ທີ່ການພົບປະ, ທ່ານ Lorenzo Fontana ເນັ້ນໜັກວ່າ ການຢ້ຽມຢາມເປັນຂີດໝາຍສໍາຄັນ, ເປັນບາດກ້າວພັດທະນາໃໝ່ໃນການພົວພັນລະຫວ່າງສອງປະເທດ; ສະແດງຄວາມປະທັບໃຈຕໍ່ຜົນງານພັດທະນາເສດຖະກິດ-ສັງຄົມຂອງຫວຽດນາມ ໃນໄລຍະຜ່ານມາ.

ທ່ານ ເຈິ່ນແທັງເໝິນ ຕີລາຄາວ່າ ສອງຝ່າຍຍັງມີຄວາມສາມາດບົ່ມຊ້ອນຫຼາຍຢ່າງ ເພື່ອພັດທະນາ, ບໍ່ພຽງແຕ່ຢູ່ບັນດາຂົງເຂດທີ່ເປັນມູນເຊື້ອ, ຄື: ເສດຖະກິດ, ການຄ້າ, ການລົງທຶນ, ການສຶກສາເທົ່ານັ້ນ ຫາກຍັງຕ້ອງໄດ້ເປີດກວ້າງໄປສູ່ບັນດາທ່າແຮງປາຍແຫຼມຂອງອີຕາລີ, ຄື: ແຟຊັນ, ເສດຖະກິດ ດີຈີຕອນ, ເສດຖະກິດສີຂຽວ ແລະພະລັງງານ...; ສະເໜີຝ່າຍ ອີຕາລີ ສືບຕໍ່ເອົາໃຈໃສ່, ສ້າງກອບນິຕິກໍາສະດວກ ເພື່ອໃຫ້ປະຊາຄົມຊາວຫວຽດນາມ ດໍາລົງຊີວິດ, ຮໍ່າຮຽນ ແລະເຮັດວຽກຢູ່ອີຕາລີ.

leftcenterrightdel
ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດຫວຽດນາມ ແລະທ່ານ Lorenzo Fontana ປະທານສະພາຕໍ່າ ອີຕາລີ. ພາບ: qdnd.vn

ແລກປ່ຽນກ່ຽວກັບທິດທາງ ເພື່ອມຸ່ງໄປເຖິງການຍົກລະດັບການພົວພັນສອງຝ່າຍໃນຕໍ່ໜ້າ, ທ່ານ ເຈິ່ນແທັງເໝິນ ສະເໜີໃຫ້ສອງອົງການນິຕິບັນຍັດສືບຕໍ່ປັບປຸງຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງຜ່ານການຍູ້ແຮງການແລກປ່ຽນຄະນະຜູ້ແທນທຸກລະດັບ, ໂດຍສະເພາະແມ່ນລະດັບການນໍາສະພາແຫ່ງຊາດ, ກໍາມາທິການ ແລະກຸ່ມສະມາຊິກລັດຖະສະພາມິດຕະພາບ.

ສອງຝ່າຍຕ້ອງເພີ່ມທະວີການແບ່ງປັນບົດຮຽນນິຕິບັນຍັດ ແລະຕິດຕາມກວດກາ ເພື່ອປັບປຸງກອບນິຕິກໍາ, ພ້ອມທັງເສີມຂະຫຍາຍບົດບາດຂອງສະພາແຫ່ງຊາດ ໃນການຊຸກຍູ້, ຜັນຂະຫຍາຍປະຕິບັດຂໍ້ຕົກລົງສອງຝ່າຍ ແລະຄໍາໝັ້ນສັນຍາຂັ້ນສູງ. ທ່ານປະທານສະພາແຫ່ງຊາດຫວຽດນາມ ກໍເນັ້ນໜັກເຖິງຄວາມຮຽກຮ້ອງຕ້ອງການຜູກພັນການທູດລັດຖະສະພາກັບການຮ່ວມມືທີ່ແທດຈິງ, ຍູ້ແຮງການເຊື່ອມຕໍ່ລະຫວ່າງບັນດາທ້ອງຖິ່ນ ແລະສົມທົບກັນຢ່າງແໜ້ນແຟ້ນທີ່ບັນດາອົງການຈັດຕັ້ງສາກົນ ແລະພາກພື້ນ.

leftcenterrightdel
ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດຫວຽດນາມ ແລະທ່ານ Lorenzo Fontana ປະທານສະພາຕໍ່າອີຕາລີ ພ້ອມກັບຜູ້ແທນ. ພາບ: qdnd.vn

ການນໍາສອງປະເທດ ຢັ້ງຢືນການຕັດສິນໃຈເຮັດໃຫ້ເລິກເຊິ່ງ ແລະຊຸກຍູ້ການພົວພັນ ຫວຽດນາມ-ອີຕາລີ ຜ່ານຊ່ອງທາງສອງຝ່າຍ ແລະຫຼາຍຝ່າຍ ໃຫ້ມີເນື້ອແທ້ກວ່າອີກ. ທ່ານ ເຈິ່ນແທັງເໝິນ ໃຫ້ຄໍາໝັ້ນສັນຍາວ່າ ຫວຽດນາມ ພ້ອມແລ້ວທີ່ຈະເປັນຂົວຕໍ່ອັນໜັກແໜ້ນ ເພື່ອຊຸກຍູ້ການພົວພັນລະຫວ່າງລັດຖະສະພາ ອີຕາລີ ກັບກອງປະຊຸມສະມັດຊາໃຫຍ່ລັດຖະສະພາລະຫວ່າງຊາດອາຊຽນ (AIPA) ແລະກຸ່ມອາຊຽນ.

ສ່ວນທ່ານ Lorenzo Fontana ຢັ້ງຢືນຈະສະໜັບສະໜູນຢ່າງຕັ້ງໜ້າ, ຊຸກຍູ້ລັດຖະສະພາບັນດາປະເທດສະມາຊິກສະຫະພາບເອີລົບ (EU) ທີ່ຍັງເຫຼືອໃຫ້ສັດຕະຍາບັນສັນຍາປົກປ້ອງການລົງທຶນ ຫວຽດນາມ-ອີຢູ (EVIPA), ພ້ອມທັງຊຸກຍູ້ຄະນະກໍາມະການເອີລົບ (EC) ຍົກເລີກບັດເຫຼືອງ IUU ສໍາລັບສິນທະເລສົ່ງອອກຂອງຫວຽດນາມ. 

ຕີລາຄາສະພາບການສາກົນ ແລະພາກພື້ນ ພວມມີການຜັນແປທີ່ສັບສົນຫຼາຍຢ່າງ, ສອງຝ່າຍເຫັນດີຕ້ອງສືບຕໍ່ຊຸກຍູ້ການເຈລະຈາ, ປັບປຸງຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ເຄົາລົບກົດໝາຍສາກົນ ແລະສະໜັບສະໜູນລັດທິຫຼາຍຝ່າຍຢ່າງແຮງ.

ໂດຍ: ໄຊຊະນະ