ທີ່ການພົບປະເຈລະຈາ, ທ່ານ ເລຮວ່າຍຈູງ ຕີລາຄາວ່າ ການຢ້ຽມຢາມຫວຽດນາມ ຄັ້ງນີ້ຂອງຄະນະແມ່ນມີຄວາມໝາຍສຳຄັນໃນການຊຸກຍູ້ການເຄື່ອນໄຫວພົບປະແລກປ່ຽນ, ແລກປ່ຽນສອງຝ່າຍ, ພິເສດແມ່ນໃນສະພາບການທີ່ 2 ປະເທດພວມມຸ່ງໄປເຖິງສະເຫຼີມສະຫຼອງ 75 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດໃນປີ 2025.

leftcenterrightdel
ທ່ານ ເລຮວ່າຍຈູງ ແລະທ່ານ Kim Song Nam. ພາບ: ສໍານັກຂ່າວສານຫວຽດນາມ

ກ່ຽວກັບການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງ 2 ພັກ ແລະ 2 ລັດ, ທ່ານ ເລຮວ່າຍຈູງ ເນັ້ນໜັກວ່າ: ພັກ, ລັດ ແລະປະຊາຊົນຫວຽດນາມ ຍາມໃດກໍ່ຖືເປັນສຳຄັນການພົວພັນຮ່ວມມືມິດຕະພາບທີ່ເປັນມູນເຊື້ອກັບພັກ, ລັດຖະບານ ແລະປະຊາຊົນສປປ ເກົາຫຼີ; ສະເໜີໃຫ້ສອງປະເທດເພີ່ມທະວີການພົບປະແລກປ່ຽນທຸກຂັ້ນ ເພື່ອເພີ່ມທະວີຄວາມເຂົ້າໃຈ ແລະພັດທະນາການພົວພັນລະຫວ່າງ 2 ພັກ ແລະ 2 ລັດໃນທຸກຂົງເຂດ;...

ທ່ານ Kim Song Nam ເນັ້ນໜັກເຖິງຈຸດປະສົງຂອງການຢ້ຽມຢາມ ແມ່ນເພື່ອແນໃສ່ເພີ່ມທະວີ ແລະພັດທະນາການພົວພັນມິດຕະພາບ ແລະການຮ່ວມມືລະຫວ່າງ 2 ພັກ ແລະ 2 ລັດກວ່າອີກ, ແລກປ່ຽນບັນດາມາດຕະການເພີ່ມທະວີວຽກງານກໍ່ສ້າງພັກ. ທ່ານ Kim Song Nam ຊົມເຊີຍບັນດາຜົນງານໃນການພັດທະນາເສດຖະກິດ - ສັງຄົມຂອງຫວຽດນາມ ພາຍໃຕ້ການນໍາພາຂອງພັກກອມມູນິດຫວຽດນາມ ໂດຍທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ນຳໜ້າ; ຢືນຢັນວ່າ, ພັກ, ລັດຖະບານ ແລະປະຊາຊົນ ສປປ ເກົາຫຼີ ຖືເປັນສໍາຄັນການພົວພັນມິດຕະພາບກັບຫວຽດນາມ; ສະແດງຄວາມປິຕິຊົມຊື່ນຕໍ່ການພັດທະນາການພົວພັນລະຫວ່າງ 2 ພັກ ແລະ 2 ລັດ; ພ້ອມແລ້ວທີ່ຈະກັບຫວຽດນາມ ຊຸກຍູ້ການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງສປປ ເກົາຫຼີ ແລະຫວຽດນາມ ໃຫ້ນັບມື້ນັບພັດທະນາ.

ທີ່ການພົບປະ, ທ່ານ Kim Song Nam ໄດ້ແຈ້ງໃຫ້ຊາບກ່ຽວກັບສະພາບການກໍ່ສ້າງພັກ, ການພັດທະນາເສດຖະກິດ - ສັງຄົມຂອງສປປ ເກົາຫຼີ ໃນໄລຍະຜ່ານມາ, ໃນນັ້ນ ມີໝາກຜົນການປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ VIII ຂອງພັກແຮງງານສປປ ເກົາຫຼີ ແລະແຜນການພັດທະນາເສດຖະກິດແຫ່ງຊາດໄລຍະ 5 ປີ (2021-2026).

ສອງຝ່າຍກໍ່ໄດ້ປຶກສາຫາລືຢ່າງເລິກເຊິ່ງ ແລະຕີລາຄາບັນດາໝາກຜົນການຮ່ວມມືລະຫວ່າງຄະນະພົວພັນຕ່າງປະເທດ/ຄະນະສາກົນຂອງສອງພັກໃນໄລຍະຜ່ານມາ, ເຫັນດີເປັນເອກະພາບຕໍ່ບັນດາມາດຕະການຮ່ວມມື, ເສີມຂະຫຍາຍບົດບາດຂອງສອງອົງການພົວພັນຕ່າງປະເທດຂອງສອງພັກ; ປະຕິບັດບັນດາທິດທາງຮ່ວມມືລະຫວ່າງສອງຝ່າຍເຊິ່ງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ແລະທ່ານເລຂາທິການໃຫຍ່, ປະທານ Kim Jong Un ໄດ້ເຫັນດີເປັນເອກະພາບໃນການຢ້ຽມຢາມຫວຽດນາມ ເມື່ອ ປີ 2019 ຂອງທ່ານເລຂາທິການໃຫຍ່, ປະທານ Kim Jong Un ໃຫ້ມີປະສິດທິຜົນ.

ໂດຍ: ໄຊນີດາ