ທ່ານ Anwar Ibrahim ນາຍົກລັດຖະມົນຕີມາເລເຊຍ ໄດ້ສະແດງຄວາມເສົ້າສະຫຼົດໃຈຢ່າງສຸດຊຶ້ງໂດຍຖືວ່າການຈາກໄປຂອງທ່ານ ຫງວຽນຝູຈ້ອງ ເລຂາທິການໃຫຍ່ແມ່ນການສູນເສຍຢ່າງໃຫຍ່ຫຼວງ.

ຕອບຄໍາຖາມຂອງນັກຂ່າວສໍານັກຂ່າວສານຫວຽດນາມ ປະຈໍາ Kuala Lumpur, ທ່ານ Anwar Ibrahim ນາຍົກລັດຖະມົນຕີ ເນັ້ນໜັກວ່າ: “ວິໄສທັດຂອງທ່ານ ຫງວຽນຝູຈ້ອງ ເລຂາທິການໃຫຍ່ກ່ຽວກັບການຮັກສາສິດເປັນເຈົ້າຍຸດທະສາດ ແລະຊຸກຍູ້ການຄຸ້ມຄອງຢູ່ຫວຽດນາມ ໄດ້ສ້າງຄວາມປະທັບໃຈຢ່າງເລິກເຊິ່ງໃຫ້ແກ່ຂ້າພະເຈົ້າເມື່ອໄດ້ພົບປະກັບທ່ານເລຂາທິການໃຫຍ່ ໃນການຢ້ຽມຢາມຫວຽດນາມ ເມື່ອເດືອນ ກໍລະກົດ 2023. ວິໄສທັດມ້ອງກວ້າງເຫັນໄກຂອງທ່ານເລຂາທິການໃຫຍ່ ກ່ຽວກັບການພົວພັນລະຫວ່າງຫວຽດນາມ ແລະມາເລເຊຍ ຈະຍືນຍົງຕະຫຼອດໄປ. ມໍລະດົກຂອງທ່ານຈະດົນໃຈໃຫ້ລຸ້ນຕໍ່ໄປ, ຢູ່ຫວຽດນາມ ແລະທົ່ວອາຊີຕາເວັນອອກສ່ຽງໃຕ້”.

leftcenterrightdel
ທ່ານ ຫງວຽນຝູຈ້ອງ ເລຂາທິການໃຫຍ່. ພາບ: ສໍານັກຂ່າວສານຫວຽດນາມ

ຕາມນັກຂ່າວສໍານັກຂ່າວສານຫວຽດນາມ ປະຈໍາ ສິງກະໂປ ແລ້ວ, ໃນຈົດໝາຍແບ່ງປັນຄວາມເສົ້າສະຫຼົດໃຈທີ່ຝາກມາຍັງທ່ານ ໂຕເລິມ ປະທານປະເທດຫວຽດນາມ, ທ່ານ Tharman Shanmugaratnam ປະທານາທິບໍດີສິງກະໂປ ຂຽນວ່າ: “ການອຸທິດສ່ວນຂອງທ່ານ ຫງວຽນຝູຈ້ອງ ເລຂາທິການໃຫຍ່ ໃນການຕໍ່ສູ້ຕ້ານການສໍ້ລາດບັງຫຼວງກໍ່ແມ່ນປັດໄຈຕັດສິນບົດບາດນໍາພາຂອງທ່ານ”.

ຕອບຄໍາຖາມຕໍ່ນັກຂ່າວສໍານັກຂ່າວສານຫວຽດນາມ ປະຈໍາ New Delhi, ທ່ານ Satyendra Pradhan ອະດິດຮອງທີ່ປຶກສາດ້ານປ້ອງກັນຄວາມສະຫງົບແຫ່ງຊາດ ອິນເດຍ ຕີລາຄາວ່າ ທ່ານ ຫງວຽນຝູຈ້ອງ ແມ່ນການນໍາການເມືອງທີ່ຫຼັກແຫຼມ, ມີປະສົບການຫຼາຍ, ແມ່ນນັກທິດສະດີຍຸດສະສາດ. ທ່ານເລຂາທິການໃຫຍ່ຍັງແມ່ນການນໍາທີ່ເມດຕາ, ເອົາໃຈໃສ່ເຖິງສະຫວັດດີການຂອງປະຊາຊົນ. ການປະກອບສ່ວນຂອງທ່ານເລຂາທິການໃຫຍ່ໃນການກໍານົດຄືນການພົວພັນລະຫວ່າງຝ່າຍໜຶ່ງແມ່ນລະບົບແນວຄິດກັບບັນດາບັນຫາເສດຖະກິດ, ນະໂຍບາຍການຕ່າງປະເທດ, ສະຫວັດດີການຂອງປະຊາຊົນ ແລະການເຄື່ອນໄຫວຂອງພັກກອມມູນິດແມ່ນໜ້າໃສ່ໃຈ, ໃນນັ້ນມີຍຸດທະສາດຕໍ່ສູ້ຕ້ານການສໍ້ລາດບັງຫຼວງດ້ວຍໝາກຜົນຫຼາຍພໍສົມຄວນ.

ຕອບຄໍາຖາມຂອງນັກຂ່າວສໍານັກຂ່າວສານຫວຽດນາມ ປະຈໍາ ລາຮາວານ, ວິລະຊົນສາທາລະນະລັດກູບາ Fernando González Llort - ປະທານສະຖາບັນກູບາມິດຕະພາບກັບປະຊາຊາດ (ICAP) - ຢັ້ງຢືນວ່າ ທ່ານ ຫງວຽນຝູຈ້ອງ ແມ່ນການນໍາທີ່ມີຄວາມໝາຍທິດສະດີ ແລະພຶດຕິກໍາຕົວຈິງອັນໃຫຍ່ຫຼວງ, ມີການປະກອບສ່ວນຫຼາຍສົມຄວນໃຫ້ພາລະກິດປະຕິວັດໃນທົ່ວໂລກ, ດ້ວຍແນວຄິດການເມືອງຕາມເສັ້ນທາງຂຶ້ນສູ່ລັດທິສັງຄົມນິຍົມ.

ໂດຍ: ໄຊນີດາ