ນັກຂ່າວ: ຕາມທີ່ໄດ້ຮູ້ແລ້ວ, ປີ 2022, ພ້ອມກັບສອງເສົາຄ້ຳການທູດພັກ ແລະການທູດລັດ, ການທູດປະຊາຊົນ ໄດ້ມີການເຕີບໂຕ ແລະບຸກທະລຸພາຍຫຼັງໄລຍະຍາວທີ່ຖືກຂາດຕິດຂາດຕອນ. ທ່ານນາງຕີລາຄາຄືແນວໃດແດ່ກ່ຽວກັບບັນດາໝາກຜົນ, ຜົນງານພົ້ນເດັ່ນຂອງວຽກງານການທູດປະຊາຊົນໃນປີຜ່ານມາ?

ທ່ານນາງ ຫງວຽນເຟືອງງາ: ພ້ອມກັບບັນດາຜົນງານການທູດລວມຂອງທົ່ວປະເທດໃນປີ 2022 ແລ້ວ, ການທູດປະຊາຊົນ ໄດ້ມີປີໜຶ່ງປະສົບຜົນສຳເລັດທີ່ສຸດ. ພວກເຮົາສາມາດບັນລຸໄດ້ໜ້າທີ່ໃຫຍ່ເກືອບທັງໝົດທີ່ໃນປີ. ບັນດາການເຄື່ອນໄຫວການທູດປະຊາຊົນ ໄດ້ຮັບການຜັນຂະຫຍາຍດ້ວຍຮູບການ ແລະເນື້ອໃນຫຼາຍຮູບຫຼາຍແບບຕາມທິດເຂົ້າສູ່ລວງເລິກ, ມີປະສິດທິຜົນ, ຮັບປະກັນແຜນການ ແລະຄວາມຮຽກຮ້ອງທີ່ໄດ້ວາງອອກ.

ຜັນຂະຫຍາຍຈຸດສຸມດ້ານການທູດໃນປີ 2022 ແມ່ນບັນດາປະເທດບ້ານໃກ້ເຮືອນຄຽງ, ບັນດາຄູ່ຮ່ວມມືສຳຄັນ ແລະເພື່ອນມິດທີ່ເປັນມູນເຊື້ອ, VUFO ໄດ້ເຂົ້າຮ່ວມ ແລະເປັນເຈົ້າພາບຈັດການເຄື່ອນໄຫວພົ້ນເດັ່ນຫຼາຍຢ່າງທັງສອງຝ່າຍ ແລະຫຼາຍຝ່າຍ, ດ້ວຍຫຼາຍຮູບການ, ຫຼາຍຂະໜາດ. ນັ້ນແມ່ນບັນດາກິດຈະກຳມີກຳລັງແຜ່ຂະຫຍາຍຢ່າງກວ້າງຂວາງໃນປີສາມັກຄີ, ມິດຕະພາບ ຫວຽດນາມ-ລາວ, ລາວ-ຫວຽດນາມ 2022, ປີມິດຕະພາບຫວຽດນາມ-ກຳປູເຈຍ 2022, ຜ່ານນັ້ນປະກອບສ່ວນເພີ່ມພູນຄູນສ້າງ, ປັບປຸງການພົວພັນລະຫວ່າງຫວຽດນາມ ກັບສອງປະເທດບ້ານໃກ້ເຮືອນຄຽງອັນສະໜິດສະໜົມນີ້.

leftcenterrightdel
ທ່ານນາງ ຫງວຽນເຟືອງງາ, ປະທານສະຫະພັນບັນດາອົງການຈັດຕັ້ງມິດຕະພາບຫວຽດນາມ (VUFO). ພາບ: ງອັກທື.

ກ່ຽວກັບການພົວພັນຫຼາຍຝ່າຍ, ຫວຽດນາມ ກໍ່ໄດ້ຈັດຕັ້ງກອງປະຊຸມໃຫຍ່ ຄັ້ງທີ 22 ສະພາສັນຕິພາບໂລກ ປະສົບຜົນສຳເລັດ. ນີ້ແມ່ນຄັ້ງທຳອິດທີ່ພວກເຮົາເປັນເຈົ້າພາບຈັດຕັ້ງເຫດການໃຫຍ່ຄືແນວນັ້ນ ຂອງສະພາສັນຕິພາບໂລກ, ຜ່ານນັ້ນສະແດງໃຫ້ເຫັນການປະກອບສ່ວນຢ່າງຕັ້ງໜ້າ ແລະມີຄວາມຮັບຜິດຊອບຂອງຫວຽດນາມ ເຂົ້າໃນບັນດາການເຄື່ອນໄຫວຂອງສະພາສັນຕິພາບໂລກ ເວົ້າສະເພາະ ແລະຂະບວນການສັນຕິພາບໂລກເວົ້າລວມ.

