ເຂົ້າຮ່ວມກອງປະຊຸມສໍາມະນາ ມີບັນດາສະຫາຍການນຳ, ອະດີດການນຳຂອງພັກ, ລັດ ແລະກະຊວງການຕ່າງປະເທດ, ການນຳບັນດາຄະນະ, ກະຊວງ, ຂະແໜງການສູນກາງ, ບັນດາສະຫາຍນັກປະຕິວັດອາວຸໂສ. ທ່ານພົນໂທ ຟຸ່ງສິ໊ເຕິນ, ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນຫວຽດນາມ ເຂົ້າຮ່ວມ ແລະປະກອບຄໍາເຫັນທີ່ກອງປະຊຸມສໍາມະນາ.

leftcenterrightdel
 
leftcenterrightdel
ທ່ານ ເລືອງເກື່ອງ ປະທານປະເທດຫວຽດນາມ ກ່າວຄໍາເຫັນທີ່ກອງປະຊຸມສຳມະນາ. ພາບ: qdnd.vn

ພິເສດ, ກອງປະຊຸມສຳມະນາມີການເຂົ້າຮ່ວມຂອງພະຍານປະຫວັດສາດ, ເພື່ອນມິດສາກົນ, ນັກຊ່ຽວຊານ, ນັກຄົ້ນຄ້ວາ-ຜູ້ທີ່ສະຫງວນນ້ຳໃຈ, ອາລົມຈິດ ແລະສະໜັບສະໜູນຢ່າງ ສຸດໃຈໃຫ້ແກ່ຫວຽດນາມ...

ກອງປະຊຸມສຳມະນາໄດ້ຈັດຂຶ້ນດ້ວຍຮູບການໂດຍກົງ ແລະອອນລາຍ, ລວມມີ 2 ວາລະຄື: ການທູດຫວຽດນາມ ແລະໄຊຊະນະປະຫວັດສາດ ວັນທີ 30 ເມສາ 1975; ແລະ ບົດບາດຂອງການທູດໃນການຊຸກຍູ້ການເຈລະຈາ, ການແກ້ໄຂຂໍ້ຂັດແຍ່ງກັນ, ສ້າງສັນສັນຕິພາບໃນສະພາບການປະຈຸບັນ.

ການທູດສົມທົບກັບການທະຫານ, ປຸກລະດົມກຳລັງແຮງສັງລວມ

ກ່າວຄຳເຫັນທີ່ກອງປະຊຸມສໍາມະນາ, ທ່ານ ບຸ່ຍແທງເຊີນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ໃຫ້ຮູ້ວ່າ: ຫ່າງຈາກນີ້ ພໍດີຄົບ 50 ປີ, ໄຊຊະນະປະຫວັດສາດຂອງບັ້ນຮົບ ໂຮ່ຈີມິນ ໄດ້ສິ້ນສຸດການຕໍ່ສູ້ອັນຍືດເຍື້ອຍາວນານ, ປົດປ່ອຍພາກໃຕ້ຢ່າງສົມບູນ, ທ້ອນໂຮມປະເທດຊາດເປັນເອກະພາບ, ເປີດສັງກາດໃໝ່, ສັງກາດ “ເອກະລາດ - ເອກະພາບ-ສັນຕິພາບ ແລະພັດທະນາ” ໃຫ້ຊາດຫວຽດນາມ.

ນັ້ນແມ່ນໄຊຊະນະແຫ່ງນ້ຳໃຈຮັກຊາດ, ນ້ຳໃຈມະຫາສາມັກຄີທົ່ວທັງຊາດ ແລະ (khát vọng là ຄວາມຄາດຫວັງ) ອັນແຮງກ້າຂອງຊາດຫວຽດນາມ ກໍ່ຄື ປະຊາຊົນທີ່ຮັກຫອມສັນຕິພາບໃນທົ່ວໂລກ, ໃນຂະບວນວິວັດການນັ້ນ, ການທູດໄດ້ສວມບົດບາດສຳຄັນທີ່ສຸດ.

