ທ່ານ ເລຮ່ວາຍຈູງ ໃຫ້ຮູ້ວ່າ: “ນັບແຕ່ຕົ້ນສະໄໝກອງປະຊຸມໃຫຍ່ ຄັ້ງທີ XIII ມາຮອດປະຈຸບັນ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ປະຕິບັດການເຄື່ອນໄຫວພົວພັນຕ່າງປະເທດໂດຍກົງ 100 ກວ່າຄັ້ງໃນນັ້ນມີບັນດາການເຄື່ອນໄຫວພົວພັນຕ່າງປະເທດສຳຄັນພິເສດ, ມີຄວາມໝາຍປະຫວັດສາດ ແລະສ້າງພື້ນຖານສຳຄັນ ແລະການກໍານົດທິດທາງຍາວນານໃນການພົວພັນລະຫວ່າງຫວຽດນາມ ແລະຫຼາຍປະເທດ”.

ຕາມທ່ານ ເລຮ່ວາຍຈູງ ແລ້ວ, ການເຂົ້າຮ່ວມຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໃນການເຄື່ອນໄຫວພົວພັນຕ່າງປະເທດກວ່າ 100 ຄັ້ງນັ້ນແມ່ນຫຼາຍທີ່ສຸດ ຍ້ອນໃນໄລຍະເລີ່ມຕົ້ນອາຍຸການກອງປະຊຸມໃຫຍ່ ຄັ້ງທີ XIII (ໄລຍະ 2021-2022) ແມ່ນໄລຍະທີ່ພະຍາດໂຄວິດ-19 ແຜ່ລະບາດ. “ເຖິງຢ່າງໃດກໍ່ຕາມ, ການເຄື່ອນໄຫວແຕ່ລະຄັ້ງຂອງ, ທ່ານ ຫງວຽນຝູຈ້ອງ ຍາມໃດກໍ່ຮັບການກະກຽມຢ່າງລະອຽດ ແລະມີວິທະຍາສາດ. ນອກຈາກລາຍງານດ້ວຍເອກະສານແລ້ວ, ຍັງມີການເຄື່ອນໄຫວສຳຄັນພວກຂ້າພະເຈົ້າຍັງລາຍງານໂດຍກົງກັບສະຫາຍ 5-7 ເທື່ອ. ໃນສະພາບການທີ່ວຽກງານອື່ນໆຍັງມີຫຼາຍ ແລະສຸຂະພາບບໍ່ໄດ້ດີຄືດັ່ງຄວາມປາດຖະໜານັ້ນ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຍາມໃດກໍ່ຮັບຟັງ, ຄົ້ນຄວ້າຢ່າງລະອຽດຖີ່ຖ້ວນ ແລະຊີ້ນຳຕັດສິນຢ່າງເດັດຂາດ. ສະຫາຍໄດ້ສະແດງໃຫ້ເຫັນຄວາມຕັດສິນໃຈ, ຈິດໃຈສະຫຼະເພື່ອວຽກງານ. ນັ້ນແມ່ນສິ່ງທີ່ສ້າງຄວາມປະທັບໃຈໃຫ້ແກ່ຂ້າພະເຈົ້າ.

leftcenterrightdel
ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ, ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດລາວ ແລະທ່ານ Samdech Techo Hun Sen ປະທານພັກປະຊາຊົນກໍາປູເຈຍ ທີ່ການພົບປະຂັ້ນສຸດຍອດ ຫວຽດນາມ - ລາວ - ກໍາປູເຈຍ ຢູ່ຮ່າໂນ້ຍ ໃນເດືອນ ກັນຍາ 2023. ພາບ: ວັນຫວຽດ

ທ່ານ ເລຮ່ວາຍຈູງ ໃຫ້ຮູ້ວ່າ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ເປັນຜູ້ນໍາສູງສຸດຂອງພັກໃນເກືອບ 3 ອາຍຸການ,  ທ່ານ ໄດ້ພ້ອມກັບຄະນະບໍລິຫານງານສູນກາງ, ກົມການເມືອງ, ຄະນະເລຂາທິການ ຕີລາຄາສະພາບການຢ່າງຖືກຕ້ອງ, ຈາກນັ້ນ ວາງອອກບັນດາແຜນນະໂຍບາຍຢ່າງທັນການ, ຖືກຕ້ອງ. ກົມການເມືອງ, ຄະນະເລຂາທິການ ໄດ້ປະກາດໃຊ້ເອກະສານຊີ້ນຳສຳຄັນຫຼາຍສະບັບກ່ຽວກັບການພົວພັນຕ່າງປະເທດຂອງພັກ. ກອງປະຊຸມໃຫຍ່ ຄັ້ງທີ XI ໄດ້ເຕື້ອງເຖິງຜົນປະໂຫຍດຂອງປະເທດ - ຊົນຊາດຢ່າງເປັນທາງການໃນເອກະສານ ແລະໃນກອງປະຊຸມໃຫຍ່ ຄັ້ງທີ XIII ຢືນຢັນ “ຮັບປະກັນຜົນປະໂຫຍດສູງສຸດຂອງປະເທດຊົນຊາດບົນພື້ນຖານຫຼັກການພື້ນຖານຂອງກົດບັດສະຫະປະຊາຊາດ ແລະກົດໝາຍສາກົນ, ຄວາມສະເໝີພາບ, ການຮ່ວມມື, ພ້ອມກັນມີຜົນປະໂຫຍດ”; ຫວຽດນາມ ຍາມໃດກໍ່ແມ່ນເພື່ອນມິດ, ເປັນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈ ແລະເປັນສະມາຊິກທີ່ມີຄວາມຮັບຜິດຊອບຂອງປະຊາຄົມສາກົນ; ຍົກສູງລະດັບການທູດຫຼາຍຝ່າຍ...