ຄຽງຂ້າງກັນນັ້ນ, ປີ 2022 ກໍ່ແມ່ນປີທີ່ພວກເຮົາມານະພະຍາຍາມຜ່ານຜ່າຄວາມຫຍຸ້ງຍາກຍ້ອນພະຍາດໂຄວິດ-19 ກໍ່ຂຶ້ນ ເພື່ອສືບຕໍ່ເພີ່ມທະວີການພົວພັນລະຫວ່າງ ຫວຽດນາມ ກັບບັນດາປະເທດໃນເງື່ອນໄຂໃໝ່. ພວກເຮົາໄດ້ຈັດຕັ້ງຫຼາຍກິດຈະກຳທີ່ມີຄວາມໝາຍ ເພື່ອສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ-ອິນເດຍ, 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດຫວຽດນາມ -ໂອຕຣິດ, 30 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດກັບ ສ.ເກົາຫຼີ... ຜ່ານບັນດາກິດຈະກຳນີ້, ພວກເຮົາໄດ້ປະກອບສ່ວນເປີດກວ້າງ, ຊຸກຍູ້ການພົວພັນສາມັກຄີ, ມິດຕະພາບ ແລະການຮ່ວມມືປະຊາຊົນເຂົ້າສູ່ລວງເລິກ, ແທດຈິງ ແລະມີປະສິດທິຜົນກວ່າ.

ໜຶ່ງໃນບັນດາຈຸດພົ້ນເດັ່ນຂອງປີ 2022 ແມ່ນຄວາມສະໜິດຕິດພັນລະຫວ່າງສູນກາງ ແລະທ້ອງຖິ່ນ. ບັນດາການເຄື່ອນໄຫວມິດຕະພາບ, ສັນຕິພາບ, ຄວາມສາມັກຄີປະຊາຊົນບໍ່ພຽງແຕ່ໄດ້ຈັດຕັ້ງໃນຂອບເຂດບັນດາອົງການ, ບັນດາອົງການຈັດຕັ້ງມິດຕະພາບຢູ່ສູນກາງເທົ່ານັ້ນ ຫາກຍັງໄດ້ຈັດຕັ້ງຢູ່ຫຼາຍທ້ອງຖິ່ນ, ແຂວງ, ນະຄອນໃນທົ່ວປະເທດ.

ປີ 2022 ກໍ່ແມ່ນປີທຳອິດທີ່ພວກເຮົາໄດ້ຜັນຂະຫຍາຍການປະຕິບັດຄຳສັ່ງສະບັບເລກທີ 12-CT/TW ກ່ຽວກັບການ "ເພີ່ມທະວີການນໍາພາຂອງພັກ, ຍົກສູງປະສິດທິຜົນການທູດປະຊາຊົນໃນສະພາບການໃໝ່”. ເພາະສະນັ້ນ, VUFO ພ້ອມກັບຫຼາຍອົງການຈັດຕັ້ງສະມາຊິກ ໄດ້ມານະພະຍາຍາມເພື່ອໃຫ້ບັນດາການເຄື່ອນໄຫວການທູດປະຊາຊົນນັບມື້ນັບແທດຈິງ ແລະຕິດແທດກັບບັນດາເປົ້າໝາຍພັດທະນາຂອງປະເທດກວ່າອີກ.

