ປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ມາຮອດ Rome, ເລີ່ມຕົ້ນການຢ້ຽມຢາມອີຕາລີ ຢ່າງເປັນທາງການ
ກປ.ອອນໄລ - ຕອນເຊົ້າວັນທີ 11 ເມສາ (ຕາມເວລາທ້ອງຖິ່ນ), ທ່ານ ເຈິ່ນແທັງເໝິນ, ປະທານສະພາແຫ່ງຊາດ ພ້ອມດ້ວຍພັນລະຍາ ແລະຄະນະຜູ້ແທນຂັ້ນສູງຫວຽດນາມ ໄດ້ມາຮອດ Rome, ເລີ່ມຕົ້ນການຢ້ຽມຢາມອີຕາລີ ຢ່າງເປັນທາງການ ແຕ່ວັນທີ 11 ຫາວັນທີ 15 ເມສາ. ໃນຕອນທ່ຽງວັນທີ 11 ເມສາ, ທີ່ວັງວາຕິກັນ, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ໄດ້ມີການພົບປະກັບ ສັນທະປະປາ Leo XIV.
ທີ່ການພົບປະ, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ສະແດງຄວາມປິຕິຊົມຊື່ນເມື່ອເຫັນວ່າ ໃນຊຸມປີຜ່ານມາ, ສາຍພົວພັນລະຫວ່າງຫວຽດນາມ ກັບວັງວາຕິກັນ ບັນລຸໄດ້ບາດກ້າວຂະຫຍາຍທີ່ສຳຄັນ ແລະແທດຈິງ, ຈາກການພົບປະລະຫວ່າງການນຳຂັ້ນສູງຂອງສອງຝ່າຍ ຈົນເຖິງການສ້າງຕັ້ງ ຫ້ອງວ່າການ ຜູ້ຕາງໜ້າຖາວອນ ຂອງວັງວາຕິກັນ ປະຈຳ ຫວຽດນາມ, ພິເສດແມ່ນການພັດທະນາອັນດີງາມໃນຊີວິດການເປັນຢູ່ທາງດ້ານສາສະໜາຂອງປະຊາຄົມຊາວກາໂຕລິກຫວຽດນາມ; ການຮັກສາກົນໄກແລກປ່ຽນ ແລະ ການເຄື່ອນໄຫວທີ່ມີປະສິດທິຜົນຂອງກຸ່ມປະຕິບັດງານປະສົມ; ເຊື່ອໝັ້ນວ່າ ກອງປະຊຸມຄັ້ງທີ 13 ຂອງກຸ່ມປະຕິບັດງານປະສົມທີ່ດໍາເນີນໃນໄລຍະຈະມາເຖິງ ຈະປະກອບສ່ວນເຂົ້າໃນວິວັດການຍົກລະດັບຂຶ້ນເປັນສາຍພົວພັນທາງການທູດຢ່າງຄົບຖ້ວນລະຫວ່າງຫວຽດນາມ ກັບວັງວາຕິກັນ.
    |
 |
|
ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດຫວຽດນາມ ພົບປະກັບ ສັນທະປະປາ Leo XIV. Vatican Media |
ຕາມນັ້ນແລ້ວ, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ປາດຖະໜາວ່າ ສັນທະປະປາ Leo XIV ແລະວັງວາຕິກັນ ຈະສືບຕໍ່ເອົາໃຈໃສ່, ປັບປຸງຄວາມໄວ້ເນື້ອເຊື່ອໃຈ ແລະຄວາມເຂົ້າໃຈເຊິ່ງກັນ ແລະກັນໃຫ້ຫຼາຍຕື່ມອີກ, ມຸ່ງໄປເຖິງການຍົກລະດັບສາຍພົວພັນລະຫວ່າງຫວຽດນາມ ແລະ ວັງວາຕິກັນ ຂຶ້ນສູ່ໄລຍະພັດທະນາໃໝ່, ເພື່ອຜົນປະໂຫຍດຂອງປະຊາຊົນ ແລະເພື່ອສັນຕິພາບ, ວັດທະນາຖາວອນລວມຂອງມວນມະນຸດ.
