ສຈ  Carlyle Thayer ແມ່ນນັກຄົ້ນຄວ້າທີ່ໄດ້ຕິດຕາມກວດກາບັນຫາກ່ຽວຂ້ອງເຖິງຫວຽດນາມ ເປັນປະຈຳ, ພິເສດແມ່ນໃນໄລຍະຫຼັງປີ 1975 ມານີ້. ແບ່ງປັນກັບນັກຂ່າວໜັງສືພິມກອງທັບປະຊາຊົນຫວຽດນາມ, ນັກຮຽນຮູ້ຊາວອົດສະຕາລີ ຕີລາຄາວ່າ: ທ່ານເລຂາທິການໃຫຍ່ ແມ່ນຜູ້ມີແບບແຜນການດໍາລົງຊີວິດທີ່ລຽບງ່າຍ, ອຸທິດຕະຫຼອດຊີວິດເພື່ອພັກ, ລັດ ແລະປະຊາຊົນຫວຽດນາມ.

ສຈ Carlyle Thayer ເຄີຍມີໂອກາດໄດ້ພົບປະກັບທ່ານ ຫງວຽນຝູຈ້ອງ ໂດຍກົງແມ່ນຫ່າງຈາກນີ້ເກືອບ 1 ທົດສະວັດຜ່ານມາ. ນັ້ນແມ່ນການນໍາພັກກອມມູນິດຫວຽດນາມ ພົບປະກັບບັນດານັກຮຽນຮູ້ທັງພາຍໃນ ແລະຕ່າງປະເທດຢູ່ສຳນັກງານສູນກາງພັກ ເນື່ອງໃນໂອກາດກອງປະຊຸມສໍາມະນາສາກົນຫວຽດນາມວິທະຍາ ຄັ້ງທີ 5 ໂດຍມະຫາວິທະຍາໄລແຫ່ງຊາດຮ່າໂນ້ຍ ຈັດຕັ້ງໃນເດືອນພະຈິກ 2016 ຢູ່ນະຄອນຫຼວງຮ່າໂນ້ຍ. ສຈ Carlyle Thayer ເນັ້ນໜັກວ່າ: “ຂ້າພະເຈົ້າໄດ້ຮັບເຊີນເຂົ້າຮ່ວມການພົບປະເພື່ອແລກປ່ຽນຄວາມເຫັນກັບທ່ານ ຫງວຽນຝູຈ້ອງ, ເມື່ອຂ້າພະເຈົ້າເຂົ້າໄປໃນຫ້ອງຮັບແຂກ ແລະຍ່າງໄປຫາບ່ອນນັ່ງ ທ່ານເລຂາທິການໃຫຍ່  ໄດ້ເຂົ້າມາໃກ້ ແລະກ່າວຄຳຍິນດີຕ້ອນຮັບຂ້າພະເຈົ້າ ເຂົ້າຮ່ວມການພົບປະ. ທ່ານໄດ້ເວົ້າວ່າ ມີຫຼາຍຄົນຮູ້ຈັກຂ້າພະເຈົ້າ ຢູ່ຫວຽດນາມ ໂດຍ ຜ່ານການໃຫ້ສຳພາດຕໍ່ສື່ມວນຊົນ, ທ່ານເລຂາທິການໃຫຍ່ ແມ່ນຄົນທີ່ສະໜິດສະໜົມ, ການເວົ້າຈາອ່ອນໂຍນ, ເຮັດໃຫ້ຂ້າພະເຈົ້າຮູ້ສຶກສະບາຍໃຈໃນການພົບປະຄັ້ງນັ້ນ. ທີ່ການພົບປະຄັ້ງນັ້ນ, ເພິ່ນໄດ້ສະແດງໃຫ້ເຫັນວ່າ ເພິ່ນແມ່ນຜູ້ທີ່ມີສະຕິປັນຍາ, ເຂົ້າໃຈບັນຫານະໂຍບາຍຕ່າງໆຢ່າງຈະແຈ້ງ”.

