ທີ່ການເຮັດວຽກກັບສູນປ່ຽນແປງໃໝ່ປະດິດສ້າງແຫ່ງຊາດ (NIC) ໃນທ້າຍອາທິດຜ່ານມາ, (ວັນທີ 4 ມີນາ), ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິງຈິ໊ງ ໄດ້ເນັ້ນໜັກວ່າ ຕ້ອງສ້າງກົນໄກນະໂຍບາຍ ເພື່ອຊຸກຍູ້ການປ່ຽນແປງໃໝ່ປະດິດສ້າງ. ຕາມນັ້ນແລ້ວ, ທ່ານນາຍົກລັດຖະມົນຕີ ໄດ້ມອບໝາຍໜ້າທີ່ໃຫ້ບັນດາກະຊວງ, ຂະແໜງການເພື່ອສ້າງສະພາບແວດລ້ອມສະດວກທີ່ສຸດໃນການເສີມຂະຫຍາຍຄວາມສາມາດບົ່ມຊ້ອນປ່ຽນແປງໃໝ່ປະດິດສ້າງຂອງຫວຽດນາມ, ຈາກນັ້ນແມ່ນຫັນເປົ້າໝາຍພັດທະນາປະເທດອີງໃສ່ວິທະຍາສາດເຕັກໂນໂລຢີໃຫ້ປະກົດຜົນເປັນຈິງ.

ກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກກອມມູນິດຫວຽດນາມ ວາງອອກເປົ້າໝາຍເຖິງປີ 2025, ຫວຽດນາມ ແມ່ນປະເທດພວມພັດທະນາ, ມີອຸດສາຫະກຳຕາມທິດທັນສະໄໝ, ຜ່ານຜ່າລາຍຮັບປານກາງຕ່ຳ; ເຖິງປີ 2030, ແມ່ນປະເທດພວມພັດທະນາ, ມີອຸດສາຫະກຳທັນສະໄໝ, ລາຍຮັບປານກາງສູງ; ແລະເຖິງປີ 2045 ກາຍເປັນປະເທດພັດທະນາ, ມີລາຍຮັບສູງ”; ພັດທະນາອີງໃສ່ວິທະຍາສາດເຕັກໂນໂລຢີ ແລະປ່ຽນແປງໃໝ່ປະດິດສ້າງ.

ສ້າງລະບົບນິເວດປ່ຽນແປງໃໝ່ປະດິດສ້າງ

ຕາມກະຊວງແຜນການ ແລະການລົງທຶນ ແລ້ວ, ພາຍຫຼັງເຄື່ອນໄຫວມາໄດ້ກວ່າ 3 ປີ  (2019 – 2023), ສູນປ່ຽນແປງໃໝ່ປະດິດສ້າງແຫ່ງຊາດໄດ້ສ້າງລະບົບນິເວດປ່ຽນແປງໃໝ່ປະດິດສ້າງໂດຍພື້ນຖານດ້ວຍ 3 ເສົາຄ້ຳຫຼັກ: ລັດ-ສະຖາບັນ, ໂຮງຮຽນ-ວິສາຫະກິດ. ໃນນັ້ນມີຫຼາຍຄູ່ຮ່ວມມືໃຫຍ່ແມ່ນບັນດາກຸ່ມເຕັກໂນໂລຢີຂະໜາດໃຫຍ່ຂອງໂລກ ແລະພາຍໃນປະເທດ; ບັນດາສູນວິທະຍາສາດເຕັກໂນໂລຢີ, ປ່ຽນແປງໃໝ່ປະດິດສ້າງຂອງບັນດາປະເທດພ້ອມກັບເກືອບ 200 ກອງທຶນພາຍໃນປະເທດ, ສາກົນ ແລະນັກຊ່ຽວຊານ, ປັນຍາຊົນຊາວຫວຽດນາມ ໃນໂລກເກືອບ 1.600 ຄົນ. ມາຮອດປະຈຸບັນ, ສູນກາຍເປັນຫົວໜ່ວຍນຳໜ້າໃນການຄົ້ນຄວ້າ, ສະເໜີບັນດາກົນໄກຮ່ວມມື, ບັນດາຮູບແບບສ້າງ, ໜູນຊ່ວຍການລົງທຶນເລີ່ມທຸລະກິດປະດິດສ້າງ.