ຈາກບົດຮຽນໃນການຕໍ່ສູ້ທ້ອນໂຮມປະເທດຊາດເປັນເອກະພາບ, ຫວຽດນາມ ຈະຕັ້ງໜ້າເຂົ້າຮ່ວມການສ້າງສາ ແລະປົກປັກຮັກສາຄວາມເປັນລະບຽບຮຽບຮ້ອຍຂອງສາກົນຢ່າງຍຸດຕິທຳ, ສະເໝີພາບ ໂດຍອີງໃສ່ກົດໝາຍສາກົນ, ຍົກລະດັບການປະກອບສ່ວນຂອງຫວຽດນາມ ເຂົ້າໃນການຮັບປະກັນຄວາມໝັ້ນຄົງ ແລະສ້າງສັນສັນຕິພາບຢູ່ໃນໂລກ.

ກ່າວຄຳເຫັນທີ່ກອງປະຊຸມສຳມະນາ, ທ່ານພົນໂທ ຟຸ່ງສິ໊ເຕິນ ຢືນຢັນວ່າ: ມະຫາໄຊລະດູບານໃໝ່ປີ 1975, ດ້ວຍຈຸດສູງສຸດ ແມ່ນໄຊຊະນະປະຫວັດສາດຂອງບັ້ນຮົບໂຮ່ຈີມິນ, ອີກຄັ້ງໜຶ່ງ ໄດ້ຢືນຢັນຄວາມເກັ່ງກ້າດ້ານຍຸດທະສາດການທະຫານ, ສິລະປະການຊີ້ນໍາ ນຳພາການປະຕິວັດຂອງພັກຄອມມູນິດຫວຽດນາມ. ໃນນັ້ນ, ການຕໍ່ສູ້ທາງການທະຫານສົມທົບກັບການຕໍ່ສູ້ທາງການທູດ ແມ່ນຈຸດພິເສດໃນປະຫວັດສາດສົງຄາມປະຕິວັດຫວຽດນາມ.

“ຍື່ນມືເຂົ້າ” ສ້າງຄວາມໄວ້ເນື້ອເຊື່ອໃຈ ແລະໄມຕີຈາກສາກົນ

ວາລະປຶກສາຫາລືໄດ້ສຸມໃສ່ເຮັດແຈ້ງກ່ຽວກັບການຕໍ່ສູ້ທາງການທູດຕໍ່ຂະບວນວິວັດທະນາການ ປົດປ່ອຍພາກໃຕ້ ແລະທ້ອນໂຮມປະເທດຊາດເປັນເອກະພາບ; ຈາກນັ້ນ, ຢືນຢັນບົດບາດ ແລະການປະກອບສ່ວນຂອງຂະແໜງການການທູດຕະຫຼອດພາລະກິດຕໍ່ສູ້, ປົກປັກຮັກສາ ແລະສ້າງສາປະເທດຊາດ ກໍ່ຄືໃນການຊຸກຍູ້ການເຈລະຈາ ແລະແກ້ໄຂຂໍ້ຂັດແຍ້ງ, ການປະທະກັນ ໃນປະຈຸບັນໂດຍສັນຕິວິທີ.  ຜ່ານນັ້ນ ຖອດຖອນບົດຮຽນ, ເນັ້ນໜັກເຖິງບົດບາດນຳໜ້າຂອງການທູດໃນການສ້າງຕັ້ງ ແລະ ຮັກສາສະພາບ ແວດລ້ອມ ແຫ່ງສັນຕິພາບ, ສະຖຽນລະພາບ, ພັດທະນາ ແລະ ຍົກສູງທີ່ຕັ້ງຂອງປະເທດໃນສັງກາດພັດທະນາໃໝ່.

leftcenterrightdel
ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມສຳມະນາ. ພາບ: qdnd.vn

ໃນສານຜ່ານວີດີໂອທີ່ກອງປະຊຸມສໍານະນາ, ທ່ານນາງ ຫງວຽນທິບິ່ງ ອະດີດຮອງປະທານປະເທດ ໄດ້ກ່າວເຖິງບົດຮຽນທາງການທູດໃນອະດີດທີ່ສາມາດ ນຳໃຊ້ໄດ້ໃນສະພາບການທາງການທູດປະຈຸບັນ, ໃນນັ້ນພົ້ນເດັ່ນແມ່ນການເສີມຂະຫຍາຍມູນເຊື້ອຖືການພົວພັນສາກົນ ແລະສາມັກຄີສາກົນຂອງ ຫວຽດນາມເປັນສໍາຄັນ. 

