ຕາມນັກຂ່າວສໍານັກຂ່າວສານຫວຽດນາມ ປະຈໍາ ປາຣີ, ທີ່ການຕ້ອນຮັບ, ທ່ານນາງ Stéphanie ໂດ໊ ໃຫ້ຮູ້ວ່າ  ທ່ານ ຍາມໃດກໍ່ໄດ້ຕິດຕາມສະພາບການຢູ່ຫວຽດນາມ ຢ່າງໃກ້ຊິດ ແລະອັບເດດຂໍ້ມູນກ່ຽວກັບການພົວພັນລະຫວ່າງສອງສະພາແຫ່ງຊາດ, ບັນດາທ້ອງຖິ່ນ ແລະສອງປະເທດ. ທ່ານນາງ ໄດ້ສະແດງຄວາມປິຕິຊົມຊື່ນຕໍ່ການພັດທະນາຢ່າງຕັ້ງໜ້າຂອງການພົວພັນສອງຝ່າຍ, ພິເສດແມ່ນການແລກປ່ຽນຫວ່າງແລ້ວນີ້ລະຫວ່າງການນໍາຂັ້ນສູງສອງປະເທດ ເຖິງວ່າໃນສະພາບພະຍາດໂຄວິດ-19 ກໍ່ຕາມ. ທ່ານນາງ ກໍ່ສະແດງຄວາມປະທັບໃຈຕໍ່ມາດຕະການຮັບມືກັບພະຍາດໂຄວິດ-19 ແລະໝາກຜົນພັດທະນາດ້ານເສດຖະກິດ-ສັງຄົມຂອງຫວຽດນາມ ໃນໄລຍະຜ່ານມາ, ທ່ານນາງ ຢັ້ງຢືນວ່າກຸ່ມສະມາຊິກລັດຖະສະພາມິດຕະພາບຝະລັ່ງ-ຫວຽດນາມ ຢູ່ສະພາແຫ່ງຊາດຝະລັ່ງ ຈະສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນກັບກຸ່ມມິດຕະພາບຝະລັ່ງ-ຫວຽດນາມ ຢູ່ສະພາສູງຝະລັ່ງ ສະໜັບສະໜູນ ແລະໜູນຊ່ວຍຫວຽດນາມ ໃນຫຼາຍບັນຫາທີ່ມີລັກສະນະຍຸດທະສາດໃນໄລຍະຈະມາເຖິງ.

leftcenterrightdel
ທ່ານນາງ Stéphanie ໂດ໊ ປະທານກຸ່ມສະມາຊິກລັດຖະສະພາມິດຕະພາບຝະລັ່ງ-ຫວຽດນາມ ຕ້ອນຮັບທ່ານ ດິງຕວ່ານຖັ໋ງ ເອກອັກຄະລັດຖະທູດຫວຽດນາມ ປະຈໍາ ຝະລັ່ງ. ພາບ: ສໍານັກຂ່າວສານຫວຽດນາມ.

ທ່ານ ດິງຕວ່ານຖັ໋ງ ສະແດງຄວາມປາດຖະໜາຢາກໃຫ້ທ່ານນາງ Stéphanie ໂດ໊ ແລະກຸ່ມສະມາຊິກລັດຖະສະພາມິດຕະພາບຝະລັ່ງ-ຫວຽດນາມ ສືບຕໍ່ໜູນຊ່ວຍ ແລະສະໜັບສະໜູນຫວຽດນາມ ໃນການຊຸກຍູ້ລັດຖະສະພາຂອງບັນດາປະເທດສະມາຊິກອີຢູ ຮັບຮອງເອົາສັນຍາວ່າດ້ວຍການປົກປ້ອງການລົງທຶນຫວຽດນາມ-ອີຢູ (EVIPA), ໜູນຊ່ວຍແກ້ໄຂບັນຫາອາຊີບຫາປາໃນການພົວພັນຫວຽດນາມ-ອີຢູ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແລະພັດທະນາແບບຍືນຍົງ. ທ່ານເອກອັກຄະລັດຖະທູດ ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍ່ຖືເປັນສໍາຄັນການພົວພັນກັບບັນດາຄູ່ຮ່ວມມືຍຸດທະສາດໃນນັ້ນມີຝະລັ່ງ.

ສອງຝ່າຍໄດ້ຢັ້ງຢືນຄວາມເຫັນດີເປັນເອກະພາບສືບຕໍ່ມານະພະຍາຍາມເພີ່ມທະວີຊຸກຍູ້ການເຄື່ອນໄຫວແລກປ່ຽນຄະນະຜູ້ແທນລະຫວ່າງສະພາແຫ່ງຊາດສອງປະເທດ ແລະກະກຽມໃຫ້ກອງປະຊຸມຮ່ວມມືແບບບໍ່ເຕົ້າໂຮມຫວຽດນາມ-ຝະລັ່ງ ຄັ້ງທີ 12 ຄາດວ່າຈະດໍາເນີນຢູ່ຮ່າໂນ້ຍ ໃນທ້າຍປີ 2022.  ສອງຝ່າຍໄດ້ສະແດງຄວາມເຊື່ອໝັ້ນຕໍ່ການປະກອບສ່ວນຂອງຫຼາຍປັດໄຈ, ການພົວພັນສອງຝ່າຍຈະສືບຕໍ່ເສີມຂະຫຍາຍໃນທ່າທີ່ມີຢູ່ແລ້ວກວ່າອີກ ເພືຶ່ອບັນລຸໄດ້ໝາກຜົນຢ່າງຕັ້ງໜ້າ, ມຸ່ງໄປເຖິງການສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ແລະ 10 ປີແຫ່ງວັນເຊັນສັນຍາຄູ່ຮ່ວມມືຍຸດທະສາດຫວຽດນາມ-ຝະລັ່ງ ໃນປີ 2023.

ໂດຍ: ເກື່ອງດັ້ງ