ເປັນປະທານກອງປະຊຸມສຳມະນາ ມີບັນດາສະຫາຍ: ຫງວຽນຈ້ອງເຫງັຍ, ກຳມະການກົມການເມືອງ, ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາສຶກສາ ແລະຂົນຂວາຍປະຊາຊົນສູນກາງພັກ; ພົນເອກ ຟານວັນຢາງ, ກຳມະການກົມການເມືອງ, ຮອງເລຂາຄະນະພັກການທະຫານສູນກາງ, ລັດຖະມົນຕີກະຊວງປ້ອງກັນປະເທດ; ພົນເອກ ເລືອງຕາມກວາງ, ກຳມະການກົມການເມືອງ, ເລຂາຄະນະພັກຕຳຫຼວດສູນກາງ, ລັດຖະມົນຕີກະຊວງຕຳຫຼວດ; ຫງວຽນວັນເນນ, ກຳມະການກົມການເມືອງ, ເລຂາຄະນະພັກນະຄອນໂຮ່ຈີມິນ; ພົນໂທ ຈິ້ງວັນກວຽດ, ເລຂາທິການສູນກາງພັກ, ຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ; ພົນໂທ ເລຮຸຍວິ້ງ, ກຳມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ; ພົນຕີ ຫວູເກືອງກວຽດ, ຫົວໜ້າສະຖາບັນຍຸດທະສາດ ແລະປະຫວັດສາດປ້ອງກັນຊາດຫວຽດນາມ.

leftcenterrightdel
ບັນດາສະຫາຍການນຳ ແລະຜູ້ແທນເຂົ້າຮ່ວມກອງປະຊຸມສຳມະນາວິທະຍາສາດ. ພາບ: ຊວັນເກື່ອງ

ເຂົ້າຮ່ວມກອງປະຊຸມສຳມະນາ ຍັງມີບັນດາສະຫາຍກຳມະການສູນກາງພັກ, ອະດີດກຳມະການສູນກາງພັກ; ອະດີດການນຳກະຊວງປ້ອງກັນປະເທດ; ການນຳ, ອະດີດການນຳກົມໃຫຍ່ເສນາທິການກອງທັບປະຊາຊົນຫວຽດນາມ, ກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ; ຜູ້ຕາງໜ້າການນຳບັນດາຄະນະ, ກະຊວງ, ຂະແໜງການ, ທ້ອງຖິ່ນ; ນັກປະຕິວັດອາວຸໂສ, ຜູ້ແທນນັກຮົບເກົ່າ, ຕົວພະຍານປະຫວັດສາດ, ຜູ້ຕາງໜ້າຄອບຄົວພົນເອກ ຫວໍງວຽນຢາບ, ບັນດານັກວິທະຍາສາດ...