ດ້ວຍຈິດໃຈຄືແນວນັ້ນ, ປີ 2022, ພວກເຮົາໄດ້ມີເອກະສານຊີ້ນຳສະບັບໜຶ່ງ (ດຳລັດສະບັບເລກທີ 58/2022/NĐ-CP ຂອງລັດຖະບານ) ວ່າດ້ວຍການລົງທະບຽນ ແລະຄຸ້ມຄອງການເຄື່ອນໄຫວ ຂອງບັນດາອົງການຈັດຕັ້ງບໍ່ຂຶ້ນກັບລັດຖະບານຕ່າງປະເທດ. ໃນປີຜ່ານມາ, VUFO ດ້ວຍຖານະບົດບາດແມ່ນຫົວເງື່ອນ, ອົງການສະເພາະກິດກ່ຽວກັບການຂົນຂວາຍ ອົງການຈັດຕັ້ງບໍ່ຂຶ້ນກັບລັດຖະບານຕ່າງປະເທດ ໄດ້ມານະພະຍາຍາມແຈ້ງໃຫ້ບັນດາອົງການຈັດຕັ້ງບໍ່ຂຶ້ນກັບລັດຖະບານຕ່າງປະເທດ ຮັບຊາບກ່ຽວກັບບັນດາແຜນນະໂຍບາຍ, ນະໂຍບາຍ ແລະຂອບນິຕິກຳຂອງຫວຽດນາມ ທີ່ມີຕໍ່ການເຄື່ອນໄຫວຂອງບັນດາອົງການຈັດຕັ້ງບໍ່ຂຶ້ນກັບລັດຖະບານຕ່າງປະເທດ, ແກ້ໄຂບັນດາຄວາມຫຍຸ້ງຍາກໃຫ້ບັນດາອົງການຈັດຕັ້ງບໍ່ຂຶ້ນກັບລັດຖະບານຕ່າງປະເທດ ຜັນຂະຫຍາຍການເຄື່ອນໄຫວຢູ່ຫວຽດນາມ ໃນເງື່ອນໄຂທົ່ວໂລກພວມຟື້ນຟູຫຼັງພະຍາດໂຄວິດ-19. ເຖິງວ່າໃນເງື່ອນໄຂຫຍຸ້ງຍາກ, ແຫຼ່ງກຳລັງພາຍນອກນັບມື້ນັບຂາດແຄນ, ການຂົນຂວາຍອົງການຈັດຕັ້ງບໍ່ຂຶ້ນກັບລັດຖະບານຕ່າງປະເທດອຸປະຖຳ ໃນປີ 2022 ຍັງບັນລຸໄດ້ໝາກຜົນດີພໍສົມຄວນ ດ້ວຍເງິນອຸປະຖຳທີ່ມີມູນຄ່າກວ່າ 200 ລ້ານໂດລາສະຫະລັດ.

ນັກຂ່າວ: ຂໍຮຽນທ່ານນາງ, ຄຽງຂ້າງບັນດາຜົນງານຄືແນວນັ້ນ, ການເຄື່ອນໄຫວການທູດປະຊາຊົນຂອງຫວຽດນາມ ໃນປີຜ່ານມາໄດ້ມີຂໍ້ຈຳກັດ ແລະຄວາມຫຍຸ້ງຍາກໃດແດ່? VUFO ຖອດຖອນບົດຮຽນຫຍັງແດ່ ເພື່ອໃຫ້ປີ 2023, ພວກເຮົາສາມາດບັນລຸໄດ້ຫຼາຍຜົນງານກວ່າອີກ?

ທ່ານນາງ ຫງວຽນເຟືອງງາ: ປີ 2022, ສະພາບການສາກົນ ແລະພາຍໃນປະເທດ ສືບຕໍ່ມີການຜັນແປສັບສົນຫຼາຍຢ່າງ. ບັນດາການຜັນແປດ້ານພູມສາດການເມືອງ, ການແກ່ງແຍ້ງຍຸດທະສາດທີ່ຂ້ຽວຂາດ ລະຫວ່າງບັນດາປະເທດມະຫາອຳນາດ, ຄວາມສ່ຽງວິກິດການເສດຖະກິດ, ໄພເງິນເຟີ້... ແມ່ນຄວາມຫຍຸ່ງຍາກ ເຊິ່ງທຸກປະເທດຕ້ອງປະເຊີນໜ້າ. ໃນສະພາບການດັ່ງກ່າວ, ການເຄື່ອນໄຫວການທູດປະຊາຊົນກໍ່ປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ.

