ການພົບປະມິດຕະພາບລະຫວ່າງປະຊາຊົນໄດ້ຈັດຕ້ັງໃນຂອບເຂດການຢ້ຽມຢາມຈີນ ຢ່າງເປັນທາງການຂອງທ່ານ ເວືອງດິ່ງເຫວະ ປະທານສະພາແຫ່ງຊາດ ແລະຄະນະຜູ້ແທນຂັ້ນສູງຫວຽດນາມ ແມ່ນກິດຈະກຳເຄື່ອນໄຫວທີ່ມີຄວາມໝາຍສຳຄັນ, ປະກອບສ່ວນຮັດແໜ້ນນ້ຳໃຈມິດຕະພາບຫວຽດນາມ-ຈີນ ຕື່ມອີກ.

ບົດດົນຕີປະສານສຽງມິດຕະພາບຢູ່ Diaoyu Tai

ອາກາດຢູ່ ປັກກິ່ງ ພວມໃນລະດູບານໃໝ່, ຟ້າແດດສີເຫຼືອງອ່ອນໄດ້ສ່ອງແສງໄປທົ່ວທ້ອງຖະໜົນ. ທຸກບ່ອນ, ດອກຄາຍໄດ້ເບັ່ງບານອວດອ້າງສີສັນ. ສະໂມສອນເຮືອນຮັບແຂກ Diaoyu Tai ໄດ້ປະດັບປະດາເພື່ອຕ້ອນຮັບເຫດການພິເສດ, ນັ້ນແມ່ນລາຍການພົບປະມິດຕະພາບລະຫວ່າງປະຊາຊົນຫວຽດນາມ-ຈີນ. ແຕ່ກ່ອນລາຍການຈະເລີ່ມຕົ້ນຂຶ້ນ, ຜູ້ຊົງຄຸນວຸດທິມິດຕະພາບສອງປະເທດໄດ້ມາເຕົ້າໂຮມກັນ. ໃນຈຳນວນບັນດາຜູ້ແທນເຂົ້າຮ່ວມຍັງມີນັກຮຽນຮູ້, ນັກຄົ້ນຄວ້າກ່ຽວກັບຫວຽດນາມ, ຜູ້ຕາງໜ້າວິສາຫະກິດ, ຊາວໜຸ່ມ, ເຍົາວະຊົນ, ນັກສຶກສາຫວຽດນາມ ທີ່ຮຽນຢູ່ຈີນ... ນີ້ແມ່ນໜຶ່ງໃນບັນດາກິດຈະກຳເຄື່ອນໄຫວທີ່ມີຄວາມໝາຍໃນຂອບເຂດຢ້ຽມຢາມຈີນ ຢ່າງເປັນທາງການຂອງທ່ານ ເວືອງດິ່ງເຫວະ ປະທານສະພາແຫ່ງຊາດ ແລະຄະນະຜູ້ແທນຂັ້ນສູງຫວຽດນາມ.

leftcenterrightdel
ລາຍກາຍສະແດງດົນຕີ ຕຣຶງ ທີ່ການພົບປະມິດຕະພາບລະຫວ່າງປະຊາຊົນຫວຽດນາມ-ຈີນ. ພາບ: ເລຕ໊ວຽດ.