leftcenterrightdel
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ. ພາບ: ສຳນັກຂ່າວສານຫວຽດນາມ

ນອກຈາກນັ້ນ, ສູນປ່ຽນແປງໃໝ່ປະດິດສ້າງແຫ່ງຊາດ ກໍ່ໄດ້ຜັນຂະຫຍາຍຫຼາຍໂຄງການໜູນຊ່ວຍ, ຍົກສູງຄວາມສາມາດກ່ຽວກັບການປ່ຽນແປງໃໝ່ປະດິດສ້າງຢູ່ບັນດາສະຖາບັນ-ໂຮງຮຽນ, ທ້ອງຖິ່ນ, ສົມທົບການຮ່ວມສໍາພັນກັບບັນດາມະຫາວິທະຍາໄລສາກົນຂະໜາດໃຫຍ່ສະໜອງບັນດາຊຸດບຳລຸງສ້າງກ່ຽວກັບການປ່ຽນແປງໃໝ່ປະດິດສ້າງ, ຫັນປ່ຽນດີຈີຕອນ, ຫັນການຄົ້ນຄວ້າເຕັກໂນໂລຢີເປັນການຄ້າ. ທາງສູນກໍ່ສົມທົບກັບບັນດາຄູ່ຮ່ວມມື Google ຈັດຕັ້ງລາຍການ “ຜູ້ມີຄວາມເກັ່ງກ້າສາມາດ” ດີຈີຕອນ ມີນັກສຶກສາຫວຽດນາມ ເຂົ້າຮ່ວມນັບຫຼາຍພັນຄົນ; ສົມທົບກັບບັນດາອົງການພັດທະນາສາກົນອາເມລິກາ (USAID) ຜັນຂະຫຍາຍບັນດາການເຄື່ອນໄຫວພັດທະນາແຫຼ່ງຊັບພະຍາກອນມະນຸດ; ສົມທົບກັບອົງການຈັດຕັ້ງ STEAM for Vietnam (ຊຸກຍູ້ບັນດາການເຄື່ອນໄຫວທີ່ກ່ຽວຂ້ອງເຖິງການສຶກສາ STEAM: Science - ວິທະຍາສາດ, Technology-ເຕັກໂນໂລຢີ, Engineering - ເຕັກນິກ, Arts -ສິລະປະ,  Math-ຄະນິດສາດ) ຈັດຕັ້ງການກໍ່ສ້າງນັກຮຽນຊັ້ນປະຖົມ, ມັດທະຍົມຕອນຕົ້ນກ່ຽວກັບຄອມພິວເຕີ ແລະ STEM; ພ້ອມທັງຈັດຕັ້ງການແຂ່ງຂັນ Robotics ໃຫ້ນັກສຶກສາ; ກໍ່ສ້າງລະບົບຄຸ້ມຄອງການບຳລຸງສ້າງທາງອອນລາຍ.

ໄລ່ມາຮອດປະຈຸບັນ, ເຄືອຂ່າຍປ່ຽນແປງໃໝ່ປະດິດສ້າງຫວຽດນາມ ໄດ້ພັດທະນາ 8 ເຄືອຂ່າຍຢູ່ເຢຍລະມັນ, ອົດສະຕາລີ, ຍີ່ປຸ່ນ, ສ. ເກົາຫຼີ, ໄຕຫວັນ (ຈີນ), ເອີລົບ ແລະ 2 ເຄືອຂ່າຍຢູ່ອາເມລິກາ. ນີ້ແມ່ນແຫຼ່ງກຳລັງປັນຍາຊົນໃຫຍ່ຫຼວງທີ່ສຸດ, ໂຄງການເຕັກໂນໂລຢີ, ປ່ຽນແປງໃໝ່ປະດິດສ້າງຢູ່ຫວຽດນາມ.

