ຕອບສໍາພາດນັກຂ່າວຢູ່ນະຄອນຫຼວງ ພະນົມເປັນ, ທ່ານ ຫງວຽນຮຸຍຕັງ ເອກອັກຄະລັດຖະທູດຫວຽດນາມ ປະຈຳ ກຳປູເຈຍ ໄດ້ເນັ້ນໜັກເຖິງຄວາມໝາຍ ແລະລະດັບຄວາມສຳຄັນຂອງການຢ້ຽມຢາມ ສໍາລັບການພົວພັນມິດຕະພາບທີ່ເປັນມູນເຊື້ອອັນຍາວນານລະຫວ່າງສອງປະເທດ. ເນື່ອງໃນໂອກາດນີ້, ທ່ານເອກອັກຄະລັດຖະທູດ ກໍ່ໄດ້ແບ່ງປັນບັນດາຜົນງານໃນຂົງເຂດການຮ່ວມມືລະຫວ່າງສອງປະເທດໃນໄລຍະຜ່ານມາ, ກໍ່ຄືກາລະໂອກາດ ແລະບຸລິມະສິດໃນການພົວພັນສອງຝ່າຍລະຫວ່າງສອງປະເທດບ້ານໃກ້ເຮືອນຄຽງໃນໄລຍະຈະມາເຖິງ.

ນັກຂ່າວ: ທ່ານປະທານປະເທດຫວຽດນາມ ໄປຢ້ຽມຢາມທາງລັດຖະກິດຢູ່ລາຊະອານາຈັກກຳປູເຈຍ ໃນລະຫວ່າງວັນທີ 12 - 13 ກໍລະກົດ ໃນຂອບເຂດການຢ້ຽມຢາມຕ່າງປະເທດຄັ້ງທຳອິດຂອງທ່ານ ນັບແຕ່ໄດ້ຂຶ້ນດຳລົງຕຳແໜ່ງ. ທ່ານເອກອັກຄະລັດຖະທູດ ຕີລາຄາຄວາມໝາຍ ແລະລະດັບຄວາມສຳຄັນຂອງການຢ້ຽມຢາມສໍາລັບການພົວພັນສອງຝ່າຍ ຫວຽດນາມ-ກໍາປູເຈຍ ຄືແນວໃດ?

ທ່ານ ຫງວຽນຮຸຍຕັງ ເອກອັກຄະລັດຖະທູດ: ການຢ້ຽມຢາມລາຊະອານາຈັກກຳປູເຈຍ ຂອງທ່ານປະທານປະເທດຫວຽດນາມ ໃນຄັ້ງນີ້ໄດ້ດຳເນີນໄປໃນສະພາບທີ່ສອງປະເທດຫາກໍ່ສະເຫຼີມສະຫຼອງ 57 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ (24-6-1967 / 24-6-2024). ນີ້ແມ່ນການຢ້ຽມຢາມຕ່າງປະເທດຄັ້ງທຳອິດຂອງທ່ານ ໂຕເລິມ ພາຍຫຼັງໄດ້ຮັບການເລືອກຕັ້ງເປັນປະທານປະເທດ. ສິ່ງນັ້ນໄດ້ຢືນຢັນອີກເທື່ອໜຶ່ງວ່າ ພັກ, ລັດຫວຽດນາມ ຍາມໃດກໍ່ຖືເປັນສຳຄັນການເພີ່ມທະວີ, ປັບປຸງການພົວພັນສາມັກຄີ, ມິດຕະພາບ ແລະການຮ່ວມມືລະຫວ່າງບັນດາປະເທດບ້ານໃກ້ເຮືອນຄຽງ, ໃນນັ້ນມີລາຊະອານາຈັກກຳປູເຈຍ.

leftcenterrightdel
ທ່ານ ຫງວຽນຮຸຍຕັງ ເອກອັກຄະລັດຖະທູດຫວຽດນາມ ປະຈຳ ກຳປູເຈຍ. ພາບ: ສໍານັກຂ່າວສານຫວຽດນາມ.

ຫວ່າງມໍ່ໆມານີ້, ບັນດາການພົບປະ, ແລກປ່ຽນໂດຍກົງຂອງບັນດາການນຳຂັ້ນສູງຂອງສອງປະເທດໄດ້ດຳເນີນເປັນປະຈຳ, ຜ່ານນັ້ນບັນລຸໄດ້ຂໍ້ຕົກລົງຍຸດທະສາດເພື່ອແນໃສ່ກໍານົດທິດການພົວພັນສັງລວມລະຫວ່າງສອງປະເທດ. ດ້ວຍຈິດໃຈນັ້ນ, ຂ້າພະເຈົ້າ ຖືວ່າ ການຢ້ຽມຢາມທາງລັດຖະກິດຢູ່ລາຊະອານາຈັກກຳປູເຈຍ ຄັ້ງນີ້ຂອງທ່ານປະທານປະເທດຫວຽດນາມ ມີຄວາມໝາຍຢ່າງເລິກເຊິ່ງ, ສືບຕໍ່ປັບປຸງ, ເພີ່ມພູນຄູນສ້າງ, ເປີດກວ້າງ, ເພີ່ມທະວີ, ເຮັດໃຫ້ການພົວພັນລະຫວ່າງສອງປະເທດເລິກເຊິ່ງຂຶ້ນຕື່ມຕາມທິດນໍາທີ່ວ່າ “ບ້ານໃກ້ເຮືອນຄຽງ, ມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຮອບດ້ານ, ຍືນຍົງຍາວນານ”, ຮັກສານ້ຳໃຈມິດຕະພາບ, ຄວາມສາມັກຄີລະຫວ່າງສອງປະເທດຫວຽດນາມ - ກໍາປູເຈຍ ໃຫ້ໝັ້ນຄົງຕະຫຼອດໄປ.