ເຂົ້າຮ່ວມການພົບປະ, ທ່ານ ເວືອງດິ່ງເຫວະ ປະທານສະພາແຫ່ງຊາດ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງຫວຽດນາມ ແລະທ່ານ Wang Dongming ຄະນະປະຈໍາສະພາຜູ້ແທນປະຊາຊົນທົ່ວປະເທດແຫ່ງ ສປ ຈີນ ໄດ້ຮັບຟັງເລື່ອງລາວທີ່ຕື້ນຕັນໃຈ, ບັນດາປັດໄຈທີ່ປະກອບສ່ວນເຂົ້າໃນການພົວພັນສະໜິດຕິດພັນລະຫວ່າງ ຫວຽດນາມ ແລະ ຈີນ ຈາກຜູ້ຊົງຄຸນວຸດທິມິດຕະພາບ, ນັກປັນຍາຊົນສອງປະເທດ. ໃນການແບ່ງປັນຂອງຕົນ, ທ່ານນາງ Yu Shuhui ອະດີດພາລະກອນການແພດຂອງໂຮງໝໍ Nanxi Shan (ຈີນ) ໄດ້ທົບທວນຄືນບັນດາອະນຸສອນໃນໄລຍະຫຍຸ້ງຍາກເມື່ອຫວຽດນາມ ຕໍ່ສູ້ຍາດເອົາເອກະລາດແຫ່ງຊາດ. ຄາວນັ້ນ, ໂຮງໝໍ Nanxi Shan ໄດ້ໃຫ້ການສະນັບສະໜູນ ແລະຊ່ວຍທະຫານບາດເຈັບຫວຽດນາມ ແລະທ່ານນາງ Yu Shuhui ກໍ່ແມ່ນພະຍານຫຼັກຖານປະຫວັດສາດຂອງໄລຍະທີ່ພິເສດດັ່ງກ່າວ.

ເອື້ອຍ ຫງວຽນທິກິມຮວ່າ, ຜູ້ຕາງໜ້ານັກສຶກສາຫວຽດນາມ ທີ່ຮຽນຢູ່ ຈີນ ໄດ້ສະແດງໃຫ້ເຫັນຄວາມເມົາມົວເມື່ອຮຽນພາສາ ຈີນ. ໂອກາດທີ່ຈະກາຍເປັນນັກສຶກສາບໍ່ພຽງແຕ່ຊ່ວຍໃຫ້ເອື້ອຍ ບຳລຸງ, ຍົກສູງຄວາມຮູ້ເທົ່ານັ້ນ ຫາກຍັງໄດ້ພົບປະແລກປ່ຽນ, ຮ່ຳຮຽນໄດ້ຫຼາຍກວ່າອີກ. ບັນດານັກສຶກສາຫວຽດນາມ ຍາມໃດກໍ່ຮັບຮູ້ວ່າ ຕົນເອງແມ່ນກຳລັງສຳຄັນເພື່ອປະກອບສ່ວນຮັກສາ, ເສີມຂະຫຍາຍການພົວພັນທີ່ເປັນມູນເຊື້ອມິດຕະພາບຫວຽດນາມ-ຈີນ, ມີຄວາມໄດ້ເອກອ້າງທະໃຈທີ່ໄດ້ເປັນຂົວຕໍ່ມິດຕະພາບລະຫວ່າງປະຊາຊົນສອງປະເທດຜ່ານການເຄື່ອນໄຫວພົບປະແລກປ່ຽນໃນທຸກຂົງເຂດ. ບົນພື້ນຖານການພົວພັນອັນດີງາມລະຫວ່າງສອງປະເທດ ແລະການຮັບຮູ້ລວມຂອງການນຳຂັ້ນສູງສອງພັກ, ສອງລັດ, ຜູ້ຊົງຄຸນວຸດທິມິດຕະພາບສອງປະເທດ ລ້ວນແຕ່ປາດຖະໜາຢາກສືບຕໍ່ຊຸກຍູ້ການເຄື່ອນໄຫວພົບປະແລກປ່ຽນປະຊາຊົນ, ເພີ່ມທະວີພື້ນຖານການປະຊາມະຕິຂອງປະຊາຊົນໃຫ້ຍືນຍົງກວ່າອີກ, ປະກອບສ່ວນກຳລັງໃຫ້ແກ່ການຊຸກຍູ້ການສ້າງປະຊາຄົມແບ່ງປັນອະນາຄົດຫວຽດນາມ-ຈີນ ໃຫ້ມີຄວາມໝາຍຍຸດທະສາດ.

