາຄົມໃນການເສີມຂະຫຍາຍບົດບາດຕົວແທນຂອງປະຊາຄົມຊາວຫວຽດນາມ ອາໄສຢູ່ລາວ; ມີຄວາມປິຕິຍິນດີເມື່ອ ໄດ້ເຫັນປະຈັກຕາປະຊາຄົມ ແລະວິສາຫະກິດຫວຽດນາມຢູ່ລາວ ນັບມື້ນັບເຕີບໃຫຍ່ເຂັ້ມແຂງ, ຍາມໃດກໍ່ຮັກສາ ແລະເສີມຂະຫຍາຍມູນເຊື້ອນ້ຳໃຈສາມັກຄີ, ສະໜິດຕິດພັນ, ຊ່ວຍເຫຼືອເຊິ່ງກັນ ແລະກັນ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນຊີວິດເສດຖະກິດ-ສັງຄົມລາວ ກໍ່ຄືພັດທະນາສາຍພົວພັນ ຫວຽດນາມ-ລາວ. ປະຊາຄົມຮ່ວມໃຈກັນຂໍ່ານັບຮັບຕ້ອນມະຫາໄຊລະດູບານໃໝ່ປີ 1975 ດ້ວຍຄວາມເອກອ້າງທະນົງໃຈຕໍ່ປະເທດ. ປະຊາຄົມໃຫ້ຄຳໝັ້ນສັນຍາຕັດສິນໃຈໃນທຸກການກະທຳ, ຄວາມມານະພະຍາຍາມຈາກໃຈຂອງທຸກຄົນເພື່ອການພົວພັນມິດຕະພາບທີ່ຍິ່ງໃຫຍ່ລະຫວ່າງ ຫວຽດນາມ-ລາວ.

ສະຫຼຸບ, ດ້ວຍບັນດາໝາກຜົນພົ້ນເດັ່ນທີ່ໄດ້ກ່າວມາຂ້າງເທິງນັ້ນ, ການຢ້ຽມຢາມທາງລັດຖະກິດ ສປປ ລາວ ຂອງທ່ານ ເລືອງເກື່ອງ ໄດ້ປະສົບຜົນສໍາເລັດຢ່າງຈົບງາມ, ເປັນການສົ່ງສານຢ່າງແຂງແຮງກ່ຽວກັບຄຸນຄ່າຄົງຕົວຂອງການພົວພັນແບບພິເສດ ຫວຽດນາມ-ລາວ ກໍ່ຄືຄວາມມານະພະຍາຍາມຢ່າງໃຫຍ່ຫຼວງ ແລະຄວາມຕັດສິນໃຈສູງເພື່ອນຳການພົວພັນສອງປະເທດເຂົ້າສູ່ໄລຍະພັດທະນາໃໝ່, ນັບມື້ນັບສະໜິດຕິດພັນ, ເຂົ້າສູ່ລວງເລິກ, ແທດຈິງ, ມີປະສິດທິຜົນກວ່າ, ຜ່ານນັ້ນປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການສ້າງປະຊາຄົມອາຊຽນ ສາມັກຄີ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະການພັດທະນາຢູ່ພາກພື້ນ ແລະໃນໂລກ.

ນັກຂ່າວ: ຂໍຂອບໃຈທ່ານ!

ໂດຍ: ເຈິ່ນຮວ່ຽນ