ເອກະລາດແຫ່ງຊາດຕ້ອງແມ່ນເອກະລາດທີ່ແທ້ຈິງດ້ານການເມືອງ, ເສດຖະກິດ, ວັດທະນະທຳ, ການພົວພັນຕ່າງປະເທດ... ປະກອບສ່ວນລົບລ້າງສະພາບການກົດຂີ່ຂູດຮີດ, ນາບຂູ່ຂົ່ມເຫັງ ແລະຂ້າທາດດ້ານເສດຖະກິດ, ການເມືອງ ແລະຈິດໃຈ ຂອງຊາດນີ້ກັບຊາດອື່ນ. ເອກະລາດຕ້ອງຕິດພັນກັບເສລີພາບ, ເອກະພາບ, ສະເໝີພາບ ແລະຕັດສິນດ້ວຍຕົນເອງ, ບໍ່ຍອມ ຫຼືບໍ່ທົນຕໍ່ຄວາມກົດດັນໃດ, ການແຊກແຊງໃດຈາກພາຍນອກ.

ຄວາມສາມາດ ແລະເງື່ອນໄຂຕົວຈິງທີ່ຫວຽດນາມ ເລືອກເອົາໜຶ່ງດຽວນັ້ນແມ່ນເສັ້ນທາງຕິດພັນກັບເອກະລາດແຫ່ງຊາດກັບລັດທິສັງຄົມນິຍົມ. ນັ້ນແມ່ນແນວຄິດຂອງປະທານໂຮ່ຈີມິນ: “ບໍ່ມີສິ່ງໃດປະເສີດກວ່າເອກະລາດ ແລະເສລີພາບ”. ທາດແທ້ຂອງລັດທິສັງຄົມນິຍົມແມ່ນດໍາເນີນການໃຫ້ເຖິງທີ່ສຸດ ເພື່ອປົດປ່ອຍຊາດ, ປົດປ່ອຍສັງຄົມ, ປົດປ່ອຍມະນຸດ. ລັດທິສັງຄົມນິຍົມປະຕິບັດເອກະລາດແຫ່ງຊາດແມ່ນເພື່ອເປີດເສັ້ນທາງໃຫ້ຊາດກ້າວໄປເຖິງຄວາມຈະເລີນທາງດ້ານເສດຖະກິດ, ການພັດທະນາຢ່າງອຸດົມສົມບູນ, ຫຼາຍຮູບແບບທາງດ້ານວັດທະນະທຳ, ຈິດໃຈ, ຮັບປະກັນການປະຕິບັດສິດອຳນາດຂອງປະຊາຊົນຢ່າງຄົບຖ້ວນ. ນັ້ນແມ່ນພື້ນຖານເພື່ອໃຫ້ປະເທດສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ພັດທະນາພ້ອມກັບບັນດາປະເທດອື່ນ ແລະກ້າວເດີນໄປຕາມຈັງຫວະຂອງຍຸກສະໄໝ.

leftcenterrightdel
ເດີນຂະບວນທີ່ພິທີສະເຫຼີມສະຫຼອງ 70 ປີແຫ່ງວັນຊາດ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ຢູ່ຮ່າໂນ້ຍ (2-9-1945 / 2-9-2015). ພາບ: ມິງຮຸຍ.

ເອກະລາດແຫ່ງຊາດ ແລະລັດທິສັງຄົມນິຍົມ ກາຍເປັນລະບົບຄຸນຄ່າພັດທະນາຄົງຕົວຕະຫຼອດການຂອງຫວຽດນາມ, ພາຍໃຕ້ຄັນທຸງຂອງພັກ, ໃນຍຸກສະໄໝປະຈຸບັນ. ເອກະລາດແຫ່ງຊາດແມ່ນເງື່ອນໄຂຕັດສິນ ເພື່ອປະຕິບັດລັດທິສັງຄົມນິຍົມ ແລະລັດທິສັງຄົມນິຍົມແມ່ນພື້ນຖານຮັບປະກັນຄວາມໝັ້ນຄົງໃຫ້ເອກະລາດແຫ່ງຊາດ. ຊາດໄດ້ຮັບເອກະລາດໃນທຸກດ້ານເສດຖະກິດ, ການເມືອງ, ການທະຫານ, ການທູດ ແລະອະທິປະໄຕແຫ່ງຊາດທີ່ຕັດສິນດ້ວຍຕົນເອງ; ພ້ອມທັງພັດທະນາຈິດໃຈເອກະລາດຢ່າງສະຫງ່າລາສີ, ຮັບປະກັນຄວາມເປັນເອກະພາບຂອງປະເທດຊາດ ແລະຮັບປະກັນກຽດຕິຍົດຂອງຊາດ.