ກໍ່ສ້າງກົນໄກ, ນະໂຍບາຍເພື່ອຊຸກຍູ້ການປ່ຽນແປງໃໝ່ປະດິດສ້າງ

ດ້ວຍບັນດາໝາກຜົນທີ່ບັນລຸໄດ້, ຫວຽດນາມ ໄດ້ຫັນເນື້ອໃນຈິດໃຈຂອງມະຕິກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກກອມມູນິດຫວຽດນາມ ໃຫ້ປະກົດຜົນເປັນຈິງ, ໃນຂົງເຂດພັດທະນາວິທະຍາສາດເຕັກໂນໂລຢີ. ເພື່ອບັນລຸປະສິດທິຜົນກວ່າໃນໄລຍະຈະມາເຖິງ, ລັດຖະບານຫວຽດນາມ ກຳນົດວ່າ ຕ້ອງມີນະໂຍບາຍ ເພື່ອເຕົ້າໂຮມປັນຍາຊົນ,  ແລະຕ້ອງມີກົນໄກບຸລິມະສິດກ່ຽວກັບແຫຼ່ງກຳລັງ... ໃນຂົງເຂດປ່ຽນແປງໃໝ່ປະດິດສ້າງ.

ສຳລັບການສ້າງກົນໄກນະໂຍບາຍ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ຊີ້ແຈ້ງວ່າ ກະຊວງແຜນການ ແລະການລົງທຶນ ຕ້ອງສົມທົບກັບບັນດາກະຊວງ, ຂະແໜງການ, ອົງການສ້າງເອກະສານ, ສ້າງກອບນິຕິກຳ ເພື່ອສ້າງລະບົບນິເວດປ່ຽນແປງໃໝ່ປະດິດສ້າງ. ພິເສດ, ບັນດາຝ່າຍກ່ຽວຂ້ອງຕ້ອງດຳເນີນການຄົ້ນຄວ້າສ້າງກອງທຶນປ່ຽນແປງໃໝ່ປະດິດສ້າງເພື່ອຊຸກຍູ້, ສົ່ງເສີມການປ່ຽນແປງໃໝ່ປະດິດສ້າງ; ປັບປຸງຮູບແບບສູນປ່ຽນແປງໃໝ່ປະດິດສ້າງໃຫ້ເໝາະສົມກັບເງື່ອນໄຂຂອງຫວຽດນາມ.

leftcenterrightdel
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ຮັບຟັງການແນະນຳກ່ຽວກັບຫົວໜ່ວຍການຄົ້ນຄວ້າ, ຜະລິດໃນສູນປ່ຽນແປງໃໝ່ປະດິດສ້າງແຫ່ງຊາດ (NIC). ພາບ: ສຳນັກຂ່າວສານຫວຽດນາມ.

ທ່ານນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ກະຊວງແຜນການ ແລະການລົງທຶນ ສົມທົບກັບກະຊວງຕຳຫຼວດ, ບັນດາອົງການອື່ນນຳໃຊ້ຖານຂໍ້ມູນແຫ່ງຊາດກ່ຽວກັບພົນລະເມືອງ ແລະບັນດາຂໍ້ມູນອື່ນ. ພ້ອມກັນນັ້ນ, ປັບປຸງຮູບແບບສູນປ່ຽນແປງໃໝ່ປະດິດສ້າງ ເພື່ອສົມທົບກັບບັນດາການເຄື່ອນໄຫວຂອງລະບົບນິເວດ, ຫັນເປັນດີຈີຕອນການບັນຊາການເຄື່ອນໄຫວຂອງສູນ. ຫັນເປັນດີຈີິຕອນການເຄື່ອນໄຫວລະຫວ່າງລະບົບນິເວດພາຍໃນປະເທດ, ຕ່າງປະເທດກັບສູນ...

ໃນຍຸກສະໄໝຫັນເປັນດີຈີຕອນຄືປະຈຸບັນ, ການປ່ຽນແປງໃໝ່ປະດິດສ້າງມີບົດບາດສຳຄັນຕໍ່ກັບການພັດທະນາກໍ່ຄືຄວາມສາມາດແກ່ງແຍ້ງຂອງແຕ່ລະປະເທດ. ການສ້າງສະພາບແວດລ້ອມທີ່ສະດວກ, ການລົງທຶນທີ່ເໝາະສົມແມ່ນເພື່ອເສີມຂະຫຍາຍຄວາມສາມາດບົ່ມຊ້ອນປ່ຽນແປງໃໝ່ປະດິດສ້າງຈະຊ່ວຍຫວຽດນາມ ຫັນເປົ້າໝາຍພັດທະນາປະເທດອີງໃສ່ວິທະຍາສາດເຕັກໂນໂລຢີໃຫ້ປະກົດຜົນເປັນຈິງ.

ໂດຍ: ສົມເພັດ