ນັກຂ່າວ: ສະເໜີທ່ານລັດຖະມົນຕີໃຫ້ຮູ້ຄວາມໝາຍຂອງການສ້າງຕັ້ງໜ່ວຍປະຕິບັດງານຂອງລັດຖະບານກ່ຽວກັບການທູດວັກຊິນ ແລະແຜນການຈະມາເຖິງຂອງໜ່ວຍປະຕິງານເພື່ອໃຫ້ຫວຽດນາມ ສາມາດເຂົ້າເຖິງແຫຼ່ງວັກຊິນຢ່າງວ່ອງໄວ ແລະຫຼາຍທີ່ສຸດ.

ທ່ານ ບຸ່ຍແທັງເຊີນ ລັດຖະມົນຕີຕ່າງປະເທດຫວຽດນາມ: ດ້ວຍການປະກົດຕົວຂອງສາຍພັນໃໝ່ແຕ່ຕົ້ນປີ 2021, ພະຍາດໂຄວິດ-19 ໄດ້ຜັນແປຢ່າງສັບສົນ ແລະແຜ່ລາມໄວໄປທົ່ວໂລກ ແລະຢູ່ໃນປະເທດ, ສາມາດເວົ້າໄດ້ວ່າການຕໍ່ສູ້ຕ້ານພະຍາດໂຄວິດ-19 ຢູ່ປະເທດຫວຽດນາມ ໄດ້ກ້າວເຂົ້າສູ່ໄລຍະໃໝ່.

leftcenterrightdel
ທ່ານ ບຸ່ຍແທັງເຊີນ ລັດຖະມົນຕີຕ່າງປະເທດຫວຽດນາມ. ພາບ: ສຳນັກຂ່າວສານຫວຽດນາມ.

ດ້ວຍທິດນຳ “5K+ ວັກຊິນ + ເຕັກໂນໂລຢີ”, ຍຸດທະສາດວັກຊິນທັງແມ່ນໜ້າທີ່ຮີບດ່ວນທີ່ສຸດ, ທັງແມ່ນໜ້າທ່ີຍຸດທະສາດ, ຍາວນານເພື່ອຄວບຄຸມ ແລະກ້າວໄປເຖິງການຍູ້ພະຍາດໂຄວິດ-19 ໃຫ້ຖອຍໄປໂດຍໄວ. ໃນສະພາບການພາຍໃນປະເທດຍັງບໍ່ທັນສາມາດຜະລິດວັກຊິນກັນໂຄວິດ-19 ໄດ້. ຄວາມຕ້ອງການໃນການປ້ອງກັນ, ຕ້ານໂລລະບາດ ແມ່ນຮີບດ່ວນທີ່ສຸດໃນຂະນະທີ່ແຫຼ່ງວັກຊິນໃນໂລກຍັງຂາດແຄນ, ການທູດວັກຊິນແມ່ນ “ແນວຮົບ” ສໍາຄັນທີ່ສຸດ, ຍ້ອນວ່າການຂົນຂວາຍໃຫ້ໄດ້ມາເຊິ່ງວັກຊິນນັ້ນແມ່ນປັດໄຈທຳອິດເພື່ອຕັດສິນໄຊຊະນະຂອງຍຸດທະສາດວັກຊິນ.

ສະພາບຕົວຈິງໄດ້ຊີ້ໃຫ້ເຫັນວ່າ, ຜ່ານການທູດວັກຊິນ, ມາຮອດປະຈຸບັນ, ຫວຽດນາມ ໄດ້ຮັບວັກຊິນຫຼາຍລ້ານໂດສ ຈາກການໜູນຊ່ວຍຂອງປະຊາຄົມສາກົນ, ບໍ່ພຽງແຕ່ຮັບໃຊ້ວຽກງານປ້ອງກັນ, ຕ້ານໂລກລະບາດໂດຍກົງເທົ່ານັ້ນ ຫາກຍັງມີຄວາມໝາຍສຳຄັນທີ່ສຸດຕໍ່ການພົວພັນພາຍໃນ, ພົວພັນຕ່າງປະເທດ, ການເມືອງ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະເສດຖະກິດ-ສັງຄົມ.

ເລີ່ມຈາກຄວາມຮຽກຮ້ອງຕ້ອງການຮີບດ່ວນກ່ຽວກັບການປ້ອງກັນ, ຕ້ານພະຍາດໂຄວິດ-19, ຕໍ່ໜ້າການຜັນແປຢ່າງສັບສົນຂອງໂລກລະບາດ ແລະຄວາມສຳຄັນຂອງການທູດວັກຊິນ, ວັນທີ 13 ສິງຫາ 2021, ທ່ານນາຍົກລັດຖະມົນຕີ ໄດ້ເຊັນຂໍ້ຕົກລົງສ້າງຕັ້ງໜ່ວຍປະຕິບັດງານຂອງລັດຖະບານກ່ຽວກັບການທູດວັກຊິນ. ໃນສະພາບຄືປະຈຸບັນ, ເລື່ອງສ້າງຕັ້ງໜ່ວຍປະຕິບັດງານນີ້ມີຄວາມໝາຍສຳຄັນທີ່ສຸດ.

