ທີ່ການເຮັດວຽກ, ທ່ານ ຫງວຽນຮົ່ງຢຽນ ຕີລາຄາສູງການພົວພັນມິດຕະພາບ ແລະການຮ່ວມມືຮອບດ້ານລະຫວ່າງສອງປະເທດໄດ້ຮັບການປັບປຸງ ແລະພັດທະນາຢ່າງບໍ່ຢຸດຢັ້ງໃນຊຸມປີມໍ່ໆມານີ້, ເປັນຕົ້ນແມ່ນໃນບັນດາຂົງເຂດ, ຄື: ການເມືອງ, ວັດທະນະທໍາ, ເສດຖະກິດ; ທ່ານກໍ່ຢັ້ງຢືນວ່າ ສັນຍາການຄ້າເສລີ ຫວຽດນາມ ແລະເອີລົບ (ອີຢູ) - EVFTA ໄດ້ມີຜົນສັກສິດຢ່າງເປັນທາງການ, ແມ່ນກາລະໂອກາດເພື່ອຊຸກຍູ້ການພົວພັນຮ່ວມມືດ້ານເສດຖະກິດລະຫວ່າງຫວຽດນາມ ແລະອີຢູ ເວົ້າລວມ ແລະກັບສ. ໂອຕຣິດ ເວົ້າສະເພາະກວ່າອີກ.

leftcenterrightdel
ທ່ານ ຫງວຽນຮົ່ງຢຽນ ແລະທ່ານ Magnus Brunner. ພາບ: ສໍານັກຂ່າວສານຫວຽດນາມ.

ບົນພື້ນຖານທ່າແຮງກໍ່ຄືຄວາມສາມາດບົ່ມຊ້ອນໃນການຮ່ວມມືລະຫວ່າງສອງປະເທດ, ທ່ານ ຫງວຽນຮົ່ງຢຽນ ປາຖະໜາຢາກຊຸກຍູ້ການຮ່ວມມືກັບສ. ໂອຕຣິດ ໃນຂົງເຂດພະລັງງານ, ພິເສດແມ່ນພະລັງງານທົດແທນ ແລະການພັດທະນາແບບຍືນຍົງ.

ສ່ວນທ່ານ Magnus Brunner ກໍ່ເຫັນດີເປັນເອກະພາບຕໍ່ຂໍ້ສະເໜີຂອງທ່ານ ຫງວຽນຮົ່ງຢຽນ ກ່ຽວກັບເນື້ອໃນການຮ່ວມມື, ພ້ອມທັງຢັ້ງຢືນສະໜັບສະໜູນການຊຸກຍູ້ວິວັດການໃຫ້ສັດຕະຍາບັນສັນຍາປົກປ້ອງການລົງທຶນ (EVIPA). ທ່ານ Magnus Brunner ຖືວ່າ ສ.ໂອຕຣິດ ແລະຫວຽດນາມ ມີຄວາມສາມາດບົ່ມຊ້ອນໃນການຮ່ວມມືດ້ານພະລັງງານ, ເປັນຕົ້ນແມ່ນໃນຂົງເຂດສົ່ງກະແສໄຟຟ້າ, ຮັກສາໄຟຟ້າ ແລະການຮ່ວມມືດ້ານໄຟຟ້ານ້ຳຕົກ.

ໂດຍ: ຈາງຫງວຽນ