ສິ່ງໃດທີ່ໄດ້ ແລະພວມເກີດຂຶ້ນ ໄດ້ສະແດງໃຫ້ເຫັນວ່າ ນັບແຕ່ຕົ້ນສະໄໝຂອງກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກຈົນມາຮອດປະຈຸບັນ, ຫວຽດນາມ ໄດ້ເປັນເຈົ້າການເຂົ້າຮ່ວມ, ຕັ້ງໜ້າປະກອບ, ຍົກສູງຖານະບົດບາດຂອງຕົນໃນການສ້າງ, ກຳນົດບັນດາກົນໄກຫຼາຍຝ່າຍ ແລະຄວາມເປັນລະບຽບຮຽບຮ້ອຍດ້ານການເມືອງ-ເສດຖະກິດສາກົນ, ໂດຍສະເພາະແມ່ນບັນດາບັນຫາ, ກົນໄກສຳຄັນ, ມີລະດັບຍຸດທະສາດດ້ວຍຜົນປະໂຫຍດແຫ່ງຊາດ, ເໝາະສົມກັບຄວາມສາມາດ ແລະເງື່ອນໄຂຕົວຈິງຂອງປະເທດ. ດ້ວຍພະຍານຫຼັກຖານ ນັ້ນແມ່ນຫວຽດນາມ ໄດ້ຮັບດຳລົງຕຳແໜ່ງ ເປັນສະມາຊິກບໍ່ ຖາວອນສະພາຄວາມໝັ້ນຄົງສະຫະປະຊາຊາດ ອາຍຸການ 2020-2021 ປະສົບຜົນສຳເລັດ ແລະໄດ້ຮັບເລືອກຕັ້ງໃຫ້ດຳລົງຕຳແໜ່ງສຳຄັນຂອງ ສປຊ, ຄື: ເປັນຮອງປະທານສະມັດຊາໃຫຍ່ ສປຊ ຊຸດທີ 77, ສະພາບໍລິຫານອົງການສຶກສາ, ວິທະຍາສາດ ແລະວັດທະນະທຳ (UNESCO), ຄະນະກຳມະການກົດໝາຍສາກົນ (ILC), ຄະນະກໍາມະການກົດໝາຍການຄ້າສາກົນ... ພິເສດແມ່ນໄດ້ຮັບເລືອກຕັ້ງໃຫ້ດຳລົງຕຳແໜ່ງສະມາຊິກສະພາສິດທິມະນຸດ ສປຊ ອາຍຸການ 2023-2025. ຄຽງຂ້າງກັນນັ້ນ, ຫວຽດນາມ ກໍ່ສືບຕໍ່ສະແດງໃຫ້ເຫັນຄວາມຕັ້ງໜ້າ, ເປັນເຈົ້າການເຂົ້າຮ່ວມການແກ້ໄຂຫຼາຍບັນຫາທີ່ມີລັກສະນະພາກພື້ນ ແລະທົ່ວໂລກ ຢູ່ກົນໄກ, ເວທີປາໄສຫຼາຍຝ່າຍ, ໂດຍສະເພາະແມ່ນໃນຂອບເຂດຂອງ ສປຊ, ສະມາຄົມປະຊາຊາດອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ແລະເວທີປາໄສຮ່ວມມືເສດຖະກິດອາຊີ-ປາຊີຟິກ (APEC).

leftcenterrightdel
ກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກ. ພາບ: Chinhphu.vn

ຜ່ານການເຂົ້າຮ່ວມ ແລະປະກອບສ່ວນສະຕິປັນຍາ, ທັດສະນະໂດຍກົງຢູ່ກົນໄກ, ເວທີປາໄສເຫຼົ່ານີ້ໄດ້ປະກອບສ່ວນປັບປຸງ, ຍົກສູງຖານະບົດບາດ ແລະທີ່ຕັ້ງ ຂອງຫວຽດນາມ ໃນການພົວພັນກັບບັນດາປະເທດ ແລະບັນດາອົງການຈັດຕັ້ງ, ເວທີປາໄສສາກົນ; ປົກປັກຮັກສາຜົນປະໂຫຍດຂອງປະເທດ, ຂອງຊາດ; ຢັ້ງຢືນຄືນໃໝ່ວ່າ ຫວຽດນາມ ແມ່ນສະມາຊິກທີ່ຕັ້ງໜ້າ, ມີຄວາມໄວ້ເນື້ອເຊື່ອໃຈ, ມີຄວາມຮັບຜິດຊອບໃນປະຊາຄົມສາກົນ; ພ້ອມທັງຮ່ວມແຮງຮ່ວມໃຈພ້ອມກັບໂລກແກ້ໄຂສິ່ງທ້າທາຍລວມຄືປະຈຸບັນ, ຄື: ຄວາມໝັ້ນຄົງທາງທະເລ, ການປ່ຽນແປງຂອງດິນຟ້າອາກາດ, ສະບຽງອາຫານ, ແຫຼ່ງນ້ຳ... ໜຶ່ງໃນບັນດາຂີດໝາຍພົ້ນເດັ່ນນັ້ນແມ່ນຜົນສຳເລັດຂອງຫວຽດນາມ ເມື່ອໄດ້ເຂົ້າຮ່ວມແກ້ໄຂບັນຫານີ້ດ້ວຍການສົມທົບທັດສະນະ, ຫຼັກໝັ້ນຂອງຕົົນກັບກົດໝາຍສາກົນ, ກົດບັດສະຫະປະຊາຊາດ ແລະສະພາບການຕົວຈິງຂອງການພົວພັນກັບບັນດາປະເທດ.

