ເປີດກວ້າງບັນດາຂົງເຂດຮ່ວມມືທີ່ເປັນຈຸດສຸມໃໝ່

ທ່ານນາງເອກອັກຄະລັດຖະທູດ  ຕີລາຄາວ່າ ການພົວພັນຫວຽດນາມ - ນິວຊີແລນ ແມ່ນການພົວພັນທີ່ສຳຄັນ, ເລິກເຊິ່ງ ແລະກ້ວາງຂວາງ. ຕາມທ່ານນາງເອກອັກຄະລັດຖະທູດແລ້ວ, ຊາວຫວຽດນາມ ທີ່ໄດ້ຮ່ຳຮຽນ ຫຼືໄປຢ້ຽມຢາມ ນິວຊີແລນ ແມ່ນ “ການເຊື່ອມຕໍ່ທີ່ສຸດຍອດ, ແມ່ນການປະກອບສ່ວນທີ່ສຳຄັນ” ເຂົ້າໃນການພົວພັນລະຫວ່າງສອງປະເທດ.

ທ່ານນາງເອກອັກຄະລັດຖະທູດ ເນັ້ນໜັກວ່າ: “ສານທີ່ຂ້າພະເຈົ້າຢາກບອກແມ່ນຄຳຂອບໃຈ - ຂອບໃຈຍ້ອນໄດ້ສະໜັບສະໜູນນິວຊີແລນ; ຂອບໃຈຍ້ອນໄດ້ຮຽນຢູ່ນິວຊີແລນ ແລະສືບຕໍ່ສົ່ງລູກຫຼານຕົນໄປປະເທດພວກຂ້າພະເຈົ້າ. ນິວຊີແລນ ໄດ້ເອົາໃຈໃສ່ທີ່ສຸດຕໍ່ນັກສຶກສາຫວຽດນາມ ແລະພວກຂ້າພະເຈົ້າຢາກເຫັນຈຳນວນນັກສຶກສານັບມື້ນັບເພີ່ມຂຶ້ນ, ເຊິ່ງມີຄວາມໝາຍດຽວກັນກັບການເພີ່ມທະວີຄວາມເຂົ້າໃຈ ແລະຄວາມໄວ້ເນື້ອເຊື່ອໃຈລະຫວ່າງສອງປະເທດເພື່ອພ້ອມກັນມຸ່ງໄປເຖິງອະນາຄົດ”.

leftcenterrightdel
ທ່ານນາງ ຫວໍທິແອງຊວນ ຮອງປະທານປະເທດຫວຽດນາມ ຕ້ອນຮັບທ່ານນາງ Caroline Rachel Beresford ເອກອັກຄະລັດຖະທູດນິວຊີແລນ ປະຈຳ ຫວຽດນາມ. ພາບ: ສໍານັກຂ່າວສານຫວຽດນາມ.

ປີ 2025, ສອງປະເທດຈະສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ແລະ 5 ປີແຫ່ງການສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດ. ຕາມທ່ານນາງເອກອັກຄະລັດຖະທູດແລ້ວ, ຂີດໝາຍນີ້ຈະເປີດກວ້າງບັນດາຂົງເຂດຮ່ວມມືສຳຄັນໃໝ່ໃຫ້ແກ່ການພົວພັນສອງຝ່າຍ. ນັ້ນແມ່ນບັນດາຂົງເຂດທີ່ເປັນກຳລັງແຮງ ແລະທ່າແຮງໃນການແກ່ງແຍ້ງຂອງສອງປະເທດ, ຜ່ານນັ້ນແມ່ນເຊື່ອມໂຍງ ແລະສະໜັບສະໜູນເຊິ່ງກັນ ແລະກັນ.