ປະທານໂຮ່ຈີມິນ ໄດ້ສັ່ງສອນວ່າ ພວກເຮົາເສຍສະຫຼະ, ຍາດໄດ້ເອກະລາດແລ້ວ, ປະຊາຊົນມີແຕ່ຮູ້ຢ່າງຈະແຈ້ງກ່ຽວກັບຄຸນຄ່າຂອງເສລີພາບ, ເອກະລາດເມື່ອປະຊາຊົນໄດ້ກິນອີ່ມ, ນຸ່ງອຸ່ນ. ນີ້ແມ່ນຕົວຊີ້ວັດການພັດທະນາຂອງພື້ນຖານເອກະລາດແຫ່ງຊາດທີ່ເຂັ້ມຂຸ້ນໄປດ້ວຍຈິດໃຈຕັດສິນດ້ວຍຕົນເອງ, ພັດທະນາ, ກ້າວໜ້າ, ລັກສະນະມະນຸດສະທຳສູງສົ່ງກ່ຽວກັບສິດທິມະນຸດທີ່ບໍ່ສາມາດແຕະຕ້ອງໄດ້ຕິດພັນກັບສິດເອກະລາດທີ່ສັກກະລະບູຊາ ແລະຄວາມຕັດສິນໃຈເອງຂອງຊາດແມ່ນລ້ຳຄ່າທີ່ສຸດ.

ຈາກບົດຮຽນ ແລະພຶດຕິກຳຕົວຈິງຂອງຫວຽດນາມ ແລະໂລກ. ດ້ວຍຈິດໃຈ “ເອົາກຳລັງ ແລະເຫື່ອແຮງຂອງຕົນເພື່ອປົດປ່ອຍຕົນເອງ”, “ຊາດໜຶ່ງບໍ່ຫາລ້ຽງກຸ້ມຕົນເອງ ລໍຖ້າແຕ່ອີງໃສ່ຊາດອື່ນຊ່ວຍເຫຼືອນັ້ນ, ແມ່ນບໍ່ສົມກັບໄດ້ເອກະລາດ” ແລະ “ປະຊາຊົນແຕ່ລະຄົນຕ້ອງເຂົ້າໃຈວ່າ: ກໍ່ຮ່າງສ້າງຕົວດ້ວຍຕົນເອງ ຈຶ່ງມີເອກະລາດ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ຈຶ່ງມີເສລີພາບ” ຍິ່ງກະຕຸກຊຸກຍູ້ໃຫ້ຊາດນັ້ນເຮັດວຽກນັ້ນເປັນຢ່າງດີ. ນັ້ນແມ່ນທິດທາງ ແລະຍຸດທະສາດພັດທະນາ ແລະປົກປັກຮັກສາພື້ນຖານເອກະລາດ, ເສລີພາບຂອງປະເທດຊາດຈາກກົກເຄົ້າ, ແຕ່ຫົວທີ, ແຕ່ໄກ. ຕ້ອງຖືການຮັກຊາດ, ຮັກແພງປະຊາຊົນແມ່ນເລືອດເນື້ອຂອງລະບອບ, ຕ້ອງເບິ່ງແຍງດູແລຄວາມຜາສຸກຂອງປະຊາຊົນຢ່າງສົມບູນ ແລະໝັ້ນຄົງ, ເປັນພື້ນຖານຂອງເອກະລາດ, ເສລີພາບ.