ຄຽງຂ້າງກັນນັ້ນ, ຜ່ານການເຂົ້າຮ່ວມຫຼາຍກົນໄກຮ່ວມມື, ເຊື່ອມຕໍ່ເສດຖະກິດຫຼາຍຝ່າຍຢູ່ທຸກລະດັບພາກພື້ນ ແລະທົ່ວໂລກ ກໍ່ຄືສັນຍາການຄ້າເສລີ (FTA) ໄດ້ຊ່ວຍໃຫ້ຫວຽດນາມ ກາຍເປັນຕ່ອງໂສ້ໃນການເຊື່ອມຕໍ່ເສດຖະກິດທີ່ສຳຄັນ, ນັບມື້ນັບສະໜິດຕິດພັນກັບໂລກຢ່າງເລິກເຊິ່ງກວ້າງຂວາງກວ່າ ເພື່ອຮັບໃຊ້ການພັດທະນາເສດຖະກິດ-ສັງຄົມຂອງປະເທດ.

ການເຂົ້າຮ່ວມຢ່າງເປັນເຈົ້າການ, ຕັ້ງໜ້າຢູ່ອົງການຈັດຕັ້ງ, ກົນໄກ ແລະເວທີປາໄສຫຼາຍຝ່າຍໃນຊຸມປີຜ່ານມາກໍ່ປະກອບສ່ວນສຳຄັນເຂົ້າໃນຜົນສຳເລັດຂອງ ຫວຽດນາມ ເມື່ອພ້ອມກັບປະຊາຄົມສາກົນ ຜັນຂະຫຍາຍບັນດາການເຄື່ອນໄຫວຫຼາຍຝ່າຍ, ພົ້ນເດັ່ນແມ່ນຂົງເຂດຮັກສາສັນຕິພາບ ສປຊ. ປະຈຸບັນ, ຫວຽດນາມ ພວມສືບຕໍ່ເຂົ້າຮ່ວມການເຄື່ອນໄຫວນີ້ຢ່າງຕັ້ງໜ້າເຂົ້າດ້ວຍການຈັດສົ່ງກຳລັງທີ່ມີຂະໜາດ, ພາກສ່ວນ ແລະໜ້າທີ່ໃຫຍ່ກວ່າໄປຍັງຄະນະປະຕິບັດງານຮັກສາສັນຕິພາບຂອງ ສປຊ. ໃນໄລຍະມໍ່ໆມານີ້, ໃນເດືອນກຸມພາ 2023, ຄວາມສາມາດ, ອິດທິພົນຊື່ສຽງ ແລະຈິດໃຈຮັບຜິດຊອບຂອງຫວຽດນາມ ໃນການເຄື່ອນໄຫວທີ່ມີລັກສະນະຫຼາຍຝ່າຍກໍ່ໄດ້ຮັບການຢັ້ງຢືນເມື່ອກອງທັບປະຊາຊົນ ຫວຽດນາມ ຈັດສົ່ງກຳລັງໜູນຊ່ວຍປະເທດຕວກກີ ເພື່ອນຜັນຂະຫຍາຍວຽກງານກູ້ຊີບກູ້ໄພ, ແກ້ໄຂຜົນຮ້າຍຢ້ອນຫຼັງຈາກແຜ່ນດິນໄຫວ.

ສາມາດເວົ້າໄດ້ວ່າ ບັນດາຜົນງານອັນໃຫຍ່ຫຼວງໃນທຸກດ້ານ ເຊິ່ງ ຫວຽດນາມ ບັນລຸໄດ້ໃນກິດຈະການປ່ຽນແປງໃໝ່, ພິເສດແມ່ນນັບແຕ່ພາຍຫຼັງກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກກໍ່ໄດ້ຮັບການຮັບຮູ້ແລະ ຕີລາຄາສູງຈາກປະຊາຄົມສາກົນ, ຈາກນັ້ນແມ່ນສະໜັບສະໜູນ ແລະອຳນວຍຄວາມສະດວກເພື່ອໃຫ້ຫວຽດນາມ ໄດ້ເຂົ້າຮ່ວມບັນດາກົນໄກ, ເວທີປາໄສຫຼາຍຝ່າຍສາກົນໃຫ້ນັບມື້ນັບເລິກເຊິ່ງກວ້າງຂວາງກວ່າ ແລະຈັດຕັ້ງ ບັນດາເຫດການກ່ຽວຂ້ອງ.