ລາຍການພົບປະມິດຕະພາບລະຫວ່າງປະຊາຊົນຫວຽດນາມ-ຈີນ ຍັງສ້າງຄວາມປະທັບໃຈຢ່າງເລິກເຊິ່ງຕໍ່ກັບຜູ້ແທນທີ່ມາເຂົ້າຮ່ວມດ້ວຍລາຍການສະແດງສິລະປະທີ່ເປັນເອກະລັກສະເພາະ. ນັ້ນແມ່ນລາຍການສະແດງດົນຕີທີ່ເຂັ້ມຂຸ້ນໄປດ້ວຍສີສັນຊາດ ຫວຽດນາມ, ມີລັກສະນະດັງກ້ອງໄປທົ່ວພູຜາປ່າໄມ້ໄຕງວຽນ...

ປັບປຸງພື້ນຖານສັງຄົມຢ່າງໝັ້ນຄົງເຂັ້ມແຂງ

ບັນດາລາຍການພົບປະແລກປ່ຽນລະຫວ່າງປະຊາຊົນໄດ້ກາຍເປັນການເຄື່ອນໄຫວປະຈຳລະຫວ່າງສອງປະເທດຫວຽດນາມ-ຈີນ, ຖືນັ້ນແມ່ນເຫດການທີ່ມີຂະໜາດໃຫຍ່, ຄື: ງານມະໂຫລານປະຊາຊົນເຂດຊາຍແດນຫວຽດນາມ-ຈີນ; ເວທີປາໄສປະຊາຊົນຫວຽດນາມ-ຈີນ; ພົບປະແລກປ່ຽນມິດຕະພາບລະຫວ່າງແນວໂຮມປະເທດຊາດຫວຽດນາມ ແລະສະພາການເມືອງທົ່ວປະເທດ ຈີນ... ຄຽງຂ້າງກັນນັ້ນ, ການພົບປະຢ່າງສະໜິດສະໜົມ, ການໂຮມຊຸມນຸມມິດຕິງ, ບ່ອນທີ່ບັນດາຜູ້ແທນພ້ອມກັນແລກປ່ຽນ, ພົບປະແລກປ່ຽນເພື່ອຊຸກຍູ້ການເຄື່ອນໄຫວພົບປະແລກປ່ຽນມິດຕະພາບກໍ່ໄດ້ຜັນຂະຫຍາຍຢ່າງມີປະສິດທິຜົນກວ່າ. ກໍ່ຕ້ອງເວົ້າເຖິງບັນດາການເຄື່ອນໄຫວພົບປະແລກປ່ຽນລະຫວ່າງຄົນຮຸ່ນໜຸ່ມສອງປະເທດຫວຽດນາມ-ຈີນ ແລະການພົບປະແລກປ່ຽນມິດຕະພາບຂອງປະຊາຊົນຢູ່ບັນດາທ້ອງຖິ່ນ, ໂດຍສະເພາະແມ່ນບັນດາແຂວງທີ່ມີຊາຍແດນຕິດຈອດກັນລະຫວ່າງສອງປະເທດ. ທ່ານ ຟານແອັງເຊີນ ປະທານສະຫະພັນບັນດາອົງການຈັດຕັ້ງມິດຕະພາບຫວຽດນາມ (VUFO) ແບ່ງປັນວ່າ ໃນຊຸມປີຜ່ານມາ, VUFO ແລະບັນດາອົງການຈັດຕັ້ງສະມາຊິກໄດ້ສົມທົບກັນຢ່າງຕັ້ງໜ້າກັບສະມາຄົມມິດຕະພາບການທູດປະຊາຊົນ ຈີນ, ບັນດາອົງການຈັດຕັ້ງປະຊາຊົນຕ່າງໆ ແລະບັນດາທ້ອງຖິ່ນຂອງ ຈີນ ຈັດຕັ້ງຫຼາຍກິດຈະກຳທີ່ມີຄວາມໝາຍເລິກເຊິ່ງ, ປະກອບສ່ວນຊຸກຍູ້ ແລະສຶກສາມູນເຊື້ອໃຫ້ປະຊາຊົນ, ພິເສດແມ່ນຄົນຮຸ່ນໜຸ່ມກ່ຽວກັບນ້ຳໃຈມິດຕະພາບທີ່ເປັນມູນເຊື້ອຫວຽດນາມ - ຈີນ.

