leftcenterrightdel
ທ່ານ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດ ພົບປະກັບທ່ານ ຫຼີສຽງ ນາຍົກລັດຖະມົນຕີຈີນ. ພາບ: ສໍານັກຂ່າວສານຫວຽດນາມ

ທີ່ການພົບປະ, ທ່ານ ໂຕເລິມ ໄດ້ສະເໜີໃຫ້ສອງຝ່າຍສູ້ຊົນສ້າງລະດັບສູງໃໝ່ໃຫ້ການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນ ແລະການທ່ອງທ່ຽວ; ເພີ່ມທະວີການຮ່ວມມືດ້ານການຄ້າທີ່ສົມດຸນ ແລະຍືນຍົງກວ່າເກົ່າ; ຊຸກຍູ້ການເຊື່ອມຕໍ່ດ້ານເສດຖະກິດແບບຍືນຍົງ, ສ້າງບາດກ້າວບຸກທະລຸໃນການເຊື່ອມຕໍ່ໂຄງລ່າງຍຸດທະສາດ, ບຸລິມະສິດສູງສຸດແກ່ການຮ່ວມມືທາງລົດໄຟ, ຍູ້ແຮງການເຊື່ອມຕໍ່ກັບບັນດາປະເທດອາຊີກາງ ແລະເອີຣົບ; ສະເໜີໃຫ້ຝ່າຍຈີນສະໜອງທຶນກູ້ຢືມ, ບໍາລຸງແຫຼ່ງຊັບພະຍາກອນມະນຸດ, ຖ່າຍທອດເຕັກໂນໂລຊີ ເພື່ອໃຫ້ຫວຽດນາມ ສາມາດເປັນເຈົ້າຂອງວຽກງານບໍລິຫານ, ບຳລຸງຮັກສາ ແລະສ້ອມແປງທາງລົດໄຟເປັນລະບົບໄຟຟ້າ; ຂະຫຍາຍຮູບແບບດ່ານຊາຍແດນອັດສະລິຍະ, ຜັນຂະຫຍາຍເຂດຮ່ວມມືເສດຖະກິດຂ້າມຊາຍແດນຢູ່ທ້ອງຖິ່ນທີ່ມີຊາຍແດນຢ່າງຄົບຊຸດ.

leftcenterrightdel
ບັນຍາກາດທີ່ການພົບປະ. ພາບ: ສໍານັກຂ່າວສານຫວຽດນາມ

ທ່ານ ຫຼີສຽງ ນາຍົກລັດຖະມົນຕີຈີນ ຢືນຢັນວ່າ ຈີນ ສົ່ງເສີມການເປີດກວ້າງການລົງທຶນສອງຝ່າຍ, ສ້າງຕ່ອງໂສ້ການສະໜອງ ແລະຕ່ອງໂສ້ການຜະລິດທີ່ປອດໄພ ແລະໝັ້ນທ່ຽງໃນພາກພື້ນ; ສະໜັບສະໜູນວິສາຫະກິດທີ່ມີຄວາມສາມາດຂອງຈີນ ໄປລົງທຶນຢ່າງມີຄຸນນະພາບສູງຢູ່ຫວຽດນາມ. ທ່ານ ຫຼີສຽງ ສະເໜີໃຫ້ສອງຝ່າຍພ້ອມກັນຄົ້ນຄວ້າ, ຊຸກຍູ້ຂົງເຂດຮ່ວມມືທີ່ກ້າວໜ້າໃໝ່, ໂດຍຈຸດສຸມແມ່ນວິທະຍາສາດເຕັກໂນໂລຊີ, ຫັນເປັນດີຈີຕອນ, ນະວັດຕະກຳ, ປັນຍາປະດິດ ໃຫ້ກາຍເປັນຈຸດພົ້ນເດັ່ນໃໝ່. ຈີນ ພ້ອມແລ້ວທີ່ຈະພ້ອມກັບຫວຽດນາມ ເພື່ອຜັນຂະຫຍາຍບັນດາໂຄງການ ແລະແຜນການລະອຽດຜັນຂະຫຍາຍ "ປີຮ່ວມມືການທ່ອງທ່ຽວ 2026-2027"; ຍູ້ແຮງການຮ່ວມມືດ້ານການສຶກສາ-ບໍາລຸງສ້າງ. ທ່ານນາຍົກລັດຖະມົນຕີ ຫຼີສຽງ ສະແດງຄວາມຫວັງທີ່ຈະພົບປະທ່ານນາຍົກລັດຖະມົນຕີ ເລມິງຮຶງ ໃນໄວໆນີ້ ເພື່ອພ້ອມກັນສ້າງສາຍພົວພັນປະຕິບັດງານທີ່ດີງາມລະຫວ່າງສອງນາຍົກລັດຖະມົນຕີ, ສົມທົບຊຸກຍູ້ບັນດາຂົງເຂດຮ່ວມມືໃຫ້ບັນລຸໝາກຜົນແທດຈິງ.

ສອງຝ່າຍໄດ້ເຫັນດີ ເພີ່ມທະວີການຮ່ວມມືຫຼາຍຝ່າຍໃຫ້ແໜ້ນແຟ້ນຂຶ້ນຕື່ມ; ເຫັນດີພ້ອມກັນຄວບຄຸມ ແລະແກ້ໄຂຄວາມບໍ່ລົງລອຍກັນໃຫ້ດີກວ່າເກົ່າ, ຮັກສາສັນຕິພາບ ແລະສະຖຽນລະພາບຢູ່ທະເລ, ສ້າງສະພາບແວດລ້ອມທີ່ສະດວກໃຫ້ການພັດທະນາຂອງແຕ່ລະປະເທດ.

ໂດຍ: ທູຈາງ