ຍິ່ງໄປກວ່າເວລາໃດໝົດ, ປະຈຸບັນ, ຖ້າວ່າແນວຄິດເອກະລາດ, ເສລີພາບ, ປະເທດຊາດເປັນເອກະພາບຍິ່ງປະກາຍແສງນັ້ນທຸກສິ່ງທຸກຢ່າງແມ່ນຕ້ອງເພື່ອມະນຸດ, ເພື່ອຊາດ; ຖືປະຊາຊົນເປັນເປົ້າໝາຍຂອງການພັດທະນາ, ຖືຜົນປະໂຫຍດຂອງຊາດຢູ່ສູງສຸດ... ກາຍເປັນກົດເກນພັດທະນາຢ່າງມີມະນຸດສະທຳ. ຍ້ອນວ່າ, ເອກະລາດ, ເສລີພາບ, ເອກະພາບ ແມ່ນກົດເກນຢັ້ງຢືນຖານະຕຳແໜ່ງ, ບຸກຄະລິກກະພາບ ແລະການພັດທະນາຢ່າງມີມະນຸດສະທຳ ແລະຍືນຍົງ, ແມ່ນເປົ້າໝາຍມຸ່ງໄປເຖິງຂອງທຸກປະເທດ-ຊົນຊາດກ້າວໜ້າໃນໂລກ, ເພື່ອໂລກສັນຕິພາບ, ເອກະພາບ ແລະວັດທະນາຖາວອນ.

ເອກະລາດແມ່ນໄປຕາມກະແສລົມແຫ່ງຍຸກສະໄໝ ແລະເຊື່ອມໂຍງຢ່າງຄ່ອງແຄ້ວ; ແມ່ນນ້ຳໃຈມະນຸດສະທຳຂອງຍຸກສະໄໝ ເພື່ອຮັກສາພື້ນຖານເອກະລາດຂອງຊາດ, ປົກປັກຮັກສາສິດຕັດສິນເອງ ແລະເອກະລາດຂອງປະເທດຊາດ.  ຍິ່ງມີຄວາມເຂັ້ມແຂງແຮງກ້າຈຶ່ງຮັກສາໄດ້ຄວາມຢຶດໝັ້ນ, ຄວາມສະເໝີຕົ້ນສະເໝີປາຍຂອງແນວທາງພົວພັນຕ່າງປະເທດເປັນເອກະລາດ, ເປັນເຈົ້າຕົນເອງ, ຫັນການພົວພັນຕ່າງປະເທດເປັນຫຼາຍຝ່າຍ, ຫຼາຍຮູບແບບ, ເປັນເຈົ້າການ, ເພື່ອສັນຕິພາບ, ມິດຕະພາບ, ການຮ່ວມມື ແລະພັດທະນາ. ເອກະລາດ ແລະຄວາມເຂັ້ມແຂງແຮງກ້າ, ນັ້ນແມ່ນການຮັບປະກັນໃຫ້ຊາດຫວຽດນາມ ກຳນົດໃຫ້ໄດ້ທີ່ຕັ້ງການເມືອງໃໝ່ໃນການພົວພັນຊຶ່ງກັນ ແລະກັນກັບປະເທດອື່ນ, ຊາດອື່ນ ແລະບືນຕົວຂຶ້ນສູ່ຄວາມສິວິໄລ, ວັດທະນາຖາວອນ, ທັນສະໄໝ, ສະເໝີພາບ, ປະຊາທິປະໄຕ ແລະເຊື່ອມໂຍງ.

ສືບຕໍ່ມູນເຊື້ອປະຫວັດສາດຫຼາຍພັນປີ, ເກືອບ 80 ປີຜ່ານມາ, ໂດຍສະເພາະແມ່ນພາຍຫຼັງໄລຍະກວ່າ 35 ປີແຫ່ງການປ່ຽນແປງໃໝ່, ໃນສະພາບການໃໝ່, ປະເທດຍິ່ງກ້າວຂຶ້ນຢ່າງແຮງ ແລະມີຄວາມເຊື່ອໝັ້ນບົນເສັ້ນທາງປ່ຽນແປງໃໝ່, ຊາດຍິ່ງເປັນເຈົ້າການ ແລະຕັ້ງໜ້າເຊື່ອມໂຍງເຂົ້າກັບສາກົນ, ເພື່ອພື້ນຖານເອກະລາດ, ເສລີພາບ ແລະຄວາມເຂັ້ມແຂງແຮງກ້າຂອງປະເທດຊາດ. ເອກະລາດແຫ່ງຊາດ ແລະລັດທິສັງຄົມນິຍົມ, ນັ້ນບໍ່ພຽງແຕ່ແມ່ນເປົ້າໝາຍ, ແມ່ນຄວາມຕ້ອງການເທົ່ານັ້ນ ຫາກຍັງແມ່ນໂຄງການດຳເນີນງານຂອງຊາດຫວຽດນາມ, ພາຍໃຕ້ຄັນທຸງຂອງພັກ ອີກດ້ວຍ.

