ໂດຍຮັບຄໍາເຊີນຂອງທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ແຕ່ວັນທີ 8 ຫາວັນທີ 10 ເມສາ, ທ່ານ Pedro Sanchez ນາຍົກລັດຖະມົນຕີແອັດສະປາຍ ຈະຢ້ຽມຢາມຫວຽດນາມ ຢ່າງເປັນທາງການ. ທ່ານ ດວ່ານແທງຊອງ ເອກອັກຄະລັດຖະທູດຫວຽດນາມ ປະຈໍາ ແອັດສະປາຍ ໃຫ້ຮູ້ວ່າ ການຢ້ຽມຢາມສະແດງການຖືເປັນສໍາຄັນ ແລະປາດຖະໜາຢາກຊຸກຍູ້ການພົວພັນຮ່ວມມືລະຫວ່າງຫວຽດນາມ ແລະແອັດສະປາຍ ໃຫ້ແໜ້ນແຟ້ນກວ່າອີກ.

leftcenterrightdel
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີ ພົບປະກັບທ່ານ Pedro Sanchez ນາຍົກລັດຖະມົນຕີແອັດສະປາຍ ທີ່ນອກກອງປະຊຸມສຸດຍອດ G20 ຢູ່ ບຣາຊິນ. ເດືອນ ພະຈິກ 2024. ພາບ: VGP

ຄາດວ່າໃນໄລຍະເວລາຢູ່ຫວຽດນາມ, ທ່ານ Pedro Sanchez ຈະມີກິດຈະກຳຕ່າງໆຢູ່ທັງຮ່າໂນ້ຍ ແລະນະຄອນໂຮ່ຈີມິນ. ສອງຝ່າຍຈະສຸມໃສ່ແລກປ່ຽນມາດຕະການຊຸກຍູ້ການຮ່ວມມືເພື່ອເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ເຮັດໃຫ້ພື້ນຖານການພົວພັນທີ່ມີຢູ່ແລ້ວ ແລະເປີດກາລະໂອກາດໃໝ່ໃນຂົງເຂດຕ່າງໆເລິກເຊິ່ງກວ່າເກ່ົາ, ໂດຍສະເພາະແມ່ນດ້ານການເມືອງ-ການພົວພັນຕ່າງປະເທດ, ເສດຖະກິດ-ການຄ້າ-ການລົງທຶນ, ວິທະສາສາດ-ເຕັກໂນໂລຢີ... ສອງຝ່າຍກໍ່ຄາດວ່າຈະເຊັນເອກະສານຊຸກຍູ້ການຮ່ວມມືບາງສະບັບ.

ກ່ອນການຢ້ຽມຢາມ, ທ່ານນາຍົກລັດຖະມົນຕີ Pedro Sánchez ເນັ້ນໜັກວ່າ: “ຫວຽດນາມ ເປັນປະເທດດຶງດູດການລົງທຶນຈາກຕ່າງປະເທດ” ແລະຢືນຢັນວ່າ “ອີງໃສ່ສັນຍາການຄ້າເສລີກັບສະຫະພາບເອີລົບ, ບັນດາວິສາຫະກິດແອັດສະປາຍ, ການນຳໃນຂົງເຂດຕ່າງໆ, ຄືພື້ນຖານໂຄງລ່າງ ແລະພະລັງງານທົດແທນຈະສາມາດພັດທະນາກາລະໂອກາດດໍາເນີນທຸລະກິດສໍາຄັນຢູ່ຫວຽດນາມ”. ຕາມທ່ານເອກອັກຄະລັດຖະທູດ ດວ່ານແທງຊອງ ແລ້ວ, ຖະແຫຼງການນີ້ພ້ອມກັບການຢ້ຽມຢາມຫວຽດນາມ ຂອງທ່ານນາຍົກລັດຖະມົນຕີ Pedro Sánchez ຈະຊ່ວຍກໍານົດທິດເອົາໃຈໃສ່, ບຸລິມະສິດຂອງປະຊາຊົນ, ປະຊາຄົມວິສາຫະກິດແອັດສະປາຍ ເຂົ້າຫວຽດນາມ, ເປີດອອກຫຼາຍກາລະໂອກາດຮ່ວມມືອື່ນ.

ທ່ານ ດວ່ານແທງຊອງ ໃຫ້ຮູ້ວ່າບັນດາຄໍາໝັ້ນສັນຍາ, ຕັດສິນໃຈ, ເຊື່ອໃຈທາງດ້ານການເມືອງລະຫວ່າງສອງປະເທດ, ພ້ອມກັບເລື່ອງການນໍາຂອງເກືອບ 20 ກຸ່ມບໍລິສັດແຖວໜ້າແອັດສະປາຍ ໄປນໍາທ່ານນາຍົກລັດຖະມົນຕີ ໃນການຢ້ຽມຢາມຄັ້ງນີ້, ການພົວພັນເສດຖະກິດການຄ້າລະຫວ່າງສອງປະເທດໃນໄລຍະຈະມາເຖິງໝັ້ນໝາຍຈະມີການປ່ຽນຢ່າງຕັ້ງໜ້າ.

ໂດຍ: ໄຊນີດາ