ໃນຊຸມປີຈະມາເຖິງ, ການພົວພັນຕ່າງປະເທດຫຼາຍຝ່າຍໄດ້ຮັບການຄາດຄະເນວ່າ ສືບຕໍ່ແມ່ນທ່າອ່ຽງພົ້ນເດັ່ນໃນການພົວພັນສາກົນ ແລະສວມບົດບາດສຳຄັນໃນຊີວິດການເມືອງ, ເສດຖະກິດ-ສັງຄົມຂອງແຕ່ລະປະເທດ ກໍ່ຄືໃນໂລກ. ສຳລັບຫວຽດນາມ, ການເຂົ້າຮ່ວມກົນໄກ, ເວທີປາໄສຫຼາຍຝ່າຍຍັງຄົງແມ່ນຊ່ອງທາງສຳຄັນ ເພື່ອປະກອບສ່ວນເຂົ້າໃນການຮັກສາ, ປັບປຸງສະພາບແວດລ້ອມແຫ່ງສັນຕິພາບ ແລະສະຖຽນລະພາບ, ຮັກສາເອກະລາດ, ອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນ; ປະກອບທັດສະນະເຂົ້າໃນການແກ້ໄຂສິ່ງທ້າທາຍຄວາມໝັ້ນຄົງແບບເກົ່າ ແລະແບບໃໝ່ທີ່ກ່ຽວຂ້ອງເຖິງປະເທດ, ພາກພື້ນ ແລະທົ່ວໂລກ; ຍາດແຍ່ງເອົາແຫຼ່ງກຳລັງຈາກພາຍນອກຢ່າງສຸດຂີດ ເພື່ອຮັບໃຊ້ການພັດທະນາເສດຖະກິດ-ສັງຄົມ...

ໜ້າທີ່ຊຸກຍູ້ການພົວພັນຕ່າງປະເທດ, ການຮ່ວມມືຫຼາຍຝ່າຍແຕ່ນີ້ຈົນຮອດໝົດອາຍຸການກອງປະຊຸມໃຫຍ່ ຄັ້ງທີ XIII ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ກໍ່ໄດ້ຍົກອອກທີ່ກອງປະຊຸມກາງສະໄໝ ຄະນະບໍລິຫານງານສູນກາງພັກ ຊຸດທີ XIII ທີ່ໄດ້ດໍາເນີນກາງເດືອນພຶດສະພາ 2023, ນັ້ນແມ່ນ: “ຈັດຕັ້ງການເຄື່ອນໄຫວພົວພັນຕ່າງປະເທດໃຫ້ເປັນຢ່າງດີ, ໂດຍສະເພາະແມ່ນການພົວພັນຕ່າງປະເທດຂັ້ນສູງ; ເປັນເຈົ້າການ, ຕັ້ງໜ້າ, ເຮັດໃຫ້ການພົວພັນກັບບັນດາຄູ່ຮ່ວມມືແທດຈິງ, ເລິກເຊິ່ງ; ຍູ້ແຮງການພົວພັນຕ່າງປະເທດຫຼາຍຝ່າຍ; ຮັກສາແນວທາງພົວພັນຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ, ສັນຕິພາບ, ການຮ່ວມມື ແລະພັດທະນາ; ຫັນການພົວພັນຕ່າງປະເທດສາກົນເປັນຫຼາຍຮູບແບບ ແລະຫຼາຍຝ່າຍ; ເປັນເຈົ້າການ, ຕັ້ງໜ້າເຊື່ອມໂຍງສາກົນຢ່າງເລິກເຊິ່ງກວ້າງຂວາງ, ຖືຜົນປະໂຫຍດຂອງປະເທດ-ຂອງຊາດມາກ່ອນ, ຢູ່ເໜືອກວ່າສິ່ງໃດໝົດ.

ບັນດາໝາກຜົນດັ່ງກ່າວບໍ່ພຽງແຕ່ສະແດງໃຫ້ເຫັນຮູບພາບຫວຽດນາມ ຍາມໃດກໍ່ເປັນເຈົ້າການ, ຕັ້ງໜ້າ ແລະມີຄວາມຮັບຜິດຊອບຢູ່ກົນໄກ, ເວທີປາໄສຫຼາຍຝ່າຍເທົ່ານັ້ນ ຫາກຍັງຢັ້ງຢືນເຖິງລັກສະນະທີ່ຖືກຕ້ອງຂອງແນວທາງພົວພັນຕ່າງປະເທດ ເຊິ່ງກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກວາງອອກ.

ໂດຍ: ແສງເດືອນ