leftcenterrightdel
ຄະນະກູ້ໄພກູ້ຊີບກະຊວງຕຳຫຼວດ ມອບເຄື່ອງບັນເທົ່າທຸກໃຫ້ແກ່ປະຊາຊົນມຽນມາ. ພາບ: ສໍານັກຂ່າວສານຫວຽດນາມ

ຕອນບ່າຍວັນທີ 5 ເມສາ, ຄະນະກູ້ໄພກູ້ຊີບກະຊວງຕຳຫຼວດ ໄດ້ມອບຕູບກາງສະໜາມ, ຢຸກຢາ ແລະອຸປະກອນການແພດຈຳນວນໜຶ່ງໃຫ້ແກ່ໂຮງໝໍ 1000 ຕຽງ, ເຊິ່ງເປັນໂຮງໝໍໃຫຍ່ສຸດຂອງນະຄອນຫຼວງ Naypyitaw. ຄະນະໄດ້ຕັ້ງຕູບກາງສະໜາມ 2 ຫຼັງ, ແຕ່ລະຫຼັງສາມາດບັນຈຸຄົນເຈັບແຕ່ 10 – 12 ຄົນ ເພື່ອຮັບໃຊ້ການກວດ, ປິ່ນປົວພະຍາດໃຫ້ຄົນເຈັບ. ນອກຈາກນັ້ນ, ຄະນະຍັງໄດ້ມອບອຸປະກອນການແພດ, ຢຸກຢາຈຳນວນໜຶ່ງໃຫ້ແກ່ທ່ານໝໍຢູ່ທີ່ນີ້. ພ້ອມດຽວກັນນັ້ນກໍໄດ້ຢື້ຢາມຖາມຂ່າວ, ມອບຂອງຂວັນ ແລະເງິນສົດໃຫ້ແກ່ບັນດາຜູ້ປະສົບເຄາະຮ້າຍທີ່ເຈັບໜັກ.

ໄລ່ມາຮອດວັນທີ 5 ເມສາ, ພາຍຫຼັງປະຕິບັດງານມາເປັນເວລາ 6 ວັນ ດ້ວຍນ້ຳໃຈມານະພະຍາຍາມຢ່າງສູງສຸດ, ຄະນະປະຕິບັດງານກະຊວງຕຳຫຼວດຫວຽດນາມ ສາມາດຊອກຫາຜູ້ຮັບເຄາະຮ້າຍ 7 ຄົນຖືກເສຍຊີວິດຢູ່ໃຕ້ຊາກຫັກພັງ ແລະໄດ້ມອບໃຫ້ຄອບຄົວ, ອຳນາດການປົກຄອງທ້ອງຖິ່ນ.

ຂ່າວ: ວິທະຍຸ​ກະຈາ​ຍສຽງ​ຫວຽດນາມ