leftcenterrightdel
ຄະນະໄດ້ເຮັດວຽກບັນດາສະມາຊິກສະພາຕ່ຳ ໂປໂລຍ. ພາບ: VOV

ໂດຍສືບຕໍ່ການເຄື່ອນໄຫວຂອງຄະນະສະມາຊິກສະພາແຫ່ງຊາດຫວຽດນາມ ຢູ່ ເອີລົບ, ວັນທີ 27 ມີນາ (ຕາມເວລາທ້ອງຖິ່ນ), ທີ່ສຳນັກງານສະພາແຫ່ງຊາດຢູ່ໂປໂລຍ, ທ່ານຮອງປະທານສະພາແຫ່ງຊາດ ເຈີ່ນກວາງເຟືອງ, ໄດ້ເຈລະຈາກັບທ່ານ Piotr Zgorzelski, ຮອງປະທານສະພາຕ່ຳໂປໂລຍ. ທີ່ການເຈລະຈາ, ທ່ານຮອງປະທານສະພາແຫ່ງຊາດຫວຽດນາມ ຢັ້ງຢືນວ່າ: ສະພາແຫ່ງຊາດຫວຽດນາມ ຍາມໃດກໍ່ຖືເປັນສຳຄັນການພົວພັນມິດຕະພາບທີ່ເປັນມູນເຊື້ອອັນດີງາມ, ການຮ່ວມມືຫຼາຍດ້ານກັບໂປໂລຍ, ຖື ໂປໂລຍ ແມ່ນຄູ່ຮ່ວມມືບຸລິມະສິດຂອງຫວຽດນາມ ຢູ່ ເອີລົບກາງ - ເອີລົບຕາເວັນອອກ; ສະເໜີໃຫ້ສອງຝ່າຍສືບຕໍ່ເພີ່ມທະວີການພົບປະ ແລະແລກປ່ຽນຄະນະ; ຮັກສາການແລກປ່ຽນຄະນະຜູ້ແທນຂັ້ນສູງ… ທ່ານຮອງນາຍົກລັດຖະມົນຕີ ເຈິ່ນກວາງເຟືອງ ກໍ່ສະເໜີໃຫ້ໂປໂລຍ ໃຫ້ສັດຕະຍາບັນສັນຍາອາລັກຂາການລົງທຶນຫວຽດນາມ - ສະຫະພາບເອີລົບ (EU), ຊຸກຍູ້ຄະນະກຳມະການເອີລົບ (EC) ຍົກເລີກ “ບັດເຫຼືອງ” ສຳລັບສິນໃນນ້ຳຫວຽດນາມ, ສະເໜີໃຫ້ສອງປະເທດພິຈາລະຈາຄວາມສາມາດເຊື່ອມຕໍ່ສາຍການບິນລະຫວ່າງໂປໂລຍ ແລະຫວຽດນາມ ເພື່ອແນໃສ່ຊຸກຍູ້ການເຄື່ອນໄຫວດ້ານການທ່ອງທ່ຽວ, ການຄ້າ ແລະລົງທຶນໃຫ້ຫຼາຍກ່ວາອີກ.

ສ່ວນທ່ານ Piotr Zgorzelski, ຮອງປະທານສະພາຕ່ຳ ໂປໂລຍ ຢັ້ງຢືນວ່າ: ໂປໂລຍ ປາດຖະໜາຢາກຊຸກຍູ້ການຮ່ວມມືກັບ ສະພາແຫ່ງຊາດຫວຽດນາມ, ປະກອບສ່ວນຊຸກຍູ້ການພົວພັນຮ່ວມມືໃນຫຼາຍຂົງເຂດລະຫວ່າງສອງປະເທດ. ທ່ານ Piotr Zgorzelski ຕີລາຄາສູງບັນດາການປະກອບສ່ວນຕັ້ງໜ້າຂອງປະຊາຄົມຊາວຫວຽດນາມ ອາໄສຢູ່ ໂປໂລຍ, ທ່ານ ເນັ້ນໜັກວ່າ ປະຊາຄົມຊາວຫວຽດນາມ ຈະແມ່ນຂົວເຊື່ອມຕໍ່ທີ່ໝັ້ນແກ່ນໃຫ້ແກ່ການພົວພັນສອງປະເທດໃນອະນາຄົດ.

ຂ່າວ: ວິທະຍຸ​ກະຈາ​ຍສຽງ​ຫວຽດນາມ