ສັນທະປະປາ Leo XIV ສະແດງຄວາມຂອບໃຈມາຍັງບັນດາອົງການກ່ຽວຂ້ອງຂອງຫວຽດນາມ ທີ່ໄດ້ອຳນວຍຄວາມສະດວກ ແລະໜູນຊ່ວຍທີ່ຕັ້ງໜ້າ ເພື່ອໃຫ້ຫ້ອງວ່າການຜູ້ຕາງໜ້າຖາວອນ ຂອງວັງວາຕິກັນ ປະຈຳ ຫວຽດນາມ ເຄື່ອນໄຫວເປັນປົກກະຕິ ແລະມີປະສິດທິຜົນ; ປາດຖະໜາຢາກສອງຝ່າຍເພີ່ມທະວີການແລກປ່ຽນ ແລະການພົບປະ ເພື່ອເຮັດໃຫ້ສາຍພົວພັນຫວຽດນາມ - ວັງວາຕິກັນ ໃຫ້ນັບມື້ນັບພັດທະນາຢ່າງເລິກເຊິ່ງກວ້າງຂວາງ, ຕອບສະໜອງຜົນປະໂຫຍດລວມ ແລະຄວາມມຸ່ງມາດປາດຖະໜາຂອງປະຊາຄົມຊາວກາໂຕລິກ.
* ໃນຕອນທ່ຽງວັນດຽວກັນ (ຕາມເວລາທ້ອງຖິ່ນ), ທີ່ວັງວາຕິກັນ, ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດຫວຽດນາມ ໄດ້ມີການພົບປະກັບທ່ານ Pietro Parolin ນາຍົກລັດຖະມົນຕີວັງວາຕິກັນ, ພະຄະດິນັນ.
    |
 |
|
ທ່ານ Pietro Parolin ນາຍົກລັດຖະມົນຕີວັງວາຕິກັນ ຕ້ອນຮັບທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດຫວຽດນາມ. Vatican Media |
ທີ່ການພົບປະ, ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດ ສະເໜີໃຫ້ສອງຝ່າຍສືບຕໍ່ຮັກສາການແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະຜັນຂະຫຍາຍກົນໄກປະຊຸມຂອງກຸ່ມປະຕິບັດງານປະສົມຢ່າງມີປະສິດທິຜົນ; ຫ້ອງວ່າການຜູ້ຕາງໜ້າຖາວອນ ຂອງວັງວາຕິກັນ ປະຈຳ ຫວຽດນາມ ສືບຕໍ່ສົມທົບຢ່າງແໜ້ນແຟ້ນກັບບັນດາອົງການທີ່ກ່ຽວຂ້ອງແນໃສ່ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຊຸກຍູ້ສາຍພົວພັນ ຫວຽດນາມ - ວັງວາຕິກັນ.
    |
 |
|
ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດຫວຽດນາມ ພົບປະກັບທ່ານ Pietro Parolin ນາຍົກລັດຖະມົນຕີວັງວາຕິກັນ. ພາບ: Vatican Media |
ສ່ວນທ່ານ Pietro Parolin ຕີລາຄາສູງສາຍພົວພັນ ຫວຽດນາມ - ວັງວາຕິກັນ ນັບມື້ນັບໄດ້ຮັບການປັບປຸງ, ບົນພື້ນຖານອັນສຳຄັນນີ້, ສາຍພົວພັນສອງຝ່າຍຈະສືບຕໍ່ຮັກສາທ່າພັດທະນາທີ່ຕັ້ງໜ້າ, ມຸ່ງໄປເຖິງບາດກ້າວໃໝ່ໃນອະນາຄົດ; ຢືນຢັນຄວາມປາດຖະໜາທີ່ຈະມາຢ້ຽມຢາມຫວຽດນາມ ຢ່າງເປັນທາງການໃນໄວໆນີ້ ເພື່ອເຫັນປະຈັກຕາການຫັນປ່ຽນ ແລະການພັດທະນາຢ່າງແຂງແຮງຂອງປະເທດຊາດ ກໍຄືຊີວິດການເປັນຢູ່ຂອງປະຊາຄົມຊາວກາໂຕລິກຢູ່ທີ່ນີ້.
ໂດຍ: ທູຈາງ