ເດືອນເມສາ 2021, ຫວຽດນາມ ດຳລົງຕຳແໜ່ງປະທານໝູນວຽນສະພາຄວາມໝັ້ນຄົງ ສປຊ ຄັ້ງທີ 2 ໃນອາຍຸການ 2020-2021. ນີ້ແມ່ນໜ້າທີ່ສໍາຄັນຫຼາຍຝ່າຍທໍາອິດທີ່ ຫວຽດນາມ ຮັບດຳລົງຕຳແໜ່ງພາຍຫຼັງກອງປະຊຸມໃຫຍ່ ຄັ້ງທີ XIII ປະສົບຜົນສໍາເລັດ, ວາງອອກວິໄສທັດ ແລະບັນດາກຳນົດທິດ ແລະແຜນນະໂຍບາຍໃຫຍ່ໃຫ້ການພັດທະນາຂອງປະເທດ, ໃນນັ້ນມີແນວທາງພົວພັນຕ່າງປະເທດໃນໄລຍະຈະມາເຖິງ.

ຂີດໝາຍຫວຽດນາມ ທີ່ສະພາຄວາມໝັ້ນຄົງ - ເປັນປັດໄຈສະດວກເພື່ອສືບຕໍ່ປະສົບຜົນສຳເລັດ

ເຂົ້າຮ່ວມສະພາຄວາມໝັ້ນຄົງ ເປັນຄັ້ງທີ 2, ໃນສະພາບການໂລກມີການຜັນແປຢ່າງສັບສົນ, ການແກ່ງແຍ້ງກັນລະຫວ່າງບັນດາປະເທດມະຫາອຳນາດເພີ່ມຂຶ້ນ, ການປະທະກັນ, ຂາດສະຖຽນລະພາບຢູ່ຫຼາຍແຫ່ງໃນໂລກ ແລະເປັນຕົ້ນແມ່ນການແຜ່ລະບາດຂອງພະຍາດໂຄວິດ-19, ຫວຽດນາມ ໄດ້ຜັນຂະຫຍາຍວຽກງານສະພາຄວາມໝັ້ນຄົງຢ່າງມີປະສິດທິຜົນ, ປະຕິບັດສຳເລັດວຽກງານໃຫຍ່ໃນປີທຳອິດຂອງອາຍຸການເປັນຢ່າງດີ ແລະສ້າງ “ຂີດໝາຍຫວຽດນາມ” ຢູ່ອົງການສໍາຄັນທີ່ສຸດຂອງ ສປຊ ກ່ຽວກັບການຮັກສາສັນຕິພາບ ແລະຄວາມໝັ້ນຄົງສາກົນ.

leftcenterrightdel
ທ່ານ ຟ້າມບິ່ງມິງ, ກຳມະການກົມການເມືອງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ. ພາບ: hanoimoi.com.vn.

ນັ້ນແມ່ນຂີດໝາຍ ແລະສີສັນພົວພັນຕ່າງປະເທດຂອງປະເທດຫວຽດນາມ ຮັກຫອມສັນຕິພາບ, ຄັດຄ້ານສົງຄາມ ແລະນຳໃຊ້ກຳລັງປະກອບອາວຸດໃນທຸກຮູບການ, ເຊີດຊູກົດບັດ ສປຊ, ເຄົາລົບກົດໝາຍສາກົນ. ຫວຽດນາມ ໄດ້ສະແດງໃຫ້ເຫັນຄວາມຮັບຜິດຊອບຂອງສະມາຊິກບໍ່ຖາວອນສະພາຄວາມໝັ້ນຄົງ ສປຊ ທີ່ຍາມໃດກໍ່ຊຸກຍູ້ຄວາມເຫັນດີເຫັນພ້ອມລວມ, ມານະພະຍາຍາມຊອກຫາມາດຕະການແກ້ໄຂການປະທະກັນໂດຍສັນຕິ. ພວກເຮົາໄດ້ຢຶດໝັ້ນຫຼັກການເອກະລາດ, ເປັນເຈົ້າຕົນເອງ, ປົກປັກຮັກສາຜົນປະໂຫຍດລວມຂອງປະຊາຄົມສາກົນ, ຕັ້ງໜ້າປະກອບສ່ວນ, ເປັນເຈົ້າການ, ກໍ່ສ້າງ ແລະມີຄວາມຮັບຜິດຊອບ, ແກ້ໄຂບັນດາບັນຫາສັບສົນໃນໂຄງການດຳເນີນງານຂອງສະພາຄວາມໝັ້ນຄົງ ຢ່າງສົມເຫດສົມຜົນ, ພ້ອມທັງເຊີດຊູບັນດາຄວາມມານະພະຍາຍາມ, ບົດຮຽນຂອງຫວຽດນາມ ໃນວິວັດການສ້າງສາ ແລະພັດທະນາປະເທດຄືນໃໝ່.