ແຜນນະໂຍບາຍທີ່ຖືກຕ້ອງ, ປະດິດສ້າງຂອງພັກ

ກ່ອນໜ້ານີ້ 50 ປີ, ພາຍໃຕ້ການນຳພາທີ່ປີຊາສາມາດ ແລະສະຫຼາດສ່ອງໃສຂອງພັກແຮງງານຫວຽດນາມ (ປະຈຸບັນແມ່ນພັກກອມມູນິດຫວຽດນາມ), ທົ່ວປວງຊົນ, ທົ່ວກອງທັບ ດ້ວຍຄວາມຕັດສິນໃຈອັນແຮງກ້າ, ດ້ວຍຄວາມສະຫຼາດສະຫຼຽວ, ປະດິດຄິດສ້າງ, ຄຸນທາດອັນອົງອາດກ້າແກ່ນສາມາດຍາດໄດ້ມະຫາໄຊລະດູບານໃໝ່ 1975, ປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດເປັນເອກະພາບ. ເພື່ອສືບຕໍ່ຢັ້ງຢືນຄຸນຄ່າປະຫວັດສາດ, ວິລະກຳເລີດລ້ຳລືຊາ ແລະເຮັດແຈ້ງບົດຮຽນຂອງມະຫາໄຊລະດູບານໃໝ່ 1975, ກ່າວເປີດກອງປະຊຸມສຳມະນາ, ທ່ານພົນເອກ ຟານວັນຢາງ ຊີ້ແຈ້ງວ່າ: “ການຈັດກອງປະຊຸມສຳມະນາຂຶ້ນໃນມື້ນີ້ແມ່ນເຫດການສຳຄັນໃນບັນດາກິດຈະກຳສະເຫຼີມສະຫຼອງ 50 ປີແຫ່ງວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດເປັນເອກະພາບ (1975-2025). ໝາກຜົນຂອງກອງປະຊຸມສຳມະນາ ຈະປະກອບສ່ວນຊຸບຫຼໍ່ຈິດໃຈຮັກຊາດ, ຈິດໃຈເອກອ້າງທະນົງໃຈ; ປັບປຸງຄວາມໄວ້ເນື້ອເຊື່ອໃຈ ແລະການຕັດສິນໃຈດ້ານການເມືອງຂອງທົ່ວພັກ, ທົ່ວປວງຊົນ ແລະທົ່ວກອງທັບ ປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກຢ່າງມີໄຊ; ພ້ອມທັງຕໍ່ສູ້ກັບທັດສະນະຜິດພາດ, ຢັບຢັ້ງການຕໍ່ສູ້ທີ່ຍືດເຍື້ອຍາວນານຂອງຊາດ, ພາລະກິດປະຕິວັດອັນຍິ່ງໃຫຍ່ຂອງປະຊາຊົນຫວຽດນາມ. ຜ່ານກອງປະຊຸມສຳມະນາຄັ້ງນີ້, ພວກເຮົາສືບຕໍ່ຢັ້ງຢືນ ແລະເຮັດໃຫ້ຂະໜາດ, ຄວາມໝາຍປະຫວັດສາດຂອງມະຫາໄຊລະດູບານໃໝ່ 1975 ເລິກເຊິ່ງຂຶ້ນກວ່າເກົ່າ; ຖອດຖອນບົດຮຽນປະຫວັດສາດເພື່ອໝູນໃຊ້ເຂົ້າໃນພາລະກິດແຫ່ງການສ້າງສາ ແລະປົກປັກຮັກສາປະເທດສັງຄົມນິຍົມຫວຽດນາມ ໃນສັງກາດພັດທະນາໃໝ່ຂອງຊາດຫວຽດນາມ ເພື່ອສັນຕິພາບ, ເອກະລາດ, ປະຊາທິປະໄຕ, ຮັ່ງມີເຂັ້ມແຂງ, ວັດທະນາຖາວອນ, ສິວິໄລ, ຄວາມຜາສຸກ, ກ້າວຂຶ້ນສັງຄົມນິຍົມ”.

ກອງປະຊຸມສຳມະນາວິທະຍາສາດໄດ້ຈັດຕັ້ງຢູ່ນະຄອນໂຮ່ຈີມິນ, ບ່ອນເປີດສາກການຕໍ່ສູ້ທີ່ຍືດເຍື້ອຍາວນານຂອງຊາດ ແລະກໍ່ແມ່ນບ່ອນຈັດຕັ້ງບັນດາບັ້ນຮົບຍຸດທະສາດ - ບັ້ນຮົບໂຮ່ຈີມິນ ປະຫວັດສາດ, ສິ້ນສຸດລົງດ້ວຍໄຊຊະນະສົງຄາມປະຕິວັດ 30 ປີ. ດ້ວຍຄວາມໝາຍດັ່ງກ່າວ, ກ່າວຄຳເຫັນທີ່ກອງປະຊຸມສຳມະນາ, ສະຫາຍ ຫງວຽນວັນເນນ ເນັ້ນໜັກວ່າ: “ຈາກກອງປະຊຸມສຳມະນາວິທະຍາສາດສຳຄັນນີ້, ນະຄອນໂຮ່ຈີມິນ ຈະໄດ້ຮັບຫຼາຍເນື້ອໃນຢ່າງເລິກເຊິ່ງເພື່ອເພີ່ມພູນຄູນສ້າງມູນເຊື້ອປະຕິວັດອັນອົງ ອາດກ້າຫານ, ຍົກສູງຄວາມຮັບຮູ້ກ່ຽວກັບຄຸນຄ່າຂອງເອກະລາດ, ອິດສະຫຼະພາບ, ນັບມື້ນັບເຄົາລົບນັບຖື ແລະຮັກສາຜົນງານເຊິ່ງຮຸ່ນພໍ່ຮຸ່ນອ້າຍໄດ້ເພີ່ມພູນຄູນສ້າງມາບໍ່ຈັກວ່າເທົ່າໃດເຊັ່ນຄົນ. ອົງຄະນະພັກ, ອຳນາດການປົກຄອງ ແລະປະຊາຊົນນະຄອນໝັ້ນໝາຍວ່າ ຈະສືບຕໍ່ເສີມຂະຫຍາຍມູນເຊື້ອປະຕິວັດອັນອົງອາດກ້າຫານ, ຂະຫຍັນຂັນເຄືຶ່ອນ, ປະດິິດສ້າງ, ຮ່ວມແຮງຮ່ວມໃຈເສີມຂະຫຍາຍທຸກແຫຼ່ງກຳລັງ, ຕັດສິນໃຈກໍ່ສ້າງນະຄອນໂຮ່ຈີມິນ ໃຫ້ມີຄຸນນະພາບຊີວິດການເປັນຢູ່ທີ່ດີ, ສິວິໄລ, ທັນສະໄໝ, ມີນ້ຳໃຈຄວາມຮັກແພງ, ສົມເປັນນະຄອນທີ່ໃສ່ຊື່ປະທານໂຮ່ຈີມິນ ທີ່ແສນເຄົາລົບຮັກ - ນະຄອນວິລະຊົນ”.

