ສັນຍາໄດ້ເຮັດໃຫ້ຄຸນຄ່າ “ເພື່ອສັນຕິພາບ, ເອກະພາບ, ເອກະລາດ, ປະຊາທິປະໄຕຂອງປະເທດ” ຈະແຈ້ງຂຶ້ນຕື່ມ.

leftcenterrightdel
ໃນເວລາ 24 ໂມງ ຂອງວັນທີ 20 ກໍລະກົດ 1954 (ຕາມເວລາ Geneva), ກົງກັບຕອນເຊົ້າວັນທີ 21 ກໍລະກົດ 1954 (ຕາມເວລາຮ່າໂນ້ຍ), ທ່ານ ຕະກວາງບຶວ ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໄດ້ຕາງໜ້າໃຫ້ລັດຖະບານ ແລະກອງບັນຊາການສູງສຸດ ກອງທັບປະຊາຊົນ ຫວຽດນາມ ໄດ້ເຊັນສັນຍາຢຸດຕິການສົງຄາມຢູ່ຫວຽດນາມ. ພາບ: ສໍານັກຂ່າວສານຫວຽດນາມ

ຕາມທ່ານ ບຸ່ຍແທັງເຊີນ ລັດຖະມົນຕີການຕ່າງປະເທດຫວຽດນາມ ແລ້ວ, ສັນຍາ Geneva ໄດ້ເຊັນພາຍຫຼັງການເຈລະຈາ 75 ວັນທີ່ເຄ່ັງຕຶງ ແລະສັບສົນ. ຖືກຄືປະທານໂຮ່ຈີມິນ ໄດ້ຕີລາວ່າ “ກອງປະຊຸມ Geneva ໄດ້ສິ້ນສຸດລົງ. ການພົວພັນຕ່າງປະເທດຫວຽດນາມ ຍາດໄດ້ໄຊຊະນະອັນໃຫຍ່ຫຼວງ”: “ເປັນຄັ້ງທໍາອິດໃນປະຫວັດສາດຂອງຊາດ, ບັນດາສິດພື້ນຖານຂອງຊາດ ຫວຽດນາມ ແມ່ນເອກະລາດ, ອະທິປະໄຕ, ເອກະພາບ ແລະຜືນແຜ່ນດິນອັນຄົບຖ້ວນໄດ້ຢັ້ງຢືນໃນສົນທິສັນຍາສາກົນ, ບັນດາປະເທດເຂົ້າຮ່ວມກອງປະຊຸມ Geneva ໄດ້ຮັບຮອງເອົາ ແລະໃຫ້ການເຄົາລົບ. ນີ້ແມ່ນຜົນງານຕໍ່ສູ້ຢ່າງອົງອາດກ້າຫານຂອງປະຊາຊົນຫວຽດນາມ ພາຍໃຕ້ການຊີ້ນໍາ ນໍາພາຂອງພັກໃນຕະຫຼອດໄລຍະຕໍ່ສູ້ອັນຍືດເຍື້ອຍາວນານຕ້ານລັດທິລ່າເມືອງຂຶ້ນເຊິ່ງສູງສຸດແມ່ນໄຊຊະນະດ້ຽນບຽນຝູ.

ແລກປ່ຽນກັບນັກຂ່າວສໍານັກຂ່າວສານຫວຽດນາມ ປະຈໍາ Geneva, ທ່ານ David Fernández Puyana ເອກອັກຄະລັດຖະທູດ ຄະນະປະຕິບັດງານຜູ້ປະຈໍາການຂອງມະຫາວິທະຍາໄລສັນຕິພາບ (UPeace) ຢູ່ຫ້ອງວ່າການ ສປຊ ແລະບັນດາອົງການຈັດຕັ້ງສາກົນອື່ນຢູ່ Geneva, ຖືວ່າ ສັນຍາແມ່ນບາດກ້າວເດີນທີ່ສໍາຄັນໃນວິວັດການຫັນເປັນໂລກາພິວັດຢູ່ ສປຊ. ພາຍຫຼັງສັນຍາ, ຫຼາຍປະເທດທີ່ເປັນຫົວເມືອງຂຶ້ນອາຊີ-ອາຟະລິກາ ຍາດໄດ້ເອກະລາດໃນຊຸມປີທ້າຍ 1950, ຕົ້ນປີ 1960. ທ່ານ ຕີລາຄາວ່ານີ້ແມ່ນຜົນສໍາເລັດຂອງຫຼາຍປະເທດທີ່ສຸດ.

ໃນຂະນະນັ້ນ, ທ່ານ ປອ Eric Coudray ຄົນຝລັ່ງ ຜູ້ເຄີຍຂຽນບົດວິທະຍານິພົນກ່ຽວກັບຫົວຂໍ້ບັນດານາຍທະຫານຝລັ່ງ ໃນສົງຄາມຢູ່ອິນດູຈີນ ເນັ້ນໜັກວ່າ ສັນຍາໄດ້ປະກອບສ່ວນຢຸດຕິການສົງຄາມທີ່ແກ່ຍາວເປັນເວລາ 9 ປີຢູ່ອິນດູຈີນ, ບັງຄັບໃຫ້ບັນດາປະເທດຕ້ອງຮັບຮອງປະເທດ ສສ ຫວຽດນາມ ເຊິ່ງກ່ອນນັ້ນເຂົາເຈົ້າໄດ້ປະຕິເສດ. ສັນຍາໄດ້ລະດົມກໍາລັງໃຈຂອງການນໍາ ສສ ຫວຽດນາມ ທ່ານຕ່າງໆໃນການຕໍ່ສູ້ທີ່ເປັນທໍາຍາດເອົາເອກະລາດ ແລະຍຸດທະສາດສົງຄາມການປະຕິວັດ.

ໂດຍ: ໄຊນີດາ