ຕາມທ່ານນາງ ລັດຕະນາ ສີຫາລາດ, ອຸປະທູດຊົ່ວຄາວ ສະຖານທູດລາວ ປະຈໍາ ຫວຽດນາມ ແລ້ວ, ດ້ວຍບົດບາດນຳໜ້າ ແລະມີໄຫວພິບ ຂອງການທູດ ຫວຽດນາມ ໃນໄລຍະຫຼັງສົງຄາມ, ຫວຽດນາມ ໄດ້ປະກອບ ສ່ວນສຳຄັນເຂົ້າໃນການແກ້ໄຂຂໍ້ຂັດແຍ່ງ, ການປະທະກັນໂດຍສັນຕິວິທີ ບົນຫຼັກການເຄົາລົບເອກະລາດ, ອະທິປະໄຕ ແລະ ຜົນປະໂຫຍດ ອັນຊອບທຳຂອງບັນດາຝ່າຍ,  ພິເສດແມ່ນບັນຫາຊາຍແດນຜືນແຜ່ນດິນ ພາຍຫຼັງສົງຄາມ.

ບົດຮຽນຈາກການພົວພັນຫວຽດນາມ - ອາເມລິກາ

ແບ່ງປັນທີ່ກອງປະຊຸມສຳມະນາ, ທ່ານນາງ Virginia Foote, ຮອງຫົວໜ້າຫ້ອງການການຄ້າອາເມລິກາ (AMCHAM) ຢູ່ຫວຽດນາມ ຢືນຢັນວ່າ: ເລື່ອງ ຫວຽດນາມ ແລະອາເມລິກາ ສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ແມ່ນຂີດໝາຍສຳຄັນໃນການພົວພັນລະຫວ່າງ 2 ປະເທດ. ບັນດານັກການທູດ, ກະຊວງປ້ອງກັນປະເທດ ແລະ ປະຊາຄົມວິສາຫະກິດຂອງທັງສອງປະເທດໄດ້ສົມທົບກັນແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ ແລະສ້າງສັນສັນຕິພາບ. ສອງຝ່າຍໄດ້ຊຸກຍູ້ການພົວພັນຮ່ວມມື, ພ້ອມກັນອອກແບບ, ລົງນາມ ແລະຜັນຂະຫຍາຍປະຕິບັດສັນຍາການຄ້າສອງຝ່າຍ. ພາຍຫຼັງສົງຄາມ, ສອງປະເທດໄດ້ສ້າງການພົວພັນແບບຍືນຍົງ, ສົມທົບພ້ອມກັນຊຸກຍູ້ການຮ່ວມມືພັດທະນາເສດຖະກິດ, ເພີ່ມເຕີມທ່າແຮງເຊິ່ງກັນ ແລະກັນ ແລະພ້ອມກັນ ສ້າງຄວາມໄວ້ເນື້ອເຊື່ອໃຈ. ທ່ານນາງ Virginia Foote ເນັ້ນໜັກວ່າ, 2 ຝ່າຍຕ້ອງສືບຕໍ່ຜ່ານຜ່າສິ່ງທ້າທາຍເພື່ອພັດທະນາການພົວພັນ ແລະ ເພີ່ມທະວີຄວາມເຂົ້າໃຈລະຫວ່າງປະຊາຊົນສອງປະເທດກວ່າອີກ.