ພິເສດ, ກອງປະຊຸມໃຫຍ່ ຄັ້ງທີ XIII ເປັນຄັ້ງທຳອິດໄດ້ກຳນົດແຜນນະໂຍບາຍກໍ່ສ້າງພື້ນຖານການທູດຮອບດ້ານ, ທັນສະໄໝບົນພື້ນຖານ 3 ເສົາຄ້ຳ ຄື: ການທູດຂອງພັກ, ການທູດແຫ່ງລັດ ແລະການທູດປະຊາຊົນ. ນີ້ແມ່ນແຜນນະໂຍບາຍໃໝ່, ສະແດງໃຫ້ເຫັນຄວາມເຕີບໃຫຍ່ຂອງການທູດປະຕິວັດຫວຽດນາມ, ທັງແມ່ນຄວາມຮຽກຮ້ອງຕ້ອງການອັນຮີບດ່ວນ, ມີລັກສະນະຍຸດທະສາດສໍາລັບວຽກງານພົວພັນຕ່າງປະເທດຂອງປະເທດ. ມະຕິສະບັບເລກທີ 34-NQ/TW ລົງວັນທີ 9 ມັງກອນ 2023 ຂອງກົມການເມືອງກຳນົດການພົວພັນຕ່າງປະເທດຂອງພັກມີບົດບາດຫຼັກໃນການກໍານົດທິດທາງຍຸດທະສາດແຜນນະໂຍບາຍ, ແນວທາງການພົວພັນຕ່າງປະເທດ; ພັດທະນາການພົວພັນອັນດີງາມກັບບັນດາພັກການເມືອງ, ປະກອບສ່ວນກໍ່ສ້າງ, ປັບປຸງພື້ນຖານການເມືອງ, ສ້າງຄວາມສະດວກໃຫ້ແກ່ການພົວພັນລະຫວ່າງຫວຽດນາມ ກັບບັນດາປະເທດ, ຄູ່ຮ່ວມມື. “ປະຈຸບັນ ພັກກອມມູນິດຫວຽດນາມ ມີການພົວພັນກັບເກືອບ 260 ພັກຢູ່ 115 ປະເທດໃນໂລກ, ໃນນັ້ນ 70-80% ແມ່ນພັກກອມມູນິດ, ພັກກຳອຳນາດ, ພັກເຂົ້າຮ່ວມສໍາພັນກຳອຳນາດ…”.

ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ເຄີຍຢືນຢັນວ່າ: ການພົວພັນຕ່າງປະເທດໃນປະຈຸບັນບໍ່ພຽງແຕ່ເປັນການສືບຕໍ່ນະໂຍບາຍພາຍໃນປະເທດເທົ່ານັ້ນ, ຫາກຍັງແມ່ນກຳລັງໜູນຢ່າງແຮງເພື່ອພັດທະນາປະເທດ-ຊົນຊາດ; ພ້ອມທັງ, ພັດທະນາທິດສະດີ ແລະສະຫຼຸບພຶດຕິກຳຕົວຈິງກ່ຽວກັບພື້ນຖານການພົວພັນຕ່າງປະເທດ, ການທູດໃນສະໄໝ ໂຮ່ຈີມິນ ເພື່ອຢັ້ງຢືນແນວທາງພົວພັນຕ່າງປະເທດ, ການທູດເຕັມໄປດ້ວຍສີສັນ “ໄມ້ໄຜ່ຫວຽດນາມ”. ຕາມທ່ານ ເລຮ່ວາຍຈູງ ແລ້ວ, ບັນດາບົດຄໍາເຫັນ, ຊີ້ນໍາ, ຄົ້ນຄວ້າ, ເຊິ່ງໃນ ນັ້ນມີຫຼາຍເນື້ອໃນໄດ້ນໍາເຂົ້າບັນດາບົດປະພັນສໍາຄັນທີ່ກ່ຽວຂ້ອງເຖິງການພົວພັນຕ່າງປະເທດ, ການກໍ່ສ້າງພັກ, ຄວາມສາມັກຄີຊົນຊາດ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ... ຂອງທ່ານເລຂາທິການໃຫຍ່ ໄດ້ຊ່ວຍສ້າງວິໄສທັດສັງລວມກ່ຽວກັບທ່າແຮງ ແລະກຳລັງແຮງຂອງປະເທດ, ຜ່ານນັ້ນ ສ້າງພື້ນຖານໃຫ້ແກ່ວຽກງານພົວພັນຕ່າງປະເທດ.