leftcenterrightdel
ຄະນະປະທານບໍລິຫານກອງປະຊຸມສຳມະນາວິທະຍາສາດ. ພາບ: ຊວັນເກື່ອງ

ໄປພ້ອມກັບການເວລາ, ຄຸນຄ່າຂອງມະຫາໄຊລະດູບານໃໝ່ 1975 ນັບມື້ນັບໄດ້ຮັບການຢັ້ງຢືນ, ກາຍເປັນສັນຍາລັກຂອງເຈດຈຳນົງແຫ່ງການຕັດສິນໃຈຕໍ່ສູ້, ຕັດສິນໃຈຍາດເອົາໄຊຊະນະ ແລະຄວາມຄາດຫວັງຢາກສັນຕິພາບ, ເອກະລາດຂອງປະຊາຊົນຫວຽດນາມ ໝົດທຸກຄົນ. ກ່າວຄຳເຫັນແນະນຳການເຮັດວຽກທີ່ກອງປະຊຸມສຳມະນາ, ສະຫາຍ ຫງວຽນຈ້ອງເຫງັຍ ສະເໜີ: ດ້ວຍຈິດໃຈພາວະວິໄສ, ວິທະຍາສາດ ແລະປ່ຽນແປງໃໝ່, ປະດິດສ້າງ, ພວກເຮົາຕ້ອງສຸມໃສ່ໄຈ້ແຍກ, ວິເຄາະເພື່ອເຮັດແຈ້ງກົນອຸບາຍ, ເລລ່ຽມຂອງພວກຈັກກະພັດອາເມລິກາ ແລະທະຫານຫຸ່ນ, ອຳນາດຫຸ່ນໄຊງ່ອນ; ເຮັດໃຫ້ແຜນນະໂຍບາຍ, ແນວທາງຖືກຕ້ອງ, ຄວາມສະຫຼາດສ່ອງໃສຂອງຄະນະບໍລິຫານງານສູນກາງພັກ, ຜູ້ນຳໜ້າແມ່ນປະທານໂຮ່ຈີມິນ ໃຫ້ເລິກເຊິ່ງເຖິງຖອງກວ່າເກົ່າ; ສືບຕໍ່ຢັ້ງຢືນມະຫາໄຊລະດູບານໃໝ່ 1975 ວ່າແມ່ນຜົນງານຂອງກຳລັງແຮງຫວຽດນາມ ໃນຍຸກໂຮ່ຈີມິນ; ໄຈ້ແຍກບັນດາລັກສະນະສະເພາະຂອງສິລະປະຍຸດທະວິທີ ແລະຈິນຕະນາການກ່ຽວກັບການທະຫານຫວຽດນາມ ໃນການຕໍ່ສູ້ກູ້ຊາດ, ຕ້ານອາເມລິກາ. ພິເສດ, ພວກເຮົາຕ້ອງຖອດຖອນຄວາມໝາຍ ແລະບົດຮຽນຈາກເຫດການປະຫວັດສາດສຳຄັນນີ້ຕໍ່ກັບສັງກາດພັດທະນາໃໝ່ຂອງປະເທດຫວຽດນາມ.

