leftcenterrightdel
ທ່ານ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ພົບປະກັບທ່ານ ຈ້າວ ເລີຈີ້ ປະທານສະພາຜູ້ແທນປະຊາຊົນທົ່ວປະເທດຈີນ. ພາບ: ສໍານັກຂ່າວສານຫວຽດນາມ

ທີ່ການຕ້ອນຮັບ, ທ່ານ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ໄດ້ສະແດງຄວາມປາດຖະໜາຢາກໃຫ້ອົງການນິຕິບັນຍັດຂອງສອງປະເທດເສີມຂະຫຍາຍບົດບາດໃນການສ້າງກົດໝາຍ ແລະຕິດຕາມກວດກາຢ່າງແຂງແຮງ, ປະກອບສ່ວນເປີດກວ້າງ ແລະຍົກສູງປະສິດທິຜົນຂອງການຮ່ວມມືທີ່ແທດຈິງລະຫວ່າງສອງຝ່າຍ, ເປັນຕົ້ນແມ່ນໃນຂົງເຂດການທູດ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ການຄ້າ, ການລົງທຶນ ແລະການທ່ອງທ່ຽວ. ຈຸດສຸມແມ່ນຊຸກຍູ້ການຮ່ວມມືດ້ານການຄ້າໃຫ້ມີການພັດທະນາທີ່ດຸນດ່ຽງກວ່າເກົ່າ, ຫັນປ່ຽນຈາກການແລກປ່ຽນຄ້າແບບທຳມະດາໄປສູ່ການ​ຮ່ວມສໍາພັນທາງດ້ານເສດຖະກິດ, ຕ່່ອງໂສ້ການສະໜອງ, ຕ່ອງໂສ້ການຜະລິດຢ່າງເລິກເຊິ່ງ, ເພີ່ມທະວີການເຊື່ອມຕໍ່ໂຄງລ່າງຄົມມະນາຄົມ, ມີກົນໄກພິເສດໃຫ້ການຮ່ວມມືທາງລົດໄຟ, ຮັບປະກັນຄວາມໝັ້ນຄົງດ້ານພະລັງງານ ແລະນໍາການຮ່ວມມືດ້ານວິທະຍາສາດເຕັກໂນໂລຊີກາຍເປັນຈຸດພົ້ນເດັ່ນໃໝ່...

leftcenterrightdel
ບັນຍາກາດທີ່ການພົບປະ. ພາບ: ສໍານັກຂ່າວສານຫວຽດນາມ

ສ່ວນທ່ານ  ຈ້າວ ເລີຈີ້  ຢືນຢັນວ່າ ສະພາຜູ້ແທນປະຊາຊົນທົ່ວປະເທດຈີນ ພ້ອມແລ້ວທີ່ຈະພ້ອມກັບສະພາແຫ່ງຊາດຫວຽດນາມ ເພີ່ມທະວີການພົບປະແລກປ່ຽນມິດຕະພາບ ແລະການຮ່ວມມືແທດຈິງໃຫ້ຫຼາຍກວ່າອີກ; ພ້ອມທັງເຊື້ອເຊີນທ່ານ ເຈິ່ນແທັງເໝິນ, ປະທານສະພາແຫ່ງຊາດຫວຽດນາມ ໄປຢ້ຽມຢາມຈີນໃນໄວໆນີ້ ເພື່ອເປັນປະທານຮ່ວມກອງປະຊຸມ ຄັ້ງທີ 2 ຂອງຄະນະກໍາມະການຮ່ວມມືລະຫວ່າງສອງອົງການນິຕິບັນຍັດ, ຜ່ານນັ້ນແບ່ງປັນບົດຮຽນກ່ຽວກັບວຽກງານນິຕິບັນຍັດ, ຕິດຕາມກວດກາ, ພ້ອມກັນຊຸກຍູ້ການເຊື່ອມຕໍ່ຍຸດທະສາດການພັດທະນາລະຫວ່າງສອງປະເທດ, ເພີ່ມທະວີການຮ່ວມມືດ້ານວັດທະນະທຳ, ການສຶກສາ, ການພົບປະແລກປ່ຽນປະຊາຊົນ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການສ້າງປະຊາຄົມແບ່ງປັນອະນາຄົດ ຈີນ-ຫວຽດນາມ ທີ່ມີຄວາມໝາຍຍຸດທະສາດ.

ໂດຍ: ທູຈາງ