ການກະທຳດັ່ງກ່າວຂອງກໍາລັງປະຕິບັດກົດໝາຍ ຈີນ ໄດ້ລະເມີດອະທິປະໄຕຂອງຫວຽດນາມ ສຳລັບໝູ່ເກາະຮວ່າງຊາ, ລະເມີດກົດໝາຍສາກົນ, ສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982 ຢ່າງຮ້າຍແຮງ, ໄປຝືນກັບຄວາມຮັບຮູ້ລວມຂອງການນຳຂັ້ນສູງສອງປະເທດກ່ຽວກັບການຄວບຄຸມ ແລະຄຸ້ມຄອງການຂັດແຍ້ງຢູ່ທະເລໃຫ້ເປັນດຢ່າງດີ. ຫວຽດນາມ ມີຄວາມວິຕົກກັງວົນ, ບໍ່ພໍໃຈ ແລະ ເດັດດ່ຽວຄັດຄ້ານການປະພຶດຢ່າງຮຸນແຮງຂອງກຳລັງປະຕິບັດກົດໝາຍຂອງ ຈີນ ສຳລັບຊາວປະມົງ ແລະ ກໍາປັ່ນຫາປ່າຂອງຫວຽດນາມ ເຊິ່ງເຮັດໃຫ້ບາດເຈັບ, ນາບຂູ່ເຖິງຊີວິດ ແລະ ກໍ່ຜົນເສຍຫາຍກ່ຽວກັບດ້ານຊັບສິນຂອງຊາວປະມົງຫວຽດນາມ.

leftcenterrightdel
ທ່ານນາງ ຟ້າມທູຮັ່ງ ໂຄສົກກະຊວງການຕ່າງປະເທດຫວຽດນາມ. ພາບ: chinhphu.vn

ກະຊວງການຕ່າງປະເທດຫວຽດນາມ ໄດ້ສົນທະນາຢ່າງເຂັ້ມງວດກັບທ່ານເອກອັກຄະລັດຖະທູດຈີນ ປະຈຳ ຮ່າໂນ້ຍ, ຄັດຄ້ານການກະທຳດັ່ງກ່າວຢ່າງແຮງ ແລະ ຮຽກຮ້ອງໃຫ້ ຈີນ ເຄົາລົບອະທິປະໄຕຂອງຫວຽດນາມ ສຳລັບໝູ່ເກາະຮວ່າງຊາ ຢ່າງຄົບຖ້ວນ, ສືບສວນໂດຍດ່ວນ ແລະແຈ້ງໝາກຜົນໃຫ້ຝ່າຍ ຫວຽດນາມ ໄດ້ຮັບຊາບ, ບໍ່ໃຫ້ມີການກະທຳທີ່ຄ້າຍຄືກັນເກີດຂຶ້ນອີກ.

ແຫຼ່ງຄັດຈາກ: vovworld.vn