ນັກຂ່າວ: ການຢ້ຽມຢາມກຳປູເຈຍ ຂອງທ່ານປະທານປະເທດ  ແລະຄະນະຜູ້ແທນຂັ້ນສູງຫວຽດນາມ ໄດ້ດຳເນີນໄປໃນສະພາບການທີ່ສອງປະເທດຫາກໍ່ສະເຫຼີມສະຫຼອງ 57 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດຢ່າງເປັນທາງການ (24-6-1967 / 24-6-2024). ຕາມທ່ານເອກອັກຄະລັດຖະທູດແລ້ວ, ນີ້ແມ່ນເຫດການສຳຄັນ ແລະຜົນງານດີເດັ່ນຂອງການພົວພັນທາງການທູດລະຫວ່າງ ກຳປູເຈຍ - ຫວຽດນາມ ໃນໄລຍະມໍ່ໆມານີ້, ພິເສດແມ່ນໃນຊຸມເດືອນຕົ້ນປີ 2024 ນີ້ແມ່ນຫຍັງ?

ທ່ານ ຫງວຽນຮຸຍຕັງ ເອກອັກຄະລັດຖະທູດ: ການພົວພັນ ຫວຽດນາມ - ກໍາປູເຈຍ ໃນຊຸມປີຜ່ານມາ ບັນລຸໄດ້ບັນດາຜົນງານທີ່ພົ້ນເດັ່ນ, ຕິດພັນກັບບັນດາເຫດການສຳຄັນຂອງສອງປະເທດ. ຄຽງຄູ່ກັບການພັດທະນາການພົວພັນດ້ານການເມືອງແມ່ນພື້ນຖານກໍານົດທິດໃຫ້ແກ່ການພົວພັນລວມ, ການຮ່ວມມືດ້ານປ້ອງກັນຊາດ - ປ້ອງກັນຄວາມສະຫງົບນັບມື້ນັບເຂົ້າສູ່ລວງເລິກ ແລະມີປະສິດທິຜົນ. ຈາກນັ້ນ, ປະກອບສ່ວນຮັກສາສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ, ຄວາມປອດໄພຂອງແຕ່ລະປະເທດ.

ສອງຝ່າຍໄດ້ສົມທົບກັນຢ່າງແໜ້ນແຟ້ນເປັນປະຈໍາ, ຈັດຕັ້ງປະຕິບັດອະນຸສັນຍາຮ່ວມມື 5 ປີ ແລະແຜນການຮ່ວມມືປະຈຳປີລະຫວ່າງກະຊວງປ້ອງກັນປະເທດ, ກະຊວງຕຳຫຼວດຫວຽດນາມ ກັບກະຊວງປ້ອງກັນປະເທດ, ກະຊວງພາຍໃນກໍາປູເຈຍ. ສອງຝ່າຍໄດ້ແລກປ່ຽນຂໍ້ມູນຂ່າວສານ, ແບ່ງປັນປະສົບການ, ສົມທົບກັນເຮັດໃຫ້ກົນອຸບາຍ, ເລ່ລ່ຽມຂອງບັນດາອິດທິກຳລັງປໍລະປັກຕ້ານທຳລາຍສອງປະເທດໃຫ້ປະລາໄຊ, ກໍ່ຄືການພົວພັນລະຫວ່າງສອງປະເທດໃນໄລຍະຜ່ານມາ.

ໃນຂົງເຂດເສດຖະກິດ, ໃນຊຸມປີຜ່ານມາ, ການຮ່ວມມືດ້ານເສດຖະກິດລະຫວ່າງສອງປະເທດໄດ້ມີການປ່ຽນແປງຢ່າງຕັ້ງໜ້າ. ມາຮອດປະຈຸບັນ, ຫວຽດນາມ ມີ 208 ໂຄງການລົງທຶນທີ່ຍັງມີຜົນສັກສິດຢູ່ກຳປູເຈຍ ດ້ວຍຍອດຈຳນວນເງິນທຶນຈົດທະບຽນເກືອບ 3 ຕື້ໂດລາສະຫະລັດ. ກົງກັນຂ້າມ, ກຳປູເຈຍ ກໍ່ມີ 35 ໂຄງການລົງທຶນຢູ່ ຫວຽດນາມ ດ້ວຍຍອດຈຳນວນເງິນທຶນຈົດທະບຽນ 75,76 ລ້ານ ໂດລາສະຫະລັດ.