ຕົວຢ່າງ, ນິວຊີແລນ ມີຂະແໜງອຸດສາຫະກໍາເຕັກໂນໂລຢີກະສິກໍາແຖວໜ້າໃນໂລກ; ໃນຂະນະທີ່ຫວຽດນາມ ມີຄວາມຕ້ອງການເຕັກໂນໂລຊີເຫຼົ່ານັ້ນແທ້, ພິເສດແມ່ນຢູ່ເຂດທົ່ງພຽງແມ່ນ້ຳຂອງ - ເຊິ່ງເປັນບ່ອນທີ່ຖືກຂົ່ມຂູ່ຈາກຫຼາຍບັນຫາສິ່ງແວດລ້ອມທີ່ແຕກຕ່າງກັນ. ດັ່ງນັ້ນ, ຕາມທ່ານນາງເອກອັກຄະລັດຖະທູດແລ້ວ, ໃນອະນາຄົດ, ການພົວພັນຄູ່ຮ່ວມມືຍຸດທະສາດສອງຝ່າຍຄວນສຸມໃສ່ບັນດາຂົງເຂດທີ່ສອງຝ່າຍສາມາດເພີ່ມເຕີມໃຫ້ເຊິ່ງກັນ ແລະກັນ. ຄຽງຂ້າງນ້ັນ, ທ່ານນາງເອກອັກຄະລັດຖະທູດຍັງປາດຖະໜາຢາກເຫັນການພົວພັນພັດທະນາ ແລະເປີດກວ້າງບັນດາຂົງເຂດໃໝ່, ຄື: ດີຈີຕອນ, ເຕັກໂນໂລຢີວິທະຍາສາດຍານອະວະກາດ...

ມຸ່ງໄປເຖິງເປົ້າໝາຍຍົກວົງເງິນການຄ້າສອງຝ່າຍໃຫ້ໄດ້ 3 ຕື້ໂດລາສະຫະລັດ

ຫວຽດນາມ ແລະ ນິວຊີແລນ ໄດ້ວາງເປົ້າໝາຍສູ້ຊົນຍົກວົງເງິນການຄ້າສອງຝ່າຍໃຫ້ບັນລຸ 3 ຕື້ ໂດລາສະຫະລັດ ໂດຍໄວ. ເພື່ອບັນລຸເປົ້າໝາຍດັ່ງກ່າວ, ທ່ານນາງ Caroline Rachel Beresford ໃຫ້ຮູ້ວ່າ: ບຸລິມະສິດຂອງນິວຊີແລນ ແມ່ນປະຕິບັດບັນດາຄຳໝັ້ນສັນຍາດ້ານການຄ້າທີ່ສອງປະເທດມີຢູ່ແລ້ວຢ່າງຄົບຖ້ວນ, ຕົວຢ່າງ, ຄື: ສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນ (RCEP), ເວທີປາໄສຮ່ວມມືເສດຖະກິດອາຊີ - ປາຊີຟິກ (APEC) ຫຼືສັນຍາຄູ່ຮ່ວມມືຮອບດ້ານ ແລະກ້າວໜ້າຂ້າມປາຊີຟິກ (CPTPP)...

ທ່ານນາງເອກອັກຄະລັດຖະທູດ ໄດ້ແບ່ງປັນວ່າ: “ສິ່ງທີ່ພວກເຮົາຕ້ອງເຮັດແມ່ນຮັບປະກັນວ່າສາມາດໝູນໃຊ້ຂໍ້ຕົກລົງດັ່ງກ່າວໃຫ້ໄດ້ຢ່າງສຸດຂີດ ແລະມີປະສິດທິຜົນທີ່ສຸດ, ດ້ວຍວິທີໜູນຊ່ວຍການເສີມຂະຫຍາຍທ່າແຮງຂອງແຕ່ລະປະເທດ. ຕົວຢ່າງ, ຂົງເຂດໜຶ່ງສາມາດສ້າງຄວາມແຕກຕ່າງໄດ້ນັ້ນແມ່ນ ນິວຊີແລນ ດ້ວຍປະສົບການຫຼາຍປີ, ພວມໜູນຊ່ວຍ ຫວຽດນາມ ຜັນຂະຫຍາຍໃບຢັ້ງຢືນການກັກກັນພະຍາດດ້ວຍເອເລັກໂຕນິກ ເພື່ອເຮັດໃຫ້ຂະບວນການສິນຄ້າຜ່ານດ່ານ, ການບໍລິການຢູ່ດ່ານຊາຍແດນເປັນງ່າຍດາຍ ແລະວ່ອງໄວ”.