ຫວຽດນາມ ໄດ້ຕັ້ງໜ້າສະເໜີບັນດາຂໍ້ລິເລີ່ມ, ສວມບົດບາດຫຼັກແຫຼ່ງ, ນຳພາໃນບາງບັນຫາສຳຄັນ. ດຳລົງຕຳແໜ່ງປະທານສະພາຄວາມໝັ້ນຄົງ ເປັນຄັ້ງທຳອິດໃນເດືອນມັງກອນ 2020, ພວກເຮົາໄດ້ເປັນປະທານການປຶກສາຫາລືເປີດກ່ຽວກັບ “ຊຸກຍູ້ການເຄົາລົບກົດບັດ ສປຊ ໃນການຮັກສາສັນຕິພາບ ແລະຄວາມໝັ້ນຄົງສາກົນ”; ແລະກອງປະຊຸມກ່ຽວກັບ “ການຮ່ວມມືລະຫວ່າງ ສປຊ ແລະອາຊຽນ” ປະສົບຜົນສຳເລັດເປັນຄັ້ງທຳອິດສ້າງເວທີປາໄສແລກປ່ຽນການຮ່ວມມືລະຫວ່າງ ສປຊ ແລະອາຊຽນ, ສ້າງຄວາມສະໜິດຕິດພັນ, ເສີມຂະຫຍາຍບົດບາດຄວບຄູ່ແມ່ນສະມາຊິກບໍ່ຖາວອນສະພາຄວາມໝັ້ນຄົງ ແລະປະທານອາຊຽນປີ 2020 ເປັນຢ່າງດີ, ປະກອບສ່ວນຊຸກຍູ້, ຍົກສູງຄວາມສາມັກຄີ, ບົດບາດຂອງອາຊຽນ, ເພີ່ມທະວີການເຊື່ອມຕໍ່ອາຊຽນ ກັບ ສປຊ, ສະພາຄວາມໝ້ັນຄົງ.

ບໍ່ພຽງແຕ່ເທົ່ານັ້ນ, ຫວຽດນາມ ໄດ້ມີບັນດາການປະກອບສ່ວນຢ່າງລະອຽດ ແລະແທດຈິງເພື່ອຮັກສາສັນຕິພາບ, ສ້າງສາໃໝ່ ແລະສ້າງສັນຕິພາບຜ່ານການເພີ່ມທະວີການເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບ ສປຊ ຢູ່ຊູດັງໃຕ້ ແລະ ສ.ອາຟະລິກາກາງ. ກຳລັງຂອງຫວຽດນາມ ຜັນຂະຫຍາຍຢູ່ບັນດາຄະນະປະຕິບັດງານ ສປຊ ໄດ້ເຄື່ອນໄຫວຢ່າງມີແບບມີແຜນ, ມີລັກສະນະອາຊີບ, ປະຕິບັດສຳເລັດໜ້າທີ່ທີ່ໄດ້ຮັບມອບໝາຍເປັນຢ່າງດີ, ໄດ້ຮັບການຕີລາຄາສູງຈາກ ສປຊ ແລະປະຊາຄົມສາກົນ, ໄດ້ຮັບຄວາມຮັກແພງ, ຄວາມໄວ້ເນື້ອເຊື່ອໃຈຈາກປະຊາຊົນຢູ່ປະເທດປະຈຳຖິ່ນ.