ຜ່ານບົດປະກອບຄຳເຫັນກວ່າ 120 ບົດ ທີ່ນຳສະເໜີຢ່າງເລິກເຊິ່ງເຖິງຖອງ, ມີວິທະຍາດສາດ, ຊັດເຈນ, ມະຫາໄຊລະດູບານໃໝ່ 1975 ໄດ້ວາດພາບຢ່າງພິລະອາດຫານ. ໃນບົດປະກອບຄຳເຫັນສົ່ງເຖິງກອງປະຊຸມສຳມະນາ, ທ່ານພົນໂທ ເລຮຸຍວິ້ງ ຢັ້ງຢືນວ່າ: “ມະຫາໄຊລະດູບານໃໝ່ 1975 ກາຍເປັນຂີດໝາຍສຳຄັນໃນວິວັດທະນາການພັດທະນາການກ້າວຂຶ້ນຂອງປະເທດຫວຽດນາມ, ແມ່ນໜຶ່ງໃນບັນດາຜົນສຳເລັດດີເລີດທີ່ສຸດກ່ຽວກັບສິລະປະໃນການຊີ້ນຳສົງຄາມຂອງພັກກອມມູນິດຫວຽດນາມ. ນັ້ນແມ່ນສິລະປະສ້າງກາລະໂອກາດ, ກຳແໜ້ນກາລະໂອກາດທີ່ຖືກຕ້ອງ, ຕັດສິນໃຈຍຸດທະສາດຢ່າງທັນການ, ຊັດເຈນ ແລະການຊີ້ນຳຍຸດທະສາດຢ່າງຂ້ຽວຂາດ, ມີໄຫວພິບ, ມີຫົວຄິດປະດິດສ້າງ”. ຍ້ອນສິ່ງດັ່ງກ່າວນັ້ນ, ພວກເຮົາ ຈຶ່ງຍາດໄດ້ໄຊຊະນະໃນບັນດາບັ້ນຮົບທີ່ມີຄວາມໝາຍສຳຄັນ ເພື່ອກ້າວໄປເຖິງບັ້ນຮົບໂຮ່ຈີມິນ ໃຫ້ຍາດໄດ້ໄຊຊະນະຢ່າງສົມບູນ.

ສຸມທຸກແຫຼ່ງກຳລັງ ແລະເຈດຈຳນົງພິລະອາດຫານ

ໝາກຜົນຂອງບັ້ນຮົບ ໂຮ່ຈີມິນ ປະຫວັດສາດແມ່ນການປະສົມປະສານຂອງທ່າແຮງ ແລະກຳລັງແຮງ, ຂອງເງື່ອນໄຂທາງດ້ານວັດຖຸ, ຈິດໃຈ ແລະການປະສານສົມທົບລະຫວ່າງກຳລັງ າຍໃນປະເທດ ແລະສາກົນ. ເຕື້ອງເຖິງບັນຫານີ້, ບົດປະກອບຄຳເຫັນຂອງທ່ານພັນເອກ, ປະລິນຍາໂທ ຫວູມິງງຽມ ແລະພັນຕີ, ປະລິນຍາເອກ ເລມິງນາມ (ສະຖາບັນຍຸດທະສາດ ແລະປະຫວັດສາດປ້ອງກັນຊາດຫວຽດນາມ) ຊີ້ແຈ້ງວ່າ: ການຕໍ່ສູ້ກູ້ຊາດ, ຕ້ານອາເມລິກາ ຍາດແຍ່ງໄດ້ການສະໜັບສະໜູນທາງດ້ານວັດຖຸ, ຈິດໃຈຂອງປະຊາຄົມສາກົນ, ມີເງື່ອນໄຂຢ່າງພຽງພໍ ເພື່ອໃຫ້ປະຊາຊົນຫວຽດນາມ ຕໍ່ສູ້ ແລະຍາດໄດ້ໄຊຊະນະ. ສິ່ງນັ້ນສະແດງອອກໃຫ້ເຫັນຢູ່ໃນການສະໜັບສະໜູນ, ການຊ່ວຍເຫຼືອຂອງບັນດາປະເທດສັງຄົມນິຍົມ; ຂະບວນການຂອງປະຊາຊົນກ້າວໜ້າອາເມລິກາ ແລະໂລກຄັດຄ້ານສົງຄາມຮຸກຮານຫວຽດນາມ ແລະການຮ່ວມສຳພັນ ສາມັກຄີສູ້ຮົບຂອງ 3 ປະເທດອິນດູຈີນ.