ສະພາບການສາກົນສັບສົນກໍ່ສົ່ງຜົນກະທົບເຖິງຫຼັກໝັ້ນ, ທັດສະນະຂອງບັນດາອົງການຈັດຕັ້ງຄູ່ຮ່ວມມືເພື່ອນມິດຂອງຫວຽດນາມ, ບາງເທື່ອພາໃຫ້ບັນດາຝ່າຍມີທັດສະນະແຕກຕ່າງກັນ, ວິໄສທັດບໍ່ຄືກັນ. ການຮັກສາການພົວພັນຮ່ວມມື, ຊອກຫາທັດສະນະລວມ ກາຍເປັນເງື່ອນໄຂຕັດສິນຊີ້ຂາດ. ສິ່ງນີ້ກໍ່ຮຽກຮ້ອງໃຫ້ພວກເຮົາຕ້ອງຢຶດໝັ້ນກັບຫຼັກໝັ້ນ, ແນວທາງພົວພັນຕ່າງປະເທດຂອງພັກ, ລັດ “ເລືອກເອົາຄວາມຍຸຕິທຳ, ເລືອກເອົາຄວາມເປັນທຳ, ບໍ່ເລືອກຝ່າຍ”.

ສຳລັບບັນດາບົດຮຽນທີ່ຖອດຖອນມາໄດ້ຈາກພຶດຕິກຳ ປີ 2022, ຂ້າພະເຈົ້າ ຖືວ່າບົດຮຽນທຳອິດຕ້ອງຊາບຊຶມຢ່າງເລິກເຊິ່ງ, ໝູນໃຊ້ຢ່າງມີຫົວຄິດປະດິດສ້າງ, ມີໄຫວພິບນັ້ນແມ່ນແນວທາງພົວພັນຕ່າງປະເທດຂອງພັກ, ພິເສດແມ່ນບັນດາແຜນນະໂຍບາຍ, ແນວທາງ ເຊິ່ງກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກ ໄດ້ວາງອອກ. ການທູດປະຊາຊົນ ຕ້ອງໄດ້ປະຕິບັດຢ່າງກົມກຽວ ເພື່ອທັງຕອບສະໜອງໄດ້ຜົນປະໂຫຍດຂອງຊາດ ທັງປະກອບສ່ວນເຂົ້າບັນດາຜົນປະໂຫຍດລວມຂອງມວນມະນຸດ, ເພື່ອຄວາມກ້າວໜ້າ, ຍຸຕິທຳ ແລະການພັດທະນາແບບຍືນຍົງ.

ຄຽງຂ້າງກັນນັ້ນ, ຕ້ອງມີການປະສານສົມທົບຢ່າງເປັນເອກະພາບ, ແໜ້ນແຟ້ນລະຫວ່າງ 3  ເສົາຄ້ຳການທູດແມ່ນ: ການທູດພັກ, ການທູດລັດ ແລະການທູດປະຊາຊົນ. ເສີມຂະຫຍາຍກຳລັງແຮງຂອງທຸກອົງການຈັດຕັ້ງທີ່ເຮັດວຽກງານການທູດປະຊາຊົນ ຈາກສູນກາງຈົນຮອດທ້ອງຖິ່ນ, ຜ່ານນັ້ນຊ່ວຍບັນດາການເຄື່ອນໄຫວຂອງ VUFO ໃຫ້ນັບມື້ນັບອຸດົມສົມບູນ, ຫຼາຍຮູບຫຼາຍແບບ, ມີລວງເລິກ.

ວຽກງານກໍ່ສ້າງພະນັກງານ, ຖັນແຖວສະເພາະກິດທີ່ເຮັດວຽກງານການທູດປະຊາຊົນ ກໍ່ມີຄວາມຈຳເປັນທີ່ສຸດຍ້ອນແຜນນະໂຍບາຍວາງອອກຕ້ອງມີຜູ້ປະຕິບັດ. ປັດໄຈຄົນແມ່ນສຸດທີ່ສຳຄັນ. ເຮັດວຽກງານການທູດປະຊາຊົນຕ້ອງມີຄວາມຕັດສິນໃຈ, ປະດິດສ້າງ ແລະປ່ຽນແປງໃໝ່.

ນັກຂ່າວ: ປີ 2023, ທ່ານນາງ ມີຄວາມມຸ່ງຫວັງຫຍັງແດ່ ຕໍ່ກັບວຽກງານການທູດປະຊາຊົນຂອງຫວຽດນາມ?