ບັນດາໝາກຜົນຕັ້ງໜ້າດັ່ງກ່າວໄດ້ປະກອບສ່ວນຮັກສາ ແລະປັບປຸງສະພາບແວດລ້ອມສັນຕິພາບ, ສະຖຽນລະພາບ, ຄວາມສະດວກໃຫ້ແກ່ການພັດທະນາຂອງປະເທດ; ຍົກສູງອິດທິພົນຊື່ສຽງ, ຖານະບົດບາດຂອງຫວຽດນາມ ໃນເວທີສາກົນ ແລະສືບຕໍ່ນຳການພົວພັນຮ່ວມມືຫຼາຍດ້ານຂອງພວກເຮົາກັບບັນດາປະເທດ ແລະຄູ່ຮ່ວມມືສຳຄັນເຂົ້າສູ່ລວງເລິກ, ແຜ່ຂະຫຍາຍ ແລະສະໜິດຕິດພັນການພົວພັນຫຼາຍຝ່າຍ ແລະສອງຝ່າຍ

ຮັບດຳລົງຕຳແໜ່ງປະທານສະພາຄວາມໝັ້ນຄົງ ປະສົບຜົນສຳເລັດ, ເສີມຂະຫຍາຍບົດບາດນຳໜ້າຂອງການພົວພັນຕ່າງປະເທດ

ກ້າວເຂົ້າສູ່ປີທີສອງຂອງອາຍຸການສະພາຄວາມໝັ້ນຄົງ ແລະຮັບດຳລົງຕຳແໜ່ງປະທານສະພາຄວາມໝັ້ນຄົງ, ຫວຽດນາມ ຜັນຂະຫຍາຍແນວທາງພົວພັນຕ່າງປະເທດໂດຍກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກ ວາງອອກ, ພິເສດແມ່ນເສີມຂະຫຍາຍບົດບາດນໍາໜ້າຂອງການພົວພັນຕ່າງປະເທດ, ເຊື່ອມໂຍງເຂົ້າກັບສາກົນຢ່າງຮອບດ້ານ ແລະເລິກເຊິ່ງກວ້າງຂວາງ. ການກຳນົດທິດຍຸດທະສາດ, ຈິນຕະນາການໃໝ່ກ່ຽວກັບການພົວພັນຕ່າງປະເທດ, ພ້ອມກັບບັນດາຜົນສຳເລັດຂອງປີທຳອິດເຂົ້າຮ່ວມສະພາຄວາມໝັ້ນຄົງ  ແມ່ນພື້ນຖານສະດວກເພື່ອໃຫ້ຫວຽດນາມ ເສີມຂະຫຍາຍບົດບາດສຳຄັນເປັນປະທານສະພາຄວາມໝັ້ນຄົງ ຄັ້ງທີ 2 ໃນເດືອນເມສາ 2021 ກວ່າອີກ.

