ການເຂົ້າຮ່ວມຂອງຫວຽດນາມ ຢູ່ກອງປະຊຸມຄັ້ງນີ້ ໄດ້ສະແດງໃຫ້ເຫັນຄວາມມານະພະຍາຍາມຂອງຫວຽດນາມໃນການຊຸກຍູ້ ແລະປົກປ້ອງສິດທິມະນຸດເວົ້າລວມ ກໍ່ຄືໃນການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ເວົ້າສະເພາະ. ພ້ອມທັງປະກອບສ່ວນຜັນຂະຫຍາຍນະໂຍບາຍການພົວພັນຕ່າງປະເທດທີ່ເປັນເຈົ້າການ, ຕັ້ງໜ້າ ແລະມີຄວາມຮັບຜິດຊອບສຳລັບບັນຫາລວມຂອງປະຊາຄົມສາກົນ, ໃນບົດບາດເປັນສະມາຊິກຂອງສະພາສິດທິມະນຸດ ອາຍຸການ 2023-2025.

ກອງປະຊຸມ ຄັ້ງທີ 56 ຂອງສະພາສິດທິມະນຸດ ສປຊ ໄດ້ດຳເນີນແຕ່ວັນທີ 19 ມິຖຸນາ ຫາວັນທີ 12 ກໍລະກົດ ໄດ້ພິຈາລະນາ ແລະຮັບຮອງເອົາມະຕິ, ຂໍ້ຕົກລົງ 25 ສະບັບ, ໃນນັ້ນມີມະຕິກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ ແລະສິດທິມະນຸດ ໂດຍຫວຽດນາມ, ບັງກະລາເທດ ແລະຟີລິບປິນ ສະເໜີ ແລະຊຸກຍູ້.

ໝາກຜົນລະອຽດທີ່ສ່ອງແສງເຖິງຄວາມມານະພະຍາຍາມຂອງຫວຽດນາມ ຢ່າງຈະແຈ້ງ

ມະຕິກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ ແລະສິດທິມະນຸດ ໄດ້ຢັ້ງຢືນຄືນໃໝ່ວ່າ ການປ່ຽນແປງຂອງດິນຟ້າອາກາດ ໄດ້ສົ່ງຜົນກະທົບຫຍໍ້ທໍ້ເຖິງການຊົມໃຊ້ສິດທິມະນຸດ, ຄື: ສິດໄດ້ມີຊີວິດ, ສຸຂະພາບ, ນໍ້າສະອາດ ແລະສຸຂະອະນາໄມ, ກໍ່ຄືສິດໃນການພັດທະນາ. ພິເສດ, ບັນດາຜູ້ທີ່ມີຄວາມສ່ຽງໄພສູງ, ຄື: ຜູ້ທຸກຍາກ, ແມ່ຍິງ, ເດັກນ້ອຍ, ຜູ້ເຖົ້າແກ່ ແລະຄົນພິການຈະໄດ້ຮັບຜົນຮ້າຍຢ່າງໜັກໜ່ວງຈາກການປ່ຽນແປງຂອງດິນຟ້າອາກາດ. ສະນັ້ນ, ມະຕິ ຈຶ່ງໄດ້ຮຽກຮ້ອງໃຫ້ມີມາດຕະການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ຄວນເອົາໃຈໃສ່ເປັນພິເສດເຖິງກຸ່ມຄົນນີ້.

leftcenterrightdel
ພາບປະກອບຄັດຈາກ: ສໍານັກຂ່າວສານຫວຽດນາມ

ມະຕິ ກໍ່ຊຸກຍູ້ວິທີເຂົ້າເຖິງ ແລະຖືເອົາປະຊາຊົນເປັນໃຈກາງ, ຮອບດ້ານ, ກວມລວມສຳລັບນະໂຍບາຍຮັບມື ແລະຫຼຸດຜ່ອນຜົນກະທົບຈາກການປ່ຽນແປງຂອງດິນຟ້າອາກາດ; ຮຽກຮ້ອງໃຫ້ບັນດາປະເທດສ້າງ ແລະປະຕິບັດນະໂຍບາຍຮັບປະກັນວິວັດການຫັນປ່ຽນ ໄປຍັງພື້ນຖານເສດຖະກິດສີຂຽວ, ຍືນຍົງ ແລະຍຸຕິທຳ, ສະເໝີພາບ, ກວມລວມ ແລະຍືນຍົງ, ພ້ອມທັງບໍ່ໃຫ້ໃຜຖືກປະໄວ້ຢູ່ທາງຫຼັງ. ສິ່ງເຫຼົ່ານີ້ລວມມີການສ້າງວຽກເຮັດງານທໍາໃໝ່, ການຮັບປະກັນຊີວິດສັງຄົມ ແລະໜູນຊ່ວຍຊຸມຊົນທີ່ໄດ້ຮັບຜົນສະທ້ອນຫຼາຍທີ່ສຸດຈາກການປ່ຽນແປງຂອງດິນຟ້າອາກາດ.