ທີໜຶ່ງ, ສືບຕໍ່ຢັ້ງຢືນແຜນນະໂຍບາຍສະເໝີຕົ້ນສະເໝີປາຍ ແລະລຸລ່ວງຂອງພັກ ແລະລັດຫວຽດນາມ ແມ່ນຮັກສາສຸຂະພາບຂອງປະຊາຊົນແມ່ນສຳຄັນກວ່າໝູ່, ລະດົມທຸກແຫຼ່ງກຳລັງຢູ່ພາຍໃນປະເທດ ແລະສາກົນ, ໃນນ້ັນມີວັກຊິນ, ເພື່ອຍູ້ພະຍາດໂຄວິດ-19 ໃຫ້ຖອຍໄປໂດຍໄວ, ນໍາການເຄື່ອນໄຫວເສດຖະກິດ-ສັງຄົມ ແລະຊີວິດຂອງປະຊາຊົນກັບຄືນເປັນປົກກະຕິໃນໄລຍະໄວທີ່ສຸດ.

ທີສອງ, ຢັ້ງຢືນຄວາມຕັດສິນໃຈສູງ ແລະຂ້ຽວຂາດທີ່ສຸດຂອງລັດຖະບານໃນການປະຕິບັດຍຸດທະສາດວັກຊິນເພື່ອເປີດກວ້າງການສັກຢາກັນພະຍາດໃຫ້ປະຊາຊົນ. ຄຽງຂ້າງນັ້ນໄດ້ສ້າງຄວາມສະດວກເພື່ອຍູ້ໄວການຄົ້ນຄວ້າ, ຜະລິດວັກຊິນຢູ່ພາຍໃນປະເທດ. ໃນຕໍ່ໜ້າຕ້ອງຍູ້ແຮງການທູດວັກຊິນ ເພື່ອໃຫ້ເຂົ້າເຖິງໄວທີ່ສຸດ. ນຳວັກຊິນ, ວັດຖຸອຸປະກອນການແພດ ແລະຢາປິ່ນປົວພະຍາດໂຄວິດ-19 ເຂົ້າປະເທດໃຫ້ໄດ້ຫຼາຍ ແລະໄວເທົ່າທີ່ຈະໄວໄດ້.

ທີສາມ, ໜ່ວຍປະຕິບັດງານຂອງລັດຖະບານແມ່ນກົນໄກເພີ່ມທະວີການສົມທົບກັນຢ່າງແໜ້ນແຟ້ນ ແລະຄົບຊຸດລະຫວ່າງບັນດາກະຊວງທີ່ມີສ່ວນກ່ຽວຂ້ອງເພື່ອຍູ້ແຮງ ແລະຍົກສູງປະສິດທິຜົນຂອງວຽກງານການທູດວັກຊິນ, ຕອບສະໜອງຄວາມຮຽກຮ້ອງຕ້ອງການໃນການປ້ອງກັນ, ຕ້ານພະຍາດໂຄວິດ-19 ຢູ່ໃນປະເທດໄດ້ຢ່າງທັນການ ແລະດີກວ່າອີກ. ບົນພື້ນຖານຄວາມເຫັນດີເປັນເອກະພາບຕໍ່ແຜນການ, ເວລາໃນການຜັນຂະຫຍາຍ, ໜ່ວຍປະຕິບັດງານໄດ້ຈັດແບ່ງໜ້າວຽກໃຫ້ສະມາຊິກແຕ່ລະຄົນຢ່າງລະອຽດ, ເພື່ອປະຕິບັດໜ້າທີ່ຈຸດສຸມດັ່ງກ່າວ.

ນັກຂ່າວ: ຂໍທ່ານລັດຖະມົນຕີໃຫ້ຮູ້ກ່ຽວກັບການປະກອບສ່ວນຂອງຂະແໜງການຕ່າງປະເທດທີ່ມີຕໍ່ຄວາມມານະພະຍາຍາມລວມຂອງລັດຖະບານໃນການປ້ອງກັນ, ຕ້ານພະຍາດໂຄວິດ-19?

