ໂດຍແມ່ນຜູ້ຮັບຟັງຫຼາຍບົດກ່າວປາໄສ ແລະການຕອບຄຳຖາມຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ, ທ່ານ Kishore Mahbubani, ອະດີດເຈົ້າໜ້າທີ່ກະຊວງການຕ່າງປະເທດສິງກະໂປ, ອະດີດອະທິການບໍດີໂຮງຮຽນນະໂຍບາຍພາກລັດ ຫຼີກຸງຢູ່ (ສິງກະໂປ) ແລະປະຈຸບັນແມ່ນນັກຮຽນຮູ້ກິດຕິມະສັກຢູ່ສະຖາບັນຄົ້ນຄວ້າອາຊີຂຶ້ນກັບມະຫາວິທະຍາໄລແຫ່ງຊາດສິງກະໂປ (NUS), ມີຄວາມປະທັບໃຈຕໍ່ຄວາມເຊື່ອໝັ້ນຕົນເອງຂອງທ່ານເລຂາທິການໃຫຍ່ ເມື່ອຮັບຟັງບັນດາຄຳຖາມ. ທ່ານ Kishore Mahbubani ເຊື່ອໝັ້ນວ່າ, ນີ້ແມ່ນສາຍເຫດເປັນຫຍັງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ແມ່ນ “ໜຶ່ງໃນບັນດາການນຳບັນລຸຜົນສຳເລັດທີ່ສຸດຢູ່ ຫວຽດນາມ”.

leftcenterrightdel
ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ກ່າວຄຳເຫັນທີ່ໂຮງຮຽນນະໂຍບາຍພາກລັດຫຼີກຸງຢູ່ (ສິງກະໂປ) ປີ 2012. ພາບ: ສໍານັກຂ່າວສານຫວຽດນາມ

ຕາມທ່ານ Kishore Mahbubani, ຈຸດພົ້ນເດັ່ນຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ແມ່ນການນຶກຄິດຢ່າງລະອຽດລະອໍກ່ຽວກັບວິທີທີ່ ຫວຽດນາມ ສາມາດບັນລຸຜົນສຳເລັດໃນການພັດທະນາເສດຖະກິດ. ເລື່ອງ ຫວຽດນາມ ບັນລຸຜົນສຳເລັດພາຍໃຕ້ການຊີ້ນຳຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຊີ້ໃຫ້ເຫັນວ່າ, ຫວຽດນາມ ມີບັນດາການນຳເກັ່ງກ້າສາມາດ, ມີການຕັດສິນຢ່າງຖືກຕ້ອງ, ສະຫຼາດສ່ອງໃສ, ນຳພື້ນຖານເສດຖະກິດພັດທະນາ ແລະຊ່ວຍໃຫ້ປະຊາຊົນມີຊີວິດວັດທະນາຖາວອນກວ່າ. ພ້ອມກັນນັ້ນ, ທ່ານ Kishore Mahbubani ກໍ່ຕີລາຄາສູງບັນດານະໂຍບາຍດ້ານການທູດຂອງຫວຽດນາມ ພາຍໃຕ້ສະໄໝຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ແລະຢືນຢັນວ່າ, ຄວາມສາມາດກຳນົດທິດຂອງ ຫວຽດນາມ ໃນພູມສາດການເມືອງສາກົນ ແລະພາກພື້ນທີ່ນັບມື້ນັບສັບສົນ. ໂດຍແມ່ນນັກຄົ້ນຄວ້າດ້ານພູມສາດການເມືອງໃນໄລຍະກວ່າ 50 ປີຜ່ານມາ, ທ່ານ Kishore Mahbubani ຖືວ່າ, ບໍ່ມີຫຼາຍປະເທດໃນໂລກມີຍຸດທະສາດອັນສະຫຼາດສ່ອງໃສດ້ານພູມສາດການເມືອງ ແລະຫວຽດນາມ ແມ່ນໜຶ່ງໃນຈຳນວນປະເທດນັ້ນ.

ຂ່າວ: ວິທະຍຸ​ກະຈາ​ຍສຽງ​ຫວຽດນາມ