leftcenterrightdel
ທ່ານ ເລືອງເກື່ອງ ປະທານປະເທດຫວຽດນາມ ຖ່າຍຮູບເປັນທີ່ລະນຶກກັບບັນດາຜູ້ແທນພາຍໃນ ແລະຕ່າງປະເທດ. ພາບ: qdnd.vn

ສ່ວນທ່ານ Tim Rieser, ຜູ້ຊ່ວຍວຽກຂັ້ນສູງກ່ຽວກັບນະໂຍບາຍການຕ່າງປະເທດຂອງທ່ານ Patrick Leahy ອະດີດສະມາຊິກສະພາສູງ ອາເມລິກາ-ຜູ້ສະໜັບສະໜູນການຮ່ວມມືແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມລະຫວ່າງຫວຽດນາມ ແລະອາເມລິກາ ຜ່ານທາງວີດີໂອ ໄດ້ ສະແດງຄວາມປິຕິຊົມຊື່ນຕໍ່ໝາກ ຜົນແຫ່ງການຮ່ວມມືໃນການແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມລະຫວ່າງສອງປະເທດ, ເປັນພື້ນຖານອັນສຳຄັນ ເພື່ອຊຸກຍູ້ການພົວພັນຮ່ວມມື ພັດທະນາອັນດີງາມຄືໃນປະຈຸບັນ. ທ່ານໃຫ້ຮູ້ວ່າ, ເມື່ອເຮັດວຽກກັບບັນດາຄູ່ຮ່ວມມືຫວຽດນາມ, ທ່ານ Leahy ໄດ້ພົບປະກັບເພື່ອນມິດທີ່ມີທັດສະນະຄືກັນ, ນັ້ນແມ່ນການຜ່ານຜ່າອະດີດຕະການ, ມຸ່ງໄປເຖິງອະນາຄົດເພື່ອສ້າງການພົວພັນ, ເຮັດວຽກຢ່າງແໜ້ນແຟ້ນ, ແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ, ພິເສດແມ່ນຜົນຮ້າຍຈາກທາດພິດສີສົ້ມ/ດີໂອຊິນ, ລູກລະເບີດບໍ່ທັນແຕກ ທີ່ຕົກຄ້າງຈາກສົງຄາມ, ຊອກຫາບັນດາທະຫານທີ່ຫາຍສາບສູນໃນສົງຄາມ.

ໃນຂະນະນັ້ນ, ທ່ານ John McAuliff ຜູ້ອໍານວຍການບໍລິຫານກອງທຶນປອງດອງ ແລະພັດທະນາ ສະແດງວ່າ, “ບໍ່ມີໃຜຄິດວ່າ ຫວຽດນາມ ສາມາດປະສົບຜົນສຳເລັດຄືແນວນັ້ນ” ໃນການກາຍເປັນປະເທດທີ່ມີບົດບາດນັບມື້ນັບເພີ່ມຂຶ້ນຢູ່ໃນໂລກ, ກາຍເປັນຄູ່ຮ່ວມມືຍຸດທະສາດຮອບດ້ານກັບ ອາເມລິກາ. ຫວຽດນາມ ຕ້ອງໝູນໃຊ້ບົດບາດຂອງຕົນ ຜ່ານກະຊວງການຕ່າງປະເທດ ແລະ ກະຊວງປ້ອງກັນປະເທດໃຫ້ເປັນຢ່າງດີ ເພື່ອແນໃສ່ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ເພີ່ມທະວີການພົວພັນການທູດປະຊາຊົນ, ແລະ ສະແດງໃຫ້ໂລກໄດ້ເຫັນບັນດາໝາກຜົນແຫ່ງກິດຈະການປ່ຽນແປງໃໝ່, ໂດຍສະເພາະແມ່ນດ້ານເສດຖະກິດ ເປັນຄືແນວໃດ. ຫວຽດນາມ ສາມາດເພີ່ມທະວີບົດບາດ ແລະທັດສະນະໃນບັນດາບັນຫາສາກົນ, ເຊັ່ນການເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບຂອງສະຫະປະຊາຊາດໃນປະຈຸບັນ.

ໂດຍ: ທະນາພອນ