leftcenterrightdel
ທ່ານ ຫງວຽນຝູຈ້ອງ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ພົບປະກັບບັນດາຜູ້ແທນ (ໃນນັ້ນມີ ສຈ Carlyle Thayer, ແຖວທີ 2, ຢູ່ນອກສຸດທາງເບື້ອງຂວາ) ເຂົ້າຮ່ວມກອງປະຊຸມສໍາມະນາສາກົນກ່ຽວກັບຫວຽດນາມ ວິທະຍາ ຄັ້ງທີ 5, ເດືອນທັນວາ 2016. ພາບ: education.vnu.edu.vn

ພາຍຫຼັງເກືອບ 60 ປີທີ່ຢູ່ໃນຖັນແຖວຂອງພັກ, ທ່ານເລຂາທິການໃຫຍ່  ໄດ້ອຸທິດອັນໃຫຍ່ຫຼວງເຂົ້າໃນພາລະກິດປະຕິວັດຂອງຫວຽດນາມ. ວັນທີ 19 ກໍລະກົດ 2024, ທ່ານເລຂາທິການໃຫຍ່ ໄດ້ເຖິງແກ່ມໍລະນະກຳຍ້ອນອາຍຸສູງ, ເຈັບໜັກນັ້ນ, ແມ່ນການສູນເສຍຢ່າງໃຫຍ່ຫຼວງຂອງພັກ, ລັດ ແລະປະຊາຊົນຫວຽດນາມ. ສຈ Carlyle Thayer ໃຫ້ຂໍ້ສັງເກດວ່າ: ທ່ານເລຂາທິການໃຫຍ່ ເຖິງແກ່ມໍລະນະກຳ, ໄດ້ສ້າງ 3 ມໍລະດົກທີ່ສຳຄັນປະໄວ້ໃຫ້ແກ່ຫວຽດນາມ ກ່ຽວກັບວຽກງານກໍ່ສ້າງ ແລະປັບປຸງພັກ; ຕໍ່ສູ້ຕ້ານ, ສະກັດກັ້ນການສໍ້ລາດບັງຫຼວງ ແລະໄພຫຍໍ້ທໍ້; ນະໂຍບາຍການຕ່າງປະເທດ.

ນັກຮຽນຮູ້ຊາວອົດສະຕາລີ ຄົນນີ້ ຢືນຢັນວ່າ: ວຽກງານກໍ່ສ້າງ ແລະປັບປຸງພັກ ແມ່ນ “ເປົ້າໝາຍຕະຫຼອດຊີວິດ” ຂອງທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ. ຕາມນັ້ນແລ້ວ, ພັກກອມມູນິດຫວຽດນາມ ນໍາໜ້າແມ່ນທ່ານ ຫງວຽນຝູຈ້ອງ  ໄດ້ປະກາດໃຊ້ຂໍ້ກຳນົດກ່ຽວກັບຄວາມຮັບຜິດຊອບເປັນແບບຢ່າງຂອງພະນັກງານ ແລະສະມາຊິກພັກ, ກ່ອນອື່ນໝົດແມ່ນກໍາມະການກົມການເມືອງ, ກໍາມະການຄະນະເລຂາທິການ, ກໍາມະການຄະນະບໍລິຫານງານສູນກາງ; ໄດ້ກຳນົດສິ່ງທີ່ສະມາຊິກພັກ ບໍ່ສາມາດໄດ້ເຮັດ; ມະຕິກ່ຽວກັບການສຸມໃສ່ກໍ່ສ້າງຖັນແຖວພະນັກງານທຸກຂັ້ນ, ໂດຍສະເພາະແມ່ນຂັ້ນຍຸດທະສາດທີ່ມີຄຸນທາດຄົບຖ້ວນ, ມີກໍາລັງຄວາມສາມາດ ແລະອິດທິພົນຊື່ສຽງ, ເທົ່າທຽມກັບລະດັບໜ້າທີ່...