ມະຕິ ໄດ້ເນັ້ນໜັກເຖິງຄວາມສຳຄັນຂອງການເພີ່ມທະວີການຮ່ວມມື ແລະໜູນຊ່ວຍສາກົນ, ພິເສດໃນການໜູນຊ່ວຍດ້ານການເງິນ, ການຖ່າຍທອດເຕັກໂນໂລຢີ ແລະສ້າງກຳລັງຄວາມສາມາດແນໃສ່ໜູນຊ່ວຍບັນດາປະເທດພວມພັດທະນາໃນບັນດາຂໍ້ລິເລີ່ມຮັບມື ແລະຫຼຸດຜ່ອນຜົນກະທົບຈາກການປ່ຽນແປງຂອງດິນຟ້າອາກາດ. ພ້ອມທັງ, ມະຕິ ກໍ່ຊຸກຍູ້ຄວາມມານະພະຍາຍາມສາກົນເພື່ອຫຼຸດຜ່ອນການປ່ອຍອາຍພິດໃນທົ່ວໂລກລົງ ແລະຮຽກຮ້ອງໃຫ້ບັນດາປະເທດວາງຄາດໝາຍການເງິນກ່ຽວກັບອາກາດໃໝ່ດ້ວຍຄວາມມັກໃຫຍ່ໃຝ່ສູງຢູ່ກອງປະຊຸມ ຄັ້ງທີ 29 ບັນດາຝ່າຍເຂົ້າຮ່ວມສົນທິສັນຍາແມ່ຂອງ ສປຊ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ (COP29).

ຕາມທ່ານ ມາຍຟານຢຸງ ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ແທນຖາວອນຫວຽດນາມ ຢູ່ຄຽງຂ້າງ ສປຊ, ອົງການການຄ້າໂລກ (WTO) ແລະບັນດາອົງການຈັດຕັ້ງສາກົນຢູ່ເຊີແນວ, ປະເທດສະວິດ, ໃນຕະຫຼອດກອງປະຊຸມ, ຫວຽດນາມ ໄດ້ເປັນປະທານ ແລະຈັດຕັ້ງ 4 ວາລະປຶກສາຫາລືບໍ່ເປັນທາງການກ່ຽວກັບຮ່າງມະຕິ, ດ້ວຍການເຂົ້າຮ່ວມຂອງຜູ້ຕາງໜ້າບັນດາປະເທດ, ອົງການຈັດຕັ້ງສາກົນ ແລະອົງການບໍ່ຂຶ້ນກັບລັດຖະບານ. ພ້ອມທັງ, ຫວຽດນາມ ໄດ້ຈັດຕັ້ງການແລກປ່ຽນສອງຝ່າຍກັບບັນດາຄູ່ຮ່ວມມືທີ່ມີຄວາມສົນໃຈເຖິງບັນຫານີ້, ທັງໃນຂັ້ນເອກອັກຄະລັດຖະທູດ ແລະນັກຊ່ຽວຊານ. ເລື່ອງມະຕິໄດ້ຮັບຮອງເອົາດ້ວຍຄວາມເຫັນດີເຫັນພ້ອມຂອງສະພາສິດທິມະນຸດ ສປຊ, ດ້ວຍ 70 ປະເທດອຸປະຖຳຮ່ວມກັນ, ໄດ້ສ່ອງແສງໃຫ້ເຫັນຢ່າງຈະແຈ້ງເຖິງໝາກຜົນແຫ່ງຄວາມມານະພະຍາຍາມຂອງຫວຽດນາມ ໃນບົດບາດເປັນຫົວໜ້າຮຽບຮຽງມະຕິໃນປີນີ້.

ສະແດງໃຫ້ເຫັນບົດບາດເປັນສະມາຊິກຂອງສະພາສິດທິມະນຸດ ອາຍຸການ 2023-2025

ກອງປະຊຸມສາມັນ ຄັ້ງທີ 56 ຂອງສະພາສິດທິມະນຸດ ລວມມີ:  5 ວາລະປຶກສາຫາລືຫົວເລື່ອງສະເພາະ, ບັນດາວາລະປຶກສາຫາລື ແລະເຈລະຈາກັບເກືອບ 40 ລະບຽບການພິເສດຂອງສະພາສິດທິມະນຸດ ພ້ອມກັບກົນໄກສິດທິມະນຸດຂອງ ສປຊ ແລະວາລະປຶກສາຫາລືກ່ຽວກັບບັນດາຮ່າງມະຕິ.