ໂດຍຕອບສະໜອງຕາມຄຳຮຽກຮ້ອງຂອງພັກ ແລະປະທານໂຮ່ຈີມິນ, ທົ່ວປວງຊົນທັງຊາດ ຫວຽດນາມ ໄດ້ສ້າງເປັນກຸ່ມກ້ອນອັນໜຶ່ງທີ່ໜັກແໜ້ນ, ມີຄວາມເປັນເອກະພາບສູງທາງດ້ານຄວາມຮັບຮູ້, ເຈດຈຳນົງ ແລະພືດຕິກຳ; ສາມັກຄີພາຍໃນພັກ, ສາມັກຄີທົ່ວປວງຊົນ, ທົ່ວກອງທັບ, ສາມັກຄີເໜືອ-ໃຕ້, ສາມັກຄີບັນດາກຳລັງຮັກຊາດ ແລະກ້າວໜ້າ... ຍ້ອນສິ່ງດັ່ງກ່າວນັ້ນ, ທົ່ວພັກ, ທົ່ວກອງທັບ ແລະທົ່ວປວງຊົນຫວຽດນາມ ຢູ່ສອງພາກເໜືອ-ໃຕ້ ຈຶ່ງໄດ້ຜ່ານຜ່າຄວາມຫຍຸ້ງຍາກ, ຕີຊະນະມາດຕະການ, ກົນອຸບາຍເລ່ລ່ຽມສົງຄາມຂອງພວກຈັກກະພັດ ອາເມລິກາ ແລະອຳນາດການປົກຄອງທີ່ເປັນລູກແຫຼ້ງຕີນມື. ຫຼາຍບົດປະກອບຄຳເຫັນໄດ້ເຮັດແຈ້ງບົດຮຽນໃນການເສີມຂະ ຫຍາຍກຳລັງແຮງສັງລວມທີ່ຍາດໄດ້ມະຫາໄຊລະດູບານໃໝ່ 1975; ໃນນັ້ນໄດ້ຊີ້ແຈ້ງກຳລັງແຮງຈາກປັດໄຈການເມືອງທາງດ້ານຈິດໃຈ, ວັດທະນະທຳການທະຫານ, ມູນເຊື້ອສາມັກຄີ ແລະຄວາມຄາດຫວັງຢາກມີສັນຕິພາບ; ພ້ອມທັງເນັ້ນໜັກເຖິງການລະດົມກຳລັງແຮງຮອບດ້ານຂອງປະຊາຊົນທຸກຊັ້ນວັນນະ, ທຸກພາກສ່ວນ... ເຂົ້າຮ່ວມການບຸກໂຈມຕີຄັ້ງໃຫຍ່, ການລຸກຮື້ຂຶ້ນລະດູບານໃໝ່ 1975 ເພື່ອຍາດໄດ້ໄຊຊະນະຢ່າງສົມບູນ.