ເອກະລາດ ແລະຄວາມເຂັ້ມແຂງແຮງກ້າ!

ນີ້ບໍ່ພຽງແຕ່ແມ່ນເຈດຈຳນົງເທົ່ານັ້ນ ຫາກຍັງແມ່ນກຽດຕິຍົດຂອງຫວຽດນາມ ອີກດ້ວຍ, ຕັດສິນໃຈບໍ່ພຽງແຕ່ຖານະບົດບາດຂອງປະເທດ, ກຳລັງແຮງຂອງຊາດ, ອິດທິພົນຊື່ສຽງຂອງປະເທດຫວຽດນາມ ເທົ່ານັ້ນ ຫາກຍັງແມ່ນການວັດແທກກຽດສັກສີຂອງຊາວຫວຽດນາມ ແຕ່ລະຄົນອີກດ້ວຍ, ເຖິງວ່າຈະຢູ່ພາຍໃນປະເທດ ຫຼື ຢູ່ຕ່າງປະເທດກໍ່ຕາມ.

ຍິ່ງໄປກວ່າເວລາໃດໝົດ, ໃນໄລຍະນີ້, ການເມືອງແມ່ນເສດຖະກິດ. ຍິ່ງໄປກວ່ານັ້ນ, ໃນໄລຍະນີ້, ເສດຖະກິດແມ່ນປະຢັດ. ບໍ່ປະຢັດ, ບໍ່ປ້ອງກັນ, ຕ້ານການຟຸມເຟືອຍ, ສໍ້ລາດບັງຫຼວງຢ່າງແຮງ ແລະມີປະສິດທິຜົນ, ແນ່ນອນວ່າ ບໍ່ມີຄວາມເຂັ້ມແຮງແຮງກ້າດ້ານເສດຖະກິດ, ຍິ່ງບໍ່ມີຖານະບົດບາດຂອງປະເທດທີ່ສົມກັບເວທີສາກົນ.

ປະຫວັດສາດນັ້ນຮຽກຮ້ອງການພັດທະນາຢູ່ຈຸດສູງຂອງກຽດສັກສີ, ມະໂນທຳ, ພູມປັນຍາ, ຄຸນນະທາດ, ຄວາມສູງສົ່ງ ແລະກຽດສັກສີຂອງຊາດ ບົນພື້ນຖານວັດທະນະທຳຂອງຊາດມີຄວາມເມດຕາກະລຸນາ, ບໍລິສຸດຜຸດຜ່ອງ.

ເຖິງວ່າສະຖານະການໂລກມີການຜັນແປແນວໃດກໍ່ຕາມ, ເຖິງວ່າປະເຊີນໜ້າກັບທ່າອ່ຽງໂລກາພິວັດ ສັບສົນແນວໃດກໍ່ຕາມ, ເຖິງວ່າປະເທດປະເຊີນໜ້າກັບການເປັນຕາຍຫຼາຍປານໃດກໍ່ຕາມ... ແຕ່ຄຸນຄ່າເອກະລາດແຫ່ງຊາດ ແລະລັດທິສັງຄົມນິຍົມໃນວິໄສທັດ, ລັດຖະນະໂຍບາຍ ແລະການກະທຳຍາມໃດກໍ່ແມ່ນລັດຖະນະໂຍບາຍໃນການຮັບມືກັບການປ່ຽນແປງຂອງໂລກ, ເພື່ອໃຫ້ຊາດຫວຽດນາມ ຍິ່ງກ້າວຂຶ້ນບົນເສັ້ນທາງເອກະລາດແຫ່ງຊາດ ແລະລັດທິສັງຄົມນິຍົມ ຢ່າງໝັ້ນຄົງເຂັ້ມແຂງ; ເພື່ອໃຫ້ກາງສັດຕະວັດທີ 21 ແມ່ນ “ຮອດປີ 2045” ຫວຽດນາມ ເອກະລາດ ແລະເຂັ້ມແຂງແຮງກ້າ, ຄຽງບ່າໄປກັບບັນດາປະເທດພັດທະນາໃນໂລກ, ໃນທ່າອ່ຽງກ້າວຂຶ້ນຂອງຍຸກສະໄໝ. 

ໂດຍ: ແສງເດືອນ