ຫວຽດນາມ ແລະບາຮາມາດ ສ້າງຕັ້ງການພົວພັນທາງການທູດ
ກປ.ອອນໄລ - ວັນທີ 6 ມັງກອນ, ຢູ່ສຳນັກງານຄະນະຜູ້ຕາງໜ້າຫວຽດນາມ ປະຈຳສະຫະປະຊາຊາດ (ສປຊ), ທ່ານເອກອັກຄະລັດຖະທູດ ດັ້ງຮວ່າງຢາງ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ໄດ້ຕາງໜ້າລັດຖະບານຫວຽດນາມ ແລະທ່ານເອກອັກຄະລັດຖະທູດ Stan Oduma Smith, ຫົວໜ້າຄະນະຜູ້ຕາງໜ້າບາຮາມາດ ປະຈໍາ ສປຊ ໄດ້ຕາງໜ້າລັດຖະບານບາຮາມາດ ລົງນາມໃນແຈ້ງການຮ່ວມກ່ຽວກັບການສ້າງຕັ້ງການພົວພັນທາງການທູດລະຫວ່າງຫວຽດນາມ ແລະບາຮາມາດ.
ຫວຽດນາມ ແລະບາຮາມາດ ໄດ້ເຫັນດີເປັນເອກະສັນແລກປ່ຽນຄະນະຜູ້ແທນການທູດລະດັບເອກອັກຄະລັດຖະທູດຕາມສົນທິສັນຍາ Vienna ປີ 1961 ວ່າດ້ວຍການພົວພັນທາງການທູດ ແລະສົນທິສັນຍາ Vienna ວ່າດ້ວຍການພົວພັນທາງກົງສູນ ປີ 1963. ວັນດຽວກັນ, ແຈ້ງການຮ່ວມສະບັບນີ້ໄດ້ສົ່ງໄປຍັງທ່ານເລຂາທິການໃຫຍ່ສປຊ Antonio Guterres ເພື່ອເຜີຍແຜ່ຢູ່ອົງການນີ້ ແລະແຈ້ງການໃຫ້ປະເທດສະມາຊິກຮັບຊາບ.
    |
 |
ທ່ານເອກອັກຄະລັດຖະທູດ ດັ້ງຮວ່າງຢາງ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ໄດ້ຕາງໜ້າລັດຖະບານຫວຽດນາມ ແລະທ່ານເອກອັກຄະລັດຖະທູດ Stan Oduma Smith, ຫົວໜ້າຄະນະຜູ້ຕາງໜ້າ ບາຮາມາດ ປະຈໍາ ສປຊ. ພາບ: ສໍານັກຂ່າວສານຫວຽດນາມ |
ບາຮາມາດ ແມ່ນຫນຶ່ງໃນບັນດາປະເທດສະມາຊິກຂອງກຸ່ມວັດທະນາຖາວອນລວມທີ່ມີທ່າແຮງທາງດ້ານເສດຖະກິດທີ່ເຂັ້ມແຂງຢູ່ເຂດ Caribe, ໂດຍສະເພາະແມ່ນດ້ານການທ່ອງທ່ຽວ ແລະການບໍລິການທາງດ້ານການເງິນ.
ດ້ວຍການສ້າງຕັ້ງການພົວພັນທາງການທູດກັບ ບາຮາມາດ, ຫວຽດນາມ ໄດ້ມີການພົວພັນທາງການທູດກັບ 191 ປະເທດໃນທົ່ວໂລກ, ຜ່ານນັ້ນສືບຕໍ່ສະແດງໃຫ້ເຫັນນະໂຍບາຍການຕ່າງປະເທດທີ່ມີຫຼາຍຮູບຫຼາຍແບບ, ຫັນການພົວພັນກັບສາກົນເປັນຫຼາຍຝ່າຍ, ຖືການພັດທະນາກັບບັນດາປະເທດອາເມລິກາລາຕິນ ແລະCaribe.
ໂດຍ: ໄຊນີດາ