ໝູນໃຊ້ຢ່າງປະດິດສ້າງໃນສັງກາດໃໝ່

ຈາກພື້ນຖານທິດສະດີ ແລະພຶດຕິກຳຕົວຈິງໃນການດຳເນີນວຽກງານພັກ, ວຽກງານການເມືອງ, ໃນບົດປະກອບຄຳເຫັນທີ່ສົ່ງເຖິງກອງປະຊຸມສຸມມະນາ, ທ່ານພົນໂທ ຈິ້ງວັນກວຽດ ເນັ້ນໜັກວ່າ: ໄຊຊະນະຂອງການບຸກໂຈມຕີຄັ້ງໃຫຍ່ ແລະການລຸກຮື້ຂຶ້ນລະດູບານໃໝ່ 1975 ເປັນຂີດໝາຍບາດລ້ຽວຕັດສິນນໍາປະເທດຫວຽດນາມ ກ້າວເຂົ້າສັງກາດເອກະລາດ, ເອກະພາບ ແລະສັງຄົມນິຍົມ, ພ້ອມທັງຖອດຖອນໄດ້ຫຼາຍບົດຮຽນ. ໃນພາລະກິດແຫ່ງການສ້າງສາ ແລະປົກປັກຮັກສາປະເທດຊາດ, ພວກເຮົາຕ້ອງຖື ເປັນສຳຄັນຕໍ່ວຽກງານກໍ່ສ້າງກຳລັງປະກອບອາວຸດ; ກໍ່ສ້າງກອງທັບປະຊາຊົນຫວຽດນາມ ປະຕິວັດ, ເປັນກຳລັງຫຼວງ, ຍອດຢ້ຽມ, ກ້າວຂຶ້ນທັນສະໄໝ, ມີຄຸນນະພາບສັງລວມ ແລະກຳລັງແຮງສູ້ຮົບສູງ, ກ່ອນອື່ນໝົດຕ້ອງມີຄວາມເຂັ້ມແຂງດ້ານການເມືອງ, ແນວຄິດ, ຄຸນສົມບັດ, ການຈັດຕັ້ງ ແລະພະນັກງານ, ຮັບປະກັນໃຫ້ກອງທັບ ກາຍເປັນກຳລັງການເມືອງ, ກຳລັງສູ້ຮົບທີ່ມີຄວາມຈົ່ງຮັກພັກດີ, ມີຄວາມໄວ້ເນື້ອເຊື່ອໃຈຂອງພັກ, ລັດ ແລະປະຊາຊົນ, ແມ່ນກຳລັງຫຼັກແຫຼ່ງແກ່ນສານໃນໜ້າທີ່ປົກປັກຮັກສາປະເທດສັງຄົມນິຍົມຫວຽດນາມ.

ຕາງໜ້າຄະນະປະທານກ່າວຄຳເຫັນສະຫຼຸບກອງປະຊຸມສຳມະນາ, ທ່ານພົນເອກ ເລືອງຕາມກວາງ ຕີລາຄາສູງຕໍ່ເນື້ອໃນທາງວິທະຍາສາດຂອງບັນດາບົດປະກອບຄຳເຫັນ ແລະຢືນຢັນວ່າ: ກອງປະຊຸມສຳມະນາໄດ້ເຮັດແຈ້ງບົດບາດ, ຄຸນຄ່າຂອງຂໍ້ມູນໃໝ່ຕ້ອງສືບຕໍ່ສັງລວມ, ສະສົມ ເພື່ອຄົ້ນຄວ້າໝູນໃຊ້ເຂົ້າໃນພຶດຕິກຳຕົວຈິງ. ພວກເຮົາຕ້ອງສືບຕໍ່ໂຄສະນາເນື້ອໃນ ແລະໝາກຜົນຂອງກອງປະຊຸມສຳມະນາຢ່າງກວ້າງຂວາງ ເພື່ອປະກອບສ່ວນສຶກສາປະຫວັດສາດ, ປຸກລຸກ ແລະເສີມຂະຫຍາຍມູນເຊື້ອຮັກຊາດໃຫ້ແກ່ພະນັກງານ, ນັກຮົບ, ພໍ່ແມ່ປະຊາຊົນໃນປະເທດ ແລະຊາວຫວຽດນາມ ອາໄສຢູ່ຕ່າງປະເທດ, ໂດຍສະເພາະແມ່ນຄົນຮຸ່ນໜຸ່ມໃຫ້ເຂົ້າໃຈຢ່າງຈະແຈ້ງ, ເຂົ້າໃຈຢ່າງຖືກຕ້ອງກ່ຽວກັບຄຸນຄ່າປະຫວັດສາດຂອງມະຫາໄຊລະດູບານໃໝ່ກ່ອນໜ້ານີ້ 50 ປີ. ເຄິ່ງສະຕະວັດໄດ້ຜ່ານພົ້ນໄປ, ແຕ່ວ່າບົດເພງມະຫາໄຊລະດູບານໃໝ່ 1975 ຍັງດັງກ້ອງກັງວານໃນຈິດໃຈປະຊາຊົນຫວຽດນາມ. ບົດເພງດັ່ງກ່າວໄດ້ປະກອບສ່ວນຢັ້ງຢືນຄຸນທາດ, ສະຕິປັນຍາ ແລະຄວາມຄາດຫວັງຢາກໃຫ້ປະເທດມີຄວາມເຂັ້ມແຂງຂອງຊາດຫວຽດນາມ ກ້າວເຂົ້າສູ່ສັງກາດໃໝ່ຢ່າງໝັ້ນຄົງເຂັ້ມແຂງ.

ໂດຍ: ແສງເດືອນ