ຕາມ ສຈ Carlyle Thayer ແລ້ວ, ບັ້ນ “ຈູດໄຟເຜົາ” ຂອງພັກກອມມູນິດຫວຽດນາມ ໂດຍທ່ານເລຂາທິການໃຫຍ່ ຍົກອອກ ເພື່ອຕ້ານການສໍ້ລາດບັງຫຼວງ ແລະໄພຫຍໍ້ທໍ້. ພັກກອມມູນິດຫວຽດນາມ ນໍາໜ້າແມ່ນທ່ານ ຫງວຽນຝູຈ້ອງ ໄດ້ປະຕິບັດຖືກຕາມທັດສະນະທີ່ວ່າ: “ເວົ້າໄປຄຽງຄູ່ກັບການກະທຳ, ບໍ່ມີເຂດຫ້າມ, ບໍ່ມີຂໍ້ຍົກເວັ້ນ, ບໍ່ວ່າຜູ້ນັ້ນຈະເປັນໃຜ, ບໍ່ຖືກຄວາມກົດດັນຈາກອົງການຈັດຕັ້ງ, ບຸກຄົນໃດ" ໃນຂະບວນການ "ຈູດໄຟເຜົາ".

ສຈ Carlyle Thayer ເອົາໃຈໃສ່ ເຖິງການປະກອບສ່ວນຂອງທ່ານເລຂາທິການໃຫຍ່ ເພື່ອໃຫ້ບົດບາດຂອງເລຂາທິການໃຫຍ່ ແລະພັກກອມມູນິດຫວຽດນາມ ໄດ້ຮັບຮອງເອົາຢ່າງເປັນທາງການໃນການພົວພັນສາກົນ. ກ່ອນໜ້ານີ້ບັນດາປະເທດຝ່າຍຕາເວັນຕົກບໍ່ມີການພົວພັນຜ່ານຊ່ອງທາງຂອງພັກກຳອຳນາດກັບບັນດາປະເທດສັງຄົມນິຍົມ ຍ້ອນລະບອບການເມືອງແຕກຕ່າງກັນ ແລະບໍ່ມີຕຳແໜ່ງທຽບເທົ່າ. ແຕ່ວ່າ, ສິ່ງດັ່ງກ່າວໄດ້ມີການປ່ຽນແປງ ໂດຍຜ່ານການຢ້ຽມຢາມທີ່ມີລັກສະນະບຸກທະລຸ ເມື່ອເປັນຄັ້ງທຳອິດທີ່ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ໄປຢ້ຽມຢາມອັງກິດ ຢ່າງເປັນທາງການໃນປີ 2013, ອາເມລິກາ ແລະຍີ່ປຸ່ນ ໃນປີ 2015. ສຈ Carlyle Thayer ຊີ້ແຈ້ງວ່າ “ທ່ານເລຂາທິການໃຫຍ່  ໄດ້ສ້າງທຳນຽມເມື່ອເຊື້ອເຊີນ ແລະຕ້ອນຮັບທ່ານ Joe Biden ປະທານາທິບໍດີອາເມລິກາ ມາຢ້ຽມຢາມຫວຽດນາມ ໃນເດືອນກັນຍາ 2023. ທ່ານເລຂາທິການໃຫຍ່ ໄດ້ຊຸກຍູ້ການທູດ “ໄມ້ໄຜ່ຫວຽດນາມ” ຕາມທິດນໍາທີ່ວ່າ “ເອກະລາດ, ເປັນເຈົ້າຕົນເອງ, ສັນຕິພາບ, ມິດຕະພາບ, ການຮ່ວມມື ແລະພັດທະນາ”. ແທນທີ່ໃຫ້ການຕົກເຂົ້າສູ່ວົງໂຄຈອນຂອງບັນດາປະເທດມະຫາອຳນາດ, ຫວຽດນາມ ໄດ້ຮັກສາເອກະລາດ,  ເປັນເຈົ້າຕົນເອງ ແລະຍັງຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານກັບບັນດາປະເທດ.

ໂດຍ: ທະນາພອນ