ທ່ານ ບຸ່ຍແທັງເຊີນ ລັດຖະມົນຕີຕ່າງປະເທດຫວຽດນາມ: ຊາບຊຶມແນວທາງພົວພັນຕ່າງປະເທດຂອງກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກ, ເສີມຂະຫຍາຍບົດບາດນຳໜ້າຂອງການທູດໃນການສ້າງຕັ້ງ ແລະຮັກສາສະພາບແວດລ້ອມສັນຕິພາບ, ສະຖຽນລະພາບ, ລະດົມທຸກແຫຼ່ງກຳລັງຈາກພາຍນອກເພື່ອພັດທະນາປະເທດ, ຍົກສູງຖານະບົດບາດ, ທີ່ຕັ້ງ ແລະອິດທິພົນຊື່ສຽງຂອງປະເທດ, ຂະແໜງການພົວພັນຕ່າງປະເທດໄດ້ຜັນຂະຫຍາຍການເຄື່ອນໄຫວທາງການທູດພ້ອມກັບທຸກຂັ້ນ, ທຸກຂະແໜງການຢ່າງຄົບຊຸດ ແລະຮອບດ້ານເພື່ອປະກອບສ່ວນສຳຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ແລະການປ້ອງກັນ, ຕ້ານພະຍາດໂຄວິດ-19.

ທີໜຶ່ງ, ຜ່ານການຕິດຕາມການຜັນແປຂອງພະຍາດໂຄວິດ-19 ແລະບົດຮຽນຂອງບັນດາປະເທດໃນໂລກ, ກະຊວງການຕ່າງປະເທດ ໄດ້ເປັນເສນາທິການໃຫ້ລັດຖະບານກ່ຽວກັບທ່າອ່ຽງຂອງບັນດາປະເທດທີ່ກຳນົດວັກຊິນວ່າ ແມ່ນປັດໄຈຕັດສິນເພື່ອຍູ້ໂລກລະບາດໃຫ້ຖອຍໄປ, ເປີດປະຕູ ແລະຟື້ນຟູພັດທະນາເສດຖະກິດ.

ທີສອງ, ຂະແໜງພົວພັນຕ່າງປະເທດໄດ້ນຳໜ້າໃນການເປັນເສນາທິການຕໍ່ການຜັນຂະຫຍາຍການທູດວັກຊິນ. ຕາມນັ້ນແລ້ວ, ກະຊວງການຕ່າງປະເທດ ໄດ້ເຮັດວຽກໂດຍກົງ ແລະຜ່ານບັນດາອົງການຕາງໜ້າຂອງຫວຽດນາມ ປະຈຳ ຕ່າງປະເທດ ມານະພະຍາຍາມຊອກຫາ, ເຂົ້າເຖິງແຫຼ່ງວັກຊິນ, ຕັ້ງໜ້າຂົນຂວາຍຄູ່ຮ່ວມມືໃຫ້ການອຸປະຖຳວັກຊິນ ແລະວັດຖຸອຸປະກອນການແພດ.

ທີສາມ, ເສີມຂະຫຍາຍຄວາມສາມາດຂອງເຄືອຂ່າຍ 94 ອົງການຜູ້ຕາງໜ້າຂອງຫວຽດນາມ ໃຫ້ໄດ້ຫຼາຍທີ່ສຸດ, ຂະແໜງການພົວພັນຕ່າງປະເທດ ໄດ້ເປັນເຈົ້າການ, ຕັ້ງໜ້າຍູ້ແຮງການຊອກຮູ້, ສັງລວມບົດຮຽນ, ປະສົບການຂອງບັນດາປະເທດກ່ຽວກັບການປ້ອງກັນ, ຕ້ານພະຍາດໂຄວິດ-19 ແລະຟື້ນຟູພັດທະນາເສດຖະກິດ, ບົນພື້ນຖານດັ່ງກ່າວ ໄດ້ປະກອບສ່ວນເປັນເສນາທິການໃຫ້ລັດຖະບານເພື່ອມີມາດຕະການທີ່ເໝາະສົມໃນການປະຕິບັດເປົ້າໝາຍຄວບຄູ່ຢ່າງໄຫວພິບລະຫວ່າງການປ້ອງກັນ, ຕ້ານພະຍາດໂຄວິດ-19 ໃຫ້ມີປະສິດທິຜົນ ແລະພັດທະນາເສດຖະກິດ-ສັງຄົມ, ຮັບປະກັນຊີວິດສັງຄົມ.

ເສີມຂະຫຍາຍບົດບາດນຳໜ້າຂອງການພົວພັນຕ່າງປະເທດ, ຂະແໜງການພົວພັນຕ່າງປະເທດໄດ້ສືບຕໍ່ພ້ອມກັບທຸກຂັ້ນ, ທຸກຂະແໜງການ, ໃນນ້ັນມີກົນໄກໜ່ວຍປະຕິບັດງານຂອງລັດຖະບານກ່ຽວກັບການທູດວັກຊິນ, ມານະພະຍາຍາມ ແລະປະກອບສ່ວນຈົນສຸດຄວາມສາມາດຂອງຕົນເຂົ້າໃນການປະຕິບັດເປົ້າໝາຍຄວບຄູ່ຢ່າງມີໄຊ, ຍູ້ພະຍາດໂຄວິດ-19 ໃຫ້ຖອຍໄປໂດຍໄວ ແລະຟື້ນຟູ, ພັດທະນາເສດຖະກິດ-ສັງຄົມ.

ໂດຍ: ແສງເດືອນ