ທ່ານນາງ ຫງວຽນເຟືອງງາ: ປີ 2023, ຫົວຂໍ້ຂອງລະບົບ VUFO ຈະແມ່ນການທູດປະຊາຊົນຮັບໃຊ້ການພັດທະນາເສດຖະກິດ-ສັງຄົມ. ພວກຂ້າພະເຈົ້າ ກຳນົດເປົ້າໝາຍນີ້ໂດຍອິີງໃສ່ບູລິມະສິດຂອງພັກ ແລະລັດເຮົາທີ່ຖືປີ 2023 ແມ່ນປີບານພັບປະຕິບັດແຜນການພັດທະນາເສດຖະກິດ-ສັງຄົມໄລຍະ 5 ປີ 2021-2025 ກໍ່ຄືມະຕິກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກ. ໃນວິວັດທະນາການແກ້ໄຂຜົນຮ້າຍຢ້ອນຫຼັງຈາກພະຍາດໂຄວິດ-19, ນີ້ກໍ່ແມ່ນປີຕັດສິນເມື່ອພວກເຮົາພວມສຸມທຸກຄວາມມານະພະຍາຍາມເພື່ອຟື້ນຟູ, ພັດທະນາເສດຖະກິດ-ສັງຄົມ, ເພື່ອສ້າງໂຄງປະກອບເສດຖະກິດຄືນໃໝ່, ປ່ຽນແປງໃໝ່ຮູບການເຕີບໂຕຕາມທິດພັດທະນາສີຂຽວ, ພັດທະນາແບບຍືນຍົງ. ໜ້າທີ່ຂອງການທູດປະຊາຊົນ ກໍ່ແມ່ນໜຶ່ງໃນບັນດາເສົາຄ້ຳຂອງການພົວພັນຕ່າງປະເທດ, ມີພາລະກຳ, ບົດບາດນຳໜ້າໃນການກໍ່ສ້າງ ແລະຮັກສາສະພາບແວດລ້ອມສັນຕິພາບ, ສະຖຽນລະພາບ, ລະດົມແຫຼ່ງກຳລັງພາຍນອກ ເພື່ອພັດທະນາປະເທດ, ຍົກສູງຖານະບົດບາດ, ອິດທິພົນຊື່ສຽງສາກົນຂອງຫວຽດນາມ. ກຳນົດຕາມຫົວຂໍ້ຄືແນວນັ້ນ, ບູລິມະສິດຂອງພວກຂ້າພະເຈົ້າ ແມ່ນສືບຕໍ່ເສີມຂະຫຍາຍປະສິດທິຜົນບັນດາການພົວພັນການທູດປະຊາຊົນ, ນຳການທູດປະຊາຊົນເຂົ້າສູ່ລວງເລິກກວ່າອີກ, ເພີ່ມທະວີລັກສະນະແທດຈິງ ແລະມີປະສິດທິຜົນກວ່າອີກ.

ປີ 2023, ພວກເຮົາຈະມີຫຼາຍໂອກາດສະເຫຼີມສະຫຼອງການພົວພັນທາງການທູດກັບປະເທດຕ່າງໆ. ນີ້ແມ່ນໂອກາດເພື່ອໃຫ້ຫວຽດນາມ ຮັດແໜ້ນນ້ຳໃຈມິດຕະພາບກັບປະຊາຊົນບັນດາປະເທດໃນໂລກກວ່າອີກ, ພ້ອມທັງຍູ້ແຮງບັນດາກິດຈະກຳແທດຈິງເພີ່ມທະວີການຮ່ວມມື, ສະໜິດຕິດແທດກັບບັນດາເປົ້າໝາຍພັດທະນາເສດຖະກິດ-ສັງຄົມ ເພື່ອລະດົມແຫຼ່ງກຳລັງທັງດ້ານວັດຖຸ ກໍ່ຄືພູມປັນຍາ, ບົດຮຽນ, ເຕັກໂນໂລຢີ... ປະກອບສ່ວນໃຫ້ວິວັດທະນາການຟື້ນຟູ ແລະພັດທະນາເສດຖະກິດ-ສັງຄົມ ຂອງປະເທດພາຍຫຼັງໂລກລະບາດ.

ນັກຂ່າວ: ຂໍຂອບໃຈ!

ໂດຍ: ແສງເດືອນ