leftcenterrightdel
ເຮືອນຊານຖືກເປ່ເພໃນການປະທະກັນຢູ່ເຂດ Tigray, ເອທິໂອເປຍ. ພາບ: ສໍານັກຂ່າວສານຫວຽດນາມ.

ກ່າວຄໍາເຫັນທີ່ກອງປະຊຸມ, ທ່ານ ດັ້ງດິ່ງກຸ໊ຍ ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳ ສປຊ ສະແດງຄວາມວິຕົກກັງວົນຕໍ່ສະພາບການຢູ່ Tigray ໃນໄລຍະຜ່ານມາ. ຕໍ່ໜ້າການກະທໍາບຸກໂຈມຕີໃສ່ສາມັນຊົນ, ບັນດາພື້ນຖານໂຄງລ່າງພົນລະເຮືອນທີ່ຈໍາເປັນ ແລະບັນດາອົງການ, ພາລະກອນກູ້ຊ່ວຍມະນຸດສະທຳນັ້ນ, ທ່ານ ດັ້ງດິ່ງກຸ໊ຍ ໄດ້ກ່າວປະນາມ ແລະຮຽກຮ້ອງໃຫ້ຢຸດຕິບັນດາການກະທໍານີ້, ເຄົາລົບກົດໝາຍວ່າດ້ວຍມະນຸດສະທຳສາກົນ, ປົກປ້ອງສາມັນຊົນ, ປົກປັກຮັກສາພື້ນຖານໂຄງລ່າງທີ່ຈໍາເປັນ ແລະບໍ່ກີດຂວາງການສຳຜັດກັບມະນຸດສະທຳ. ບັນດາຝ່າຍຄວນຊຸກຍູ້ການເຈລະຈາ, ໄກ່ເກ່ຍ, ຊອກຫາມາດຕະການຍາວນານ ແລະເໝາະສົມ, ໃນນັ້ນ, ຖືຜົນປະໂຫຍດຂອງປະຊາຊົນແມ່ນສໍາຄັນ.

ທ່ານ ດັ້ງດິ່ງກຸ໊ຍ ຮຽກຮ້ອງປະຊາຄົມສາກົນ, ໃນນັ້ນມີສະຫະພາບອາຟະລິກາ, ສືບຕໍ່ໜູນຊ່ວຍບັນດາຝ່າຍຊຸກຍູ້ການເຈລະຈາ, ສ້າງຄວາມໄວ້ເນື້ອເຊື່ອໃຈ, ໜູນຊ່ວຍດ້ານມະນຸດສະທຳ ແລະໜູນຊ່ວຍເອທິໂອເປຍ ກໍ່ສ້າງຄືນໃໝ່, ນໍາຊີວິດການເປັນຢູ່ຂອງປະຊາຊົນກັບຄືນສູ່ສະພາບເປັນປົກກະຕິເພື່ອສັນຕິພາບ, ໄກ່ເກ່ຍ ແລະກໍ່ສ້າງປະເທດຄືນໃໝ່.

ໂດຍ: ເຈິ່ນຮວ່ຽນ