ໂດຍເນັ້ນໜັກວ່າ ໜຶ່ງໃນບັນດາທິດທາງຮ່ວມມືພື້ນຖານ, ສຳຄັນທີ່ສຸດຂອງການພົວພັນ ຫວຽດນາມ-ຈີນ ແມ່ນເປັນການປັບປຸງພື້ນຖານສັງຄົມໃຫ້ໝັ້ນຄົງເຂັ້ມແຂງກວ່າເກົ່າ, ທີ່ການພົບປະມິດຕະພາບລະຫວ່າງປະຊາຊົນຫວຽດນາມ-ຈີນ, ທ່ານ ເວືອງດິ່ງເຫວະ ປະທານສະພາແຫ່ງຊາດຫວຽດນາມ ໃຫ້ຮູ້ວ່າ ໂດຍແມ່ນອົງການທີ່ເປັນຕົວແທນສູງສຸດຂອງປະຊາຊົນ, ຕາງໜ້າໃຫ້ທັດສະນະ, ເຈດຈຳນົງ ແລະຄວາມມຸ່ງມາດປາດຖະໜາຂອງປະຊາຊົນແຕ່ລະປະເທດ, ໃນການເຄື່ອນໄຫວພຶດຕິກຳຕົວຈິງ, ສະພາແຫ່ງຊາດຫວຽດນາມ ແລະສະພາຜູ້ແທນປະຊາຊົນທົ່ວປະເທດແຫ່ງ ສປ ຈີນ ຍາມໃດກໍ່ກຳແໜ້ນ, ສ່ອງແສງໃຫ້ເຫັນແນວຄິດຈິດໃຈ, ນ້ຳໃຈຂອງປະຊາຊົນ, ເພີ່ມທະວີການກຳນົດທິດ, ສ້າງຄວາມເຫັນດີເຫັນພ້ອມໃນສັງຄົມ, ສ້າງ ແລະປັບປຸງພື້ນຖານປະຊາຊົນທີ່ໝັ້ນແກ່ນໃຫ້ແກ່ການພົວພັນມິດຕະພາບ, ການຮ່ວມມືລະຫວ່າງສອງປະເທດຫວຽດນາມ-ຈີນ.

ທ່ານປະທານສະພາແຫ່ງຊາດ ປາດຖະໜາວ່າ ການພົບປະແລກປ່ຽນມິດຕະພາບລະຫວ່າງບັນດາອົງການຈັດຕັ້ງມະຫາຊົນ, ໂດຍສະເພາະແມ່ນຄົນຮຸ່ນໜຸ່ມຂອງສອງປະເທດຈະສືບຕໍ່ຊຸກຍູ້, ເພີ່ມທະວີ, ຈັດຕັ້ງການເຄື່ອນໄຫວພົບປະແລກປ່ຽນທີ່ເປັນມູນເຊື້ອ; ເພີ່ມທະວີການສື່ສານ, ໂຄສະນາຢ່າງຕັ້ງໜ້າກ່ຽວກັບການພົວພັນມິດຕະພາບ ຫວຽດນາມ-ຈີນ ກໍ່ຄືຜົນງານການປ່ຽນແປງໃໝ່, ການປະຕິຮູບເປີດປະຕູຂອງແຕ່ລະປະເທດ, ພັດທະນາການພົວພັນມິດຕະພາບລະຫວ່າງສອງປະເທດ.

ດ້ວຍຈິດໃຈພ້ອມກັນຮ່ວມມື, ພັດທະນາເພື່ອນ້ຳໃຈມິດຕະພາບໄດ້ຮັບການຮັກສາ, ເພີ່ມພູນຄູນສ້າງ, ສືບທອດໃຫ້ຄົນຮຸ່ນຫຼັງຢ່າງບໍ່ຢຸດຢັ້ງໄດ້ເປັນບ່ອນອີງໃຫ້ສອງປະເທດ, ເພື່ອພ້ອມກັນມຸ່ງໄປສູ່ອະນາຄົດທີ່ດີງາມ, ນຳເອົາຜົນປະໂຫຍດແທດຈິງມາໃຫ້ປະຊາຊົນສອງປະເທດ...

ໂດຍ: ແສງເດືອນ