ກ່າວຄໍາເຫັນທີ່ພິທີ, ທ່ານ ໂຕແອັງຢູງ ຮອງລັດຖະມົນຕີການຕ່າງປະເທດ ແລະທ່ານ Gareth Ward ເອກອັກຄະລັດຖະທູດສະຫະພັນລາຊະອານາຈັກອັງກິດ ແລະອຽກລັງເໜືອ ປະຈໍາ ຫວຽດນາມໄດ້ຮັບຮູ້ ແລະຕີລາຄາສູງຕໍ່ຄວາມມານະພະຍາຍາມຂອງອົງການ, ກະຊວງ, ຂະແໜງການຕ່າງໆຂອງສອງປະເທດໃນການຊຸກຍູ້ການເຮັດລະບຽບການໃຫ້ສັດຕະຍະບັນສັນຍາ. ສັນຍາສະບັບນີ້ຈະຊ່ວຍໃຫ້ຫວຽດນາມ ຮັກສາເງື່ອນໄຂການຄ້າບຸລິມະສິດ ແລະຜົນປະໂຫຍດທາງດ້ານເສດຖະກິດຜ່ານບັນດາຄໍາໝັ້ນສັນຍາເປີດປະຕູຕະຫຼາດທີ່ມີໃນສັນຍາການຄ້າເສລີລະຫວ່າງຫວຽດນາມ ແລະສະຫະພາບເອີລົບ (EVFTA).

leftcenterrightdel
ພິທີລົງນາມໃນບົດບັນທຶກຊ່ວຍຈໍາສິ້ນສຸດການເຈລະຈາສັນຍາການຄ້າເສລີລະຫວ່າງຫວຽດນາມ ແລະລາຊະອານາຈັກອັງກິດ ແລະອຽກລັງເໜືອໃນເດືອນ ທັນວາ 2020. ພາບ: ສໍານັກຂ່າວສານຫວຽດນາມ.

ສັນຍາ UKVFTA ໄດ້ລົງນາມຢູ່ລອນດອນ, ລາຊະອານາຈັກອັງກິດ ໃນວັນທີ 29 ທັນວາ 2020 ແລະໄດ້ນຳໃຊ້ແບບຊົ່ວຄາວມາແຕ່ວັນທີ 1 ມັງກອນ 2021. ນີ້ແມ່ນສັນຍາການຄ້າເສລີ “ລຸ້ນໃໝ່” ສະບັບທີ 3 ເຊິ່ງ ຫວຽດນາມ ໄດ້ລົງນາມ ແລະຜັນຂະຫຍາຍ, ຊ່ວຍຮັກສາ ແລະເພີ່ມທະວີໃນຂອບເຂດການຮ່ວມມືທາງດ້ານເສດຖະກິດ-ການຄ້າກັບລາຊະອານາຈັກອັງກິດ ກວ່າອີກ, ອັງກິດກໍ່ແມ່ນໜຶ່ງໃນບັນດາຄູ່ຮ່ວມມືໃຫຍ່ ແລະສໍາຄັນຂອງຫວຽດນາມ. ຕາມການກໍານົດຢູ່ໃນຂໍ້ 2a ມາດຕາ 9, ສັນຍາຈະມີຜົນສັກສິດຢ່າງເປັນທາງການນັບແຕ່ວັນທີ 1 ພຶດສະພາ ຈະມາເຖິງ.

ໂດຍ: ເກື່ອງດັ້ງ