ບົນເນື້ອໃນຈິດໃຈດັ່ງກ່າວ, ຫວຽດນາມ ຈະເປັນປະທານ 3 ເຫດການຂີດໝາຍສຳຄັນໃນເດືອນປະທານສະພາຄວາມໝັ້ນຄົງ, ດ້ວຍບັນດາຫົວຂໍ້ທີ່ມີຄວາມໝາຍ, ສະຖານະການ. ເຫດການຈຸດສຸມແມ່ນວາລະປຶກສາຫາລືເປີດຂັ້ນສູງທີ່ດຳເນີນໃນວັນທີ 19 ເມສາ ດ້ວຍຫົວຂໍ້ “ເພີ່ມທະວີການຮ່ວມມືລະຫວ່າງ ສປຊ ແລະບັນດາອົງການຈັດຕັ້ງພາກພື້ນໃນການຊຸກຍູ້ຄວາມໄວ້ເນື້ອເຊື່ອໃຈ ແລະການເຈລະຈາສະກັດກັ້ນ ແລະແກ້ໄຂການປະທະກັນ”. ນີ້ແມ່ນການສືບຕໍ່ບູລິມະສິດຂອງພວກເຮົາກ່ຽວກັບການເພີ່ມທະວີບົດບາດຂອງບັນດາອົງການຈັດຕັ້ງພາກພື້ນ, ແມ່ນໂອກາດເພື່ອໃຫ້ພວກເຮົາພ້ອມກັບປະເທດຕ່າງໆແບ່ງປັນບົດຮຽນ, ສະເໜີມາດຕະການແກ້ໄຂເພື່ອເພີ່ມທະວີການຮ່ວມມືລະຫວ່າງ ສປຊ ກັບບັນດາອົງການຈັດຕັ້ງພາກພື້ນ ໃນການແກ້ໄຂບັນດາສິ່ງທ້າທາຍທົ່ວໂລກເວົ້າລວມ ແລະສະກັດກັ້ນ, ແກ້ໄຂການປະທະກັນຢູ່ພາກພື້ນຕ່າງໆເວົ້າສະເພາະ - ຫົວຂໍ້ໜຶ່ງທີ່ແທດຈິງ, ເໝາະສົມທີ່ສຸດກັບຜົນປະໂຫຍດຂອງປະເທດຫວຽດນາມ ແລະຕອບສະໜອງຄວາມເອົາໃຈໃສ່, ຄວາມມຸ່ງມາດປາດຖະໜາຂອງປະຊາຄົມສາກົນ.

ພວກເຮົາຈະຈັດຕັ້ງວາລະປະຊຸມຂັ້ນລັດຖະມົນຕີ (ໃນວັນທີ 8 ເມສາ) ດ້ວຍຫົວຂໍ້ “ແກ້ໄຂຜົນຮ້າຍຢ້ອນຫຼັງຈາກລະເບີດບໍ່ທັນແຕກ ແລະຮັກສາສັນຕິພາບແບບຍືນຍົງ: ເພີ່ມທະວີຄວາມສະໜິດຕິດພັນເພື່ອກະທຳໃຫ້ມີປະສິດທິຜົນກວ່າອີກ”. ໂດຍແມ່ນປະເທດຖືກຜົນສະທ້ອນຢ່າງໜັກໜ່ວງຍ້ອນຜົນຮ້າຍຢ້ອນຫຼັງຈາກລະເບີດບໍ່ທັນແຕກທີ່ຕົກຄ້າງຫຼັງສົງຄາມ, ຫວຽດນາມ ຈະແບ່ງປັນບົດຮຽນ, ປະກອບສ່ວນຊຸກຍູ້, ດຶງດູດຄວາມເອົາໃຈໃສ່ຂອງສະພາຄວາມໝັ້ນຄົງ ສຳລັບບັນຫານີ້, ພ້ອມທັງພ້ອມກັບບັນດາປະເທດຢືນຢັນສະໜັບສະໜູນແງ່ມູນມະນຸດສະທຳ ແລະຄວາມຈຳເປັນຕ້ອງເພີ່ມທະວີການຮ່ວມມືສາກົນໃນບັນດາການເຄື່ອນໄຫວແກ້ໄຂຜົນຮ້າຍຢ້ອນຫຼັງຈາກລະເບີດບໍ່ທັນແຕກ.

ດ້ວຍຄວາມຕັດສິນໃຈຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກ ໃຫ້ມີປະສິດທິຜົນ, ດ້ວຍກຳລັງບົ່ມຊ້ອນ, ພາລະກິດທີ່ໃຫຍ່ຫຼວງ, ຖານະບົດບາດ ແລະອິດທິພົນຊື່ສຽງນັບມື້ນັບສູງຂອງປະເທດ, ພວກເຮົາສາມາດເຊື່ອໝັ້ນຢ່າງແນວແນ່ວ່າ, ຫວຽດນາມ ຈະສຳເລັດບົດບາດປະທານສະພາຄວາມໝັ້ນຄົງ ໃນເດືອນເມສາ 2021 ດ້ວຍບັນດາການປະກອບ, ຂີດໝາຍໃໝ່.

ໂດຍ: ແສງເດືອນ