ດ້ວຍການຊີ້ນຳນຳພາຂອງພັກ, ເຊິ່ງນໍາໜ້າແມ່ນທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ, ໃນຊຸມປີມໍ່ໆມານີ້ ການພົວພັນຕ່າງປະເທດທຸກດ້ານ ຄື: ການເມືອງ, ປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ເສດຖະກິດ, ວັດທະນະທຳ... ໄດ້ຮັບການເປີດກວ້າງ. ພິເສດ, ການພົວພັນຕ່າງປະເທດປະກອບສ່ວນຮັກສາເອກະລາດ, ອະທິປະໄຕ, ແກ້ໄຂບັນດາບັນຫາກ່ຽວກັບຊາຍແດນຜືນແຜ່ນດິນເຊັ່ນ: ການຂີດເສັ້ນຊາຍແດນ, ປັກຫຼັກໝາຍຊາຍແດນ, ການບຸລະນະປັກຫຼັກໝາຍຖີ່ຢູ່ຊາຍແດນທາງບົກກັບລາວ, ກຳປູເຈຍ ກໍ່ຄືກົນໄກເຈລະຈາບັນຫາຢູ່ທະເລກັບບັນດາປະເທດບ້ານໃກ້ເຮືອນຄຽງ, ໃນນັ້ນ ມີຈີນ, ຮັກສາສະພາບແວດລ້ອມສັນຕິພາບ ເພື່ອການພັດທະນາ. ຄຽງຂ້າງນັ້ນ, ການພົວພັນຕ່າງປະເທດກໍ່ຊ່ວຍຍົກສູງບັນດາຜົນງານດ້ານປະຊາທິປະໄຕ ແລະສິດທິມະນຸດຢູ່ຫວຽດນາມ, ຕໍ່ສູ້ຕ້ານບັນດານະໂຍບາຍ, ການກະທຳທີ່ພາໃຫ້ຂາດຄວາມໝັ້ນຄົງດ້ານການເມືອງ - ສັງຄົມ, ແຕ່ຍັງຄົງຮັກສາການພົວພັນກັບປະເທດຕ່າງໆ.

ປະຕິບັດຕາມແບບຢ່າງຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ, ເພື່ອສືບຕໍ່ເສີມຂະຫຍາຍບົດບາດນໍາໜ້າຂອງການພົວພັນຕ່າງປະເທດ, ການທູດ, ທ່ານ ເລຮ່ວາຍຈູງ ຊີ້ແຈ້ງວ່າ, ຕ້ອງຊາບຊຶມ, ປະຕິບັດແນວທາງ, ແຜນນະໂຍບາຍພົວພັນຕ່າງປະເທດຂອງພັກ; ສືບຕໍ່ຍົກສູງວຽກງານກໍາແໜ້ນສະພາບການ, ຄຸນນະພາບເປັນເສນາທິການ, ຕີລາຄາ, ຄາດຄະເນຍຸດທະສາດກວ່າອີກ; ເອົາໃຈໃສ່ເປັນພິເສດຕໍ່ການສະຫຼູບທິດສະດີກ່ຽວກັບການພົວພັນຕ່າງປະເທດບົນພື້ນຖານປະສົບການ, ໝາກຜົນທີ່ບັນລຸໄດ້ໃນໄລຍະຜ່ານມາ, ຮັບໃຊ້ວຽກງານສະຫຼຸບ 40 ປີແຫ່ງການປ່ຽນແປງໃໝ່ຮອບດ້ານທົ່ວປະເທດ ແລະ 5 ປີແຫ່ງການປະຕິບັດແນວທາງພົວພັນຕ່າງປະເທດຂອງກອງປະຊຸມໃຫຍ່ ຄັ້ງທີ XIII ຢ່າງມີປະສິດທິຜົນ, ຈາກນັ້ນ ປະກອບສ່ວນສ້າງເອກະສານກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກ.

ໂດຍ: ຈາງຫງວຽນ