ທ່ານນາງເອກອັກຄະລັດຖະທູດ ຍັງໃຫ້ຮູ້ວ່າ: ໃນໄລຍະດຳລົງຕຳແໜ່ງ, ທ່ານນາງ ຈະມານະພະຍາຍາມໜູນຊ່ວຍບັນດາວິສາຫະກິດຂອງສອງປະເທດ; ພ້ອມທັງສະແດງຄວາມເຊື່ອໝັ້ນວ່າ ຈະມີບໍລິສັດນິວຊີແລນ ມາລົງທຶນຢູ່ຫວຽດນາມ ຫຼາຍກວ່າເກົ່າ.

ໂດຍແມ່ນປະເທດໜຶ່ງທີ່ມີການພັດທະນາຢ່າງແຂງແຮງທາງດ້ານກະສິກຳ, ກໍ່ແມ່ນຕະຫຼາດທີ່ມີມາດຕະການສູງ, ທ່ານນາງເອກອັກຄະລັດຖະທູດ ໄດ້ແບ່ງປັນທັດສະນະຂອງຕົນໃນການຊຸກຍູ້ການຮ່ວມມືກັບຫວຽດນາມ ໃນຂົງເຂດນີ້. ຕາມທ່ານນາງເອກອັກຄະລັດຖະທູດແລ້ວ, ຂະແໜງກະສິກຳຂອງນິວຊີແລນ ພວມມີການຫັນປ່ຽນຢ່າງແຂງແຮງດ້ວຍການຫັນເປັນທັນສະໄໝຢ່າງບໍ່ຢຸດຢັ້ງ. ການນໍາໃຊ້ເຕັກໂນໂລຊີເຂົ້າໃນຂະແໜງກະສິກໍາເຊັ່ນເຄື່ອງທຳຄວາມເຢັນ... ໄດ້ຊ່ວຍຍົກສູງປະສິດທິຜົນການເຄື່ອນໄຫວຂອງຟາມ, ຫັນເປັນການຄ້າ ແລະສົ່ງອອກ.

ໃນປັດຈຸບັນ, ໂອກາດໃໝ່ກໍາລັງເປີດກວ້າງດ້ວຍພື້ນຖານກະສິກໍາແບບຍືນຍົງ, ເມື່ອຜູ້ບໍລິໂພກໃນຕະຫຼາດທີ່ມີຄວາມຕ້ອງການມາດຕະການສູງໂດຍສະເພາະແມ່ນເອີລົບ ແລະສະຫະລັດອາເມລິກາ ກໍາລັງຮຽກຮ້ອງໃຫ້ມີການລະບຸແຫຼ່ງທີ່ມາຂອງສິນຄ້າເພື່ອຮັບປະກັນວ່າສິນຄ້າທີ່ເຂົາເຈົ້າຊື້ແມ່ນສະອາດ ແລະປອດໄພ. ດັ່ງນັ້ນ, ນິວຊີແລນ ຈຶ່ງໄດ້ພັດທະນາເຕັກໂນໂລຢີທີ່ຈໍາເປັນເພື່ອຮັບປະກັນຄວາມຕ້ອງການນັ້ນຂອງຜູ້ບໍລິໂພກ. ນັ້ນແມ່ນສິ່ງທີ່ ນິວຊີແລນ ສາມາດແບ່ງປັນກັບຫວຽດນາມ.

ໂຄງການທີ່ມີມູນຄ່າກວ່າ 6 ລ້ານໂດລານິວຊີແລນ (NZD) ທີ່ນິວຊີແລນ ຮ່ວມມືກັບຫວຽດນາມ ເພື່ອພັດທະນາຂະແໜງການປູກໝາກນອດທີ່ໄດ້ປະກາດໃນການຢ້ຽມຢາມນິວຊີແລນ ຂອງທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິງຈິ໊ງ ໃນເດືອນ ມີນາ 2024 ຈະປະກອບສ່ວນຊ່ວຍບັນດາວິສາຫະກິດຫວຽດນາມ ສາມາດສົ່ງອອກຜະລິດຕະພັນນີ້ໄດ້ຫຼາຍກວ່າ. ກ່ອນໜ້ານັ້ນ, ສອງຝ່າຍປະສົບຜົນສຳເລັດແມ່ນຜະລິດຕະພັນໝາກມັງກອນຫວຽດນາມ...

ໂດຍ: ຈາງຫງວຽນ