ກ່ຽວກັບການຄ້າ, ນີ້ກໍ່ແມ່ນຂົງເຂດທີ່ໄດ້ຮັບການຜັນແປຢ່າງຕັ້ງໜ້າໃນຊຸມປີຜ່ານມາ, ພິເສດແມ່ນປີ 2020 – 2021, ເຖິງວ່າ ໄດ້ຮັບຜົນກະທົບຈາກພະຍາດ ໂຄວິດ-19 ກໍ່ຕາມ, ແຕ່ວົງເງິນການຄ້າສອງສົ້ນໄດ້ເພີ່ມຂຶ້ນຢ່າງຕັ້ງໜ້າ.

ຄຽງຂ້າງນັ້ນ, ການຮ່ວມມືໃນຂົງເຂດການສຶກສາ, ບຳລຸງສ້າງ, ວິທະຍາສາດເຕັກນິກ, ວັດທະນະທຳ, ສາທາລະນະສຸກ... ສືບຕໍ່ໄດ້ຮັບການຖືເປັນສໍາຄັນຈາກສອງຝ່າຍ. ໃນນັ້ນ, ຂົງເຂດການຮ່ວມມືດ້ານການສຶກສາ - ບໍາລຸງສ້າງແມ່ນປັດໄຈຍຸດທະສາດ, ຮັບປະກັນໃຫ້ແກ່ການຮັກສາ, ພັດທະນາການພົວພັນມິດຕະພາບລະຫວ່າງສອງປະເທດໃຫ້ບັນລຸໄດ້ບັນດາຜົນງານທີ່ພົ້ນເດັ່ນໃນຊຸມປີຜ່ານມາ.

ນັກຂ່າວ: ໃນສະພາບການນັ້ນ, ທ່ານເອກອັກຄະລັດຖະທູດສາມາດແບ່ງປັນບັນດາກາລະໂອກາດ ແລະບຸລິມະສິດໃນການພົວພັນສອງຝ່າຍ ຫວຽດນາມ - ກໍາປູເຈຍ ໃນໄລຍະຈະມາເຖິງ?

ທ່ານ ຫງວຽນຮຸຍຕັງ ເອກອັກຄະລັດຖະທູດ: ຂ້າພະເຈົ້າຖືວ່າ ການພົວພັນ ກຳປູເຈຍ - ຫວຽດນາມ, ຫວຽດນາມ - ກໍາປູເຈຍ ໃນຊຸມປີຈະມາເຖິງ, ຄຽງຂ້າງຄວາມຫຍຸ້ງຍາກ, ພວກເຮົາຍັງມີກາລະໂອກາດຫຼາຍຢ່າງເພື່ອສືບຕໍ່ເປີດກວ້າງ ແລະນໍາການພົວພັນພັດທະນາຂຶ້ນລະດັບສູງໃໝ່, ພິເສດແມ່ນໃນສະພາບທີ່ລັດຖະບານ ອາຍຸການ VII ຂອງກໍາປູເຈຍ ຫາກໍ່ວາງອອກບັນດານະໂຍບາຍ ແລະກົນໄກເປີດກ້ວາງເພື່ອຊຸກຍູ້ການພັດທະນາເສດຖະກິດ - ສັງຄົມ, ນໍາປະເທດກຳປູເຈຍ ບັນລຸເປົ້າໝາຍກາຍເປັນປະເທດມີລາຍຮັບປານກາງສູງຮອດປີ 2030, ກາຍເປັນປະເທດມີລາຍຮັບສູງໃນປີ 2050. ສິ່ງນີ້ໄດ້ສ້າງກາລະໂອກາດທີ່ສະດວກໃຫ້ວິສາຫະກິດບັນດາປະເທດເວົ້າລວມ ແລະບັນດາວິສາຫະກິດຫວຽດນາມ ເວົ້າສະເພາະ.

ນອກຈາກບັນດາກົນໄກຮ່ວມມືສອງຝ່າຍແລ້ວ, ສອງປະເທດຍັງມີກົນໄກຮ່ວມມືຫຼາຍຝ່າຍທີ່ສອງປະເທດເຂົ້າຮ່ວມ. ຂ້າພະເຈົ້າຖືວ່າ ພວກເຮົາຕ້ອງເອົາໃຈໃສ່ຊຸກຍູ້ເພື່ອເສີມຂະຫຍາຍວິທີຮ່ວມມື 3 ຝ່າຍ ຫຼື 4 ຝ່າຍລະຫວ່າງ ຫວຽດນາມ ແລະ ກຳປູເຈຍ ກັບບັນດາປະເທດທີ 3, ເພື່ອຊຸກຍູ້ການພັດທະນາເສດຖະກິດຂອງສອງປະເທດ.

ນັກຂ່າວ: ຂໍຂອບໃຈທ່ານເອກເອກຄະລັດຖະທູດ.

ໂດຍ: ຈາງຫງວຽນ