ທີ່ກອງປະຊຸມ, ຄະນະຜູ້ແທນຫວຽດນາມ ໄດ້ປຶກສາຫາລື ແລະກ່າວຄຳເຫັນກ່ຽວກັບບັນດາບັນຫາ, ຄື: ສິດສຸຂະພາບ, ສິດການສຶກສາ, ຄວາມທຸກຍາກຢ່າງຮ້າຍແຮງ, ຕ້ານການຈຳແນກການປະພຶດຕໍ່ແມ່ຍິງ ແລະເດັກຍິງ, ຜ່ານນັ້ນສະແດງໃຫ້ເຫັນທັດສະນະ, ນະໂຍບາຍທີ່ສະເໝີຕົ້ນສະເໝີປາຍ ແລະຜົນງານຂອງຫວຽດນາມ ໃນການຊຸກຍູ້ ແລະປົກປັກຮັກສາສິດທິມະນຸດ.

ໃນບົດບາດເປັນສະມາຊິກຂອງສະພາສິດທິມະນຸດ, ຫວຽດນາມ ຕັ້ງໜ້າເຈລະຈາ, ພິຈາລະນາ ແລະຮັບຮອງເອົາມະຕິ ແລະຂໍ້ຕົກລົງຂອງສະພາສິດທິມະນຸດ. ພິເສດແມ່ນເລື່ອງການເປັນປະທານ, ການປະສານງານກຸ່ມຫຼັກແຫຼ່ງເພື່ອກໍ່ສ້າງ, ແນະນຳ ແລະຊຸກຍູ້ສະພາສິດທິມະນຸດ ຮັບຮອງເອົາມະຕິກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ ແລະສິດທິມະນຸດດ້ວຍຫົວເລື່ອງຫັນປ່ຽນຢ່າງຍຸຕິທຳ.

ບັນດາການປະກອບສ່ວນຂອງຫວຽດນາມ ຢູ່ກອງປະຊຸມສາມັນ ຄັ້ງທີ 56 ຂອງສະພາສິດທິມະນຸດ ສືບຕໍ່ສະແດງໃຫ້ເຫັນບົດບາດເປັນສະມາຊິກສະພາສິດທິມະນຸດ ສປຊ ອາຍຸການ 2023-2025 ຂອງຫວຽດນາມ. ບົດບາດນີ້ໂດຍແມ່ນທ່ານ ບຸ່ຍແທັງເຊີນ ລັດຖະມົນຕີການຕ່າງປະເທດຫວຽດນາມ ໄດ້ເນັ້ນໜັກໃນຂະນະທີ່ຫວຽດນາມ ໄດ້ຮັບເລືອກຕັ້ງເປັນສະມາຊິກ (ປີ 2022) ວ່າ: “ຫວຽດນາມ ຈະສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນກັບບັນດາປະເທດສະມາຊິກ, ປະກອບສ່ວນແທດຈິງເຂົ້າໃນວຽກງານລວມຂອງສະພາສິດທິມະນຸດ, ຊຸກຍູ້ການເຈລະຈາ ແລະການຮ່ວມມືສາກົນບົນຈິດໃຈເຄົາລົບ, ເຂົ້າໃຈເຊິ່ງກັນ ແລະກັນ, ຊຸກຍູ້ສິດທິມະນຸດ, ຕອບສະໜອງເງື່ອນໄຂ, ຄວາມຕ້ອງການ ແລະຜົນປະໂຫຍດອັນຊອບທຳຂອງບັນດາປະເທດ, ເປັນຕົ້ນແມ່ນບັນດາປະເທດພວມພັດທະນາ. ຫວຽດນາມ ຈະພ້ອມກັບບັນດາປະເທດສະມາຊິກຊຸກຍູ້ຂໍ້ລິເລີ່ມ, ມາດຕະການໃນບັນດາຂົງເຂດ, ຄື: ສິດໃນການພັດທະນາ, ສິດຂອງບັນດາກຸ່ມທີ່ຖືກສ່ຽງໄພໄດ້ງ່າຍ, ຄວາມສະເໝີພາບລະຫວ່າງຍິງ-ຊາຍ...”.

ດ້ວຍຄວາມຮັບຜິດຊອບ, ການເປັນເຈົ້າການ ແລະມານະພະຍາຍາມປະກອບສ່ວນໃຫ້ແຕ່ລະກອງປະຊຸມ, ຫວຽດນາມ ພວມເຮັດສຳເລັດໜ້າທີ່ເປັນຢ່າງດີຢູ່ສະພາສິດທິມະນຸດ, ຮ່ວມແຮງຮ່ວມໃຈພ້ອມກັບປະຊາຄົມສາກົນສ້າງໂລກແຫ່ງສັນຕິພາບ, ປະຊາຊົນທຸກຄົນ ແລະທຸກປະເທດ, ທຸກຊາດ ລ້ວນແຕ່ໄດ້ຊົມໃຊ້ໝາກຜົນແຫ່ງການພັດທະນາ ແລະຄວາມກ້າວໜ້າຂອງສັງຄົມ.

ໂດຍ: ເຈິ່ນຮວ່ຽນ